ພົບມີການລັກຕັດໄມ້-ບຸກລຸກປ່າ ເພີ່ມຫຼາຍຂຶ້ນຈາກ ປີ 2022

ຮູບປະກອບ: ຂົວຫັກ ຢູ່ບ້ານມິດສຳພັນ ເມືອງສນາມໄຊ ໃນວັນທີ 20 ມີນາ 2023 ເປັນຍ້ອນຣົຖແກ່ໄມ້.
ຮູບປະກອບ: ຂົວຫັກ ຢູ່ບ້ານມິດສຳພັນ ເມືອງສນາມໄຊ ໃນວັນທີ 20 ມີນາ 2023 ເປັນຍ້ອນຣົຖແກ່ໄມ້. (ນັກຂ່າວ ພົລເມືອງ)

0:00 / 0:00

ຈາກການກວດກາປ່າໄມ້ ແລະທີ່ດິນ ຈໍານວນ 1,400 ຄັ້ງ ໃນປີ 2023 ພົບວ່າ ມີການລັກຕັດໄມ້ເປັນຈໍານວນຫລວງຫລາຍ. ໃນນັ້ນ ມີໄມ້ບັນຊີ I ຈໍານວນ 2,200 ປາຍແມັດກ້ອນ, ໄມ້ບັນຊີ II ຫຼາຍກວ່າ 6,200 ແມັດກ້ອນ ແລະໄມ້ບັນຊີ III ຫຼາຍກວ່າ 270,000 ແມັດກ້ອນ, ໄດ້ຍຶດພາຫະນະລາກແກ່ 38 ຄັນ, ຈັກຕັດໄມ້ 48 ເຄື່ອງ ແລະ ມີການບຸກລຸກທີ່ດິນປ່າໄມ້ ຫຼາຍກວ່າ 9,100 ຄອບຄົວ ໃນພື້ນທີ່ດິນ 8,000 ປາຍຕອນ ຮວມເນື້ອທີ່ 18,900 ປາຍເຮັກຕ້າຣ໌, ອີງຕາມຣາຍງານ ຂອງທ່ານ ຄຳພອນ ມຸນລະໄມ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຕໍ່ກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ວຽກງານກວດກາປ່າໄມ້ທົ່ວປະເທດ ປະຈຳປີ 2023 ທີ່ໄດ້ຈັດຂຶ້ນ ໃນມື້ວັນທີ 16 ມົກກະຣານີ້.

ເມື່ອທຽບໃສ່ການລັກລອບຕັດໄມ້, ການຊື້-ຂາຍ ແລະເຄື່ອນຍ້າຍໄມ້ ແລະທັງການບຸກລຸກເນື້ອທີ່ດິນປ່າໄມ້ ໃນປີ 2022 ທີ່ຜ່ານມາພົບວ່າ ມີການລັກຕັດໄມ້ ເພີ່ມຂຶ້ນ 3,000 ປາຍແມັດກ້ອນ ແລະການບຸກລຸກເນື້ອທີ່ປ່າໄມ້ ເພີ່ມຂຶ້ນ 17,000 ປາຍເຮັກຕ້າຣ໌.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຢູ່ແຂວງພາກໃຕ້ຂອງລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ມົກກະຣານີ້ວ່າ ໃນປີ 2023 ຍັງມີການບຸກລຸກພື້ນທີ່ປ່າໄມ້ຫລາຍຢູ່ ຊຶ່ງສ່ວນໃຫຍ່ ຈະເປັນຊາວ ບ້ານໃນພື້ນທີ່ ທີ່ຕ້ອງການບຸກເບີກ ເພື່ອເຮັດສວນມັນຕົ້ນ ແລະຕັດໄມ້ເພື່ອເຮັດເຄື່ອງເຮືອນ ແລະທີ່ຜ່ານມາ ໄດ້ມີການຕັກເຕືອນ ແລະສຶກສາອົບຮົມ, ແຕ່ຍັງບໍ່ມີການປັບໃໝ ຍ້ອນຊາວບ້ານທຸກຍາກ.

