ເປີດຂໍ້ລິເຣີ່ມ ສຶກສາ ການປ່ຽນແປງ ຂອງແມ່ນ້ຳຂອງ
2022.06.30
ໃນກອງປະຊຸມ ຜູ້ມີສ່ວນໄດ້ສ່ວນເສັຍ ປະເທດແມ່ລຸ່ມແມ່ນໍ້າຂອງ ຄັັ້ງທີ່ 12 ທີ່ຄະນະກັມມາທິການແມ່ນໍ້າຂອງສາກົລ ຫຼື MRC ເປັນເຈົ້າພາບ ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງບາງກອກ ປະເທດໄທຍ ເມື່ອວັນທີ 29 ມິຖຸນາ ທີ່ຜ່ານມານີ້ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ໄດ້ຮ່ວມມືກັບ ອົງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກ່ຽວກັບການສຶກສາຄົ້ນຄວ້າ ການປ່ຽນແປງ ຂຶ້ນ-ລົງ ແລະການໄຫຼຂອງນໍ້າຂອງ ວ່າເປັນຍ້ອນຫຍັງ ເພື່ອສ້າງຜົລປໂຍດ ແລະຫຼຸດຜ່ອນຜົລກະທົບ ທີ່ຈະເກີດຂຶ້ນ ກັບຊຸມຊົນລຸ່ມແມ່ນໍ້າຂອງ.
ການສຶກສາ ແລະຄົ້ນຄວ້າດັ່ງກ່າວ ຈະແບ່ງອອກເປັນ 2 ຂັ້ນຕອນ ເຊິ່ງຂັ້ນຕອນທໍາອິດ ຈະລົງມື້ໃນປີນີ້ ຄາດວ່າ ຈະໄດ້ຮັບຄໍາແນະນໍາ ຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ແລະຂັ້ນຕອນທີ່ 2 ຈະລົງມື ລະຫວ່າງ ປີ 2023–2024 ເຊິ່ງການສຶກສາ ແລະຄົ້ນຄວ້າທັງ 2 ຂັ້ນຕອນນີ້ ແມ່ນປະຕິບັດຕາມກົລໄກ ການພັທນາອ່າງແມ່ນໍ້າຂອງ ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົລ ທີ່ວາງໄວ້ ລະຫວ່າງ ປີ 2021-2025.
ດັ່ງທ່ານ ອານຸລັກ ກິດຕິຄຸນ ຜູ້ບໍຣິຫານຄະນະກັມມາທິການ ແມ່ນໍ້າຂອງສາກົລ ກ່າວໃນກອງປະຊຸມ ຕອນນຶ່ງວ່າ:
“ມັນເປັນສິ່ງທ້າທາຍ ຕໍ່ການບໍຣິຫານຈັດການນໍ້າ ໃນອ່າງແມ່ນໍ້າຂອງ ສົມທົບກັບ ສະພາບຝົນຕົກໜັກ ເຊິ່ງໄດ້ສົ່ງຜົລເຮັດໃຫ້ ລະດັບນໍ້າ ໃນແມ່ນໍ້າຂອງ ປ່ຽນແປງຢ່າງໄວວາ.”
ທ່ານກ່າວຕື່ມວ່າ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ແລະອົງການ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຮວມເຖິງຈີນ ກໍາລັງດໍາເນີນການສຶກສາຮ່ວມກັນ ກ່ຽວກັບການສຶກສາ ການປ່ຽນແປງ ຂອງລະບົບການໄຫຼ ຂອງແມ່ນໍ້າຂອງ ແລະແມ່ນໍ້າລ້ານຊ້າງ ເຊິ່ງຈະມີສ່ວນສນັບສນູນ ໃນການດໍາເນີນການ ຕາມຍຸທສາຕ ພະລັງງານນໍ້າ ແບບຍືນຍົງ.
ຂະນະທີ່ ທ່ານ ໂຊເຟັ໋ຍຣິນ ເຈັຍ (Sophearin Chea) ນັກຊ່ຽວຊານດ້ານນະໂຍບາຍ ລະດັບນໍ້າພູມິພາກ ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົລ ກ່າວໃນຕອນນຶ່ງວ່າ:
“ໂຄງການທົດລອງສຶກສາ ແລະ ຄົ້ນຄວ້າໂຕນີ້ ແມ່ນຢູ່ອ່າງນໍ້າຂອງ ໂດຍເຣີ່ມຕົ້ນ ພວກເຮົາຈະເນັ້ນໃສ່ເຂື່ອໄຊຍະບູຣີ ແລະເຂື່ອນດອນສະໂຮງກ່ອນ ແຕ່ສໍາລັບພື້ນທີ່ ທີ່ຈະເຣີ່ມສຶກສານັ້ນ ຍັງບໍ່ທັນເປີດເຜີຍໄດ້ເທື່ອ.”
