ຊາວບ້ານ ຖືກຜົລກະທົບ ເຂື່ອນຫຼວງພຣະບາງ ຈະໄດ້ຍ້າຍອອກ

ໄຊຍາ
2022.06.24
ຊາວບ້ານ ຖືກຜົລກະທົບ ເຂື່ອນຫຼວງພຣະບາງ ຈະໄດ້ຍ້າຍອອກ ການກໍ່ສ້າງຂົວ ຂ້າມແມ່ນ້ຳຂອງ ມີຄວາມຄືບໜ້າໄປຫຼາຍແລ້ວ ເພື່ອກະຕຣຽມກໍ່ສ້າງ ເຂື່ອນຫຼວງພຣະບາງ ທີ່ເຂດບ້ານຫ້ວຍຢໍ້, ເມືອງຈອມເພັດ ແຂວງຫຼວງພຣະບາງ (TS), ເດືອນທັນວາ 2021.
RFA

ໂຄງການ ເຂື່ອນຫຼວງພຣະບາງ ຄາດວ່າຈະເຣີ່ມໂຍກຍ້າຍ ຊາວບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພຣະບາງ ຈຳນວນ 74 ຄອບຄົວ ມີປະຊາກອນ 316 ຄົນ ອອກຈາກບ້ານເດີມ ເພື່ອໂຍກຍ້າຍໄປຢູ່ເຮືອນຈັດສັນໃໝ່ ພາຍໃນທ້າຍປີ 2022 ນີ້. ປັດຈຸບັນ ຜູ້ພັທນາ ໂຄງການກຳລັງເລັ່ງ ດຳເນີນການກໍ່ສ້າງເຮືອນຈັດສັນໃໝ່, ຫ້ອງການຕ່າງໆ ແລະ ໂຄງຮ່າງພື້ນຖານຈຳເປັນ ຊຶ່ງມີຄວາມຄືບໜ້າຫຼາຍກ່ວາ 70% ແລ້ວ.

ຂະນະທີ່ຊາວບ້ານ ບ້ານຫ້ວຍຢໍ້ກ່າວວ່າ ຕອນນີ້ຍັງບໍ່ທັນໄດ້ໂຍກຍ້າຍເທື່ອ ແລະຍັງອາສັຍຢູ່ບ້ານເກົ່າ ໂດຍຜູ້ພັທນາໂຄງການ ແລະທາງການລາວ ຄາດວ່າຈະເຣີ່ມໂຍກຍ້າຍ ພາຍໃນທ້າຍປີນີ້ ເພື່ອໃຫ້ຊາວບ້ານໄດ້ເຮັດບຸນຂຶ້ນເຮືອນໃໝ່ ໃນໄລຍະບຸນປີໃໝ່ສາກົລພໍດີ.

ດັ່ງຊາວບ້ານ ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມິຖຸນາ ນີ້ວ່າ:

ໂອ້ຍຍັງບໍ່ທັນໄດ້ໂຍກຍ້າຍເທື່ອ ເພາະເພິ່ນຍັງບໍ່ທັນໄດ້ເຮັດແລ້ວເທື່ອ ແຕ່ບາງຫຼັງກາແລ້ວໆ ເປັນຕົ້ນວ່າຄືກຸດຕິວັດ ບໍ່ຫຼືວ່າສາລາ ຫ້ອງການບ້ານ ຫ້ອງການກຸ່ມຊື່ໆນີ້ແຫຼະ ເອີກາບໍ່ມີບັນຫາຫຍັງດອກ ເພາະວ່າມັນອອກແລ້ງ ອອກໄຄພຸ້ນແຫຼະ ຈັ່ງສິໄດ້ຍ້າຍ.

ຊາວບ້ານຜູ້ນີ້ກ່າວອີກວ່າ ຕາມແຜນການຂອງຜູ້ພັທນາ ໂຄງການ ແລະທາງການລາວ ຈະໃຫ້ຊາວບ້ານໂຍກຍ້າຍ ອອກຈາກບ້ານເດີມ ໃນເດືອນກັນຍານີ້ ແຕ່ຊາວບ້ານສ່ວນຫຼາຍເຫັນວ່າ ເປັນເຣີກຍາມບໍ່ດີ ເພາະໃນໄລຍະບຸນເຂົ້າພັນສາ ຈຶ່ງຂໍເລື່ອນອອກໄປ ປະມານເດືອນພຶສຈິກາ-ທັນວາ.

