ຜູ້ຖືກຜົລກະທົບ ຈາກໂຄງການ ເຂື່ອນປາກລາຍ ກັງວົນຄ່າຊົດເຊີຍ-ຖືກຍົກຍ້າຍ
2024.01.11
ບໍຣິສັດ Pak Lay Power ຈໍາກັດ ຕຣຽມກໍ່ສ້າງໂຄງການເຂື່ອນໄຟຟ້າ ປາກລາຍ ກໍາລັງການຜລິດ 770 ເມກາວັດ ຢ່າງເປັນທາງການ ໃນທ້າຍປີ 2024 ນີ້ ເຊິ່ງເປັນເຂື່ອນແມ່ນໍ້າຂອງແຫ່ງທີ 4 ໃນປະເທດລາວ ນັບຈາກເຂື່ອນໄຊຍະບູຣີ, ເຂື່ອນດອນສະໂຮງ ແລະເຂື່ອນຫຼວງພຣະບາງ ຕາມລໍາດັບ.
ປັດຈຸບັນ ບໍຣິສັດ Sinohydro Holding ປະເທດຈີນ ຢູ່ລະຫວ່າງການກໍ່ສ້າງ ພື້ນຖານໂຄງຮ່າງ ເປັນຕົ້ນ ອາຄານສໍານັກງານ, ເຮືອນພັກຄົນງານ, ເສັ້ນທາງ, ຂົວຂ້າມນໍ້າຂອງ ແລະວຽກງານອື່ນໆ ໂດຍຄາດວ່າ ຈະສໍາເຣັດ (ການກໍ່ສ້າງວຽກງານພື້ນໂຄງຮ່າງ) ພາຍໃນກາງປີນີ້ ກ່ອນຈະເຣີ່ມການກໍ່ສ້າງໂຕເຂື່ອນ ຢ່າງເປັນທາງການ ຕາມແຜນ.
ດັ່ງເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ມົກກະຣາ ນີ້ວ່າ:
“ປັດຈຸບັນແມ່ນວ່າ ຂະເຈົ້າເຣີ່ມຕົ້ນ ກໍ່ສ້າງພື້ນຖານໂຄງຮ່າງ ເສັ້ນທາງ ກັບຂົວ (ແຜນສ້າງເຂື່ອນຕອນໃດ) ອາຈແມ່ນທ້າຍປີນີ້ ແຜນໂຍກຍ້າຍຈັດສັນ ກໍຄື ໃກ້ຈະສໍເຣັດແລ້ວ ເຮັດວຽກໄປພ້ອມກັນເລີຍ ຕາມເພິ່ນຣາຍງານ.”
ທ່ານກ່າວອີກວ່າ ສ່ວນເຣື່ອງການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມນັ້ນ ພວມຢູ່ລະຫວ່າງ ການປະຊຸມຫາລືກັນຢ່າງອຽດ ໂດຍສະເພາະ ເຣື່ອງການຈັດສັນ ໂຍກຍ້າຍຊາວບ້ານ ແລະການບຸກເບີກເນື້ອທີ່ ຈະຕ້ອງໄດ້ມີການສຶກສາຢ່າງລະອຽດ ເພື່ອບໍ່ໃຫ້ເກີດຂໍ້ຂັດແຍ້ງຂຶ້ນ.
ແນວໃດກໍຕາມ ໃນລະຫວ່າງ ທີ່ບໍຣິສັດ Sinohydro Holding ປະເທດຈີນ ຢູ່ລະຫວ່າງການກໍ່ສ້າງ ພື້ນຖານໂຄງຮ່າງນັ້ນ ມີການກໍ່ສ້າງເສັ້ນທາງ ປະມານ 10 ກິໂລແມັດ ເຊິ່ງເຣີ່ມຈາກເສັ້ນທາງໝາຍເລຂ 4 ຕັດຜ່ານບ້ານສຸວັນນະພູມ, ບ້ານກາງ, ບ້ານທ່ານາ, ບ້ານທ່າປໍ, ບ້ານມ່ວງເໜືອ ແລະສິ້ນສຸດ ທີ່ເຂດການກໍ່ສ້າງ ໂຄງການເຂື່ອນໄຟຟ້າ ປາກລາຍ.
