MRC ຕຽມປະຊຸມຫາລື ໂຄງການເຂື່ອນປາກລາຍ

ຈຳປາທອງ
2024.05.09
MRC ຕຽມປະຊຸມຫາລື ໂຄງການເຂື່ອນປາກລາຍ ການກໍ່ສ້າງໂຄງຮ່າງພື້ນຖານ ເຂື່ອນປາກລາຍ ແຂວງໄຊຍະບູຣີ ວັນທີ 27 ກຸມພາ ປີ 2023.
ນັກຂ່າວພົນລະເມືອງ

ຄະນະກໍາມາທິການ ແມ່ນໍ້າຂອງສາກົນ ຫລື MRC ກຽມຈັດກອງປະຊຸມປຶກຫາລື ກັບຜູ້ມີສ່ວນໄດ້ສ່ວນເສຍ ເພື່ອແບ່ງປັນຂໍ້ມູນ ກ່ຽວກັບຄວາມຄືບໜ້າ ຂອງໂຄງ ການສ້າງເຂື່ອນປາກລາຍ ທີ່ຈະສ້າງໃສ່ແມ່ນໍ້າຂອງ ຢູ່ລະຫວ່າງແຂວງໄຊຍະບູລີ ແລະແຂວງວຽງຈັນ ໃນເດືອນມິຖຸນາ ທີ່ຈະມານີ້.

ຂໍ້ມູນ ທີ່ຈະລາຍງານ ແລະແບ່ງປັນ ໃຫ້ຜູ້ມີສ່ວນໄດ້ສ່ວນເສຍ ໄດ້ຮັບຮູ້ນັ້ນ ຈະມີເລື່ອງຕະກອນ ຫລືຝຸ່ນຕົມຂະໜາດນ້ອຍ, ຊ່ອງທາງຂຶ້ນ-ລ່ອງຂອງປາ, ການອອກແບບ ແລະຄວາມປອດໄພຂອງເຂື່ອນ ແລະຜົນກະທົບ ທາງດ້ານສິ່ງແວດ ລ້ອມ ແລະສັງຄົມ.

ປະຊາຊົນຜູ້ໜຶ່ງ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ທີ່ຈະໄດ້ຮັບຜົນກະທົບ-ສູນເສຍທີ່ດິນ ແລະຖືກໃຫ້ໂຍກຍ້າຍ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ພຶດສະ ພານີ້ວ່າ ຕົນ ແລະຊາວບ້ານ ບໍ່ຢາກໃຫ້ສ້າງເຂື່ອນນີ້ປານໃດ ບໍ່ດີໃຈ ຍ້ອນມັນຈະມີຜົນກະທົບຫລາຍ.

ຄັນວ່າມັນຜົນກະທົບຫລາຍ ຂະເຈົ້າຊາວບ້ານ ກະບໍ່ຢາກໃຫ້ເຮັດປານໃດ ຜົນກະທົບຫລາຍ ຂະເຈົ້າກະບໍ່ດີໃຈໄດ໋ ປະຊາຊົນ ດຽວນີ້ປະຊາຊົນແທ້ ອາໄສການຫາປານີແຫລະເປັນສ່ວນໃດສ່ວນໜຶ່ງ ເພື່ອລ້ຽງຄອບຄົວຫັ້ນເນາະ ຖືວ່າຫາປາກະໄດ້ດີຢູ່.

ແລະວ່າ ສິ່ງທີ່ຊາວບ້ານກັງວົນທີ່ສຸດ ກໍຄືເລື້ອງການທົດແທນຄວາມເສຍຫາຍຕ່າງໆ, ເພາະເຫັນຈາກຫລາຍໂຄງການ ທີ່ຜ່ານມາ ຊາວບ້ານບໍ່ໄດ້ຮັບການທົດແທນທີ່ເໝາະສົມ ທັງເລື້ອງເງິນຄ່າຊົດເຊີຍຕໍ່າ, ການຈັດສັນໂຍກຍ້າຍ ກໍບໍ່ດີ, ຊາວບ້ານໄດ້ສູນເສຍທີ່ດິນທໍາການກະເສດ, ສູນເສຍອາຊີບຫາປາ ໃນແມ່ນໍ້າຂອງ ເຮັດໃຫ້ມີຜົນກະທົບ ຕໍ່ຊາວບ້ານຫລາຍ.