ສ່ວນຊາວບ້ານອີກຄົນນຶ່ງ ກ່າວວ່າມີຫຼາຍບັນຫາ ທີ່ພາໃຫ້ຊາວບ້ານ ຈຳນວນນຶ່ງເກີດຄວາມບໍ່ພໍໃຈ ກັບໂຄງການແຕ່ກໍເຮັດຫຍັງບໍ່ໄດ້ ເປັນຕົ້ນເຣື່ອງເງິນຊົດເຊີຍ ທີ່ຈະມອບໃຫ້ກັບຊາວບ້ານ ເຫັນວ່າເປັນມູນຄ່າທີ່ຕໍ່າຫຼາຍ ບໍ່ສົມເຫດສົມຜົລ ໂດຍຊາວບ້ານຫຼາຍຄົນ ກໍບໍ່ຢາກເຊັນຮັບຮອງເອົາ ແລະຢາກໄດ້ດິນທຳການກະເສຕຄືນທັງໝົດ.

ນອກຈາກນີ້ ການກໍ່ສ້າງເຮືອນຈັດສັນໃໝ່ ໃຫ້ກັບຊາວບ້ານທີ່ຖືກຜົລກະທົບ ຍັງບໍ່ໄດ້ມາຕຖານປານໃດ ເພາະເຮືອນຈັດສັນບາງຫຼັງ ບໍ່ມີການຕົບແຕ່ງພາຍໃນ ແລະບາງຫຼັງກໍບໍ່ໄດ້ເຮັດກ້ອງລ່າງ ໃຫ້ກໍຫຍຸ້ງຍາກໃນການຂຶ້ນ-ລົງ ໂດຍຜ່ານມາກໍສເນີໃຫ້ທາງໂຄງການ ມີການປັບປຸງຄືນໃໝ່ ແຕ່ກາມິດງຽບໄປ ບໍ່ໄດ້ສົນໃຈນຳຄຳຄິດ ຄຳເຫັນ ຂອງຊາວບ້ານແຕ່ຢ່າງໃດ.

ດັ່ງຊາວບ້ານຜູ້ນຶ່ງ ຢູ່ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ມິຖຸນານີ້ວ່າ:

ບໍ່ມາຕຖານດອກ ເພາະວ່າມັນເປັນເຮືອນຈັດສັນ ເຂົາບໍ່ເຮັດກ້ອງລ່າງໃຫ້ເຮົາ ເຂົາເຮັດແຕ່ຊັ້ນເທິງ ໃຫ້ໃຫ້ພໍໃຈກາບໍ່ປານໃດແຫຼະ ບໍ່ຖືກຈັກບ່ອນບໍ່ຖືກຈັກແນວ ແບບວ່າຄວາມສິ້ນເປືອງມານັ້ນແລ້ວ ມາປັບດິນກາວ່າຫຼາຍແລ້ວ.

ຊາວບ້ານ ບ້ານຫ້ວຍຢໍ້ອີກຄົນນຶ່ງກ່າວວ່າ ບໍ່ມີບັນຫາຫຍັງ ສຳລັບການກໍ່ສ້າງ ເຮືອນຈັດສັນໃໝ່ ເພາະເຫັນວ່າກໍເປັນໄປຕາມມາຕຖານ ທີ່ມີສິ່ງອຳນວຍຄວາມສະດວກ ຄົບວົງຈອນຕາມແຜນພັທນາ ຂອງໂຄງການຫາກກໍ່ສ້າງສຳເຣັດ 100% ກໍພ້ອມທີ່ຈະໂຍກຍ້າຍ ອອກຈາກບ້ານເດີມ.

