ຊາວບ້ານ ຢູ່ຫຼວງນ້ຳທາ ຮຽກຮ້ອງ ຄ່າຊົດເຊີຽ ດິນກະເສຕ ທີ່ເໝາະສົມ

ສຸພັດຕາ
2022.06.29
ຊາວບ້ານ ຢູ່ຫຼວງນ້ຳທາ ຮຽກຮ້ອງ ຄ່າຊົດເຊີຽ ດິນກະເສຕ ທີ່ເໝາະສົມ ແຜນທີ່ ແຂວງຫຼວງນ້ຳທາ ເຂດທີ່ຊາວບ້ານ ຜູ້ເສັຍດິນກະເສຕ ໃຫ້ກັບ ໂຄງການ ພັທນາ ສວນວັທນະທັມແຂວງ ຮຽກຮ້ອງຄ່າຊົດເຊີຍ ທີ່ເໝາະສົມ.
ຮູບພາບ: Datawrapper

ຊາວບ້ານ ບ້ານແປະເກົ່າ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ທີ່ເສັຍດິນໃຫ້ໂຄງການ ພັທນາສວນວັທນະທັມແຂວງ ມີທັງໝົດ 156 ຄອບຄົວ ໃນນີ້ 137 ຄອບຄົວ ແມ່ນໄດ້ຮັບເອົາຄ່າຊົດເຊີຽທີ່ດິນ ຈໍານວນ 15 ລ້ານກີບຕໍ່ເຮັກຕ້າຣ໌ ຈາກໂຄງການດັ່ງກ່າວແລ້ວ, ແຕ່ຍັງມີຊາວບ້ານ 19 ຄອບຄົວ ບໍ່ຍອມຍົກເນື້ອທີ່ດິນ 52 ຕອນ ຫຼື 8 ເຮັກຕ້າຣ໌ ໃຫ້ກັບໂຄງການພັທນາ ສວນວັທນະທັມແຂວງ ຍ້ອນໂຄງການດັ່ງກ່າວ ໃຫ້ຄ່າຊົດເຊີຽບໍ່ເໝາະສົມ ຄືໃຫ້ພຽງແຕ່ ເຮັກຕ້າຣ໌ລະ 15 ລ້ານກີບ, ແຕ່ຊາວບ້ານທີ່ເປັນເຈົ້າຂອງດິນ ຢາກໄດ້ຄ່າຊົດເຊີຽ ເຮັກຕ້າຣ໌ລະ 30 ລ້ານກີບ ເນື່ອງຈາກເປັນດິນ ທໍາການກະເສຕ ສ້າງລາຍໄດ້ ແລະສ້າງອາຊີບ ໃຫ້ຊາວບ້ານມາແຕ່ດົນນານ ແລະເປັນດິນທີ່ມີໃບຕາດິນ ເສັຍພາສີທີ່ດິນ ໃຫ້ແກ່ຣັຖທຸກປີ, ອີງຕາມຄວາມເວົ້າ ຂອງຊາວບ້ານ ບ້ານແປະເກົ່າ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 29 ມິຖຸນາ ນີ້ວ່າ:

“ໂຕນີ້ ລາຄາຊົດເຊີຽ ມັນກໍຢາກຂ້ອນຂ້າງຕໍ່າລະ ຈໍານວນນຶ່ງ ກໍຖືວ່າ ຢາກສົ່ງເງິນຄືນຫັ້ນແຫຼະ ຈໍານວນນຶ່ງຮັບໄປ ຈໍານວນນຶ່ງກໍບໍ່ຮັບເລີຍ ກໍາລັງແກ້ໄຂ ໄກ່ເກັ່ຍກັນ.”

ໂຄງການພັທນາ ສວນວັທນະທັມແຂວງ ແມ່ນໄດ້ມີການຈັດຕັ້ງປະຕິບັດ ມາຫຼາຍປີແລ້ວ ແຕ່ຍັງບໍ່ທັນສໍາເຣັດເທື່ອ ຊາວບ້ານ ຈຶ່ງບໍ່ຕ້ອງການຍົກດິນໃຫ້ ຍ້ອນຢາກເກັບໄວ້ໃຫ້ລູກໃຫ້ຫຼານ ເພື່ອໄວ້ປະກອບອາຊີບເຮັດໄຮ່, ເຮັດສວນ.

