MRC ຕຽມປະຊຸມຫາລື ໃນໂຄງການເຂື່ອນປາກແບງ

ຮູບປະກອບ ເຊິ່ງແມ່ນຜູ້ນຳປະເທດ ຂົງເຂດລຸ່ມແມ່ນ້ຳຂອງ ຮ່ວມປະຊຸມ ໃນກອງປະຊຸມສຸດຍອດ ຄະນະກັມມາທິການແມ່ນ້ຳຂອງສາກົລ ຄັ້ງທີ 4 ຫຼື 4th, MRC Summit ທີ່ນະຄອນຫຼວງວຽງຈັນ. ວັນທີ 5 ເມສາ 2023.
ຮູບປະກອບ ເຊິ່ງແມ່ນຜູ້ນຳປະເທດ ຂົງເຂດລຸ່ມແມ່ນ້ຳຂອງ ຮ່ວມປະຊຸມ ໃນກອງປະຊຸມສຸດຍອດ ຄະນະກັມມາທິການແມ່ນ້ຳຂອງສາກົລ ຄັ້ງທີ 4 ຫຼື 4th, MRC Summit ທີ່ນະຄອນຫຼວງວຽງຈັນ. ວັນທີ 5 ເມສາ 2023. (RFA)

0:00 / 0:00

ຄະນະກໍາມະການແມ່ນໍ້າຂອງສາກົນ ຫຼື Mekong River Commission ຕຽມຈັດກອງປະຊຸມ ຫາລື ຜູ້ມີສ່ວນໄດ້-ສ່ວນເສຍ ໃນໂຄງການເຂື່ອນປາກແບງ ແຂວງອຸດົມໄຊ ເພື່ອແຈ້ງ ແລະແບ່ງປັນຂໍ້ມູນຂອງໂຄງການ ໃຫ້ກັບຜູ້ມີສ່ວນໄດ້ສ່ວນເສຍໄດ້ຮັບຮູ້ ຄວາມຄືບໜ້າ ຄາດວ່າ ຈະມີກອງປະຊຸມ ໃນເດືອນມິຖຸນາ ປີ 2024 ນີ້.

ສໍາລັບເລື່ອງທີ່ຈະປະຊຸມຫາລືກັນນັ້ນ ກໍ່ຈະເປັນຄວາມຄືບໜ້າ ກ່ຽວກັບຜົນການສຶກສາ ສະບັບໃໝ່ຂອງໂຄງການ ທີ່ຈະເວົ້າເຖິງ ການອອກແບບ-ຄວາມປອດໄພ ຂອງເຂື່ອນ, ການລະບາຍນໍ້າ, ຝຸ່ນຕົມຂະໜາດນ້ອຍ, ທາງຜ່ານຂອງປາ, ລະດັບນໍ້າ ແລະຜົນກະທົບຂ້າມຊາຍແດນ, ຜົນກະທົບຕໍ່ເສດຖະກິດ ແລະສັງຄົມ, ດັ່ງທ່ານ Sopheak Meas ເຈົ້າໜ້າທີ່ ດ້ານການມີສ່ວນຮ່ວມ ຜູ້ມີສ່ວນໄດ້-ສ່ວນເສຍ, ສໍານັກງານເລຂາທິການ ຄະນະກໍາມະການແມ່ນໍ້າຂອງສາກົນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ເມສາ ນີ້ວ່າ:

“ເຮົາໄດ້ໂອ້ລົມກັນ ກ່ຽວກັບຄວາມຄືບໜ້າຂອງໂຄງການ ແລະສິ່ງ ທີ່ຜູ້ພັດທະນາໂຄງການໄດ້ກ່າວເຖິງ ຄວາມຄິດຄວາມເຫັນ ຈາກປະເທດສະມາຊິກ ແລະ ຄໍາແນະນໍາຂອງເຮົາ ສໍາລັບລາຍງານ ໃນການກວດສອບທາງເຕັກນິກ.”

ເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ທ່ານໜຶ່ງ ກ່າວວ່າ ສໍາລັບໂຄງການເຂື່ອນປາກແບງ ແມ່ນຖືວ່າ ຊັກຊ້າຫຼາຍ ເຮັດໃຫ້ລັດຖະບານລາວ ຕ້ອງອອກມາກົດດັນ ໃຫ້ບໍລິສັດຜູ້ພັດທະນາ ຮີບດ່ວນ ໃນການສຶກສາຜົນກະທົບສິ່ງແວດລ້ອມ ແລະຜົນກະທົບຂ້າມແດນຊາຍ ໃຫ້ສໍາເລັດໂດຍໄວ ເຊິ່ງປັດຈຸບັນ ກະໃກ້ຈະສໍາເລັດ 100% ແລ້ວ.