ທາງດ້ານ ທ່ານ ຮ້າວ ຊ໋າວ (Hao Zhao) ເລຂາທິການ ສູນກາງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກ່າວຍອມຮັບວ່າ ຫຼາຍປະເທດໃນຄວາມຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍາລັງພະເຊີນກັບ ສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນ ຄວາມຕ້ອງການໃຊ້ນໍ້າ ທີ່ມີເພີ່ມຂຶ້ນ, ເກີດນໍ້າຖ້ວມຫຼາຍຂຶ້ນ, ຄວາມແຫ້ງແລ້ງ ແລະຜົລກະທົບອື່ນໆ ອັນເກີດມາຈາກການປ່ຽນແປງ ຂອງສະພາບອາກາດ.
ຢ່າງໃດກໍຕາມ ປັດຈຸບັນ ສະພາບແມ່ນໍ້າຂອງ ໃນຫຼາຍແຂວງຂອງລາວ ກໍມີການປ່ຽນແປງຢ່າງເຫັນໄດ້ຊັດເຈນ ໂດຍສະເພາະ ການຂຶ້ນ-ລົງ ຂອງນໍ້າຂອງ ທີ່ບໍ່ເປັນໄປຕາມທັມມະຊາຕ ແລະເກີດຂຶ້ນແບບກະທັນຫັນ ເຊິ່ງສະພາບດັ່ງກ່າວນີ້ ເກີດຂຶ້ນນັບແຕ່ ການຜລິດໄຟຟ້າ ຂອງເຂື່ອນໄຊຍະບູຣີ ໄດ້ເຣີ່ມຜລິດໄຟຟ້າເປັນຕົ້ນມາ.
ດັ່ງຊາວບ້ານ ຢູ່ເມືອງຊະນະຄາມ ແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ນໍ້າຂອງບໍ່ທັນຂຶ້ນຫຼາຍ ປີນີ້ຫັ້ນ ນ້ໍາຂອງກະຂຶ້ນແຕ່ໜ້ອຍດຽວ ລົງໜ້ອຍດຽວ ບຶດນຶ່ງມັນກະຂຶ້ນ ບຶດນຶ່ງມັນກະແຫ້ງ ມັນກະໂກຍນໍ້າມານ່າ ຖ້າວ່າສົມທຽບໃສ່ແຕ່ກີ້ ລະກະບໍ່ຄືແຕ່ກີ້ ໃນໄລຍະ 2-3 ປີມານີ້ແລ້ວ ມັນກະບໍ່ຄ່ອຍມີຖ້ວມໄຮ່ຖ້ວມນາ ບໍ່ມີເຂົ້າຫ້ວຍເຂົ້າຮ່ອງຫຍັງຂຶ້ນມາ ຂຶ້ນມາແຕ່ເລັກໆໜ້ອຍໆ ແລ້ວມັນກະແຫ້ງໄປຫັ້ນນ່າ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ຕິດຕາມສະພາບແມ່ນໍ້າຂອງຢູ່ເລື້ອຍໆ ກໍຍອມຮັບວ່າ ປັດຈຸບັນ ການຂຶ້ນ-ລົງ ຂອງນໍ້າຂອງ ເກີດຂຶ້ນແບບຜິດທັມມະຊາຕແທ້ ເປັນຕົ້ນ: ຄັນເວລານໍ້າຂຶ້ນ ກໍຂຶ້ນມາບາດດຽວ ແຕ່ບໍ່ຂຶ້ນຫຼາຍຄືແຕ່ກ່ອນ ແລະເວລານໍ້າຫຼຸດລົງ ກໍຫຼຸດລົງພາຍໃນເວລາບໍ່ດົນ ແຕ່ໃນໄລຍະນີ້ ຊາວບ້ານ ກໍຍັງຫາປາ ໃນແມ່ນໍ້າຂອງ ໄດ້ຕາມປົກກະຕິຢູ່.
ດັ່ງທ່ານກ່າວວ່າ:
“ຫຼາຍປີມານີ້ ແຫ້ງຫຼາຍກະບໍ່ທັນແຫ້ງ ມັນກະຂຶ້ນໆລົງໆ ກ່ອນນີ້ຂຶ້ນໆແທ້ ລົງໆແທ້ຢູ່ ດຽວນີ້ມັນກໍບໍ່ຂຶ້ນຫຼາຍ ບໍ່ລົງຫຼາຍແລ້ວດຽວນີ້ນ່າ ຊ່ວງນີ້ນໍ້າກໍຂຶ້ນຢູ່ ຊ່ວງນີ້ນ່າ ຊາວປະມົງຊ່ວງນີ້ເຂົາກະຫາໄດ້ຢູ່.”
