ນິຕິກັມ ກ່ຽວກັບປ່າໄມ້ ບໍ່ສາມາດປົກປ້ອງປ່າໄມ້ໄດ້
2023.12.01
ຣັຖບານລາວ ມີແຜນການປັບປຸງລະບຽບການກ່ຽວກັບປ່າໄມ້ ຫຼື ນິຕິກັມລຸ່ມກົດໝາຍ ເພື່ອຄຸ້ມຄອງປ່າໄມ້, ແຕ່ ປ່່າໄມ້ ກໍຍັງຖືກໍາທໍາລາຍ ແລະ ຖືກຕັດຢ່າງຊະຊາຍ.
ການປັບປຸງນິຕິກັມລຸ່ມກົດໝາຍ ເປັນພຽງແຕ່ຮູບການ ເພື່ອໃຫ້ເປັນຊ່ອງວ່າງ ໃນການເຂົ້າໄປຕັດໄມ້ ບໍ່ວ່າຈະຢູ່ໃນປ່າຜະລິດ, ປ່າປ້ອງກັນ ແລະ ປ່າສງວນ.
ຊ່ຽວຊານດ້ານກະສິກັມ ແລະ ປ່າໄມ້ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ມັນແກ້ບໍ່ໄດ້ດອກ ເອກະສານ ມັນພຽງເປັນໂຕເລກ ແຕ່ວ່າ ເປັນແນວອ້າງອີງໃຫ້ແກາເຈົ້າໜ້າທີ່ຊື່ ພາກໂຕຈິງ ພາກປະຕິບັດ ກະຍັງຄືເກົ່າຫັ້ນແຫຼ ເຂົາກະມີການລັກລອບຕັດໄມ້ປ່ຽນຊຸດເຈົ້າໜ້າທີ່ ປ່ຽນຜຽນກັນລົງໄປກິນໄປຫາ ເອົາ ຊັບພະຍາກອນມາຂາຍເປັນອັນນັ້ນແຫຼະ ຊື້ເຮືອນຊື້ຊານ ຊື້ຣົຖຊື້ລາ ເປັນຂອງຕົນເອງ ປ່ຽນກັນໄປຫັ້ນແຫຼະ ເຮັດຫຍັງກະບໍ່ໄດ້ດອກ ກະຄືແຕ່ງຕັ້ງຄົນໄປປະຈໍາດ້ານຫັ້ນແຫຼະ ປ່ຽນກັນໄປກິນ.”
ປະຊາຊົນ ສ່ວນຫຼາຍບໍ່ສາມາດເຂົ້າໄປໃຊ້ປໂຍດ ປ່າໄມ້ໄດ້ເທົ່າທີ່ຄວນ ແຕ່ເຈົ້າໜ້າທີ່ບາງຄົນໃຊ້ນິຕິກັມເປັນຂໍ້ອ້າງເພື່ອເຂົ້າໄປຕັດໄມ້ໃນປ່າ ໂດຍສະເພາະເອົາການສັມປະທານບັງໜ້າ.
ຊ່ຽວຊານດ້ານກະສິກັມ ແລະ ປ່າໄມ້ ທ່ານນີ້ ໄດ້ກ່າວວ່າ:
“ເປັນນິຕິກັມອ້າງອິງແຫຼະ ເພື່ອຫວັງຜົລປໂຍດໃນຕໍ່ໜ້າຫັ້ນແຫຼະ ໃນປ່າຜລິດປ່າປ້ອງກັນຫັ້ນນ່າ ປະຊາຊົນບໍ່ສາມາດນໍາໃຊ້ໄດ້ ລະກະບາງຊະນິດທີ່ວ່າມັນຫາຍາກ ມັນກະດັບໄປໃນຕົວລະ ປ້ອງກັນຫຍັງ ປ່າປ້ອງກັນ ກັບປ່າຜລິດ ມັນບໍ່ມີດອກ ເປັນຊະນິດທີ່ວ່າ ເປັນໄມ້ດູ່ໄມ້ແຂງອທີ່ວ່າຫາຍາກ ພວກຈີນພວກວຽດເອົາໄປໝົດແລ້ວ.”
ໃນບາງກໍຣະນີ ກໍມີເຈົ້າໜ້າທີ່ບາງຄົນຮ່ວມຫົວກັບພໍ່ຄ້າ ເຂົ້າໄປຕັດໄມ້ຢູ່ໃນປ່າສງວນ. ພະນັກງານຣັຖກອນ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ກ່ຽວກັບເຣື່ອງກົດໝາຍປ່າໄມ້ນີ້ນ່າ ກະອະນຸຮັກປ່າໄມ້ນີ້ມັນມີ ແຕ່ດົນແລ້ວ ແຕ່ວ່າ ບຸກຄົນທີ່ປະຕິບັດຫັ້ນນ່າ ມັນກະລ້ວນແລ້ວແຕ່ເຈົ້າໜ້າທີ່ມັນຮ່ວມຫົວກັບພໍ່ຄ້າ ນາຍທຶນຈໍານວນນຶ່ງເນາະທີ່ວ່າໄປຕັດເອົາໄມ້ ມູນຄ່າລົດຄາສູງຫັ້ນນ່າ ໄປຈົນໝົດບາດນີ້.”