ຢູ່ເມືອງແມດ ແຂວງວຽງຈັນ ຊາວບ້ານຜູ້ໜຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ຊາວ ບ້ານໃນພື້ນທີ່ ຮູ້ຂໍ້ມູນພຽງເລັກນ້ອຍ ເຖິງເລື້ອງທີ່ວ່າຈະມີການສ້າງເຂື່ອນໄຟຟ້າໃນແມ່ນໍ້າຂອງ ແລະຄາດວ່າ ຈະສູນເສຍທີ່ດິນທໍາການກະເສດ, ສູນເສຍສິ່ງປຸກສ້າງ ແລະຖືກໃຫ້ໂຍກຍ້າຍໄປຢູ່ບ່ອນໃໝ່. ແຕ່ກະຍັງບໍ່ທັນຮູ້ວ່າ ຈະໄດ້ຮັບຄ່າຕອບແທນຄວາມເສັຍຫາຍ ທີ່ເໝາະສົມ ຫລືບໍ່. ແຕ່ໃນເມື່ອຊາວບ້ານ ບໍ່ມີທາງເລືອກ ຫລືຄັດຄ້ານບໍ່ໄດ້ ກໍຢາກສະເໜີໃຫ້ທາງການລາວ ແລະບໍລິສັດເຈົ້າຂອງໂຄງການສ້າງເຂື່ອນ ທົດແທນຜົນກະທົບໃນດ້ານຕ່າງໆ ຢ່າງເໝາະສົມ ໂດຍສະເພາະເນື້ອທີ່ການກະເສດ ແລະເຮືອນຈັດສັນໃໝ່.

ດັ່ງທີ່ທ່ານກ່າວວ່າ:

ເອີ... ກະຖ້າມັນຖ້ວມກະໃຫ້ມັນຖ້ວມ ກະທົດແທນເນື້ອທີ່ກັນໄປ ເປັນໄຮ່ເປັນນານ່າ ປະຊາຊົນໜີໝົດ ເຮົາກະບໍ່ມີທ່າແຮງຊື້ຂາຍແລ້ວກະໄດ້ມ້າງ ທາງນີ້ຂະເຈົ້າກະເວົ້າວ່າເອີ... ຂະເຈົ້າໃຫ້ຮູ້ຂ່າວຮູ້ຄາວ ຂະເຈົ້າກະສິຍ້າຍໆໃຫ້ ແຕ່ວ່າບໍ່ຮູ້ກໍານົດເວລາ ແຕ່ວ່າບໍ່ໃຫ້ຢຸດສ້າງຢຸດສາເດີ ມີຫຍັງເຮັດກະໃຫ້ເຮັດໄປເລື້ອຍໆ ເພິ່ນກະວ່າ.

ເວົ້າເຖິງຂໍ້ມູນຄວາມຄືບໜ້າ ກ່ຽວກັບໂຄງການເຂື່ອນປາກລາຍ ເຈົ້າໜ້າທີ່ ຜແນກກະສິກໍາ ແລະປ່າໄມ້ ແຂວງໄຊຍະບູລີ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຄວາມຄືບໜ້ານັ້ນ ມີໜ້ອຍຫລາຍ ເພາະກະຊວງພະລັງງານ ແລະບໍ່ແຮ່ ແລະບໍລິສັດຜູ້ລົງທຶນ ບໍ່ໄດ້ແບ່ງປັນຂໍ້ມູນລາຍລະອຽດໄດໆ ໃຫ້ທາງການແຂວງໄຊຍະບູລີ ແລະຊາວບ້ານໃນເມືອງປາກລາຍ ຮູ້ນໍາ. ປັດຈຸບັນ ບໍລິສັດ Sinohydro Holding ຂອງຈີນ ໄດ້ເລີ່ມກໍ່ສ້າງ ໂຄງຮ່າງພື້ນຖານທີ່ຈໍາເປັນ ເປັນຕົ້ນ ເສັ້ນທາງເຂົ້າ-ອອກໂຄງການ, ເຮືອນພັກຄົນງານ ແລະຂົວຂ້າມນໍ້າຂອງ ເພື່ອກຽມຄວາມພ້ອມ ໃນການກໍ່ສ້າງເຂື່ອນນັ້ນ ຊຶ່ງຄາດວ່າ ຈະສ້າງແລ້ວໃນທ້າຍປີນີ້.