“ເຂົາເຮັດສວນ ເຂົາຖາງສວນ ເຮັດສວນມັນຕົ້ນມັນຫຍັງນີ້ນ່າ. ປະຊາຊົນເຮັດໄມ້, ເຮັດໄມ້ເຄື່ອງເຮືອນບໍ່. ປະຊາຊົນຄົນບ້ານຄົນເຜົ່າ ເຮົາກໍໄດ້ຕັກ ເຕືອນ ມັນກໍຢູ່ຕາມຕີນພູຫັ້ນນ່າ ປ່າຜລິດນີ້ແຫລະ ບໍ່ໄດ້ໄປປ່າດົງຕຶບດອກ. ໂອ໋ ໄມ້ບັນຊີໄມ້ຄຸ້ມຄອງນີ້ແຫລະ ສ່ວນຫລາຍໄມ້ບັນຊີມັນກໍບໍ່ສູ້ມີແລ້ວ ດຽວນີ້ມັນບໍ່ມີແລ້ວ.”

ທ່ານກ່າວຕື່ມວ່າ ສໍາລັບເຣື່ອງບໍຣິສັດເອກະຊົນ ທີ່ຈະບຸກລຸກພື້ນທີ່ປ່ານັ້ນ ແມ່ນເປັນໄປໄດ້ຍາກ ຍ້ອນແຕ່ລະບໍຣິສັດ ຕ້ອງໄດ້ຮັບສັມປະທານ ຈາກຣັຖບານກ່ອນ ຈຶ່ງຈະບຸກເບີກໄດ້ ແລະທີ່ຜ່ານມາ ໂຄຕ້າຈາກຣັຖບານ ໃນການໃຫ້ຂຸດຄົ້ນໄມ້ໃນເມືອງ ກໍບໍ່ມີແລ້ວ.

ທີ່ເມືອງ ນໍ້າບາກ ແຂວງຫລວງພຣະບາງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວວ່າ ປີທີ່ຜ່ານມາ ໃນເມືອງນີ້ ບໍ່ມີການລັກລອບຂຸດຄົ້ນໄມ້ ຍ້ອນມີການຄວບຄຸມດີ ແລະໃຫ້ປະຊາຊົນ ນໍາໃຊ້ໄມ້ທີ່ປູກເອົາເອງ ຊຶ່ງສ່ວນຫລາຍກໍແມ່ນໄມ້ສັກ.

“ບໍ່ມີນະ. ດຽວນີ້ແທ້ພວກເຮົາຄວບຄຸມ ບໍ່ໃຫ້ມີການຕັດໄມ້ປ່າແລ້ວເນາະ. ສ່ວນຫລາຍແມ່ນຈະໃຫ້ໃຊ້ໄມ້ປູກເອົາ. ປູກໄມ້ສັກເນາະ ສ່ວນຫລາຍຂະເຈົ້ານໍາໃຊ້ ກະນໍາໃຊ້ໄມ້ຢູ່ຂອບເຂດບໍຣິເວນ ໄມ້ທີ່ເຂົາຮັກສາໄວ້ຕາມແຄມໄມ້ແຄມສວນເດ້. ເວລາເຂົາຈະຕັດນໍາໃຊ້ ຂະເຈົ້າຈະມາຂໍອະນຸ ຍາດນໍາຫ້ອງການພວກເຮົາເນາະ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ວຽກງານການກວດກາປ່າໄມ້ ຍັງມີສິ່ງທ້າທາຍຢູ່ຫລາຍ ເປັນຕົ້ນ ພະນັກງານປ່າໄມ້ ບໍ່ພຽງພໍ ເມື່ອທຽບໃສ່ພື້ນທີ່ປ່າໄມ້ ໃນເມືອງ ດັ່ງນັ້ນ ຈຶ່ງຕ້ອງໄດ້ຮ່ວມມື ກັບພາກສ່ວນບ້ານ ໃນການກວດກາພື້ນທີ່ປ່າໄມ້.