ສ່ວນເລື່ອງທີ່ໂຄງການ ເຂື່ອນປາກແບງ ໄດ້ເຮັດການສຶກສາໃໝ່ນັ້ນ ກໍ່ຈະມີເລື່ອງການອອກແບບ ໂຄງສ້າງຂອງເຂື່ອນ, ເລື່ອງຂອງລະດັບນໍ້າເໜືອເຂື່ອນ ເມື່ອມີການຕັນເຂື່ອນແລ້ວ ຈະເຮັດໃຫ້ລະດັບນໍ້າ ເພີ່ມສູງຂຶ້ນ ຈົນໄປກະທົບຕໍ່ເຂດແດນ ລາວ-ໄທ ແລະ ເລື່ອງຝຸ່ນຕົມຂະໜາດນ້ອຍ.

ຂະນະທີ່ ການແຈ້ງຂໍ້ມູນ ແລະແບ່ງປັນຂໍ້ມູນ ຂອງໂຄງການເຂື່ອນປາກແບງ ໃຫ້ຊາວບ້ານໃນພື້ນທີ່ໄດ້ຮັບຂໍ້ມູນນັ້ນ ປັດຈຸບັນ ຍັງບໍ່ທັນແຈ້ງເປັນທາງການເທື່ອ, ຄາດວ່າ ປະມານຕົ້ນປີ 2025 ຈະເລີ່ມແຈ້ງຂໍ້ມູນ ແລະແບ່ງປັນຂໍ້ມູນ ຂອງໂຄງການ ໃຫ້ກັບຊາວບ້ານ ຢ່າງເປັນທາງການ ໂດຍເລື່ອງທີ່ຈະແຈ້ງນັ້ນ ເຊັ່ນ ການສູນເສຍທີ່ດິນ, ການຖືກໂຍກຍ້າຍ ແລະມູນຄ່າເງິນຄ່າຊົດເຊີຍ ແລະແຜນການຟື້ນຟູ ຄຸນນະພາບຊີວິດ ຂອງຊາວບ້ານທີ່ໄດ້ຮັບຜົນກະທົບຕ່າງໆ, ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ຈີນຫັ້ນ ບໍ່ມີແຜນຄວາມຄືບໜ້າ ລັດຖະບານ (ລາວ) ກະເລີຍຜັກດັນ ໃຫ້ມາເຮັດເອກກະສານ ທາງດ້ານນິຕິກໍາຕ່າງໆ ໃຫ້ມັນຄົບຖ້ວນ ຫຼັກໆແມ່ນ ບໍ່ໃຫ້ໄປຖ້ວມໂຕເຂດຊາຍແດນນັ້ນ (ແຈ້ງໃຫ້ຊາວບ້ານຮູ້ ຫຼືຍັງ) ຄາດວ່າ ປະມານປີໜ້າ ເຂົາກະຊິເລີ່ມໄປວຽກໂຕນັ້ນ."

ອີງຕາມລາຍງານ ການປະເມີນຜົນກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ ລະບຸວ່າ ໂຄງການເຂື່ອນປາກແບງ ຈະສົ່ງຜົນກະທົບຕໍ່ຊາວບ້ານ ທັງທາງກົງ ແລະທາງອ້ອມ ຈໍານວນ 26 ບ້ານ ໃນ 3 ແຂວງ ປະກອບມີ ເມືອງປາກແບງ ແຂວງອຸດົມໄຊ 4 ບ້ານ, ເມືອງປາກທາ ແຂວງບໍ່ແກ້ວ 17 ບ້ານ, ເມືອງຊຽງຮ່ອນ ແຂວງໄຊຍະບູລີ 3 ບ້ານ ແລະເມືອງຄອບ ແຂວງໄຊຍະບູລີ 2 ບ້ານ.

