ສົ່ງໜັງສື ຮຽກຮ້ອງ ໂຈະການສ້າງເຂື່ອນ ໃສ່ແມ່ນ້ຳຂອງ

ໄຊຍາ
2022.06.27
ສົ່ງໜັງສື ຮຽກຮ້ອງ ໂຈະການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ເຄືອຂ່າຍປະຊາຊົນໄທຍ 8 ແຂວງລຸ່ມນໍ້າຂອງ ຟ້ອງຮ້ອງການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ແລະໜ່ວຍງານທີ່ກ່ຽວຂ້ອງ ໃຫ້ຖອນສັນຍາຊື້-ຂາຍໄຟຟ້າ ຈາກເຂື່ອນໄຊຍະບູຣີ.
RFA

ເມື່ອວັນທີ 25 ມິຖຸນາ 2022 ນີ້ເຄືອຂ່າຍປະຊາຊົນ 8 ແຂວງລຸ່ມແມ່ນໍ້າຂອງປະເທດໄທຍ ໄດ້ສົ່ງໜັງສືເຖິງພົລເອກ ປຣະຍຸດ ຈັນໂອຊາ ນາຍົກຣັຖມົນຕຣີໄທຍ ເພື່ອໃຫ້ມີການກວດສອບ ການເຮັດສັນຍາຮັບຊື້ໄຟຟ້າ ຫຼື PPA ຈາກໂຄງການ ເຂື່ອນແມ່ນໍ້າຂອງ ໂດຍຂາດການມີສ່ວນຮ່ວມ ຂອງປະຊາຊົນໄທຍ.

ດັ່ງຍານາງ ສ. ຣັດຕະນະມະນີ ພົນກ້າ ທະນາຍຄວາມ ຈາກມູນນິທິ ສູນຂໍ້ມູນຊຸມຊົນ ຫຼື Community Resource Center Foundation ປະເທດໄທຍກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 27 ມິຖຸນານີ້ວ່າ:

(ໄທຍ) ຄືເຮົາບໍ່ຢາກໃຫ້ ເຂົາໄປເຮັດສັນຍາຊື້ໄຟຟ້າອີກຕໍ່ໄປແລ້ວ ສຳລັບເຂື່ອນໃນແມ່ນໍ້າຂອງຄື PPA ມັນຈະເປັນໂຕສຳຄັນ ໃນການທີ່ຈະຢຸດການສ້າງເຂື່ອນ ໃນປະເທດລາວໃຫ້ລາວຫັນກັບ ມາພິຈາຣະນາໄດ້ວ່າ ການສ້າງເຂື່ອນໃນລາວນີ້ຈະບໍ່ມີຄົນຊື້ໄຟຟ້າ.

ຍານາງກ່າວຕື່ມອີກວ່າ ສືບເນື່ອງຈາກໃນມື້ວັນທີ 22 ມິຖຸນາ 2022 ທີ່ຜ່ານມາຄະນະກັມມະການ ນະໂຍບາຍພລັງງານແຫ່ງຊາດ ຂອງໄທຍໄດ້ຮັບຊາບຫຼັກການຮ່າງສັນຍາ ຊື້-ຂາຍໄຟຟ້າໂຄງການ ເຂື່ອນປາກລາຍ ແລະໂຄງການ ເຂື່ອນຫຼວງພຣະບາງ ໂດຍມອບໝາຽໃຫ້ການໄຟຟ້າ ຝ່າຍຜລິດແຫ່ງປະເທດໄທຍ ຫຼື EGAT ລົງນາມ ໃນສັນຍາຮັບຊື້ໄຟຟ້າ ຊຶ່ງເຄືອຂ່າຍປະຊາຊົນ 8 ແຂວງລຸ່ມແມ່ນໍ້າຂອງ ປະເທດໄທຍ ເຫັນວ່າປະເທດໄທຍ ຍັງບໍ່ມີຄວາມຈຳເປັນ ໃນການຮັບຊື້ໄຟຟ້າເພີ່ມ ແລະສິ່ງສຳຄັນຄື ຈະສົ່ງຜົລກະທົບຂ້າມພົມແດນ ຕໍ່ປະຊາຊົນໄທຍທີ່ອາສັຍ ຢູ່ແຄມແມ່ນໍ້າຂອງ.