ທ່ານເວົ້າຕໍ່ໄປວ່າ ຫາກຈະມີການສ້າງເຂື່ອນປາກລາຍຂຶ້ນມາແທ້ ກໍຢາກໃຫ້ບໍລິສັດຜູ້ລົງທຶນ ແລະທາງການລາວ ປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ ແລະສັງຄົມ ຢ່າງລະອຽດ ໂດຍສະເພາະເລື່ອງຜົນກະທົບຕໍ່ຊາວບ້ານ ທີ່ຈະສູນເສຍທີ່ດິນທໍາການກະເສດ ແລະຖືກໃຫ້ໂຍກຍ້າຍອອກໄປຢູ່ບ່ອນໃໝ່ ແລະຄວນບອກໃຫ້ຊາວບ້ານ ຮູ້ນໍາ.

ຄັນຖ້າວ່າເຮັດເຂື່ອນອີ່ຫຍັງຕ່າງໆ ຕ້ອງໄດ້ເວົ້າເລື້ອງຜົນກະທົບຕໍ່ສັງຄົມ ຕໍ່ທໍາມະຊາດເນາະ ທີ່ດິນທໍາດານຜະລິດ ຜູ້ທີ່ຖືກຜົນກະທົບຫັ້ນນ່າ ຈັດການໂຕນີ້ໃຫ້ມັນຮຽບຮ້ອຍໝົດ.

ທີ່ນະຄອນຫລວງວຽງຈັນ ປະຊາຊົນລາວຜູ້ໜຶ່ງ ທີ່ເຮັດວຽກດ້ານສິ່ງແວດລ້ອມ ໃນແມ່ນໍ້າຂອງ ເວົ້າວ່າ ທາງການລາວ ຄວນຈະເປີດໂອກາດໃຫ້ຊາວບ້ານໃນພື້ນທີ່ ແລະພາກປະຊາສັງຄົມໃນລາວ ໄດ້ເຂົ້າຮ່ວມກອງປະຊຸມ ຮ່ວມກັບຜູ້ມີສ່ວນໄດ້ສ່ວນເສຍ ເພື່ອຮັບຟັງຂໍ້ມູນ ກ່ຽວກັບໂຄງການດັ່ງກ່າວ ແລະໄດ້ປະ ກອບຄວາມຄິດເຫັນ ຢ່າງກົງໄປກົງມາ.

ເວົ້າເລື້ອງອັນ ຢູ່ແມ່ນໍ້າຂອງນີ້ເນາະ ພວກເຮົາສິມີທາງອອກຄືແນວໃດເນາະ ເພື່ອໃຫ້ພວກເຮົານັ້ນມີສ່ວນຮ່ວມ ໃນການປະກອບຄວາມຄິດຄວາມເຫັນເນາະ ມີສ່ວນຮ່ວມໃນການພັດທະນາ ແລະຊັບພະຍາກອນໃນແມ່ນໍ້າຂອງນີ້ເນາະ.

ຜູ້ຕາງໜ້າກຸ່ມຮັກຊຽງຄານ ແຂວງເລີຍ ຂອງໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ພຶດສະພານີ້ ເຖິງເລື້ອງການແບ່ງປັນຂໍ້ມູນ ກ່ຽວກັບໂຄງການເຂື່ອນປາກລາຍວ່າ ຄວນຈະເປີດເຜີຍ ຕໍ່ສາທາລະນະ ເພື່ອໃຫ້ຮັບຮູ້ນໍາ ເປັນຕົ້ນ ເລື່ອງການປະເມີນຜົນກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ, ຜົນກະທົບຂ້າມຊາຍແດນ.

