ແຂວງສະຫວັນນະເຂດ-ແຂວງກວາງຈີ (ຫວຽດນາມ) ຮ່ວມມືຄຸ້ມຄອງປ່າໄມ້, ສັດປ່າ

ອຸ່ນແກ້ວ
2024.09.19
ແຂວງສະຫວັນນະເຂດ-ແຂວງກວາງຈີ (ຫວຽດນາມ) ຮ່ວມມືຄຸ້ມຄອງປ່າໄມ້, ສັດປ່າ ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນລົດບັນທຸກໄມ້ ຂອງຫວຽດນາມ ພວມຂົນສົ່ງໄມ້ ເຂົ້າໄປຍັງ ຫວຽດນາມ ຈາກແຂວງໜຶ່ງທາງພາກໃຕ້ຂອງລາວ ເມື່ອວັນທີ 18 ເມສາ 2024.
ຮູບພາບຈາກພົນລະເມືອງ

ເຈົ້າໜ້າທີ່ພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ແລະ ກ້ອງຄຸ້ມຄອງປ່າໄມ້ ແຂວງກວາງຈີ ຫວຽດນາມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຫຼື MOU ເພື່ອສະກັກກັ້ນການຄ້າ-ຂາຍເຄື່ອງປ່າຂອງດົງ ແລະ ເຄື່ອນຍ້າຍສັດປ່າແບບຜິດກົດໝາຍ.

ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ເພື່ອຖາມກ່ຽວກັບການຮ່ວມມືດັ່ງກ່າວ, ແຕ່ ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ຂໍ້ມູນ.

ເຖິງຢ່າງໃດກໍຕາມ, ໃນປີ 2022-2023 ທີ່ຜ່ານມາ ເຈົ້າໜ້າທີ່ຂັ້ນເມືອງ ກໍຍັງພົບເຫັນການລັກລອບກຂາຍໄມ້ ແລະ ເຄື່ອງປ່າຂອງດົງ ຢູ່ເຂດດ່ານສາກົນ ລາວ-ຫວຽດນາມ ແລະ ຕາມຊ່ອງທາງທໍາມະຊາດ.

ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງເຊໂປນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ກັນຍາ ວ່າ: 

ກໍເຄີຍມາຢູ່ ຄ້າໄມ້ຜິດກົດໝາຍໃນຊ້ວງປີ 2022-2023 ກໍຍັງມີເນາະ ແຕ່ດຽວນີ້ມັນຕົກ 2024 ມັນບໍ່ມີ ໄມ້ຜິດຫັ້ນນ່າ ທີ່ວ່າ ເຂົາລັກລອບ ເອົາຕາມຊ່ອງທາງທໍາມະຊາດ ກໍບໍ່ຮູ້ນໍາ ຍັງເຄື່ອງປ່າຂອງດົງ ກໍຍັງມີປະເພດກ້ວຍໄມ້ຫັ້ນນ່າ ກໍັກ-ຢຶດ ໄດ້ຢູ່ດອກ ມັນລັກລອບໄປຫັ້ນນ່າ ບາງເທື່ອ ກໍໄປຄາມດ່ານໃຫຍ່ເລີຍເນາະ ພວກໂດຍສານຫວຽດ ແລ້ວກໍພວກ ຊ່ອງທາງທໍາມະຊາດແດ່ ເຄີຍມີ.

ປັດຈຸບັນ ຢູ່ເມືອງທີ່ຕິດກັບຊາຍແດນຫວຽດນາມ ຜູ້ຄົນກໍຍັງພົບເຫັນລົດແກ່ໄມ້ ໄປຫວຽດນາມ ເຊິ່ງໄມ້ດັ່ງກ່າວ ມາຈາກເມືອງຕະໂອ້ຍ ແຂວງສາລະວັນ ແລະ ເມືອງນອງ ແຂວງສະຫວັນນະເຂດ.

ຄົນຂັບລົດໂດຍສານ ຢູ່ເມືອງນອງ ໄດ້ກ່າວວ່າ:

ໄມ້ນີ້ ມັນຊິມີລົດແກ່ສະເພາະ ແລ້ວເຂົາໄປເລີຍ ສ່ວນຫຼາຍມັນບໍ່ມີແລ້ວ ເຂົາຕັດເປັນທ່ອນ ມັນມີໄມ້ຢູ່ຫົວໄຮ່ອີຫຍັງບໍ່ ເຂົາມາຟັນຫັ້ນນ່າ ເຂົສ່ົງອອກຢູ່ຫວຽດ ກໍເຫັນຢູ່ແບບນັ້ນນ່າ 4-5 ຄັນ ກໍເຫັນຢູ່ພໍ່ຄ້າຫວຽດ ພໍ່ຄ້າລາວ ເຂົາມຫາຊື້ ເຂົາກໍເຮັດແບບຖືກຫັ້ນນ່າ ຖືກແຫຼະແຕ່ວ່າ ຜູ້ໃດປະຈໍາການຢູ່ໃນດ່ານ ເຂົາໄປຂໍກັນແດ່ ດຽວນີ້ຂ້ອຍມີໄມ້ດູ່ ຄິດນຶ່ງ ສອງຄິວ ເຂົາໄປເລີຍໂລດຢູ່ດ່ານ ເອົານໍາເທົ່າໃດ ຄັນລະເທົ່າໃດ ຫັ້ນນ່າ ແລ້ວເຂົາໄປຕັດ ເຂົາກໍໄປ ເຂົາເອົາໄປບໍ່ໄດ້ ເຂົາກໍບໍ່ເອົາໄປມື້ນັ້ນ.

