ດິນກະເສຕ ຜູ້ປະສົບພັຍ ເຂື່ອນແຕກ ຍັງບໍ່ໄດ້ຮັບ ການແກ້ໄຂ

ສະພາບຂອງເຮືອນຖາວອນ ທີ່ສ້າງໃຫ້ຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ສ່ວນໃຫຍ່ຍັງບໍ່ແລ້ວ.
ສະພາບຂອງເຮືອນຖາວອນ ທີ່ສ້າງໃຫ້ຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ສ່ວນໃຫຍ່ຍັງບໍ່ແລ້ວ. (ນັກຂ່າວ ພົລເມືອງ)

0:00 / 0:00

ມາຮອດປັດຈຸບັນ ບັນຫາຜົລກະທົບເຣື່ອງທີ່ດິນ ລະຫວ່າງ ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ໃນສູນດົງບາກ ເມືອງສນາມໄຊ ແຂວງອັດຕະປື ທີ່ທາງການແຂວງ ໄດ້ມອບໃບຕາດິນຖາວອນ ໃຫ້ຮຽບຮ້ອຍແລ້ວ ໃນປີ 2021 ໂດຍແຕ່ລະຄອບຄົວ ຈະຮັບເນື້ອທີ່ບໍ່ທໍ່ກັນ ອີງຕາມແຮງງານສົມບູນ ທີ່ສາມາດອອກແຮງານໄດ້ ຂອງແຕ່ລະຄອບຄົວ ຄື: ຄອບຄົວໃດ ມີ 2 ຄົນ ຈະໄດ້ 1 ເຮັກຕ້າຣ໌, ຄອບຄົວໃດ ມີ 3 ຄົນ ຈະໄດ້ 2 ເຮັກຕ້າຣ໌ ແລະ ຄອບຄົວໃດ ມີ 4 ຄົນ ຈະໄດ້ 3 ເຮັກຕ້າຣ໌ ເຊິ່ງໃນສູນດັ່ງກ່າວນີ້ ປະກອບມີຊາວບ້ານ 2 ບ້ານ ຄື: ບ້ານໃໝ່ ແລະ ບ້ານທ່າຫິນ ຮວມທັງໝົດ ມີ 389 ຄົວຄອບ, ແຕ່ໃນນີ້ ມີຊາວບ້ານ 200 ປາຍຄອບຄົວ ພັດຍັງບໍ່ສາມາດໄປປູກຫຍັງ ໃສ່ດິນດັ່ງກ່າວນີ້ໄດ້ເລີຍ ຍ້ອນຖືກຊາວບ້ານ ທີ່ເປັນເຈົ້າຂອງດິນ ແຕ່ດັ້ງເດີມບຸກລຸກ ພ້ອມທັງຂົ່ມຂູ່ ເອົາພ້າ ເອົາຊ້ວນມາໄລ່ຕີ ແລະບັນຫາດັ່ງກ່າວນີ້ ມາຮອດປັດຈຸບັນ ກໍຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ.

ດັ່ງຊາວບ້ານ ຜູ້ຖືກຜົລກະທົບເຣື່ອງທີ່ດິນ ຢູ່ສູນດົງບາກ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 18 ມິຖຸນາ 2022 ນີ້ວ່າ:

“ໂອ້ຍັງໆ ກະສເນີຢູ່ເລື້ອຍໆ ກະຍັງບໍ່ທັນ ໄດ້ລົງມາແກ້ໄຂ ຫຼາຍໆພາກສ່ວນ ຫັ້ນແຫຼະກະ ຈັກພາກສ່ວນໃດລົງມາ ເຮົາກະສເນີຕລອດ ເພິ່ນກະບໍ່ເຫັນວ່າ ຊິມາແກ້ ຊິວ່າຈັ່ງໃດ ປະຊາຊົນ ກະຢາກຍອມແຫຼະ ສເນີກະຫຼາຍເທື່ອແຫຼະ ດຽວນີ້ກະມີແຕ່ວ່າ ໂຕໃດບໍ່ຖືກບຸກລຸກ ຫຼືວ່າ ຍາດແຍ່ງ ເຂົາກະໄປເຮັດຢູ່ ໂຕໃດມັນຖືກ ລະເຂົາກະບໍ່ໄປ ລະບໍ່ຫານໄປແຫຼະ ໄປລະເຂົາຂ້າເຂົາຕີ ເຂົາກະເຮັດດິນຢູ່ບ່ອນເກົ່າ ກະທຸກໆຍາກໆໄປຊັ້ນແຫຼະ ຄືດຽວນີ້ ກະນໍ້າມັນກະແພງອີກ.”

