ຢູເນສໂກ ເປັນຫ່ວງ ເຂື່ອນຫຼວງພຣະບາງ ກະທົບ ເມືອງມໍຣະດົກໂລກ
2022.06.28
ໃນໄລຍະບໍ່ດົນມານີ້ ຄະນະຜູ້ຊ່ຽວຊານ ຈາກສູນມໍຣະດົກໂລກ ຊຶ່ງເປັນທີ່ປຶກສາ ຂອງອົງການຢູເນສໂກ (UNESCO) ແລະ ອົງການ ອີໂກໂມສ (ICOMOS) ໄດ້ພິຈາຣະນາ ບົດຣາຍງານ ຜົລກະທົບຕໍ່ເມືອງມໍຣະດົກໂລກ ຫຼື Heritage Impact Assessment ( HIAs) ຂອງແຂວງຫຼວງພຣະບາງ ໃນຫຼາຍດ້ານ ພົບວ່າໂຄງການ ກໍ່ສ້າງເຂື່ອນໄຟຟ້າ ນໍ້າຂອງ ແຂວງຫຼວງພຣະບາງ ອາຈສົ່ງຜົລກະທົບ ຕໍ່ເມືອງມໍຣະດົກໂລກ ແລະເຮັດໃຫ້ວິຖີຊີວິດ ຄວາມເປັນຢູ່ ຂອງປະຊາຊົນ ທີ່ອາສັຍຢູ່ ພາຍໃນພື້ນທີ່ປ່ຽນແປງໄປ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງຍານາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ມິຖຸນາ 2022 ນີວ່າ:
“ເຣື່ອງຜົລກະທົບ ຕໍ່ວິຖີຊີວິດການດຳຣົງ ຊີວິດຂອງປະຊາຊົນ ໃນເຂດມໍຣະດົກໂລກ ຫຼວງພຣະບາງ ສເນີໃຫ້ ທາງບໍຣິສັດ ເພິ່ນມາເຮັດ inventory ຕ່າງໆ ຂອງໂຕເມືອງຫຼວງພຣະບາງ ເພື່ອຮັບປະກັນ, ເພື່ອຮັບປະກັນວ່າ ຖ້າສົມມຸດຄືມີກໍຣະນີ ເຂື່ອນແຕກແລ້ວ ບໍຣິສັດເຂົາເຈົ້າ ສາມາດທົດແທນຄືນ ທຸກສິ່ງ ທຸກຢ່າງ ທີ່ຢູ່ໃນຫຼວງພຣະບາງຫັ້ນໄດ້.”
ຍານາງກ່າວຕື່ມວ່າ ທາງການລາວຫາ ກໍໄດ້ຮັບຜົລການພິຈາຣະນາ ກ່ຽວກັບຜົລກະທົບ ຕໍ່ເມືອງມໍຣະດົກໂລກ ຫຼວງພຣະບາງ ເມື່ອກາງເດືອນມິຖຸນາ 2022 ພາຍຫຼັງຫ້ອງການ ກົມມໍຣະດົກ, ກະຊວງຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ ໄດ້ສົ່ງບົດຣາຍງານ ດັ່ງກ່າວນີ້ ໃຫ້ແກ່ຄະນະກັມມະການ ມໍຣະດົກໂລກ ເພື່ອສະແດງຣາຍລະອຽດ ກ່ຽວກັບຜົລກະທົບ ທີ່ຄາດວ່າ ຈະເກີດຂຶ້ນ ຕໍ່ເມືອງມໍຣະດົກໂລກ ຫຼວງພຣະບາງ ໃນຫຼາຍດ້ານ ໂດຍສະເພາະປະເດັນເຣື່ອງ ໂຄງການກໍ່ສ້າງເຂື່ອນໄຟຟ້າ ຫຼວງພຣະບາງ ເປັນຄັ້ງທຳອິດ ໃນໄລຍະທ້າຍເດືອນມົກກະຣາ ທີ່ຜ່ານມາ.