ສ່ວນເງິນຊົດເຊີຍ ສຳລັບທີ່ດິນທຳການກະເສຕ ຍັງເຫັນວ່າບໍ່ສົມເຫດສົມຜົລ ເພາະທາງໂຄງການຈະມອບເງິນຊົດເຊີຍໃຫ້ ກັບຊາວບ້ານຕໍ່າກ່ວາຂໍ້ສເນີ ຂອງຊາວບ້ານ ໂດຍຊາວບ້ານໄດ້ສເນີ ເງິນຊົດເຊີຍຈຳນວນ 10,000 ກີບຕໍ່ຕາແມັດ ຫຼື 100,000,00 ກີບຕໍ່ເຮັກຕ້າຣ໌ ຖ້າບໍ່ໄດ້ຕາມຂໍ້ສເນີ ຂອງຊາວບ້ານ ຊາວບ້ານກໍບໍ່ຍອມເຊັນຮັບຮອງ ເງິນຊົດເຊີຍ ແລະຈະຂໍດິນທຳການກະເສຈຄືນທັງໝົດ.

ການສູນເສັຽທີ່ດິນ ທຳການກະເສຕ ຖືເປັນບັນຫາສຳຄັນທີ່ສຸດ ຂອງຊາວບ້ານເພາະຊາວບ້ານ ຕ້ອງເພິ່ງພາທີ່ດິນ ໃນການເຮັດໄຮ່, ເຮັດນາ ເພື່ອລ້ຽງຊີວິຕ ແລະຄອບຄົວ.

ດັ່ງຊາວບ້ານຄົນນຶ່ງ ຢູ່ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພຣະບາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 24 ມິຖຸນານີ້ວ່າ:

ຢາກເວົ້າເຣື່ອງການໃຊ້ແທນນີ້ນ່າ ເພິ່ນລະໃຊ້ແທນແບບບໍ່ເໝາະສົມ ຄັນນາຢູ່ແຄມທາງຣົຖໃຫຍ່ ແລ້ວແມັດນຶ່ງ 7,000 ກີບ ຄັນບໍ່ມີທາງຣົຖລະແມັດນຶ່ງ 3,000 ກີບ ຕາມເພິ່ນວ່າຫັ້ນ. ພວກຊາວບ້ານກາຄືວ່າບໍ່ຍອມເຊັນເອົາເທື່ອ ແລ້ວພວກຊາວນານີ້ ຊິຂັດເອົາແມັດນຶ່ງ 10,000 ກີບ.

ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ ແຂວງຫຼວງພຣະບາງ ກ່າວວ່າ ບ້ານຫ້ວຍຢໍ້ ເມືອງຈອມເພັດ ເປັນບ້ານນຶ່ງທີ່ໄດ້ຮັບຜົລກະທົບ ໂດຍກົງຈາກໂຄງການກໍ່ສ້າງ ເຂື່ອນນໍ້າຂອງ ແລະເປັນບ້ານທຳອິດ ທີ່ຈະຖືກໂຍກຍ້າຍໄປຢູ່ເຮືອນຈັດສັນໃໝ່ ໂດຍແມ່ນທືນຂອງໂຄງການ ເປັນຜູ້ຮັບຜິດຊອບການກໍ່ສ້າງ ແລະໂຍກຍ້າຍທັງໝົດ.

ໃນນີ້ປະກອບມີເຮືອນຈັດສັນ 87 ຫຼັງ, ວັດ 1 ແຫ່ງ, ສຸກສາລາ 1 ແຫ່ງ, ໂຮງຮຽນປະຖົມ 1 ແຫ່ງ, ມັທຍົມ 1 ແຫ່ງ, ຫ້ອງການບ້ານ ແລະ ຄິວຣົຖ ຊຶ່ງເຣີ່ມບຸກເບີກ ແລະກໍ່ສ້າງແຕ່ວັນທີ 25 ມົກກະຣາ 2022 ແລະ ມີກຳນົດຈະສ້າງສຳເຣັດ ໃນເດືອນກັນຍາປີນີ້.

ສ່ວນເງິນຊົດເຊີຍ ທີ່ຈະມອບໃຫ້ກັບຊາວບ້ານ ທີ່ສູນເສັຽທີ່ດິນທຳການກະເສຂນັ້ນ ກໍຊົດເຊີຍໄປຕາມຄວາມເໝາະສົມ ໂດຍອີງຕາມລະບຽບກົດໝາຽ ຂອງປະເທດຢູ່ແລ້ວ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ກໍພິຈາຣະນາເຫັນດີ ມອບເງິນຊົດເຊີຍຈຳນວນ 70 ລ້ານກີບຕໍ່ເຮັກຕ້າຣ໌ ສຳລັບດິນທີ່ຕິດຈອດກັບເສັ້ນທາງ ແລະຈຳນວນ 30 ລ້ານກີບຕໍ່ເຮັກຕ້າຣ໌ ສຳລັບດິນທີ່ບໍ່ຕິດຈອດກັບຫົນທາງ.