ໃນໜັງສືເຖິງນາຍົກຣັຖມົນຕຣີໄທຍ ຍັງລະບຸເຖິງຂໍ້ກັງວົນໃຈ ຂອງຊາວບ້ານວ່າ ການຮີບດ່ວນໃນການລົງນາມ ສັນຍາຊື້-ຂາຍໄຟຟ້າ ຫຼື PPA ກັບເອກຊົນຣາຍໃຫຍ່ ໂດຍບໍ່ມີສ່ວນຮ່ວມຂອງປະຊາຊົນ ແລະບໍ່ຄຳນຶງເຖິງຂໍ້ມູນ ຄວາມເປັນຈິງ ຂອງສະຖານະການພລັງງານ ໃນປະເທດວ່າ ມີປຣິມານໄຟຟ້າສຳຮອງ ໃນລະບົບສູງຫຼາຍກ່ວາ 50% ຊຶ່ງເປັນນຶ່ງສາເຫດ ທີ່ສຳຄັນທີ່ສົງຜົລໃຫ້ຄ່າໄຟຟ້າ ຂອງປະເທດໄທຍ ມີລາຄາແພງຂຶ້ນ ຢ່າງຕໍ່ເນື່ອງ.

ນອກຈາກນີ້ ຜົລກະທົບຂ້າມພົມແດນ ຈາກໂຄງການເຂື່ອນໄຟຟ້າ ໃນປັດຈຸບັນ ຍັງບໍ່ມີການແກ້ໄຂບັນຫາ ບໍ່ມີມາຕການບັນເທົາ ຜົລກະທົບທັງຕໍ່ລະບົບນິເວດ ແລະ ວິຖີຊີວິດ ຂອງປະຊາຊົນ ທີ່ອາສັຍຢູ່ແຄມແມ່ນໍ້າຂອງ ໃນ 8 ແຂວງຂອງໄທຍ ບໍ່ວ່າຈະເປັນຄວາມຜັນຜວນ ຂອງລະດັບນໍ້າ ຂອງທີ່ບໍເປັນໄປຕາມຣະດູການ ໂດຍສະເພາະຫຼັງຈາກເຂື່ອນ ໄຊຍະບູຣີເປີດໃຊ້ງານ ມາຕັ້ງແຕ່ປີ 2019 ເປັນຕົ້ນມາ.

ດັ່ງນັ້ນການຜັກດັນ ສ້າງເຂື່ອນເປັນຂັ້ນໄດໃນແມ່ນໍ້າຂອງ ເພີ່ມອີກ 2 ເຂື່ອນ ຄືເຂື່ອນປາກແບງ ແລະ ເຂື່ອນຫຼວງພຣະບາງ ຈຳເປັນຢ່າງຍິ່ງທີ່ຈະຕ້ອງ ມີການສຶກສາຜົລກະທົບສິ່ງແວດລ້ອມ ຂ້າມພຣົມແດນ ແລະປະຊາຊົາທີ່ອາສັຍ ຢູ່ລຸ່ມແມ່ນໍ້າຂອງ ຕ້ອງມີສ່ວນຮ່ວມ ຢ່າງເຕັມ ໃນຂະບວນການສຶກສາ ເພື່ອໃຫ້ເປັນການຕັດສິນ ທີ່ມີຖານຂໍ້ມູນຄວາມເປັນຈິງ ເປັນທີ່ຕັ້ງບໍ່ເປັນໄປເພື່ອຜົລປໂຍດ ຂອງຄົນບາງກຸ່ມເທົ່ານັ້ນ.