ໂດຍການກໍ່ສ້າງເສັ້ນທາງນັ້ນ ກໍໄດ້ກວມເອົາດິນໄຮ່, ດິນນາ ແລະດິນສວນຂອງຊາວບ້ານ ຈໍານວນນຶ່ງ ເຊິ່ງທາງບໍຣິສັດ ໄດ້ມອບເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານທີ່ສູນເສັຍທີ່ດິນໄປແລ້ວ ແຕ່ຊາວບ້ານຈໍານວນນຶ່ງ ເຫັນວ່າ ເງິນຄ່າຊົດເຊີຍໜ້ອຍເກີນໄປ ບໍ່ສົມເຫດສົມຜົລ.
ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງປາກລາຍ ແຂວງໄຊຍະບູຣີ ທີ່ສູນເສັຍທີ່ດິນ ໃຫ້ກັບໂຄງການເຂື່ອນໄຟຟ້າປາກລາຍ ເພື່ອກໍ່ສ້າງເສັ້ນທາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບ້ານເຮົາບໍ່ໄດ້ຖືກໂຍກຍ້າຍ ແຕ່ວ່າ ຜົລເສັຍຫາຍ ມັນມີຫົນທາງຣົຖ ມັນຖືກໄຮ່ຖືກນາ ເພິ່ນຊົດເຊີຍໝົດແລ້ວ ກະບໍ່ຫຼາຍປານໃດ ແລ້ວຄັນເວົ້າ ມັນກະບໍ່ຊໍ່າໃດ ມັນຄັນເວົ້າຫຼາຍກະເວົ້າບໍ່ໄດ້ ເພິ່ນທາງຣັຖເພິ່ນມາ ບາງຄົນກະໄດ້ 30-40 ລ້ານກີບໄປຊີ້ນ່າ.”
ອີງຕາມການຣາຍງານ ການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ຂອງໂຄງການເຂື່ອນໄຟຟ້າປາກລາຍ ລະບຸວ່າ ໂຄງການ ຈະສົ່ງຜົລກະທົບຕໍ່ຊາວບ້ານ ຈໍານວນ 2 ເມືອງ ໃນ 2 ແຂວງ ລວມທັງໝົດ 8 ບ້ານ, 993 ຄອບຄົວ ທີ່ຈະຕ້ອງສູນເສັຍທີ່ດິນ ປະມານ 3,500 ປາຍເຮັກຕ້າຣ໌ ແລະຖືກຍົກຍ້າຍອອກຈາກພື້ນທີ່ ເພື່ອໄປຢູ່ບ່ອນຈັດສັນໃໝ່ ດັ່ງນີ້:
- ເມືອງປາກລາຍ ແຂວງໄຊຍະບູຣີ ມີ 3 ບ້ານ ປະກອບມີ ບ້ານປາກຕຸງ ຈໍານວນ 147 ຄອບຄົວ, ບ້ານໜອງໄຄ້ ຈໍານວນ 93 ຄອບຄົວ ແລະບ້ານຜາລຽບ ຈໍານວນ 136 ຄອບຄົວ.
- ເມືອງແມດ ແຂວງວຽງຈັນ ມີ 5 ບ້ານ ປະກອບມີ ບ້ານປາກຍັນ ຈໍານວນ 82 ຄອບຄົວ, ບ້ານປາກແຜນ ຈໍານວນ 106 ຄອບຄົວ, ບ້ານດອນຊາຍງາມ ຈໍານວນ 52 ຄອບຄົວ, ບ້ານເມືອງຄີ ຈໍານວນ 249 ຄອບຄົວ ແລະບ້ານນາອຸດົມໃຕ້ ຈໍານວນ 128 ຄອບຄົວ.
