ອົງການ USAID ມອບເງິນຊ່ວຍເຫລືອ ໃຫ້ຄະນະກຳມະການ ແມ່ນ້ຳຂອງສາກົນ

ພອນ ພູມມີທອນ
2024.07.18
ອົງການ USAID ມອບເງິນຊ່ວຍເຫລືອ ໃຫ້ຄະນະກຳມະການ ແມ່ນ້ຳຂອງສາກົນ ອົງການ USAID ຈາກ ສະຫະລັດອາເມຣິກາ ໃຫ້ທຶນຊ່ວຍເຫລືອແກ່ ຄະນະກຳມະການ ແມ່ນ້ຳຂອງສາກົນ ຫຼື Mekong River Commission (MRC). ວັນທີ 27 ມິຖຸນາ 2024.
Mekong River Commission

ອົງການ USAID ຈາກ ສະຫະລັດອະເມຣິກາ ໃຫ້ທຶນຊ່ວຍເຫລືອແກ່ ຄະນະກໍາມາທິການແມ່ນ້ໍາຂອງສາກົນ ຫລື Mekong River Commission (MRC) ຈໍານວນ 5 ລ້ານໂດລ້າສະຫະລັດ ໃນເມື່ອວັນທີ 27 ມີຖຸນາ 2024 ທີ່ຜ່ານມາ ເພື່ອຈັດການກັບສິ່ງທ້າທາຍ, ການພັດທະນາ ແບບຍືນຍົງ, ສ້າງຄວາມຍືດຍຸ່ນ ຕໍ່ສະພາບດິນຟ້າອາກາດ ແລະ ສົ່ງເສີມຄວາມຍືນຍົງ ທາງດ້ານເສດຖະກິດ ໃນຂົງເຂດແມ່ນ້ໍາຂອງຕອນລຸ່ມ ທີ່ປະກອບມີ ປະເທດລາວ, ກຳປູເຈຍ, ຫວຽດນາມ ແລະ ໄທ. 

ດັ່ງທ່ານ Steven G. Olive ຜູ້ອໍານວຍການອົງການ USAID ປະຈໍາພາກພື້ນອາຊີ ກ່າວຖະແຫລ່ງ ຜ່ານວີດີໂອ ຂອງອົງການ USAID ໃນຕອນນີ້ວ່າ:

“ພວກເຮົາ ຢູ່ນະຄອນຫລວງວຽງຈັນ ເພື່ອເປີດຕົວໂຄງການຮ່ວມມື ໃນຂົງເຂດແມ່ນ້ໍາຂອງ, ແລະ ຮ່ວມມືລະຫວ່າງ ອົງການ USAID ແລະ ຄະນະກໍາມາທິການ ແມ່ນ້ໍາຂອງສາກົນ ເພື່ອສ້າງຄວາມຍືນຍົງຫລາຍຂຶ້ນ ໃນອະນາຄົດ ສໍາລັບແມ່ນ້ໍາ, ປະຊາຊົນ ແລະ ຊຸມຊົນ ທີ່ເພິ່ງພາແມ່ນ້ໍາຂອງ ພ້ອມກັນນັ້ນ ພວກເຮົາຈະເສີມສ້າງຄວາມຮ່ວມມື ໃນຂົງເຂດພາກພື້ນໃຫ້ຫລາຍຂຶ້ນ ໃຫ້ຍືນຍົງ, ຍືດຍຸ່ນ ແລະ ປົກປ້ອງ ແມ່ນ້ໍາຂອງ ໃນຂົງເຂດອານຸພາກພື້ນ.”

ທາງດ້ານທ່ານ ດຣ. ອະນຸລັກ ກິດຕິຄຸນ ເລຂາທິການ ສໍານັກງານຄະນະກໍາມາທິການ ແມ່ນ້ໍາຂອງສາກົນ ຫລື Mekong River Commission (MRC) ກ່າວວ່າ ໂຄງການຄວາມຮ່ວມມື ໃນຂົງເຂດແມ່ນ້ໍາຂອງ ຕອນລຸ່ມ ຄັ້ງໃໝ່ນີ້ ມີຈຸດປະສົງ ເພື່ອສົງເສີມການ ປະສານວຽກງານຂ້າມພົມແດນ ແລະການຈັດການນໍ້າ ແລະ ຊັບພະຍາກອນ ທີ່ກ່ຽວຂ້ອງ ໃນລຸ່ມແມ່ນ້ໍາຂອງ.