ທາງການລາວ ຈຳເປັນຕ້ອງໄດ້ດຳເນີນການ ແກ້ໄຂຜົລກະທົບຕໍ່ ເມືອງມໍຣະດົກໂລກ ຂອງແຂວງຫຼວງພຣະບາງ ທີ່ຄາດວ່າຈະເກີດຂຶ້ນ ຕາມທີ່ຄະນະຊ່ຽວຊານ ຈາກສູນມໍຣະດົກໂລກແນະນຳ ຖ້າບໍ່ປະຕິບັດຕາມ ອາຈເຮັດໃຫ້ ແຂວງຫຼວງພຣະບາງ ຖືກຖອດຖອນອອກຈາກ ການເປັນແຫຼ່ງມໍຣະດົກ ໃນອະນາຄົດໄດ້.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກຄະນະກັມມະການ ປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເພາະມັນກໍມີ ກໍຣະນີສຶກສາເນາະ ອັນນີ້ຂໍເລົ່າໃຫ້ຟັງວ່າ ມັນມີບາງໂຄງການ ຄືກັນເນາະ ທີ່ວ່າຜ່ານມາ ກໍຄິດວ່າບໍ່ມີຜົລກະທົບ ແຕ່ສຸດທ້າຍກໍເຫັນໄດ້ວ່າ ມັນມີຜົລກະທົບ ກໍເລີຍຕ້ອງສະລໍ ເພື່ອມາສຶກສາ ເພື່ອມາສຶກສາ EHIA (Environmental Health Impact Assessment) ຄືນ ແລ້ວກໍ ມໍຣະດົກຄືເນາະ ໃຫ້ມັນຊັດເຈນຂຶ້ນ ເພາະຫຼາຍໆເຂດ ຢູ່ໃນລາວເຮົາ ມັນກໍມີເຣື່ອງ Commitment ເນາະພາຍໃຕ້ UNESCO ຫຼາຍອັນຢູ່.”
ຊາວບ້ານທີ່ອາສັຍ ຢູ່ພາຍໃນແຂວງຫຼວງພຣະບາງ ຈຳນວນຫຼາຍ ບໍ່ຍີນດີທີ່ທາງການລາວ ແລະບໍຣິສັດນັກລົງທຶນຕ່າງຊາດ ຈະດຳເນີນການໂຍກຍ້າຍ ຊາວບ້ານ ຢູ່ບ້ານຫ້ວຍຢໍ້, ເມືອງຈອມເພັດ ປະມານ 74 ຄອບຄົວ ອອກຈາກພື້ນທີ່ ພາຍໃນເດືອນທັນວາ 2022 ຫາຕົ້ນປີ 2023 ເພື່ອດຳເນີນໂຄງການ ກໍ່ສ້າງເຂື່ອນໄຟຟ້າ ຫຼວງພຣະບາງ ແຕ່ຢ່າງໃດກໍຕາມ ພວກເຂົາເຈົ້າ ພັດຢ້ານທີ່ຈະສະແດງຄຳເຫັນ ຍ້ອນກັງວົນວ່າ ຈະກະທົບຕໍ່ການດຳເນີນ ທຸຣະກິຈ.
ດັ່ງຜູ້ປະກອບການ ດ້ານການທ່ອງທ່ຽວ ຢູ່ແຂວງຫຼວງພຣະບາງ ນາງນຶ່ງກ່າວວ່າ:
“ມັນກໍມີຜົລກະທົບ ເວົ້າຫຼາຍມັນກໍບໍ່ໄດ້ ບໍ່ຢາກໃຫ້ຄຳຄິດເຫັນຫຼາຍປານໃດ ເພາະວ່າທຸກຄົນອາຈຈະຮູ້ແລ້ວວ່າ ຜົລກະທົບມັນຕ້ອງເປັນແບບໃດ ຄືວ່າໂຄງການ ຂະເຈົ້າກໍຈະຮູ້ຢູ່ແລ້ວຫັ້ນນ່າ ເພາະວ່າປະຊາຊົນຈະເວົ້າຫຼາຍ ກໍເວົ້າບໍ່ໄດ້ ແລ້ວອີກຢ່າງນຶ່ງ ຂ້ອຍກໍເຮັດທຸຣະກິຈ ຢູ່ແຖວນັ້ນແດ່ ຂ້ອຍກໍບໍ່ຢາກເວົ້າຫຼາຍ ຄັນຖ້າເວົ້າມັນອາຈຈະ ບໍ່ສະດວກປານໃດ.”
ປະຊາຊົນ ຢູ່ຫຼວງພຣະບາງ ຈຳນວນຫຼາຍ ກັງວົນວ່າ ໂຄງການກໍ່ສ້າງເຂື່ອນ ໄຟຟ້ານໍ້າຂອງ ແຂວງຫຼວງພຣະບາງ ຈະເຮັດໃຫ້ວິຖີຊີວິດ ແລະຄວາມເປັນຢູ່ ຂອງພວກເຂົາເຈົ້າ ທີ່ມີມາແຕ່ດົນນານ ປ່ຽນແປງໄປ ເປັນຕົ້ນການປະກອບອາຊີພ, ການປະມົງ ຢູ່ບໍຣິເວນແຄມນໍ້າຂອງ.