ຊາວບ້ານອີກຜູ້ນຶ່ງ ທີ່ຈະສູນເສັຍທີ່ດິນ ແລະຖືກຍົກຍ້າຍອອກຈາກພື້ນທີ່ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ກ່າວວ່າ ຮັບຮູ້ແລ້ວວ່າ ຈະມີການກໍ່ສ້າງເຂື່ອນໄຟຟ້າ ໃສ່ແມ່ນໍ້າຂອງ ແຕ່ຣາຍລະອຽດ ເຣື່ອງຂອງຂໍ້ມູນເງິນຄ່າຊົດເຊີຍ ແລະແຜນການໂຍກຍ້າຍອອກຈາກພື້ນທີ່ ຍັງບໍ່ທັນຮູ້ເທື່ອ.
ແນວໃດກໍຕາມ ຫາກເປັນໄປໄດ້ ກໍບໍ່ຕ້ອງການທີ່ຈະຍົກຍ້າຍ ອອກຈາກພື້ນທີ່ໄປບ່ອນອື່ນ ເພາະເປັນກັງວົນວ່າ ຫາກໂຍກຍ້າຍໄປຢູ່ບ່ອນໃໝ່ແລ້ວ ຈະເຮັດໃຫ້ຄຸນນະພາບຊີວິດ ຫຍຸ້ງຍາກຂຶ້ນໄປຕື່ມ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຈັກຊິເຮັດແນວໃດ ມັນໄປຖືກໂຄງການເຂົາ ກະບໍ່ທັນໄດ້ຮູ້ ໄດ້ຍິນແວ່ວໆຫັ້ນແຫຼະ ແຕ່ວ່າ ໂຕເງິນຊົດເຊີຍ ບໍ່ທັນໄດ້ຮູ້ຫັ້ນນ່າວ່າ ເຂົາຊິຊົດເຊີຍໜ້ອຍ ຊົດເຊີຍຫຼາຍປານໃດນ່າ.”
ຊາວບ້ານອີກຜູ້ນຶ່ງ ໃນເມືອງແມດ ແຂວງວຽງຈັນ ກ່າວວ່າ ທາງການລາວ ແລະບໍຣິສັດ ຜູ້ພັທນາໂຄງການເຂື່ອນໄຟຟ້າ ໄດ້ລົງມາເກັບກໍາຂໍ້ມູນ ເຣື່ອງຜົລກະທົບຕໍ່ສິ່ງແວດລ້ອມ-ສັງຄົມແລ້ວ 2 ເທື່ອ ແຕ່ຍັງບໍ່ທັນແຈ້ງຕໍ່ຊາວບ້ານ ເທືື່ອວ່າ ຈະຊົດເຊີຍໃຫ້ກັບຊາວບ້ານ ໜ້ອຍ-ຫຼາຍເທົ່າໃດ ແລະຈະໂຍກຍ້າຍອອກຈາກພື້ນທີ່ ໄປຢູ່ອາໄສບ່ອນໃດ ຮວມເຖິງ ການບຸກເບີກທີ່ດິນ, ການຈັດສັນອາຊີບແລະອື່ນໆ ກໍຍັງບໍ່ມີການແຈ້ງການ ໃຫ້ຊາວບ້ານໄດ້ຮັບຮູ້ເທື່ອ.
ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຂະເຈົ້າລົງມາ ຈົດເອົາສະຖິຕິ ເປັນເນື້ອທີ່ດິນ ແລ້ວກະຄອບຄົວພວກນີ້ນ່າ ແຕ່ວ່າ ມັນເວົ້າເຣື່ອງອັນ ຂະເຈົ້າວ່າ ບໍ່ຮູ້ວ່າກໍານົດ ມື້ໃດປີໃດຫັ້ນນ່າ ຂະເຈົ້າຍັງຄ້າງຄາກັນຢູ່ ແຕ່ວ່າ ໂຄງການບໍ່ໃຫ້ຄໍາຕອບເທື່ອ ວ່າບໍ່ຮູ້ວ່າ ຊິໄດ້ໂຍກຍ້າຍຕອນໃດຫັ້ນນ່າ.”