ປັດຈຸບັນນີ້ໄມ້ຢູ່ໃນປ່າເກືອບຈະໝົດແລ້ວ ຣັຖບານຈຶ່ງຫັນມາເຮັດນິຕິກັມລຸ່ມກົດໝາຍເຂົ້າມາຄຸ້ມຄອງ ເຊິ່ງໃນໂຕຈິງມັນເປັນໄປໄດ້ຍາກ ເພາະວ່າ ໄມ້ຢູ່ສນາມລ້ວນແລ້ວແຕ່ເປັນໄມ້ຂອງພະນັກງານ ລະດັບສູງຜູ້ມີອໍານາດ.
ພະນັກງານຣັຖກອນ ທ່ານນີ້ ກ່າວຕື່ມວ່າ:
“ຫຼັງຈາກອັນນັ້ນມາ ຈຶ່ງມາ ເອິກກະເລິກ ທໍາທ່າມາ ເຮັດການຄຸ້ມຄອງ ສະບັບໃໝ່ ນິຕິກັມສະບັບໃໝ່ຂຶ້ນມາ ວ່າດ້ວຍການຄຸ້ມຄອງປ່າໄມ້ ແຕ່ຊິໄປຄຸ້ມຄອງມັນກະຍາກ ໄປເບິ່ງໂຕຈິງຢູສນາມ ມັນລ້ວນແລ້ວແຕ່ເຈົ້າພະນັກງານຜູ້ມີອໍານາດ ຕັດຫັ້ນແຫຼະ.”
ບັນຫາທີ່ເກີດຂຶ້ນ ກໍຄື ແມ່ນໃຜເປັນຜູ້ສັ່ງການຕັດໄມ້ໃນທົ່ວປະເທດ ແລະ ແມ່ນກຸ່ມບຸກຄົນໃດ.
ນັກທຸຣະກິຈ ຢູ່ພາກໃຕ້ ທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ເປັນຫຍັງຈຶ່ງເອົານິຕິກັມລຸ່ມກົດໝາຍ ແລ້ວເອົາກົດໝາຍຄຸ້ມຄອງໄວ້ ແລ້ວເອົານິຕິກັມນີ້ ໃຫ້ເປັນຊ່ອງວ່າງ ພໍໃຫ້ຕັດໄດ້ກິນໄດ້ໂກງກັນຢູ່ຈັ່ງຊັ້ນ.”
ນັກທຸຣະກິຈ ທ່ານນີ້ ໄດ້ກ່າວຕື່ມວ່າ:
“ໃຜເປັນຜູ້ສັ່ງການຄວບຄຸມໄດ້ ໃນທົ່ວປະເທດ ກຸ່ມໃດ ແລ້ວນາຍທຶນຫັ້ນຫຼິ້ນກັບໃຜລະ ກົດໝາຍມັນບໍ່ສັກສິດກະເວົ້າກັນຈັ່ງຊັ້ນ.”
ຣັຖານມີແຜນການ ເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ໃນປີ 2025, ແຕ່ແຜນການດັ່ງກ່າວ ບໍ່ບັນລຸຕາມເປົ້າໝາຍ.
ເມື່ອເດືອນພິສຈິກາ 2022, ຣັຖບານລາວ ກຽມຮ່າງຍຸທະສາດປ່າໄມ້ ສະບັບໃໝ່ ເພື່ອສເນີຕໍ່ສະພາແຫ່ງຊາຕ ຮັບຮອງ ໂດຍມີເປົ້າໝາຍຈະເຮັດໃຫ້ເນື້ອທີ່ປ່າໄມ້ ປົກຫຸ້ມໃຫ້ໄດ້ 70% ພາຍໃນປີ 2035 ຄວາມໝາຍກໍຄື ເລື່ອນອອກໄປຕື່ມອີກ 13 ປີ ອີງຕາມການຣາຍງານ ຂອງສື່ມວນຊົນລາວ.
ທ່ານ ທອງພັດ ວົງມະນີ ຮອງຮັຖມົນຕຣີ ກະຊວງກະສິກັມ ແລະປ່າໄມ້ ໄດ້ຣາຍງານ ໃນຕົ້ນປີ 2023 ວ່າ ການຄຸ້ມຄອງ ແລະປົກປັກຮັກສາ 3 ປະເພດປ່າໄມ້ໃນໄລຍະທີ່ຜ່ານມາ ຄື ປ່າສງວນ, ປ່າຜລິດ ແລະປ່າປ້ອງກັນ ຖືວ່າຍັງບໍ່ບັນລຸຕາມເປົ້າໝາຍເທົ່າທີ່ຄວນ ເນື່ອງຈາກວ່າຍັງມີບາງຂົງເຂດ ເຫັນວ່າ ມີການບຸກລຸກທີ່ດິນປ່າໄມ້ ຂອງປະຊາຊົນ ໃນການປູກຝັງ, ລ້ຽງສັດ ແລະການສັມປະທານ ຂອງບໍຣິສັດຕ່າງໆ.