ທ່ານກ່າວຕື່ມວ່າ ກ່ອນໜ້ານີ້ ປະມານ 10 ປາຍມື້ ກໍໄດ້ຍິນຂ່າວຢູ່ວ່າ ທາງຫ້ອງການເມືອງສນາມໄຊ ໄດ້ເຊີນນາຍບ້ານແຕ່ລະບ້ານ ທີ່ມີສ່ວນກ່ຽວຂ້ອງ ພາລູກບ້ານຂອງຕົນ ບຸກລຸກທີ່ດິນ ຂອງຜູ້ປະສົບພັຍເຂື່ອນແຕກ ຖືກເຊີນໄປປະຊຸມ ຢູ່ຫ້ອງການເມືອງ ເປັນຕົ້ນ: ນາຍບ້ານ ບ້ານໂຄກກ່ອງ, ນາຍບ້ານ ບ້ານແທ ແລະນາຍ​ບ້ານ ບ້ານຫາດຍາວ ແລະກໍໄດ້ຍິນຂ່າວວ່າ ມີການຕົບໂຕະ ຕົບຕັ່ງໃສ່ກັນ ນໍາດ້ວຍ, ແຕ່ເຖິງຢ່າງໃດກໍຕາມ, ກ່ຽວກັບເຣື່ອງຜົລກະທົບ ທີ່ດິນທີ່ເກີດຂຶ້ນນີ້ ຕົນເອງ ແລະຊາວບ້ານ ຜູ້ທີ່ຖືກຜົລກະທົບ ກໍຢາກຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫານີ້ ໃຫ້ໂດຍໄວ ເພາະຖ້າປ່ອຍໄປ ກໍຄົງມີບັນຫາອື່ນເພີ່ມຕື່ມອີກ.

“ກະຄັນເພິ່ນວ່າແກ້ໄຂແທ້ໆ ກະຢາກໃຫ້ ເພິ່ນມາແກ້ໄຂ ໃຫ້ມັນທັນດ່ວນ ຫັ້ນແຫຼະ ເພາະວ່າ ເຂົາບຸກລຸກ ເຂົາກະເຮັດໄປນໍາ ຄັນໄຖໄຮ່ຄັນໄຖນາ ເຂົາກະໃຫຍ່ຂຶ້ນ ເຮັດຫຼາຍປີ ເຂົາກະ ປຸກຕູບປຸກຢ້າວ ກະຫຼັງໃຫຍ່ຂຶ້ນໃຫຍ່ຂຶ້ນ ຄັນວ່າມັນສົມບູນກວ່າຫັ້ນລະ ເຂົາແຫ່ງຢາກຍ້າຍຍາກ ຫັ້ນແຫຼະ ຊິມ້າງກະຕູບ ກະຢ້າວກະຍາກ ເຂົາກະບໍ່ຢາກໜີຈາກຫັ້ນ ຫັ້ນນ່າ ຄັນເພິ່ນວ່າ ແກ້ໄຂໄດ້ ກະໃຫ້ມາແກ້ໄຂ ສີໄວໆຫັ້ນແຫຼະ.”