ນອກຈາກນີ້ພື້ນທີ່ ການກໍ່ສ້າງເຂື່ອນ ຫຼວງພຣະບາງ ຊຶ່ງຫ່າງຈາກໂຕ ນະຄອນຫຼວງພຣະບາງ ເມືອງມໍຣະດົກໂລກ ພຽງ 25 ກິໂລແມັດ ໂດຍຄະນະກັມມະການ ມໍຣະດົກໂລກ ກໍໄດ້ມີມະຕິເມື່ອວັນທີ 22 ກໍຣະກະດາ 2021 ທີ່ຜ່ານມາໃຫ້ສະລໍ ການກໍ່ສ້າງອອກໄປ ແລະ ຣັຖບານລາວ ເຮັດຣາຍງານປະເມີນຜົລກະທົບ ຕໍ່ມໍຣະດົກໂລກ ຫຼື Heritage Impact Assessment (HIA) ແລະ ຣາຍງານການປະເມີນ ຄວາມສ່ຽງທີ່ກ່ຽວຂ້ອງ ໂດຍມີກຳນົດສຳເຣັດ ໃນວັນທີ 01 ກຸມພາ 2022 ຜ່ານມາ ແຕ່ປັດຈຸບັນ ຍັງບໍ່ມີຄວາມຄືບໜ້າ ກ່ຽວກັບຣາຍງານດັ່ງກ່າວເທື່ອວ່າ ຄືບໜ້າໄປຮອດໃສແລ້ວ.

ຂະນະທີ່ຍານາງ ອອ້ມບຸນ ທິບສຸນາ ຕາງໜ້າສມາຄົມ ສະພາອົງກອນຊຸມຊົນ ລຸ່ມແມ່ນໍ້າຂອງ 7 ແຂວງພາກອີສານ ປະເທດໄທຍກ່າວຮຽກຮ້ອງ ໃຫ້ຣັຖບານໄທຍສະລໍ ການລົງນາມສັນຍາ ຮັບຊື້ໄຟຟ້າ ຫຼື PPA ເພາະຫຼາຍປີຜ່ານມາ ປະຊາຊົນໄດ້ຮ້ອງຮຽນ ຕໍ່ຣັຖບານໄທຍ ແລະພາກສ່ວນທີ່ກ່ຽວຂ້ອງ ມາຢ່າງຕໍ່ເນື່ອງ ແຕ່ຣັຖບານໄທຍ ກໍບໍ່ເຄີຍແກ້ໄຂບັນຫາ ຢ່າງເປັນຮູບປະທັມ ແລະການຊື້-ຂາຍໄຟຟ້າ ກໍຍັງດຳເນີນໄປເລື້ອຍໆ ໂດຍບໍ່ຄຳນຶງເຖິງຜົລກະທົບ.

ນະໂຍບາຍການຮັບຊື້ໄຟຟ້າ ຈາກເຂື່ອນໃນແມ່ນໍ້າຂອງໃນລາວ ຈຶ່ງບໍ່ສາມາດນັບໄດ້ວ່າເປັນພລັງງານສະອາດ ເພາະເປັນສິ່ງທີ່ຈະແຈ້ງແລ້ວວ່າ ເຂື່ອນໄຟຟ້າກໍ່ໃຫ້ເກີດຜົລກະທົບ ຕໍ່ສິ່ງແວດລ້ອມ ທີ່ຮຸນແຮງ ແລະກ້ວາງຂວາງ.

ດັ່ງຍານາງອ້ອມບຸນ ທິບສຸນາ ຕາງໜ້າສມາຄົມ ສະພາອົງກອນຊຸມຊົນ ລຸ່ມແມ່ນໍ້າຂອງ 7 ແຂວງພາກອີສານ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 27 ມິຖຸນານີ້ວ່າ:

ໂດຍຫຼັກການເອົາແບບງ່າຍ ກໍຄືວ່າເຣື່ອງຂອງປະເທດໄທຍ ທີ່ມີໄຟຟ້າສຳຮອງລົ້ນປະເທດແລ້ວ ກາຍັງຈະໄປເຮັດເຂື່ອນເພີ່ມ ແລ້ວກາຍັງຊື້-ຂາຍກັນເພີ່ມຂື້ນເລື້ອຍໆ ໂດຍບໍ່ທົບທວນ ສະຖານະການບັນຫາ ກາຍັງບໍ່ແກ້ ແລ້ວຍັງສິໄປຊື້ເພີ່ມ ຊຶ່ງພວກເຮົາກາຍັງບໍ່ໄດ້ມີສ່ວນຮ່ວມ (ຄຳຄິດຄຳເຫັນ) ເຮົາກາເລີຍຂໍໃຫ້ສະລໍ ເຣື່ອງນີ້ໄວ້ກ່ອນ.

ສ່ວນປະຊາຊົນລາວຈຳນວນນຶ່ງກໍເຫັນດີກັບ ເຄືອຂ່າຍປະຊາຊົນ 8 ແຂວງລຸ່ມແມ່ນໍ້າຂອງ ປະເທດໄທຍທີ່ຢາກໃຫ້ຣັຖບານໄທຍ ສະລໍການລົງນາມສັນຍາຮັບຊື້ ໄຟຟ້າອອກໄປກ່ອນຫຼືໂຈະ ການສ້າງເຂື່ອນໃສ່ແມ່ນໍ້າຂອງ ໄປເລີຍກໍຈະເປັນເຣື່ອງທີ່ດີຫຼາຍ ເພາະປັດຈຸບັນປະຊາຊົນລາວ ສ່ວນຫຼາຍກໍຍັງທຳມາຫາກິນ ແລະອາສັຍແມ່ນໍ້າຂອງ ເປັນແຫຼ່ງສະບຽງອາຫານ ສຳຄັນໃນການດຳຣົງຊີວິດ ແລະສ້າງລາຍໄດ້.

ຂະນະທີ່ປະຊາຊົນອີກຜູ້ນຶ່ງກ່າວວ່າ ໄລຍະຜ່ານມາ ຫຼືໃນປັດຈຸບັນຣັຖບານລາວ ແລະພາກສ່ວນທີ່ກ່ຽວຂ້ອງບໍ່ເຄີຍມາຂໍຄຳຄິດ, ຄຳເຫັນກ່ຽວກັບການສ້າງເຂື່ອນ ໃນນໍ້າຂອງຈັກເທື່ອ ແຕ່ສຽງສະທ້ອນຂອງຊາວບ້ານ ຄືບໍ່ຕ້ອງການໃຫ້ມີເຂື່ອນໄຟຟ້າ ແລະບໍ່ຕ້ອງການໂຍກຍ້າຍ ອອກຈາກພື້ນທີ່ ເພື່ອໄປອາສັຍຢູ່ບ່ອນໃໝ່.

ດັ່ງປະຊາຊົນລາວ ທ່ານນຶ່ງໃນເມືອງປາກລາຍ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ມິຖຸນາ ນີ້ວ່າ:

ກາວ່າສິມິດໄປ ມັນກາຄືສິບໍ່ມິດແບບນີ້ນ່າ ແຕ່ຣັຖບານບໍ່ຄັດຄ້ານເນາະ ແລ້ວບໍ່ຮູ້ວ່າອັນຫຼາຍສຽງ ຂອງປະຊາຊົນ ຈະໄປຫເຮັດທຳກິນແບບໃດ ຕໍ່ໄປນ່າແຕ່ດຽວນີ້ເຮັດເຂື່ອນຢູ່ເໜືອຫັ້ນ (ເຂື່ອນໄຊບູຣີ) ມັນກາຍັງ ບາດຂຶ້ນ ບາດແຫ້ງນໍ້າເນາະ.