ດັ່ງຊາວບ້ານ ຢູ່ບ້ານແປະເກົ່າ ອີກຜູ້ນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ມີແຕ່ວ່າ ບໍ່ໃຫ້ເທົ່ານັ້ນນ່າ ບໍ່ເວົ້າເຣື່ອງອື່ນ ມັນມີບ່ອນທໍາການຜລິດແລ້ວເນາະ ກໍຢາກເອົາໄວ້ໃຫ້ລູກ ໃຫ້ຫຼານ ເຮັດໄຮ່ເຮັດສວນ ຣັຖ ກໍຄືຊິເອົາ ທາງຣັຖ ທາງການເຮົານີ້ ບໍ່ມີທຶນຊິໄປສ້າງລະເບິ່ງຊົງຫັ້ນນ່າ ກໍເຮັດປະລ໊ອກປ໊ອກແປ໊ກຢູ່ ເບິ່ງຊົງຫັ້ນນ່າ ເຫັນຈ໊ອກໆແຈ໊ກໆ ຢູ່ຕາມນັ້ນ ຍັງບໍ່ເຫັນເປັນຮູບປະທັມເທື່ອນ່າ.”

ໃນຂະນະດຽວກັນ ຊາວບ້ານຢູ່ບ້ານແປະເກົ່າ ອີກຜູ້ນຶ່ງ ກ່າວໃນມື້ດຽວກັນນີ້ວ່າ ຊາວບ້ານ ອີກຈໍານວນນຶ່ງ ໃນ 19 ຄອບຄົວ ທີ່ບໍ່ຍອມຍົກດິນ ໃຫ້ແກ່ໂຄງການດັ່ງກ່າວ ເນື່ອງຈາກວ່າ ເປັນດິນທໍາການຜລິດ ເຂົາເຈົ້າຢາກຂໍໃຫ້ຂັ້ນເທິງ ເອົາແຕ່ບາງຕອນ ແລະຈົ່ງບາງຕອນໄວ້ໃຫ້ຊາວບ້ານ ໄດ້ທໍາມາຫາກິນ ເຊິ່ງສ່ວນໃຫຍ່ ດິນທີ່ຖືກຜົລກະທົບ ຈາກໂຄງການດັ່ງກ່າວນັ້ນ ເປັນດິນນາ ແລະດິນ ປູກໄມ້ໃຫ້ໝາກ.

“ເນື່ອງຈາກວ່າ ດິນຫັ້ນກະ ລະມີຫຼາຍ ມີບ່ອນຫຼາຍເນາະ ໂຕຢ່າງວ່າ ມີ 4-5 ບ່ອນ ຢູ່ໃນດິນໂຕເກົ່າ ລະຢາກໃຫ້ມອບໃຫ້ຕອນນຶ່ງບໍ ສອງຕອນບໍ ແລ້ວຕອນນຶ່ງລະກໍຢາກຈົ່ງໄວ້ບໍ ເນື່ອງຈາກວ່າ ບໍ່ມີດິນທໍາການຜລິດ.”

ຫຼ້າສຸດ ໃນວັນທີ່ 10 ມິຖຸນາ 2022 ທີ່ຜ່ານມາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມ ປຶກສາຫາລືເພື່ອຫາແນວທາງແກ້ໄຂ ໄກເກັ່ຍກ່ຽວກັບ ເນື້ອທີ່ດິນທີ່ຖືກຜົລກະທົບ ໃນໂຄງການພັທນາ ສວນວັທນະທັມແຂວງ ນໍາເຈົ້າຂອງດິນ ທັງ 19 ຄອບຄົວນັ້ນແລ້ວ ແລະໄດ້ຂໍ້ສລຸບວ່າ ບໍ່ສາມາດຈ່າຍຄ່າຊົດເຊີຽທີ່ດິນ ໃຫ້ຫຼາຍກວ່າ 15 ລ້ານກີບໄດ້ ເນື່ອງຈາກວ່າ ການໄລ່ອັດຕຣາທີ່ດິນ ເຮັກຕ້າຣ໌ລະ 15 ລ້ານກີບ ແມ່ນເໝາະສົມແລ້ວ ອີກທັງ ຖ້າຫາກຈ່າຍຄ່າຊົດເຊີຽໃຫ້ 19 ຄອບຄົວນີ້ ຫຼາຍກວ່າ 15 ລ້ານ. ຄອບຄົວຜູ້ກ່ອນໆ ທີ່ໄດ້ຍິນຍອມຮັບຄ່າຊົດເຊີຽໄປແລ້ວ ເຂົາເຈົ້າກໍຈະຮື້ຟື້ນຂຶ້ນມາໝົດ ແລະກໍຈະບໍ່ສາມາດແກ້ໄຂໄດ້ອີກ.