ທາງດ້ານເຈົ້າໜ້າທີ່ ຜແນກຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ກ່າວວ່າ ດຽວນີ້ ບໍຣິສັດ Sinohydro Holding ປະເທດຈີນ ຢູ່ລະຫວ່າງ ການກໍ່ສ້າງພື້ນຖານໂຄງຮ່າງ ໃກ້ຈະສໍາເຣັດແລ້ວ ແຕ່ວ່າ ກ່ອນຈະສ້າງເຂື່ອນໄຟຟ້າ ຢ່າງເປັນທາງການ ຕ້ອງໄດ້ປະຊຸມ ຫາລືກັນຢ່າງລະອຽດ ກ່ຽວກັບວຽກງານຈັດສັນ, ໂຍກຍ້າຍ ແລະຊົດເຊີຍຜົລກະທົບ ໃຫ້ກັບຊາວບ້ານກ່ອນ.
ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບໍ່ໃດ໋ ມັນຕ້ອງຈັດສັນເນື້ອທີ່ທໍາການຜລິດ ປຸກຫໍ ຢໍເຮືອນແມ່ນຫຍັງໃຫ້ໝົດແລ້ວ ແລ້ວຈັ່ງໄດ້ຍ້າຍ ຍ້າຍແລ້ວ ຈັ່ງຄ່ອຍທໍາການກໍ່ສ້າງ (ເຂື່ອນ) ຕ້ອງແມ່ນ ຊົດເຊີຍຜົລກະທົບຕໍ່ສັງຄົມ ຕໍ່ທັມມະຊາຕເນາະ ຕາມນະໂຍບາຍຂອງຣັຖບານ ຕ້ອງໄດ້ເວົ້າເຣື່ອງໂຕນີ້ກ່ອນ.”
ສໍາລັບໂຄງການເຂື່ອນໄຟຟ້າ ປາກລາຍ ແມ່ນມີ ບໍຣິສັດ GULF ປະເທດໄທຍ ແລະບໍຣິສດ Sinohydro Holding ປະເທດຈີນ ຮ່ວມກັນຈັດຕັ້ງບໍຣິສັດ Pak Lay Power ຈໍາກັດ ຫຼື ໂຄງການເຂື່ອນໄຟຟ້າປາກລາຍ ເພື່ອເຊັນສັນຍາຊື້-ຂາຍໄຟຟ້າຢ່າງເປັນທາງການ ຫຼື PPA ກັບການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ (EGAT) ໂດຍໄດ້ມີໜັງສື ແຈ້ງຕໍ່ ຕລາດຫຼັກຊັບແຫ່ງປະເທດໄທຍ ໃນມື້ວັນທີ 20 ມິນາ ປີ 2023.
ໂຄງການເຂື່ອນໄຟຟ້າ ປາກລາຍ ຫຼື Pak Lay Power ຈະມີກໍາລັງການຜລິດ 770 ເມກະວັດ ມີມູນຄ່າການລົງທຶນ ປະມານ 2,134 ລ້ານໂດລ້າຣ໌ສະຫະຣັຖ, ໂດຍມີ ບໍຣິສັດ Sinohydro Holding ປະເທດຈີນ ຖືຫຸ້ນ 60% ແລະບໍຣິສັດ GULF ປະເທດໄທຍ ຖືຫຸ້ນ 40%.
ໂຄງການດັ່ງກ່າວນີ້ ຈະຂາຍໄຟຟ້າທັງໝົດ ໃຫ້ກັບການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ຫຼື EGAT ເປັນໄລຍະເວລາ 29 ປີ ດ້ວຍອັດຕຣາຄ່າໄຟຟ້າ 2.6 ບາທ ຕໍ່ໜ່ວຍ ເຊິ່ງມີກໍານົດເປີດນໍາໃຊ້ ແລະຂາຍໄຟຟ້າຢ່າງເປັນທາງການ ໃນມື້ວັນທີ 1 ມົກກະຣາ 2032 ຕາມສັນຍາ.