ໂດຍໃນຈໍານວນ 26 ບ້ານນັ້ນ ຈະມີພຽງ 7 ບ້ານ ຈໍານວນ 140 ຄອບຄົວ ມີປະຊາກອນ 4,000 ປາຍຄົນ ຖືກໂຍກຍ້າຍ ອອກຈາກພື້ນທີ່ໄປບ່ອນໃໝ່ ແລະອີກປະມານ 63 ຄອບຄົວ ມີປະຊາກອນເກືອບ 300 ຄົນ ຈະໄດ້ຮັບຜົນກະທົບຢ່າງຮຸນແຮງ ຖືກໂຍກຍ້າຍອອກຈາກພື້ນທີ່, ສູນເສຍທີ່ດິນທໍາການກະເສດ ທຸກສິ່ງທຸກຢ່າງ ຈະຈົມຢູ່ພື້ນນໍ້າ.

ກ່ຽວກັບເລື່ອງນີ້ ຊາວລາວທ່ານໜຶ່ງ ໃນເມືອງປາກແບງ ແຂວງອຸດົມໄຊ ທີ່ຄາດວ່າ ຈະໄດ້ຮັບຜົນກະທົບ ສູນເສຍທີ່ດິນ ແລະຖືກໂຍກຍ້າຍອອກຈາກພື້ນທີ່ ກ່າວວ່າ ຍັງບໍ່ທັນຮັບຮູ້ ກ່ຽວກັບເລື່ອງດັ່ງກ່າວ ຢ່າງເປັນທາງການເທືື່ອ ເພາະຍັງບໍ່ມີພາກສ່ວນໃດ ມາແບ່ງປັນຂໍ້ມູນເທື່ອ ສ່ວນຊາວບ້ານໃນພື້ນທີ່ ກໍຂ້ອນຂ້າງເປັນກັງວົນຫຼາຍສົມຄວນ ທັງເລື່ອງການໂຍກຍ້າຍອອກຈາກພື້ນທີ່, ການສູນເສຍທີ່ດິນທໍາການກະເສດ, ການສູນເສຍອາຊີບ ໂດຍສະເພາະ ເລື່ອງຄ່າຕອບແທນ ທີ່ອາດບໍ່ເໝາະສົມກັບຊາວບ້ານ, ດັ່ງຊາວລາວທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ບໍ່ທັນຮູ້ເທື່ອໃດ໋ ວ່າຊິເຮັດແບບໃດ ພວກເຮົາກະກັງວົນຢູ່ ໄດ້ຍິນຂະເຈົ້າວ່າຢູ່ ແຕ່ວ່າ ບໍ່ມີຜູ້ໃດ ຢາກຍ້າຍແຫຼະ ຖ້າມັນມີການທົດແທນທີ່ເໝາະສົມ ແລ້ວກະມີບ່ອນທີ່ວ່າ ຈັດສັນໃຫ້ຢູ່ຊີ້ກ່າ ຊິໂອເຄຢູ່ເນາະ ຖ້າວ່າບໍ່ຈັດສັນໃຫ້ຢູ່ ບໍ່ມີບ່ອນຢູ່ຊີ້ກ່າ ມັນໜ້າຈະບໍ່ຊ່າງຊິເຮັດແນວໃດແຫຼະ.”

ຊາວບ້ານອີກທ່ານໜຶ່ງ ຢູ່ເມືອງປາກແບງ ແຂວງອຸດົມໄຊ ກ່າວວ່າ ກະໄດ້ຍິນມາເປັນໄລຍະໆ ກ່ຽວກັບການພັດທະນາ ໂຄງການດັ່ງກ່າວນີ້ ເຊິ່ງຊາວບ້ານສ່ວນຫຼາຍ ບໍ່ຕ້ອງການໂຍກຍ້າຍອອກຈາກພື້ນທີ່ ເພາະມີຄວາມກັງວົນ ໃນຫຼາຍໆເລື່ອງ ໂດຍສະເພາະ ເລື່ອງຂອງຄ່າຕອບແທນ ທີ່ອາດຈະບໍ່ເໝາະສົມ, ການສູນເສຍທີ່ດິນ ທໍາການກະເສດ ແລະອາຊີບ ເຊິ່ງຈະເຮັດໃຫ້ຊາວບ້ານເສຍປຽບ ແລະກາຍເປັນຄອບຄົວທຸກຍາກກວ່າເກົ່າ, ດັ່ງຊາວລາວ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ເຮັດເຂື່ອນແລ້ວບາດນີ້ ຈັກຊິເຮັດຫຍັງໄດ້ຈັ່ງວ່າ ຄັນເຮັດເຂື່ອນຫຼາຍແລ້ວ ເຮັດໃຫ້ປະຊາຊົນ ທຸກຍາກກວ່າເກົ່າ ພວກແລ່ນເຮືອກະ ໄປຍາກແລ້ວ ໄດ້ເງິນມາ 5-6 ລ້ານ 10 ລ້ານ (ກີບ) ມັນຊິມີຫຍັງ ເຂົາທໍາມາຫາກິນ ມາ...ໂອ້."