ປັດຈຸບັນ ເຄື່ອງປ່າຂອງດົງ ແລະ ສັດປ່າ ບໍ່ຫຼາຍຄືແຕ່ກ່ອນ ຍ້ອວ່າ ມີການຄ້າຂາຍ ແລະ ບໍລິໂພກຫຼາຍເກີນໄປ.

ນອກຈາກນີ້ ບໍ່ມີການບັງຄັບໃຊ້ລະບຽບກົດໝາຍ ຢ່າງຈິງຈັງ ໂຕຢ່າງປ້າຍຫ້າມ ກ່ຽວກັບການລັກລອບຄ້າ-ຂາຍສັດປ່າ ແລະ ຄ້າໄມ້ ແລະ ສຸດທ້າຍປ້າຍດັ່ງ ກ່າວ ກໍເພພັງໄປ.

ຜູ້ປະກອບການຢູ່ບ້ານແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ກ່າວວ່າ:

ເຄື່ອງປ່າຂອງດົງ ບໍ່ເຄີຍມີແລ້ວ ອຶດແລ້ວ ມັນບໍ່ເຄີຍມີແລ້ວ ແຕ່ກ່ອນກໍມີຢູ່ ມັນອຶດແລ້ວ ຄົນກິນຫຼາຍ ມັນສາບສູນນີ້ແຫຼະ ປ່າໄມ້ ເຂົາກໍມີເຈົ້າໜ້າທີ່ປະຈໍາດ່ານຢູ່ນີ້ແຫຼະ ປ້າຍໂຄສະນາກໍມີໆ ຜ່ານມາກໍເຄີຍເຫັນປ້າຍໂຄສະນາຫ້າມຊື້ຂາຍສັດປ່າ ແຕ່ກີ ກໍເຄີຍເຫັນຢູ່ປ້າຍໂຄສະນາ ດຽວນີ້ ເຂົາມ້າງຖິ້ມແລ້ວບໍ່ ມ້າງອອກໝົດແລ້ວບໍ່.

ເຖິງຢ່າງໃດກໍຕາມ, ຜູ້ຄົນກໍພົບເຫັນ ການຄ້າຂາຍສັດປ່າ ເພື່ອມາບໍລິໂພກ ຢູ່ໂຕເມືອງ ໃນ ແຂວງສະຫວັນນະເຂດ ໂດຍ ສະເພາະເຂດທີ່ມີຂາຍແດນຕິດກັບປະເທດຫວຽດນາມ.

ຊາວເມືອງທ່າປາງທອງ ແຂວງ ສະຫວັນນະເຂດ ໄດ້ກ່າວວ່າ:

ກໍມີຫັ້ນແຫຼະເນາະ ປະເພດກະຮອກ ສັດປ່າ ແລນ ແມ່ນໃນຕະຫຼາດຕົວເມືອງເລີຍ ຖ້າມີ ແບບເຂົາເອົາມາຂາຍຫັ້ນແຫຼະ ຖ້າເຂົາໄດ້ ຕາມເຂດນອກ ແບບນອກຕົວເມືອງ ເຂົາມາເອົາຂາຍ ໃນຕົວເມືອງ.

ໃນເດືອນທັນວາ 2023 ທີ່ຜ່ານມາ, ກະຊວງກະສິກໍາ ແລະ ປ່າໄມ້ ຂອງລາວ ກັບ ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຂອງຫວຽດນາມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມື ດ້ານວຽກງານປ່າໄມ້ ທີ່ນະຄອນດານັງ ປະເທດຫວຽດນາມ. 

ການຮ່ວມມືຄັ້ງນີ້ ປະກອບດ້ວຍ ວຽກງານການແລກປ່ຽນບົດຮຽນ ດ້ານການຄຸ້ມຄອງ ປົກປ້ອງ ແລະ ກວດກາປ່າໄມ້ ຂໍ້ມູນດ້ານນິຕິກໍາ ແລະ ນະໂຍບາຍ ດ້ານປ່າໄມ້, ການເພີີ່ມການຮ່ວມມື ແລະ ປ້ອງກັນ ບັນຫາໄຟໄໝ້ປ່າ ແລະ ລະບົບເຕືອນໄພລ່ວງໜ້າ ຢູ່ຕາມຊາຍແດນທັງ 2 ປະເທດ, ການເພີີ່ມການຮ່ວມມື ດ້ານການຄຸ້ມຄອງ ຕິດຕາມ-ກວດກາ ການຊື້ສັດປ່າ ແລະ ພືດ ທີ່ໃກ້ສູນພັນ ຕາມອະນຸສັນຍາໄຊເຕສ (CITES), ວຽກງານດ້ານການປ່ຽນແປງ ຂອງດິນຟ້າອາກາດ ລວມໄປເຖິງ ການສ້າງເງື່ອນໄຂ ດ້ານການລົງທຶນ ໃສ່ການຜະລິດ ແລະ ປຸງແຕ່ງ ໃນຂະແໜງປ່າໄມ້ ໃຫ້ຖືກຕ້ອງຕາມກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.