ນອກຈາກນີ້ ອີກບັດໄຈນຶ່ງທີ່ການຟື້ນຟູປ່າໄມ້ ຈະບໍ່ບັນລຸຕາມເປົ້າໝາຍ ຍ້ອນວ່າ ມີການໃຫ້ສັມປະທານໂຄງການຕ່າງໆ ໄປກວມເອົາເນື້ອທີ່ປ່າໄມ້ ຫຼາຍແສນເຮັກຕ້າຣ໌.
ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ໄດ້ຣາຍງານຢູ່ໃນກອງປະຊຸມໃນຕົ້ນປີ 2023 ວ່າ ໄລຍະປີ 2013-2022 ທາງການລາວໄດ້ໃຫ້ສັມປະທານ ທີ່ດິນປ່າໄມ້ທັງໝົດປະມານ 300 ໂຄງການ ກວມເອົາເນື້ອທີ່ປະມານ 600,000 ເຮັກຕ້າຣ໌.
ປະຊາຊົນຢູ່ແຂວງພາກໃຕ້ຂອງລາວ ໄດ້ກ່າວວ່າ ມີການບຸກລຸກເຂົ້າໄປຕັດໄມ້ກັນຢ່າງແຜ່ລາຍ ຢູ່ ປ່າສງວນດົງຫົວສາວ ຢູ່ແຂວງຈໍາປາສັກ ແລະ ປ່າສງວນເຊປ່ຽນຢູ່ແຂວງອັດຕະປື.
ອີງຕາມແຜນແມ່ບົດ ແຫ່ງຊາຕວ່າດ້ວຍ ການມອບດິນມອບປ່າປີ 2018 ຂອງກະຊວງກະສິກັມ ແລະ ປ່າໄມ້, ມີເນື້ອທີ້ປ່າສງວນ 4.7 ລ້ານເຮັກຕ້າຣ໌, ເນື້ອທີ່ປ່່າປ້ອງກັນ 8.2 ລ້ານເຮັກຕ້າຣ໌ ແລະ ປ່າຜລິດ 3.1 ລ້ານເຮັກຕ້າຣ໌ ຫຼື ເທົ່າກັບ 68% ຂອງເນື້ອທີ່ປ່າໄມ້ທົ່ວປະເທດ.
ເຖິງຢ່າງໃດກໍຕາມ, ໂຕເລກການທີ່ປົກຫຸ້ມຂອງປ່າໄມ້ໃນທົ່ວປະເທດ ຍັງບໍ່ທັນມີຄວາມເປັນເປັນເອກະພາບກັນ ລະຫວ່າງ ກະຊວງກະສິກັມ ແລະ ປ່າໄມ້ ກັບ ກະຊວງຊັບພະຍາກອນທັມຊາຕ ແລະ ສິ່ງແວດລ້ອມ.
ສໍານັກຂ່າວສານປະເທດລາວ ໄດ້ຣາຍງານ ໃນວັນທີ 24 ພຶສຈິກາ ວ່າ ກອງປະຊຸມສໄມສາມັນຂອງ ຣັຖບານ ປະຈຳເດືອນພຶຈຈິກ 2023 ເຫັນດີດ້ານຫລັກການຮັບຮອງເອົາ ຮ່າງດຳຣັດວ່າດ້ວຍປ່າຜລິດ ແລະ ຮ່າງດຳຣັດວ່າດ້ວຍປ່າປ້ອງກັນ ໂດຍການຊີ້ນຳກະຊວງກະສິກັມ ແລະ ປ່າໄມ້ ໃຫ້ສົມທົບກັບຂແນງການ ແລະ ພາກສ່ວນກ່ຽວ.
ເນື້ອໃນຂອງດໍາຣັດດັ່ງກ່າວ ໃຫ້ສອດຄ່ອງກັບບັນດານິຕິກັມ ແລະ ກົດໝາຍ ທີ່ກ່ຽວຂ້ອງທີ່ໄດ້ປະກາດໃຊ້ແລ້ວ, ການກຳນົດສິດ ແລະ ໜ້າທີ່ຂອງອົງການ ປົກຄອງທ້ອງຖິ່ນ ແຕ່ລະຂັ້ນໃຫ້ມີຄວາມລະອຽດ, ການກຳນົດເຂດແດນປ່າ ແຕ່ລະປະເພດກໍໃຫ້ຈະແຈ້ງ ແລະ ແທດກັບຄວາມເປັນຈິງ ອີງຕາມການຣາຍງານຂອງສໍານັກຂ່າວສານ ປະເທດລາວ.