ແຕ່ຊາວປະມົງ ຢູ່ເມືອງຊຽງຄານ ແຂວງເລີຍ ປະເທດໄທຍ ທີ່ຫາປາໃນແມ່ນໍ້າຂອງ ກ່າວວ່າ ການຂຶ້ນ-ລົງ ແບບບໍ່ເປັນປົກກະຕິ ຂອງແມ່ນໍ້າຂອງນີ້ ເຊິ່ງສ່ວນນຶ່ງ ເກີດຍ້ອນການເປີດ-ປິດປະຕູນໍ້າ ຂອງເຂື່ອນນັ້ນ ໄດ້ເຮັດໃຫ້ຊາວປະມົງ ຫາປາໄດ້ໜ້ອຍລົງແທ້ ແຕ່ບໍ່ມີສິທ ແລະສຽງ ທີ່ຈະຮຽກຮ້ອງ ບໍ່ໃຫ້ມີການສ້າງເຂື່ອນໃນແມ່ນໍ້າຂອງຕື່ມໄດ້.
ດັ່ງທ່ານກ່າວວ່າ:
“ມັນກະຂຶ້ນໜ້ອຍລົງ ນໍ້າມັນຂຶ້ນ-ລົງ ບໍ່ເປັນໄປຕາມລະດູການ ດຽວກໍຂຶ້ນ ດຽວກໍແຫ້ງ ຕາມຄໍາສັ່ງຂອງເຂື່ອນເຂົາ ເຂົາຈະປິດ ຫຼືເປີດເມື່ອໃດກໍໄດ້ ຢຸດສ້າງເຂື່ອນໄດ້ ກໍແຮ່ງດີ ແຕ່ເຮົາຈະເວົ້າໄດ້ບໍ່.”
ສ່ວນນັກວິຊາການ ດ້ານແມ່ນໍ້າຂອງ ຢູ່ເມືອງຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ ທ່ານນຶ່ງ ໄດ້ໃຫ້ຄໍາເຫັນວ່າ ການທີ່ຄະນະກັມມາທິການ ແມ່ນໍ້າຂອງສາກົລ ເປີດຂໍ້ລິເຣີ່ມ ສຶກສາຄົ້ນຄວ້າ ຮ່ວມກັບອົງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກ່ຽວກັບການປັບໂຕ ຕໍ່ການປ່ຽນແປງຂອງແມ່ນໍ້າຂອງນັ້ນ ກໍເປັນເຣື່ອງທີ່ດີ ແຕ່ຄໍາຖາມຄື ຫຼັງຈາກສໍາເຮັດການສຶກສາ ແລະຄົ້ນຄວ້າດັ່ງກ່າວແລ້ວ ກໍຢາກໃຫ້ຮູ້ວ່າ ມີແຜນຈະເຮັດແນວໃດຕື່ມ ແລະພາກສ່ວນ ທີ່ມີສ່ວນເຮັດໃຫ້ເກີດເຂື່ອນໃນແມ່ນໍ້າຂອງ ຈະຍອມຮັບຜົລກະທົບ ທີ່ເກີດຂຶ້ນໂຕຈິງ ຕໍ່ແມ່ນໍ້າຂອງນັ້ນບໍ່.
“ຖ້າມັນເປັນເຣື່ອງສຶກສາກໍດີເນາະ ແຕ່ຫຼັງຈາກການສຶກສາໄດ້ສໍາເຣັດແລ້ວ ຈະເປັນແນວໃດແດ່ ຄັນການສຶກສາອອກມາແລ້ວ ວ່າມັນມີຜົລກະທົບແທ້ ຈະເຮັດແນວໃດ ການແກ້ໄຂບັນຫາແທ້ໆ ແລ້ວມັນຢູ່ໃສ ມັນກະຢູ່ທີ່ ໂຕຂອງບັນຫາເຂົາຈະຍອມຮັບຟັງຫຼືບໍ່.”
ເຖິງຢ່າງໃດກໍຕາມ ກອງປະຊຸມມື້ດັ່ງກ່າວ ມີເປົ້າໝາຍເພື່ອແກ້ໄຂບັນຫາ ການປ່ຽນແປງ ຂອງສະພາບອາກາດ ແລະສິ່ງທ້າທາຍ ດ້ານສິ່ງແວດລ້ອມຂອງແມ່ນໍ້າຂອງ ເພື່ອສະແດງຄວາມຄືບໜ້າ ຂອງການວິຈັຍ ກ່ຽວກັບຮູບແບບ ການປ່ຽນແປງຂອງສະພາບ ອຸທົກກະສາຕຂອງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສູ່ກຸ່ມຍຸທທະສາຕ ການປັບໂຕ.