ໃນຂະນະທີ່ ຊາວບ້ານ ທີ່ໄດ້ຮັບຜົລກະທົບເຣື່ອງທີ່ດິນ ໃນສູນດຽວກັນນີ້ ອີກຄົນນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບັນຫາທີ່ດິນດັ່ງກ່າວນັ້ນ ມາຮອດປັດຈຸບັນ ຍັງບໍ່ທັນໄດ້ຮັບ ການແກ້ໄຂເທື່ອ ເຊິ່ງຕົນເອງກໍບໍ່ຮູ້ຣາຍລະອຽດດີປານໃດ ມີແຕ່ລູກຊາຍ ເວົ້າໃຫ້ຟັງວ່າ ວ່າງ 10 ປາຍມື້ຫຼັງນີ້ ມີພະນັກງານທີ່ດິນເມືອງ ລົງມາຈົດຂໍ້ມູນ ກ່ຽວກັບ ທີ່ດິນທໍາການກະເສດ ທີ່ໄດ້ຮັບຜົລກະທົບ.

“ແມ່ກະບໍ່ລະອຽດ ມີແຕ່ນ້ອງເຈົ້າເວົ້າໃຫ້ຟັງ ວ່າແມ່ ເພິ່ນລົງມາຈົດຂໍ້ມູນ ວ່າໃຜເຮັດດິນເຮົາ ລະເພິ່ນໃຫ້ເຂົາຂຽນວ່າ ຜູ້ນັ້ນເຮັດຜູ້ນີ້ເຮັດ ແລະເພິ່ນກະເອົາ ຂໍ້ມູນຂຶ້ນໄປວ່າ ເພິ່ນຊິລົງມາ ແກ້ໄຂ ມີແຕ່ເພິ່ນວ່າ ແນວໃດກະ 100% ຈຸເຈົ້າໄດ້ຢູ່ດອກ ຖ້າບໍ່ໄດ້ ກະຊິແມ່ນວ່າ ຫຼືວ່າ ຊິໃຫ້ເຂົາທົດແທນເປັນເງິນບໍ ຫຼືແນວໃດ ກະບໍ່ຮູ້ນ່າ ບ້ານກະຍັງຢູ່ ກະຄືບໍ່ເຫັນ ມາໃໝ່ຫັ້ນນ່າ ດົນລະໃດ໋ ໄດ້ 10 ປາຍວັນ ລະໃດ໋.”

ສ່ວນຊາວບ້ານອີກຄົນນຶ່ງ ໃນສູນດຽວກັນນີ້ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ມາຮອດປັດຈຸບັນ ເຣື່ອງບັນຫາທີ່ດິນ ທໍາການກະເສດທີ່ເກີດຂຶ້ນ ຖືວ່າ ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ, ແຕ່ໄດ້ຍິນຂ່າວຢູ່ວ່າ ມີທາງສູນກາງລົງມາ ແລ້ວກໍໄດ້ມອບໃຫ້ ທາງແຂວງ ທາງເມືອງ ເປັນຜູ້ແກ້ໄຂ.

ດັ່ງຊາວບ້ານຜູ້ນີ້ ເວົ້າວ່າ:

“ຍັງໆ ຍັງຫາກແຕ່ວ່າ ໄດ້ຍິນຂ່າວຢູ່ວ່າງນຶ່ງນີ້ ອັນພວກທາງແຂວງ ລົງມາແກ້ ວ່່າລົງມາຕອນນຶ່ງຫັ້ນ ສູນກາງລົງມາເນາະ ລົງມາກະບອກໃຫ້ ທາງເມືອງ ທາງແຂວງ ນີ້ເປັນຜູ້ເຮັດ ທາງສູນກາງ ເພິ່ນກະຖາມວ່າ ມັນຊິເຮັດໄດ້ຫຼືບໍ່ໄດ້ ຄັນວ່າເຮັດບໍ່ໄດ້ ທາງເທິງຊິເຮັດ ຄືຊິແມ່ນວ່າເພິ່ນຮັບວ່າ ເຮັດໄດ້ຕິ ຈັ່ງວ່າທາງເທິງບໍ່ໄດ້ເຮັດ ຊ້ວງວ່າງນຶ່ງໄດ້ຍິນຢູ່.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຂັ້ນບ້ານໃນສູນດັ່ງກ່າວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ມາຮອດມື້ນີ້ ກໍຍັງບໍ່ມີຂ່າວຄວາມຄືບໜ້າ ໃນການແກ້ໄຂ ບັນຫາທີ່ດິນທໍາການກະເສດ ທີ່ມີຜົລກະທົບນັ້ນເທື່ອ ມີແຕ່ກ່ອນໜ້ານີ້ ປະມານເດືອນ 1, ເດືອນ 2 ທີ່ທາງຂັ້ນເທິງ ແນະນໍາໃຫ້ຊາວບ້ານ ທີ່ເປັນເຈົ້າຂອງດິນ ລົງໄປປູກຝັງໃສ່ດິນນັ້ນກ່ອນ ຖ້າມີບັນຫາເກີດຂຶ້ນ ແລ້ວຂັ້ນເທິງ ຈະແກ້ໄຂຕາມພາຍຫຼັງ.