ໂຄງການເຂື່ອນປາກແບງ ເຊິ່ງເປັນເຂື່ອນໄຟຟ້າຂະໜາດໃຫຍ່ ທີ່ຕັ້ງຢູ່ໃນແມ່ນໍ້າຂອງສາຍຫຼັກ ໂດຍໂຄງການດັ່ງກ່າວນີ້ ໄດ້ສ້າງຄວາມກັງວົນໃຈ ໃຫ້ກັບປະຊາຊົນລຸ່ມແມ່ນໍ້າຂອງ ຫຼາຍສົມຄວນ.

ຂະນະທີ່ ເຄືອຂ່າຍພາກປະຊາສັງຄົມ ໃນປະເທດໄທ ແລະອົງການຈັດຕັ້ງສາກົນ ກະໄດ້ມີຄວາມພະຍາຍາມທີ່ສຸດ ໃນການຄັດຄ້ານໂຄງການເຂື່ອນປາກແບງ ໂດຍໄລຍະທີ່ຜ່ານມາ ພາກປະຊາສັງຄົມໃນໄທ ກະໄດ້ສົ່ງໜັງສື ໄປເຖິງລັດຖະບານໄທ ແລະຄະນະກໍາມະການ ນະໂຍບາຍພະລັງງານແຫ່ງຊາດໄທ ໃຫ້ພິຈາລະນາ ເລື່ອນການຮັບຊື້ໄຟຟ້າ ຈາກເຂື່ອນປາກແບງອອກໄປກ່ອນ.

ສ່ວນຄວາມກັງວົນ ຂອງພາກປະຊາສັງຄົມໃນປະເທດໄທ ກະມີຫຼາຍບັນຫາ ເປັນຕົ້ນ ຜົນກະທົບ ຈາກພາວະນໍ້າເພີ່ມສູງຂຶ້ນ ຈາກອ່າງເກັບນໍ້າຂອງເຂື່ອນປາກແງ ໃນເຂດຊາຍແດນຂອງໄທ ຢູ່ເມືອງວຽງແກ່ນ, ເມືອງຊຽງຂອງ ແລະເມືອງຊຽງແສນ ແຂວງຊຽງຮາຍ.

ຜົນກະທົບ ຕໍ່ການອົບພະຍົບຂອງປາ ແລະການປະມົງ ຂອງຊຸມຊົນແຄມແມ່ນໍ້າຂອງ, ຜົນກະທົບ ຕໍ່ການເກັບໄຄ-ສາຫຼ່າຍ ໃນແມ່ນໍ້າຂອງ ໄລຍະລະດູແລ້ງ ເຊິ່ງເປັນສິນຄ້າເສດຖະກິດທ້ອງຖິ່ນ ຂອງຄົນໄທ 3 ເມືອງ ໃນແຂວງຊຽງຮາຍ ແລະຜົນກະທົບ ຕໍ່ເສັ້ນເຂດແດນໄທ-ລາວ ທີ່ມີເກາະດອນເປັນຈໍານວນຫຼາຍ ເຊິ່ງໄທ ອາດຈະເສຍດິນແດນ ທາງອິທິບປະໄຕ ຈາກກໍລະນີ ພາວະນໍ້າເພີ່ມສູງຂຶ້ນ ຕະຫຼອດທັງປີ, ດັ່ງຕາງໜ້າກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ຂໍ້ຫ່ວງໃຍ ຂອງປະຊາຊົນ ທີ່ຮຽກຮ້ອງມາໂດຍຕະຫຼອດ ວ່າ ໂຄງການ ພາກເອກກະຊົນ ທີ່ເຂົາຈະເຮັດໄປນັ້ນ ເຊິ່ງມັນສົ່ງຜົນກະທົບ ກັບເລື່ອງຂອງເຂດແດນ ແລະອະທິບປະໄຕນໍາ (ຂອງປະເທດໄທຍ-ລາວ) ທີ່ຜ່ານມາ ເລື່ອງນີ້ ຫຍຸ້ງຍາກຫຼາຍເນາະ ກົມຊັບພະຍາກອນນໍ້າແຫ່ງຊາດ (ຂອງໄທ) ກະໜ້າຈະມີບົດບາດ ທີ່ຈະທົບທວນ ຫຼືວ່າ ຫາທາງອອກໃຫ້ດີທີ່ສຸດເນາະ ເພື່ອບໍ່ໃຫ້ຊາວບ້ານ ໄດ້ຮັບຜົນກະທົບເນາະ."