ດັ່ງນັ້ນ ທາງຄະນະໄກ່ເກັ່ຽເນື້ອທີ່ດິນ ທີ່ຖືກຜົລກະທົບ ໃນໂຄງການພັທນາ ສວນວັທນະທັມແຂວງ ຈຶ່ງໄດ້ຮິບໂຮມເອກສານ ສເນີຂໍທິດຊີ້ນໍາຈາກຂັ້ນແຂວງ ເພື່ອຫາທາງອອກໃນຂັ້ນຕໍ່ໄປ ຍ້ອນຂັ້ນເມືອງ ສຸດຄວາມສາມາດ ທີ່ຈະແກ້ໄຂບັນຫານີ້ແລ້ວ.

ດັ່ງເຈົ້າໜ້າທີ່ ຄະນະໄກ່ເກັ່ຽເນື້ອທີ່ດິນ ທີ່ຖືກຜົລກະທົບ ໃນໂຄງການພັທນາ ສວນວັທນະທັມແຂວງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ກ່າວໃນມື້ດຽວກັນນີ້ວ່າ:

“ທາງໂຄງການຫັ້ນ ມັນຈະບໍ່ມີຄວາມສາມາດ ຈະຕອບສນອງໃຫ້ໄດ້ຕາມ ຄວາມຮຽກຮ້ອງຕ້ອງການ ຂອງດິນຫັ້ນເນາະ ເຮົາກໍເລີຍວ່າ ມີແຕ່ລະດົມໃຫ້ເອົາອັດຕຣາເກົ່າຫັ້ນນ່າ ຄັນເຮົາຊິມາປ່ຽນໂຕ 9 ຄອບຄົວ 10 ຄອບຄົວ ເອົາອັດຕຣາໃໝ່ນີ້ ໝົດບ້ານນີ້ ເຂົາຈະຮື້ຟື້ນຂຶ້ນມາໝົດ ແລ້ວກໍຈະແກ້ໄຂບໍ່ໄດ້ຫັ້ນນ່າ ສຸດຄວາມສາມາດ ຂອງຄະນະໄກ່ເກັ່ຍແລ້ວເນາະ ມີແຕ່ວ່າ ທາງຄະນະພວກເຮົາ ຊິເຮັດບົດຣາຍງານຫາແຂວງ ໃຫ້ແຂວງສືບຕໍ່ແກ້ໄຂ ວ່າເພິ່ນຊິມີວິທີ ສືບຕໍ່ແກ້ໄຂແນວໃດ ໃນຕໍ່ໜ້າເນາະ.”