ປະຊາຊົນອີກທ່ານນຶ່ງ ກ່າວວ່າຣັຖບານລາວ ຄວນສຶກສາຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມໃຫ້ລະອຽດກ່ອນ ຈະສ້າງເຂື່ອນໃດໆ ກໍຕາມເພາະປັດຈຸບັນ ປະເທດລາວມີແຫຼ່ງພລັງງານ ໄຟຟ້າເປັນຈຳນວນຫຼາຍ ແຕ່ແຫຼ່ງພລັງງງານເລົ່ານັ້ນ ພັດບໍ່ໄດ້ສ້າງຜົລປໂຍດ ໃຫ້ກັບປະຊາຊົນລາວສ່ວນຊາວບ້ານ ຜູ້ທີ່ຖືກຜົລກະທົບ ຈາກໂຄງການເລົ່ານັ້ນ ກໍບໍ່ໄດ້ມິຄຸນນະພາບຊີວິດ ທີ່ດີຂື້ນ.

ດັ່ງປະຊາຊົນລາວທ່ານນຶ່ງ ໃນນະຄອນຫຼວງວຽງຈັນກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 27 ມິຖຸນາ ນີ້ວ່າ:

ຜູ້ໃດມາລົງທຶນ ກາຜູ້ນັ້ນແລ້ວມັນມາເອົາແລ້ວ ໂຕນີ້ບໍ່ໄດ້ລົງທືນນີ້ໂຕສິໄປເອົາໄດ້ແນວໃດ ສະນັ້ນມາເວົ້າເຣື່ອງສິດຜົລປໂຍດ ປະຊາຊົນມັນບໍ່ໄດ້ຫຍັງດອກ, ມາຈັດສັນໃຫ້ຂະເຈົ້າ ແລ້ວກາບໍ່ໄດ້ຢູ່ສະດວກສະບາຍ ຫາບ່ອນເຮັດບ່ອນສ້າງບ່ອນທຳມາຫາກິນຫຍັງ ກາບໍ່ມີຈຸດປະສົງແມ່ນເພື່ອປະຊາຊົນ ແທ້ແລ້ວກາສິດີຢູ່ອັນນີ້ ມັນບໍ່ແມ່ນແນວນັ້ນ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາການໄຟຟ້າ ຝ່າຍຜລິດແຫ່ງປະເທດໄທຍ ຫຼື EGAT ໃນຖານະຜູ້ຮັບຊື້ໄຟຟ້າ ຈາກເຂື່ອນແມ່ນໍ້າຂອງ ແຕ່ເຈົ້າໜ້າທີ່ປະຕິບັດໜ້າທີ່ ຈະໃຫ້ຂໍ້ມູນໂດຍບອກພຽງວ່າ ຢູ່ລະຫວ່າງການດຳເນີນການ.

ຂະນະທີ່ ທ່ານ ດຣ. ສຸຣະສີ ກິດຕິມົນທົນ ເລຂາທິການ ສຳນັກງານ ຊັພຍາກອນນໍ້າ ແຫ່ງຊາດ ຂອງໄທຍ ກ່າວວ່າ ຖ້າເປັນໂຄງການເຂື່ອນແມ່ນໍ້າຂອງ ໄລຍະຜ່ານມາກໍຈະມີເວທີ ແລກປ່ຽນຄຳຄິດ, ຄຳເຫັນຢູ່ແລ້ວ ທັງໃນລະດັບພາຍໃນປະເທດ ແລະລະດັບພູມີພາກ ກໍຄືຂະບວນການປຶກສາຫາລື ລ່ວງໜ້າ ຫຼື PNPCA ໂດຍຄະນະກັມມາທິການ ແມ່ນໍ້າຂອງສາກົນ ເປັນຜູ້ດຳເນີນການ.

ສ່ວນເວລາທີແລກປ່ຽນຄຳຄິດ ຄຳເຫັນ ແລະການແກ້ໄຂບັນຫາ ຜົລກະທົບຂ້າມພົມແດນ ແບບມີສ່ວນຮ່ວມ ກໍຍັງບໍ່ທັນໄດ້ດຳເນີນການ ປະຕິບັດຢ່າງຈິງຈັງເທື່ອ ແຕ່ໃນອະນາຄົດ ຕໍ່ໜ້າສຳນັກງານຊັພຍາກອນນໍ້າ ແຫ່ງຊາດຂອງໄທຍ ຈະພະຍາຍາມຜັກດັນ ໃຫ້ມີການປະຊຸມຫາລື ພາກປະຊາສັງຄົມ ເພື່ອແກ້ໄຂຜົລກະທົບ ຂ້າມພຣົມແດນຮ່ວມກັນ.