ໂຄງການນີ້ ຈະເປັນສ່ວນໜຶ່ງ ທີ່ຈະຊ່ວຍໃຫ້ບັນລຸຜົນສໍາເລັດ ຕາມຍຸດຕະສາດ ການພັດທະນາ ລຸ່ມແມ່ນ້ໍາຂອງ ຄະນະກໍາມາທິການ ແມ່ນ້ໍາຂອງສາກົນ ໂດຍໂຄງການຄວາມຮ່ວມມືຄັ້ງນີ້ ຈະໃຊ້ໄລຍະເວລາ ນັບແຕ່ເດືອນ ກໍລະກົດ ປີ 2024 ໄປຈົນເຖິງເດືອນ ມີຖຸນາ ປີ 2029. 

ດັ່ງ ທ່ານ ດຣ. ອະນຸລັກ ກິດຕິຄຸນ ກ່າວຖະແຫລ່ງ ຜ່ານວິດີໂອ ຂອງອົງການ USAID ໃນຕອນໜຶ່ງວ່າ: 

“ຄວາມພະຍາຍາມຮ່ວມກັນ ລະຫວ່າງ ພັນທະມິດຂອງເຮົາ ຈາກສະຫະລັດ ອາເມຣິກາ ແລະ ຄະນະກໍາມາທິການ ແມ່ນ້ໍາຂອງສາກົນ ເພື່ອສະໜັບສະໜູນ ບັນດາປະເທດ ສະມາຊິກຂອງພວກເຮົາ ແລະ ຂ້ອຍຄຶດວ່າ ຈະສ້າງຄວາມແຕກຕ່າງ ໃນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ສ້າງຂີດຄວາມສາມາດ,ການເສີມຂະຫຍາຍ ຄວາມສາມາດ ແລະ ຄວາມຍືດຍຸ່ນ ຂອງບັນດາປະເທດສະມາຊິກ ເພື່ອບັນລຸ ການພັດທະນາ ແບບຍືນຍົງ ຂອງອ່າງນ້ໍາ ໃນຕອນລຸ່ມແຫ່ງນີ້.”

ຂະນະທີ່ ປະຊາຊົນລາວ ທ່ານໜຶ່ງ ໃນແຂວງອຸດົມໄຊ ກ່າວວ່າ ໃນໄລຍະຫລາຍປີມານີ້ ສະພາບແມ່ນ້ໍາຂອງ ເກີດການປ່ຽນແປງໄປຫລາຍ ສົ່ງຜົນ ເຮັດໃຫ້ຊາວບ້ານ ໃນປະເທດລາວ ທີ່ເພິ່ງພາອາສັຍແມ່ນ້ໍາຂອງ ໃນການຫາຢູ່ຫາກິນ ຫາປາໄດ້ໜ້ອຍລົງ ຍ້ອນການຂຶ້ນ-ລົງ ຂອງລະດັບນ້ໍາ ຜິດປົກກະຕິ ບໍ່ເປັນໄປຕາມທໍາມະຊາດ ປັດຈັຍສໍາຄັນ ກະມາຈາກເຂື່ອນໄຟຟ້າ ທີ່ສ້າງກັ້ນແມ່ນໍ້າຂອງ. 