ທາງດ້ານທ່ານ ສຸຣະສີ ກິດຕິມົນທົນ ເລຂາທິການ ສໍານັກງານຊັບພະຍາກອນນໍ້າ ແຫ່ງຊາດ ປະເທດໄທ ຫຼື ສນທຊ ກ່າວວ່າ ຕອນີ້ ຍັງບໍ່ທັນໄດ້ຮັບຜົນ ການສຶກສາ ສະບັບໃໝ່ ຈາກບໍລິສັດ ຜູ້ພັດທະນາໂຄງການ ເຂື່ອນປາກແບງເທື່ອ ແຕ່ທາງຝ່າຍໄທ ກໍ່ມີແຜນ ທີ່ຈະປະຊຸມຫາລືກັນຕື່ມ ໃນເດືອນພຶດສະພານີ້ ເພິື່ອເວົ້າເຖິງຂໍ້ກັງວົນຕ່າງໆ ທີ່ອາດເກີດຂຶ້ນ ໂດຍສະເພາະ ເລື່ອງການອອກແບບໂຄງສ້າງເຂື່ອນ, ຜົນກະທົບຂ້າມຊາຍແດນ ທີ່ຕິດພັນ ໃນເລື່ອງຊາຍແດນອະທິບປະໄຕ ແລະຜົນກະທົບຕໍ່ຊາວບ້ານ ໃນແຂວງຊຽງຮາຍ ຂອງໄທ ບັນຫາທັງໝົດ ຝ່າຍໄທ ຈະຕ້ອງເຫັນດີກ່ອນ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ໃນສ່ວນນີ້ ທາງສໍານັກງານ ຊັບພະຍາກອນນໍ້າແຫ່ງຊາດໄທ (ສນທຊ) ຍັງບໍ່ມີຂໍ້ມູນວ່າ ເຂົາໄປດໍາເນີນການນີ້ ມັນເປັນໄປຕາມແບບນັ້ນ ຫຼືບໍ່ (ເງື່ອນໄຂສັນຍາ) ການອອກແບບ ຫຼືການດໍາເນີນການຂອງຜູ້ພັດທະນາ ໂຄງການນີ້ ເປັນໄປຕາມເງື່ອນໄຂຂອງ Joint Action Plan ຫຼາຍໜ້ອຍແນວໃດ ທາງ ສນທຊ ທາງລັດຖະບານ ຈະຊ່ອຍປົກປ້ອງອະທິບປະໄຕ ຫຼືວ່າ ໃນເລື່ອງຂອງ ອ້າຍນ້ອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ຫຼືບໍ່ ເຮົາດໍາເນີນການເຕັມທີ່ຢູ່ແລ້ວ ໃນສ່ວນນັ້ນ."

ສໍາລັບໂຄງການເຂື່ອນປາກແບງ ຈະມີກໍາລັງຕິດຕັ້ງ 912 ເມກະວັດ ຕັ້ງຢູ່ບ້ານປາກເງີຍ ເມືອງປາກແບງ ແຂວງອຸດົມໄຊ ໂດຍມີ ບໍລິສັດ China Datang Oversea Investment ປະເທດຈີນ ເປັນຜູ້ພັດທະນາໂຄງການ ດ້ວຍມູນຄ່າການລົງທຶນ ປະມານ 1,880 ລ້ານໂດລ້າສະຫະລັດ, ສ່ວນໄຟຟ້າທີ່ຜະລິດໄດ້ ຈາກໂຄງການເຂື່ອນປາກແບງ ຕາມແຜນ ຈະສົ່ງຂາຍໃຫ້ປະເທດໄທ 90% ແລະລັດວິສາຫະກິດໄຟຟ້າລາວ 10% ສັນຍາ 29 ປີ ມີກໍານົດຂາຍໄຟຟ້າ ເປັນທາງການ ໃນປີ 2033.

ສ່ວນບໍລິສັດ ຜູ້ຖືຫຸ້ນ ໃນໂຄງການດັ່ງກ່າວ ປະກອບມີ ບໍລິສັດ China Datang ປະເທດຈີນ ຖືຫຸ້ນ 51% ແລະບໍລິສັດ Gulf Energy Development ປະເທດໄທ ຖືຫຸ້ນ 49%.