“ຍັງໂຕຄັບຄາແຮງ ໂຕອັນດິນ ບ່ອນຂະເຈົ້າ ບໍ່ຫານເຮັດຫັ້ນ ແມ່ນຍັງຄືເກົ່າ ເພິ່ນຢາກໃຫ້ເຮົາຫັ້ນ ລົງໄປເຮັດກ່ອນ ລະເພິ່ນຊິແກ້ໄຂນໍາຫຼັງ ບາດນີ້ເຮົາຜູ້ລົງເຮັດນິ່ ກະບໍ່ຫານ ບໍ່ຫານເຮັດແຫຼະໂວ່ຍ ຢ້ານໝູ່ຊິຂ້າ ຊິຕີເຮົາກ່ອນຫັ້ນນ່າ ເພິ່ນຢາກໃຫ້ເຮົາເຮັດ ຄັນມີຜົລກະທົບລະເພິ່ນຊິລົງໄປແກ້ ເປັນແນວນັ້ນ ເພິ່ນໃຫ້ຄໍາຕອບ ໃຫ້ຄໍາຕອບຢູ່ປະມານ ຢູ່ເດືອນ 1 ເດືອນ 2 ນີ້ແຫຼະ.”

ນອກຈາກນີ້ ວິທຍຸເອເຊັຽເສຣີ ຍັງໄດ້ຕິດຕໍ່ ສອບຖາມໄປຍັງ ເຈົ້າໜ້າທີ່ຂັ້ນບ້ານ ໃນສູນດັ່ງກ່າວ ອີກທ່ານນຶ່ງ ເຊິ່ງທ່ານເວົ້າວ່າ ມາຮອດປັດຈຸບັນ ກໍຍັງບໍ່ເຫັນ ເຈົ້າໜ້າທີ່ ພາກສ່ວນໃດ ລົງມາແກ້ໄຂບັນຫາທີ່ດິນ ນັ້ນເທື່ອ.

“ດິນກະສິກໍາ ທາງອັນນັ້ນ ເພິ່ນແບ່ງໃຫ້ຫັ້ນເບາະ ຍັງບໍ່ທັນແລ້ວ ທັນທົ່ວຊໍ້າ ຍັງໆ ຍັງບໍ່ທັນເຫັນ.”

ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ພຍາຍາມ ຕິດຕໍ່ຫາ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປື ເພື່ອສອບຖາມ ກ່ຽວກັບການແກ້ໄຂບັນຫາຜົລກະທົບ ເຣື່ອງທີ່ດິນດັ່ງກ່າວ ປະກົດວ່າ ໂທໄປຫຼາຍຄັ້ງ ຕິດສຽງດັງທຸກຄັ້ງ ແຕ່ບໍ່ມີໃຜຮັບສາຍ.