ສ່ວນເລື້ອງການຊ່ວຍເຫລືອ ຂອງອົງການ USAID ຈາກປະເທດສະຫະລັດ ອາເມຣິກາ ໃຫ້ແກ່ ຄະນະກໍາມາທິການ ແມ່ນ້ໍາຂອງສາກົນ ຫລື MRC ນັ້ນ ກໍຢາກໃຫ້ທຶນດັ່ງກ່າວ ມາຊ່ວຍພັດທະນາ ລະບົບການເຕືອນພັຍ ໃນແມ່ນ້ໍາຂອງ ເຊັ່ນ ລະບົບການແຈ້ງເຕືອນ ລະດັບນ້ໍາຂຶ້ນ-ລົງ, ລະບົບແຈ້ງເຕືອນ ການປ່ອຍນ້ໍາຈາກເຂືອນໄຟຟ້າ ເຊິ່ງຈະຊ່ວຍໃຫ້ປະຊາຊົນ ທີ່ຢູ່ລຸ່ມແມ່ນ້ໍາຂອງ ສາມາດຕຽມພ້ອມ ທີ່ຈະຮັບມືກັບເຫດການຕ່າໆ ໄດ້ຢ່າງທັນການ ເພາະ ປັດຈຸບັນ ປະຊາຊົນລາວ ບໍ່ສາມາດເຂົ້າເຖິງຂໍ້ມູນຕ່າງໆ ໄດ້ຢ່າງສະດວກສະບາຍເທື່ອ.

ດັ່ງ ປະຊາຊົນລາວ ທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 18 ກໍລະກົດ ນີ້ວ່າ:

ເອີ...ປ່ຽນໄປຫລາຍ ຕັ້ງແຕ່ຂະເຈົ້າເຮັດເຂື່ອນນີ້ແຫລະ ເຂື່ອນນ້ໍາຂອງຫັ້ນແຫລະ ຫາກິນກະພໍໄດ້ກິນ ປີນີ້ຢາກຍາກແດ່ ເພາະວ່າ ນ້ໍາຂະເຈົ້າບໍ່ປົກກະຕິນ່າ, ຄັນນໍ້າຊິມາແລ້ວ ມັນເຕືອນໄວ້ກ່ອນ ເຕືອນແບບວ່າ ມັນຊິຂຶ້ນ-ລົງແລ້ວມັນເຕືອນ ມັນບອກກ່ອນນ່າ ກະເຫັນດີຢູ່ ຄັນແນວນັ້ນນ່າ.”

ປະຊາຊົນລາວອີກ ທ່ານໜຶ່ງ ຢູ່ແຂວງໄຊຍະບູລີ ກ່າວວ່າ ໃນອະນາຄົດຕໍ່ໜ້າ ຈະມີຄວາມກັງວົນໃຈຫລາຍສົມຄວນ ຫາກແມ່ນ້ໍາຂອງ ໄດ້ຮັບຜົນກະທົບຈາກ ໂຄງການພັດທະນາຕ່າງໆ ຈົນເກີດການປ່ຽນແປງໄປ ເພາະແມ່ນ້ໍາຂອງ ຖືເປັນແຫລ່ງສະບຽງອາຫານ ທີ່ສໍາຄັນທີ່ສຸດຂອງປະຊາຊົນລາວ ໂດຍສະເພາະ ການຫາປາ ໃນແມ່ນ້ໍາຂອງ. 

ດັ່ງ ປະຊາຊົນລາວທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

ບ່ອນຂະເຈົ້າເຄີຍທໍາມາຫາກິນ ບາງເທື່ອກະຊິ ຫາກິນບໍ່ໄດ້ເນາະ ຊິຫາກິນໄດ້ ດັ້ງເດີມຄືເກົ່າບໍ່ ທໍາມະຊາດຢູ່ຕາມແມ່ນ້ໍາ ທີ່ຍັງປົກກະຕິ ຄືປັດຈຸບັນ ຂະເຈົ້າກະຢ້ານມີຜົນກະທົບ ຕົວນີ້ແລ້ວສ່ວນຫລາຍ.” 