ດັ່ງຊາວປະມົງ ຢູ່ບ້ານປາກອູ ທ່ານນຶ່ງກ່າວວ່າ:
“ໂອ້ນໍ້າຂອງນີ້ ເປັນແກ່ງຫຼາຍພຸ້ນແລ້ວ ຂະເຈົ້າກໍມາຕັນ ມັນກໍບໍ່ມີບ່ອນຊິຫາປູ, ຫາປາຄືແຕ່ກີ້ຫັ້ນແຫຼະ ຄືແຕ່ກີ້ຫັ້ນ ເຮົາເຄີຍຫາປູ, ຫາປາ ຢູ່ນໍ້າຂອງຫັ້ນ ຂາຍເປັນອາຊີພ ບາດນີ້ຂະເຈົ້າ ມາຕັນແລ້ວ ເຮົາກໍບໍ່ໄດ້ຫາ. ເອີ ແຕ່ບາດນີ້ ຂະເຈົ້າຍັງໄດ້ຫາຢູ່ ເພາະວ່າຂະເຈົ້າ ຍັງບໍ່ໄດ້ລົງກັ້ນເຂື່ອນເທື່ອນີ້. ເອີ ຂະເຈົ້າກໍກັງວົນຢູ່.”
ໃນໄລຍະ 5 ປີຜ່ານມາ ການກັກເກັບ ແລະລະບາຍຂອງນໍ້າຂອງ ຕອນເທິງຂອງເຂື່ອນຈີນ ເຮັດໃຫ້ລະດັບນໍ້າຂອງຂຶ້ນ-ລົງ ບໍ່ເປັນໄປຕາມທັມມະຊາດ ສົ່ງຜົລກະທົບຕໍ່ວິຖີຊີວິດ ຂອງຊາວບ້ານ ທີ່ຫາຢູ່, ຫາກິນຕາມແຄມນໍ້າຕອນລຸ່ມ.
ດັ່ງຊາວບ້ານ ຢູ່ບ້ານຊຽງມ່ວນ ເມືອງຫຼວງພຣະບາງ ອີກທ່ານນຶ່ງກ່າວວ່າ:
“ຊ່ວງນີ້ ນໍ້າຢາກຂຶ້ນຫຼາຍ ຝົນບໍ່ຕົກ ແຕ່ວ່າຂ້າງບົນນ່າ ຈະປ່ອຍນໍ້າລົງມາ ມື້ວານແມ່ນແລ້ວ ແລ້ວເຣື່ອງຊາກຂອງຕົ້ນໄມ້ ທີ່ວ່າໄຫຼມາຕາມນໍ້າຫຼາຍເຕີບ ມື້ວານນີ້ຢູ່ໆ ກໍເຫັນໄຫຼມາ ເປັນກອງ, ເປັນກອງ ນໍ້າໄຫຼແຮງຜິດປົກກະຕິ.”
ກ່ອນໜ້ານີ້ ເມື່ອວັນທີ 6 ເມສາທີ່ຜ່ານມາ ຄະນະຊ່ຽວຊານ ຈາກສູນມໍຣະດົກໂລກ ພ້ອມດ້ວຍຄະນະກັມມະການ ລະດັບທ້ອງຖິນ ເພື່ອມໍຣະດົກໂລກ ທີ່ໄດ້ລົງເຄື່ອນໄຫວ ກວດກາ ສະພາບການປົກປັກຮັກສາ ເມືອງມໍຣະດົກໂລກ ຫຼວງພຣະບາງ ຢ່າງຮອບດ້ານ ເປັນຕົ້ນການປະຕິບັດ ຕາມນະໂຍບາຍການອະນຸຮັກ ມໍຣະດົກໂລກ, ລະບຽບການທີ່ກ່ຽວຂ້ອງ ແລະບັນດາໂຄງການ ພັທນາພື້ນຖານໂຄງຮ່າງ ເຊັ່ນເຂື່ອນໄຟຟ້ານໍ້າຂອງ ແຂວງຫຼວງພຣະບາງ, ໂຄງການກໍ່ສ້າງຕາຝັ່ງກັນເຈື່ອນ ແຄມນໍ້າຄານ, ໂຄງການບູຣະນະຂົວນໍ້າຄານເກົ່າ ແລະວຽກງານອື່ນໆ ທີ່ກ່ຽວຂອ້ງ.
ກ່ອນໜ້ານັ້ນ ຄະນະກັມມະການ ໃນກອງປະຊຸມ ຄະນະກັມມະການມໍຣະດົກໂລກ ສມັຍສາມັນຄັ້ງທີ 44 ປະຈຳປີ 2021 ທີ່ຈັດຂຶ້ນໃນໄລຍະເດືອນກໍຣະກະດາ 2021 ໄດ້ມີມະຕິ ແນະນຳໃຫ້ຣັຖບານລາວ ລະງັບການກໍ່ສ້າງເຂື່ອນໄຟຟ້າ ພລັງງານນໍ້າ ຫຼວງພຣະບາງ ເປັນການຊົ່ວຄາວ ແລະເຮັດບົດຣາຍງານ ກ່ຽວກັບຜົລກະທົບ ຕໍ່ເມືອງຫຼວງພຣະບາງ ໃນຖານະເມືອງມໍຣະດົກໂລກ ເພື່ອນຳສເນີຕໍ່ ຄະນະກັມມະການມໍຣະດົກໂລ ພາຍໃນຕົ້ນປີ 2022.