(ພາສາໄທ) ແທ້ໆ ກໍຢາກໃຫ້ມີການສຶກສາ ແລ້ວກໍຢ່າງໜ້ອຍ ໜ່ວຍງານທີ່ກ່ຽວຂ້ອງ ຫລືວ່າ ໜ່ວຍງານພາກລັດ ເຂົາໄດ້ເຫັນຂໍ້ມູນ ແລ້ວອາດມີການຍອມຮັບ ແຕ່ວ່າພາກປະຊາຊົນ ກໍຢາກຈະເຫັນຄືກັນວ່າ ຜົນການສຶກສາໃໝ່ນີ້ ຖ້າມີມາແລ້ວ ມັນສິເປັນແນວໃດ ແລ້ວມັນຈະເກີດການຍອມຮັບ ນໍາກັນໄດ້ ຫລືບໍ່.

ອີງຕາມບົດລາຍງານ ການປະເມີນຜົນກະທົບ ຕໍ່ສັງແວດລ້ອມ ແລະສັງຄົມ, ໂຄງການທີ່ວ່ານີ້ ຈະສົ່ງຜົນກະທົບຕໍ່ຊາວບ້ານຢູ່ 2 ເມືອງ ຂອງ 2 ແຂວງ, ລວມທັງໝົດ 7 ບ້ານ, 744 ຄອບຄົວ, 3,600 ປາຍຄົນ ທີ່ຈະຕ້ອງສູນເສຍທີ່ດິນທໍາການກະເສດ ແລະຖືກໃຫ້ໂຍກຍ້າຍ ໄປຢູ່ບ້ານຈັດສັນໃໝ່ ຄືຢູ່ເມືອງປາກລາຍ ແຂວງໄຊຍະບູລີ ມີ 3 ບ້ານ ຄືບ້ານ ປາກຕຸງ 147 ຄອບຄົວ, ບ້ານໜອງໄຄ້ 93 ຄອບຄົວ ແລະບ້ານຜາລຽບ 136 ຄອບຄົວ. 

ຢູ່ເມືອງແມດ ແຂວງວຽງຈັນ ມີ 4 ບ້ານ ຄືບ້ານ ປາກຍັນ 82 ຄອບຄົວ, ບ້ານປາກແຜນ 106 ຄອບຄົວ, ບ້ານດອນຊາຍງາມ 52 ຄອບຄົວ, ແລະບ້ານນາອຸດົມໃຕ້ 128 ຄອບຄົວ.

ໂຄງການເຂື່ອນໄຟຟ້າປາກລາຍ ຂະໜາດ 770 ເມກາວັດ ມີມູນຄ່າການລົງທຶນປະມານ 2,134 ລ້ານໂດລ້າຣ໌ສະຫະລັດ. ບໍລິສັດ Sinohydro Holding ຂອງຈີນ ຖືຫຸ້ນ 60% ແລະບໍລິສັດ GULF ຂອງໄທ ຖືຫຸ້ນ 40%. ກະແສໄຟຟ້າທີ່ຜະລິດໄດ້ ຈະຂາຍໃຫ້ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຫລື EGAT ຕາມສັນຍາຊື້ຂາຍໄຟຟ້າ ຫລື PPA.

ກອງປະຊຸມຂອງ MRC ທີ່ຈະຈັດຂຶ້ນໃນເດືອນມິຖຸນາ ທີ່ຈະມາເຖິງນີ້ ບໍ່ພຽງແຕ່ຈະມີການແຈ້ງ ແລະແບ່ງປັນຂໍ້ມູນກ່ຽວກັບຄວາມຄືບໜ້າ ຂອງໂຄງການເຂື່ອນປາກລາຍເທົ່ານັ້ນ ແຕ່ຍັງຈະມີການແບ່ງປັນຂໍ້ມູນອີກ 2 ໂຄງການ ຄື ໂຄງການເຂື່ອນປາກແບງ ແລະໂຄງການເຂື່ອນດອນສະໂຮງ ພາກຂະຫຍາຍນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.