ຍານາງກ່າວຕື່ມວ່າ ສ່ວນບັນຫາ ທີ່ຊາວບ້ານ ຂໍໃຫ້ຈົ່ງດິນບາງຕອນ ທີ່ຖືກຜົລກະທົບຈາກໂຄງການ ໄດ້ທໍາການຜລິດນັ້ນ ແມ່ນບໍ່ມີບັນຫາ ຈະມີແຕ່ເຣື່ອງຄ່າຊົດເຊີຽ ບໍ່ເໝາະສົມເທົ່ານັ້ນ ຂະນະທີ່ ປັດຈຸບັນ ຊາວບ້ານ ບ້ານແປະເກົ່າ ທັງໝົດ ທີ່ຖືກຜົລກະທົບ ຈາກໂຄງການດັ່ງກ່າວ ໄດ້ໂຍກຍ້າຍໄປ ຢູ່ບ້ານຈັດສັນ 3 ບ້ານ ຄື: ບ້ານດອນສໍາພັນ, ບ້ານຫົວຂົວ ແລະບ້ານທົ່ງອໍ້າແລ້ວ ໂດຍອີງໃສ່ຕາມຄໍາຊີ້ນໍາ ຂອງຂັ້ນເທິງທັງໝົດ.
ປັດຈຸບັນ ເນື້ອທີ່ດິນ ທີ່ໄດຮັບຜົລກະທົບ ຈາກໂຄງການພັທນາ ສວນວັທນະທັມແຂວງ ໄດ້ແກ້ໄຂສໍາເຣັດແລ້ວ 23 ເຮັກຕ້າຣ໌ປາຍ ເຊິ່ງໃນເນື້ອທີ່ດິນທັງໝົດ 23 ເຮັກຕ້າຣ໌ປາຍນັ້ນ ເຣີ່ມຕັ້ງແຕ່ ເດືອນເມສາ ຫາເດືອນ ພຶສພາ 2022 ນີ້ ບໍຣິສັດ ຫຼວງປະເສີດການຄ້າ ແລະການທ່ອງທ່ຽວ ຈໍາກັດ ຂອງນັກທຸຣະກິຈລາວ ໄດ້ເຣີ່ມລົງມື ບຸກເບີກເນື້ອທີ່ດິນ ສ້າງແລວເສັ້ນທາງຈໍານວນດັ່ງກ່າວ ສໍາເຣັດ 100% ແລ້ວ ພ້ອມທັງໄດ້ສ້າງເຮືອນວັທນະທັມ ເຜົ່າໄຕດໍາ ຈໍານວນ 2 ຫຼັງແລ້ວ, ແຕ່ເຮືອນວັທນະທັມດັ່ງກ່າວ ກໍຍັງຮ້າງຢູ່ ຍັງບໍ່ສາມາດເປີດຮັບການທ່ອງທ່ຽວໄດ້ ເນື່ອງຈາກຢູ່ໃນຂັ້ນຕອນ ຂອງການໄກ່ເກັ່ຽທີ່ດິນ ສ່ວນທີ່ເຫຼືອ ເພື່ອສ້າງເຮືອນ ວັທນະທັມເຜົ່າອື່ນໆ ຮວມທັງໝົດ 11 ຊົນເຜົ່າຕື່ມ.

ດັ່ງເຈົ້າໜ້າທີ່ ຄະນະໄກ່ເກັ່ຽເນື້ອທີ່ດິນ ທີ່ຖືກຜົລກະທົບ ໃນໂຄງການພັທນາ ສວນວັທນະທັມແຂວງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຜູ້ດຽວກັນກັບຂ້າງເທິງ ກ່າວວ່າ:

“ດຽວນີ້ ເຂົາກໍາລັງທະລຸເສັ້ນທາງຊື່ໆ ບໍ່ທັນໄດ້ພັທນາຫຍັງເທື່ອ ໄປທ່ຽວໄປຊຸມໄດ້ ແຕ່ມັນບໍ່ມີອັນໃຫ້ເບິ່ງ ໃຫ້ຊົມເນາະ ມັນກໍເປັນບ້ານຮ້າງຢູ່ຫັ້ນນ່າ ເຮົາກໍາລັງກະກຽມ ຊິພັທນາເປັນ ສວນວັທນະທັມຂອງແຂວງເຮົາຊື່ໆ ບໍ່ທັນໄດ້ເຮັດຫຍັງເນາະ.”

ໂຄງການພັທນາ ສວນວັທນະທັມແຂວງ ເປັນໂຄງການ ຂອງແຂວງຫຼວງນໍ້າທາ ທີ່ຕ້ອງການສ້າງເປັນແຫຼ່ງທ່ອງທ່ຽວ ທາງວັທນະທັມ ປະຈໍາແຂວງຫຼວງນໍ້າທາ ໂດຍແຜນການ ຈະສ້າງເຮືອນວັທນະທັມ ເພື່ອເຜີຍແຜ່ ວັທນະທັມ ຂອງຊົນເຜົ່າພາຍໃນແຂວງ ເຖິງ 11 ຊົນເຜົ່າ ແລະຍັງເປັນສູນກາງ ຈັດງານບຸນຊົນເຜົ່ານໍາອີກ.

ນອກຈາກນີ້ ຫາກໂຄງການດັ່ງກ່າວ ກໍ່ສ້າງສໍາເຣັດ 100% ຈະຊ່ອຍສ້າງອາຊີບ ໃຫ້ປະຊາຊົນ ທີ່ຢູ່ຂອບເຂດໂຄງການ ໄດ້ທໍາມາຄ້າຂາຍ ທາງວັທນະທັມ ຮວມເຖິງຮ້ານອາຫານ, ເຮືອນພັກ ແລະ ໂຮງແຮມ ກໍມີແຂກເຂົ້າມາໃຊ້ບໍຣິການ ເພື່ອກະຕຸ້ນເສຖກິຈພາຍໃນແຂວງ ອີກນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.