ດັ່ງທ່ານ ດຣ ສຸຣະສີ ກິດຕິມົນທົນ ເລຂາທິການສຳນັກງານ ຊັພຍາກອນນໍ້າແຫ່ງຊາດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 27 ມິຖຸນາ ນີ້ວ່າ:

ທາງຂ້ອຍກາຄິດວ່າ ຂ້ອຍຈະໃຫ້ມີໂຕແທນຈາກພີ່ນ້ອງ ທາງລຸ່ມແມ່ນໍ້າຂອງເຂົ້າຮ່ວມ ປະຊຸມກັບພາກສ່ວນທີ່ກ່ຽວຂອ້ງ ໂດຍສຳນັກງານຊັພຍາກອນນໍ້າແຫ່ງຊາດ ເປັນເຈົ້າພາບຈັດກອງປະຊຸມ ປະມານ 3 ເດືອນເທື່ອນຶ່ງເພື່ອຕິດຕາມ ໃນເຣື່ອງຂອງຄວາມຄືບໜ້າ ຫຼືຂໍ້ມູນຕ່າງໆ ທີ່ຈະສາມາດແລກປ່ຽນກັນໄດ້.

ສຳລັບໂຄງການ ເຂື່ອນຫຼວງພຣະບາງ ມີກຳລັງການຜລິດ 1,460 ເມກາວັຕ ຕັ້ງຢູ່ເມືອງຫຼວງພຣະບາງ ແຂວງຫຼວງພຣະບາງ ຜູ້ພັທນາໂຄງການຄື ບໍຣິສັດ CK Power ຮ່ວມກັບ ບໍຣິສັດ PT (SOLE) Company Limited ຮ່ວມກັບ ຊ. ການຊ່າງ ປະເທດໄທຍ Ch. Karnchang ແລະ ບໍຣິສັດ Petro Vietnam Power Corporation ປະເທດວຽດນາມ, ອາຍຸສັມປະທານຊື້-ຂາຍໄຟຟ້າ 35 ປີ ກຳນົດການຈ່າຍໄຟຟ້າ ເຂົ້າລະບົບຢ່າງເປັນທາງການໃນວັນທີ 01 ມົກກະຣາ 2030 ໃນອັດຕຣາຄ່າໄຟຟ້າ ສະເລັ່ຽ 2.8432 ບາດຕໍ່ໜ່ວຍ.

ສ່ວນໂຄງການເຂື່ອນປາກລາຍ ມີກຳລັງການຜລິດ 770 ເມກາວັຕ ຕັ້ງຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ຜູ້ພັທນາໂຄງການຄື ບໍຣິສັດ Gulf Energy Development Public (GULF) ປະເທດໄທຍ ຮ່ວມກັບບໍຣິສັດ Sinohydro (Hong Kong) Holding ປະເທດຈີນ ແລະ ເປັນບໍຣິສັດໃນຣັຖວິສາຫະກິຈ ຂອງປະເທດຈີນ ຮ່ວມກັບຣັຖວິສາຫະກິຈ ໄຟຟ້າລາວ ຫຼື EDL ເປັນຜູ້ລົງທຶນ ດຳເນີນໂຄງການ ມີກຳນົດຈ່າຍໄຟຟ້າ ເຂົ້າລະບົບຢ່າງເປັນທາງການ ໃນວັນທີ 01 ມົກກະຣາ 2032 ໃນອັດຕຣາ ຄ່າໄຟຟ້າສະເລັ່ຽ 2.6989 ບາດຕໍ່ໜ່ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.