ແຕ່ເຖິງຢ່າງໃດກໍຕາມ, ຄົນຂັບຣົຖແກ່ເຄື່ອງ ຢູ່ບ້ານສາມັກຄີໄຊ ແຂວງອັດຕະປື ຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ປັດຈຸບັນ ຍັງເຫັນຣົຖແກ່ໄມ້ ແລ່ນຢູ່ໃນແຂວງອັດຕະປືນີ້ຢູ່, ສ່ວນຫລາຍ ຈະແລ່ນຈາກສນາມໄມ້ ໄປຫາໂຮງງານ ຫລື ໂຮງເລື່ອຍ ແລະບາງເທື່ອ ກໍຂົນໄມ້ແປຮູບ ໄປຊາຍແດນ ລາວ-ວຽດນາມ.

"ຣົຖແກ່ໄມ້. ເອີ໊ ມີໆ ຢູ່ກໍເຫັນຢູ່ ກໍບໍ່ຫລາຍປານໃດດອກ. ກໍມີຢູ່ ສ່ວນຫລາຍແກ່ ສນາມ 2 ຈາກປ່າມາໂຮງງານ, ໂຮງເລື່ອຍ ອິຫຍັງຫັ້ນນ່າ. ໄມ້ແປຮູບກໍແກ່ໄປຊາຍແດນວຽດ. ສ່ວນຫລາຍໄປສົ່ງຊາຍແດນວຽດ ບາງເທື່ອກໍຣົຖວຽດມາເອົາເອງສ່ວນຫລາຍ. "

ພ້ອມດຽວກັນນັ້ນ ຊາວບ້ານ ຢູ່ເມືອງສນາມໄຊ ແຂວງອັດຕະປື ຜູ້ນຶ່ງກໍເວົ້າວ່າ ຕັ້ງແຕ່ເກີດເຫດການເຂື່ອນແຕກມາ ກໍມີການບຸກເບີກພື້ນທີ່ ປ່າສງວນ ເພື່ອສ້າງບ່ອນຢູ່ອາໄສ ໃຫ້ແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ໂດຍມີການບຸກເບີກພື້ນທີ່ ຢູ່ຢ່າງໜ້ອຍ 4 ຈຸດໃນເຂດປ່າສງວນ ແລະດຽວນີ້ ຍັງເຫັນຣົຖແກ່ໄມ້ຢູ່ເລື້ອຍໆ.

" ຣົຖແກ່ໄມ້ບໍ່ ຖືວ່າເຫັນເລື້ອຍໆ ມີແຕ່ສ່ວນຫລາຍເຂົາແກ່ຫັ້ນ ແມ່ນແລ້ວ ຈາກ ສນາມໄຊຫັ້ນແຫລະ ເພາະວ່າສິແມ່ນຣົຖສວນອິຫຍັງແດ່. ໄມ້ເຂົາຖືກນໍ້າຖ້ວມແຕ່ກີ້ແດ່ ຊ່ວງເຂື່ອນແຕກຫັ້ນນ່າ ແຕ່ວ່າເຫັນເຂົາເອົາຫລາຍບ່ອນ ໂຕນີ້ກໍບໍ່ຮູ້ປານໃດເດີ. ອີງຕາມເຂົາເວົ້າ ໄປວຽດຫັ້ນແຫລະ. "

ໃນກອງປະຊຸມຖອດບົດຮຽນ ວຽກງານປ່າໄມ້ ໃນຄັ້ງນີ້ ຫົວໜ້າກົມປ່າໄມ້ ຍັງໄດ້ກ່າວອີກວ່າ ໃນປີ 2023 ທີ່ຜ່ານມາ ໄດ້ມີການສືບສວນ-ສອບສວນ ແລະແກ້ໄຂ ບັນຫາການກະທໍາຜິດ ທີ່ເກີດຂຶ້ນທັງໝົດ 776 ກໍຣະນີ ແລະມີຜູ້ລະເມີດລະບຽບກົດໝາຍ ທັງໝົດ 740 ຄົນ. ໃນນັ້ນ ເປັນການກະທໍາຜິດ ກ່ຽວກັບໄມ້ 174 ກໍຣະນີ, ກ່ຽວກັບທີ່ດິນປ່າໄມ້ 465 ກໍຣະນີ, ກ່ຽວກັບສັດປ່າ 60 ກໍຣະນີ ແລະກ່ຽວກັບເຄື່ອງປ່າຂອງດົງ 77 ກໍຣະນີ.