ດັ່ງເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ມິຖຸນານີ້ວ່າ:

ສູ່ມື້ນີ້ເພິ່ນຍັງຈັດສັນໂຍກຍ້າຍຢູ່ ບ້ານຫ້ວຍຢໍ້ເມືອງຈອມເພັດ ເຈົ້າຍັງຖ້າແຜນຂອງບໍຣິສັດຊື່ໆ ເປັນລາຄາຫົວໜ່ວຍຊົດເຊີຍ ກາຖືວ່າໄດ້ເຊັນອອກມາໝົດແລ້ວ ເບື້ອງຣັຖຫັ້ນເພິ່ນໂອເຄແລ້ວ.

ສຳລັບໂຄງການ ເຂື່ອນຫຼວງພຣະບາງ ຈະມີຊາວບ້ານທັງໝົດ 23 ບ້ານໄດ້ຮັບຜົລກະທົບ ປະກອບມີເມືອງຈອມເພັດ ແລະ ເມືອງປາກອູ ແຂວງຫຼວງພຣະບາງ, ເມືອງຫົງສາ ແຂວງໄຊຍະບູຣີ ແລະ ເມືອງງາ ແຂວງອຸດົມໄຊ ໂດຍແຍກອອກເປັນ 4 ກຸ່ມດັ່ງນີ້.

ກຸ່ມທີ 1 ໄດ້ຮັບຜົລກະທົບທັງໝົດ 100% ແລະ ຖືກໂຍກຍ້າຍຈຳນວນ 6 ບ້ານ 581 ຄອບຄົວຮວມ 2,285 ຄົນ.

ກຸ່ມທີ 2 ໄດ້ຮັບຜົລກະທົບບາງສ່ວນ ແລະມີບາງຄອບຄົວ ກໍຖືກໂຍກຍ້າຍ ແລະຍັບຍ້າຍຈຳນວນ 9 ບ້ານ, 692 ຄອບຄົວ ຮວມ 3,855 ຄົນ.

ກຸ່ມທີ 3 ສູນເສັຽທີ່ດິນ ແຕ່ບໍ່ຖືກໂຍກຍ້າຍ ຈຳນວນ 8 ບ້ານ 671 ຄອບຄົວ ຮວມ 2,330 ຄົນ.

ກຸ່ມທີ 4 ບ້ານທ້າຍເຂື່ອນ ທີ່ຈະໄດ້ຮັບຜົລກະທົບ ຈາກໂຄງການ ແຕ່ບໍ່ຖືກໂຍກຍ້າຍ ຈຳນວນ 3 ບ້ານ 189 ຄອບຄົວ ຮວມ 904 ຄົນ. ປັດຈຸບັນໂຄງການ ກໍ່ສ້າງເຂື່ອນຫຼວງພຣະບາງ ແມ່ນຢູ່ລະຫວ່າງການກະຕຣຽມຄວາມພ້ອມ ໃນການກໍ່ສ້າງແຕ່ ປັດຈຸບັນຍັງລໍຖ້າການເຊັນສັນຍາຊື້-ຂາຍໄຟຟ້າ ຫຼື PPA ກັບການໄຟຟ້າ ຝ່າຍຜລິດແຫ່ງປະເທດໄທຍ ຫຼື EGAT ສ່ວນການພັທນາດ້ານ ໂຄງຮ່າງພື້ນຖານ ຕ່າງເປັນຕົ້ນ ເສັ້ນທາງ, ຂົວຂ້າມແມ່ນໍ້າຂອງ, ທ່າເຮືອຊົ່ວຄາວ, ລະບົບສາຍສົ່ງໄຟຟ້າ ແລະ ສະຖານີໄຟຟ້າຫຍ່ອຍ, ການຕິດຕັ້ງລະບົບໄຟຟ້າ, ນໍ້າປະປາ ແລະ ສິ່ງອຳນວຍຄວາມສະດວກ ພາຍໃນແຄ້ມງານກໍ່ສ້າງ ໂດຍຮວມສຳເຣັດເກືອບ 100% ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.