ນອກຈາກນັ້ນແລ້ວ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ຫາເຈົ້າໜ້າທີ່ ຫ້ອງການກະສິກັມ ແລະປ່າໄມ້ ເມືອງສນາມໄຊ ແຂວງອັດຕະປື ນໍາດ້ວຍ ເພື່ອສອບຖາມ ເຣື່ອງຄວາມຄືບໜ້າເພີ່ມຕື່ມ ຂອງການແກ້ໄຂ ບັນຫາທີ່ດິນດັ່ງກ່າວ ເຊິ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກ ທີ່ຈະໃຫ້ສັມພາດ, ແຕ່ໃນກ່ອນໜ້ານີ້ ເມື່ອວັນທີ່ 25 ເມສາ 2022 ທີ່ຜ່ານມາ ທ່ານເຄີຍກ່າວ ຕໍ່ວິທຍຸເອເຊັຽເສຣີ ວ່າ:

“ອັນນີ້ ທາງພວກເຮົາ ຊິກວດກາເບິ່ງຄືນກ່ອນ ເພາະວ່າ ຜ່ານມາ ການນໍາສເນີຫັ້ນ ກະບໍ່ທັນເປັນລາຍລັກອັກສອນດອກ ແຕ່ວ່າ ເຣື່ອງຂໍ້ຂັດແຍ່ງນີ້ ກະຄືຊິມີ ແຕ່ຣາຍລະອຽດ ກະຍັງບໍ່ທັນລະອຽດ ວ່າມັນມີຈັກຄອບຄົວແທ້ ພວກເຮົາຍັງຕ້ອງໄປກວດຄືນກ່ອນ

ເພາະປະຊາຊົນສູ່ມື້ນີ້ ຈຸດການຜລິດນີ້ແຫຼະ ມັນຕົ້ນນີ່ ມັນມາແຮງຫຼາຍ ເຂົາກະຢາກເຮັດການຜລິດ ແຕ່ວ່າ ປະຊາຊົນຫັ້ນຜູ້ປະສົບພັຍຫັ້ນ ເວລາທີ່ເຮົາແບ່ງໃນເບື້ອງຕົ້ນຫັ້ນ ປະຊາຊົນ ຜູ້ປະສົບພັຍຈໍານວນນຶ່ງ ເຂົາກະບໍ່ມີເວລາໄປເຮັດຢູ່ດິນຂອງໂຕເອງຫັ້ນແຫຼະ ເພິ່ນກະບໍ່ທັນໄດ້ເຮັດ ໂຕດິນທີ່ຣັຖຈັດສັນໃຫ້ຫັ້ນ ກະເລີຍມີປະຊາຊົນຈໍານວນນຶ່ງ ເຂົາເຈົ້າຢືມນໍາໃຊ້ ຢູ່ຄືບ້ານແທ ບ້ານອິສັງຫັ້ນນ່າ ແຕ່ເຖິງແນວກໍຕາມ ທາງພັກ-ຣັຖເຮົາ ເມື່ອເວົ້າເຣື່ອງດິນ ທີ່ວ່າຈັດສັນ ໃຫ້ປະຊາຊົນຜູ້ປະສົບພັຍ ຊິໃຫ້ຜູ້ອື່ນ ນອກຈາກເປົ້າໝາຍ ມັນກະຄືຊິຍາກ ສະນັ້ນ ເຮົາກະຕ້ອງໄດ້ລົມ ໃຫ້ເຂົາເຂົ້າໃຈຕື່ມ.”

ເຖິງຢ່າງ​ໃດກໍດີ, ອີງຕາມທີ່ລົມກັບຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ໃນສູນດົງບາກ ນີ້ແລ້ວແມ່ນວ່າ ທຸກມື້ນີ້ ພວກເຂົາເຈົ້າ ກໍຫວັງໃຫ້ທາງການ ຊ່ອຍແກ້ໄຂບັນຫາດັ່ງກ່າວ ທີ່ເກີດຂຶ້ນນີ້ໂດຍໄວ ເພື່ອທີ່ພວກເຂົາເຈົ້າ ຈະໄດ້ມີບ່ອນປູກຝັງ ແລະທໍາມາຫາກິນ ລ້ຽງຄອບຄົວໄດ້.