ທ່ານ ນິວັດ ຮ້ອຍແກ້ວ ຫລື ຄູຕີ໋, ປະທານກຸ່ມຮັກຊຽງຂອງ ປະເທດໄທ ກ່າວວ່າ ນັບມື້ສະພາບແມ່ນ້ໍາຂອງຕອນລຸ່ມ ຈະຍິ່ງມີທ່າອຽງທີ່ຊຸດໂຊມລົງໄປ ຫາກ ປະເທດສະມາຊິກ ລຸ່ມແມ່ນ້ໍາຂອງ ຍັງມີຄວາມມຸ່ງໝັ້ນ ທີ່ຈະພັດທະນາໂຄງການຕ່າງໆ ໃນແມ່ນ້ໍາຂອງ ໂດຍສະເພາະເຂື່ອນໄຟຟ້າ ເພື່ອຫາປະໂຫຍດໃຫ້ກັບຕົວເອງ. 

ປັດຈຸບັນ ກະເຫັນເປັນຮູບປະທໍາແລ້ວວ່າ ຜົນກະທົບ ແລະ ການປ່ຽນແປງ ທີ່ເກີດຂຶ້ນຢູ່ທ້າຍເຂືອນ ທັງເລື້ອງພັນປາ, ການປະມົງ, ແຫ່ລງນໍ້າທໍາການກະເສດ, ການຜລິດນໍ້າປາ ແລະ ຕະຝັ່ງເຈື່ອນ ລວມໄປເຖິງ ບັນຫາພັຍແຫ້ງແລ້ງ, ພັຍນໍ້າຖ້ວມ ນັບມືຈະທະວີຄວາມຮຸນແຮງຂຶ້ນ ສະນັ້ນແລ້ວ ລັດຖະບານທັງ 4 ປະເທດ ສະມາຊິກ ແມ່ນ້ໍາຂອງ ຄວນຈະຮັບຮູ້ເຖິງບັນຫາ ແລະ ຊ່ວຍກັນຫາທາງອອກ ເພື່ອບໍລິຫານຈັດການ ແມ່ນ້ໍາຂອງ ໃຫ້ເປັນຮູບປະທໍາ ແລະມີຄວາມຍືນຍົງ. 

ສ່ວນຄະນະກໍາມາທິການ ແມ່ນ້ໍາຂອງສາກົນ ຫລື MRC ເຊິ່ງເປັນໜ່ວຍງານ ທີ່ເຮັດໜ້າທີ່ປະສານງານ, ກໍາກັບ, ປົກປັກຮັກສາ ແມ່ນ້ໍາຂອງຕອນລຸ່ມ ໂດຍຕົງ ກະຄວນປັບປຸງລະບຽບ ກົດໝາຍຕ່າງໆ ໃຫ້ສອດຄ່ອງກັບເຫດການໃນປັດຈຸບັນ ແລະ ບໍ່ຄວນອະນຸຍາດໃຫ້ມີໂຄງການພັດທະນາໃດໆ ທີ່ເປັນການທໍາລາຍ ລະບົບນິເວດແມ່ນ້ໍາຂອງ. 

ດັ່ງ ທ່ານ ນິວັດ ຮ້ອຍແກ້ວ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 18 ກໍລະກົດ ນີ້ວ່າ:

ຄືຂະບວນການ ການເຮັດວຽກຂອງ MRC ນີ້ ສິ່ງສໍາຄັນຄື ໜ້າທີ່ຂອງເຂົານີ້ ເຮັດໃຫ້ມັນຈະແຈ້ງ ກົດໝາຍ ຂໍ້ລະບຽບຕ່າງໆທີ່ມັນ ຫລ້າຫລັງ ເພາະບໍ່ສາມາດທີ່ຈະມາຈັດການ ເລື້ອງຂອງການພັດທະນາ ໃນລຸ່ມນ້ໍາຂອງ ທີ່ໃຫ້ເກີດຄວາມຍຸຕິທໍາໄດ້ ມັນຕ້ອງປ່ຽນແປງໃໝ່ທັງໝົດ ຫາກເຂົາຍັງໃຊ້ແບບນີ້ ທັງໂຄງສ້າງ ແລະ ລະບຽບກົດໝາຍຕ່າງໆ ຂ້ອຍວ່າ ເຂື່ອນມັນຈະເກີດຂຶ້ນໝົດ ມັນສະແດງໃຫ້ເຫັນຈະແຈ້ງແລ້ວ.” 

ປັດຈຸບັນ ແມ່ນ້ໍາຂອງ ປະເຊີນກັບການປ່ຽນແປງ ນັບມື້ຈະທະວີຄວາມຮຸນແຮງຂຶ້ນ ຍ້ອນຫລາຍປັດໄຈ ເປັນຕົວເປັນຕົນ ເຊັ່ນ ການພັດທະນາໂຄງການຂະນາດໃຫຍ່ ຕາມແລວແມ່ນ້ໍາຂອງ-ແມ່ນ້ໍາລ້ານຊ້າງ, ການປ່ຽນແປງ ດິນຟ້າອາກາດ ແລະໂຄງສ້າງພື້ນຖານ ອື່ນໆ ທີ່ຕິດກັບແມ່ນ້ໍາຂອງ ແລະ ແມ່ນ້ໍາສາຂາ ຂອງບັນດາ ປະເທດສະມາຊິກ ແມ່ນ້ໍາຂອງ ຕອນລຸ່ມ. 

ທ່າມກາງຄວາມກັງວົນ ໃນເລື້ອງຂອງສະພາບ ການປ່ຽນແປງຂອງລະບົບນິເວດ ໃນແມ່ນ້ໍາຂອງແຫ່ງນີ້, ປະເທດຈີນ ໄດ້ສ້າງເຂື່ອນໄຟຟ້າ ໃນແມ່ນໍ້າລ້ານຊ້າງແລ້ວ 12 ແຫ່ງ ຈາກແຜນການທັງໝົດ 14 ແຫ່ງ, ສ່ວນແມ່ນ້ໍາຂອງຕອນລຸ່ມ ມີແຜນຈະສ້າງເຂື່ອນໄຟຟ້າ ໃນແມ່ນ້ໍາຂອງທັງໝົດ 11 ແຫ່ງ ໃນປະເທດລາວ, ໄທ ແລະ ກຳປູເຈຍ ປັດຈຸບັນ ມີການດໍາເນີນ ກໍ່ສ້າງສໍາເລັດໄປແລ້ວ ຈໍານວນ 2 ແຫ່ງ ຄື ເຂື່ອນໄຊຍະບູລີ ແລະ ເຂື່ອນດອນສະໂຮງ ໃນປະເທດລາວ.

ສະຫະລັດ ອາເມຣິກາ ຖືເປັນໜຶ່ງປະເທດພັນທະມິດ ຂອງປະເທດສະມາຊິກ ລຸ່ມແມ່ນ້ໍາຂອງ ທີ່ປະກອບມີ ປະເທດລາວ, ກຳປູເຈຍ, ຫວຽດນາມ ແລະໄທ ແລະ ນັບຕັ້ງແຕ່ປີ 2009 ຈົນເຖິງປີ 2020 ທີ່ຜ່ານມາ ກະຊວງການຕ່າງປະເທດ ປະເທດ ສະຫະລັດອາເມຣິກາ ແລະ ອົງການ USAID ໄດ້ມອບເງິນຊ່ວຍເຫລືອ ປະເທດສະມາຊິກ ລຸ່ມແມ່ນ້ໍາຂອງແລ້ວ ເກືອບ 3,500 ລ້ານໂດລ້າສະຫະລັດ ເພື່ອພັດທະນາ ໃນດ້ານຕ່າງໆ ເຊັ່ນດ້ານສາທາລະນະສຸກ, ດ້ານເສດຖະກິດ, ດ້ານສັນຕິພາບ ແລະ ຄວາມໝັ້ນຄົງ, ດ້ານສິດທິມະນຸດ ແລະ ທໍາມາພິບານ, ດ້ານການສຶກສາ ແລະ ບໍລິການສັງຄົມ ແລະ ຄວາມຊ່ວຍເຫລືອ ດ້ານອື່ນໆ ອີກຈໍານວນໜຶ່ງ ລວມໄປເຖິງ ການພັດທະນາ ແບບຍືນຍົງ ໃນຂົງເຂດແມ່ນ້ໍາຂອງ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.