ປະຊາຊົນ ລາວ-ໄທ ບໍ່ເຫັນດີ ໃຫ້ລັດຖະບານລາວ ສ້າງເຂື່ອນແມ່ນໍ້າຂອງ ເພີ່ມ

ໄຊຍາ
2024.06.12
ປະຊາຊົນ ລາວ-ໄທ ບໍ່ເຫັນດີ ໃຫ້ລັດຖະບານລາວ ສ້າງເຂື່ອນແມ່ນໍ້າຂອງ ເພີ່ມ ການກໍ່ສ້າງໂຄງຮ່າງພື້ນຖານ ເຂື່ອນປາກລາຍ ແຂວງໄຊຍະບູລີ ວັນທີ 27 ກຸມພາ ປີ 2023.
ຮູບພາບຈາກພົນລະເມືອງ

ຄະນະກໍາມາທິການ ແມ່ນໍ້າຂອງສາກົນ ຈັດກອງປະຊຸມ ປຶກສາຫາລືກັບຜູ້ມີສ່ວນໄດ້ສ່ວນເສຍ ເພື່ອແບ່ງປັນ ຂໍ້ມູນຄວາມຄືບໜ້າ ຂອງໂຄງການເຂື່ອນໄຟຟ້າ ແມ່ນໍ້າຂອງ ແລະ ໃນແມ່ນໍ້າສາຂາ ປະກອບມີເຂື່ອນປາກແບງ, ເຂື່ອນປາກລາຍ, ເຂື່ອນດອນສະໂຮງ ພາກຂະຫຍາຍ ແລະ ເຂື່ອນເຊກອງຕອນລຸ່ມ A ພາຍຫຼັງທີ່ລັດຖະບານ ພະຍາຍາມພັກດັນ ການກໍ່ສ້າງເຂື່ອນໄຟຟ້າ ແມ່ນໍ້າຂອງ ຢ່າງໜັກແໜ້ນ.

ທ່ານ ເຊຍ ໂຊແຟຣີນ (Chea Sophearin), ຫົວໜ້າຝ່າຍການວາງແຜນ ລຸ່ມແມ່ນໍ້າ ສຳນັກເລຂາທິການ ຄະນະກຳມາທິການ ແມ່ນໍ້າຂອງສາກົນ ກ່າວໃນກອງປະຊຸມ ຜູ້ມີສ່ວນໄດ້ສ່ວນເສຍ ໃນວັນທີ 12 ມິຖຸນາ 2024 ວ່າ ປະຈຸບັນແມ່ນໍ້າຂອງຕອນລຸ່ມ ໄດ້ດຳເນີນການໄປແລ້ວ 6 ແຫ່ງ ໃນນີ້ສ້າງສຳເລັດໄປແລ້ວ 2 ແຫ່ງ ຄືເຂື່ອນໄຊຍະບູລີ ແລະ ເຂື່ອນດອນສະໂຮງ, ເຂື່ອນອີກ 3 ແຫ່ງກຳລັງຢູ່ລະຫວ່າງການກໍ່ສ້າງ ຄືເຂື່ອນຫຼວງພະບາງ ແລະ ກຽມພ້ອມທີ່ຈະກໍ່ສ້າງຄືເຂື່ອນປາກແບງ ແລະ ເຂື່ອນປາກລາຍ, ສ່ວນອີກ 1 ແຫ່ງ ຄືເຂື່ອນຊະນະຄາມທີ່ຍັງບໍ່ຜ່ານການປະເມີນ ເລື່ອງຜົນກະທົບຂ້າມຊາຍແດນ.

“ພວກເຮົາໄດ້ດໍາເນີນໂຄງການ ມາແລ້ວ 6 ໂຄງການຄືເຂື່ອນໄຊຍະບູລີ, ເຂື່ອນດອນສະໂຮງ ເຊິ່ງທັງ 2 ໂຄງການໄດ້ມີການຫາລືກັນ ກອງປະຊຸມໃນລະດັບຄະນະກຳມະການ ຮ່ວມເຊິ່ງມີມະຕິເປັນເອກະພາບແລະສຳລັບເຂື່ອນປາກແບງ, ເຂື່ອນປາກລາຍ ແລະ ເຂື່ອນຫຼວງພະບາງທ່ານອາດຮູ້ໄດ້ວ່າ ໃນຕອນທ້າຍຂອງຂະບວນການປຶກສາຫາລື ລ່ວງໜ້າ ຂອງຄະນະກຳມາທິການ ຮ່ວມໄດ້ສາມາດບັນລຸການສະຫຼຸບດ້ວຍຂໍ້ຕົກລົງ ກ່ຽວກັບຄຳຖະແຫຼງການ ແລະແຜນການປະຕິບັດຮ່ວມກັນ.

ກອງປະຊຸມຫາລື ກັບຜູ້ມີສ່ວນໄດ້ສ່ວນເສຍເທື່ອນີ້ ຈະມີການລາຍງານເລື່ອງຂອງຕະກອນ ຫຼຶຝຸ່ນຕົມຂະໜາດນ້ອຍ, ຊ່ອງທາງອົບພະຍົບຂອງປາ, ການອອກແບບ ແລະຄວາມປອດໄພ ຂອງເຂື່ອນ ໄປຈົນເຖິງຜົນກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ຂອງໂຄງການເຂື່ອນປາກແບງ, ເຂື່ອນປາກລາຍ, ເຂື່ອນດອນສະໂຮງ ພາກຂະຫຍາຍ ແລະ ເຂືອນເຊກອງຕອນລຸ່ມ A ເປັນຫຼັກ.

ສໍາລັບໂຄງການ ເຂື່ອນປາກແບງ ຜົນການສຶກສາເຫັນວ່າ ຜ່ານການເຫັນດີຈາກລັດຖະບານລາວແລ້ວ ແລະຄາດວ່າຈະເລີ່ມການກໍ່ສ້າງ ຢ່າງເປັນທາງການ ໃນວັນທີ 01 ພະຈິກ 2024 ນີ້. ສຳລັບໂຄງການເຂື່ອນປາກລາຍ ແມ່ນຍັງຢູ່ລະຫວ່າງການເຈລະຈາ ເລື່ອງເງິນກູ້ຢືມ ແລະ ການສຶກສາຜົນ ກະທົບດ້ານສິ່ງແວດລ້ອມ-ສັງຄົມ ຂອງແລວສາຍສົ່ງໄຟຟ້າ ຍັງບໍ່ທັນສຳເລັດເທື່ອຄາດວ່າ ພາຍໃນປີ 2024 ນີ້ຈະສຳເລັດທັງໝົດ. ສຳລັບໂຄງການເຂື່ອນດອນສະໂຮງ ພາກຂະຫຍາຍ ແມ່ນທາງໂຄງການມີແຜນຈະຂະຫຍາຍ ກຳລັງການຜະລິດເພີ່ມອີກ 65 ເມກາວັດ ຈາກເດີມ ມີກໍາລັງການຜະລິດ 260 ເມກາວັດ ຖ້າຜົນຂອງການສຶກສາ ຜ່ານການພິຈາລະນາເຫັນດີ ຈະເຮັດໃຫ້ເຂື່ອນດອນສະໂຮງ ມີກຳລັງການຜະລິດລວມ 235 ເມກາວັດ.

ຊາວບ້ານຢູ່ເມືອງປາກທາ ແຂວງບໍ່ແກ້ວທີ່ຈະໄດ້ຮັບຜົນກະທົບ ຈາກເຂື່ອນປາກແບງໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ມິຖຸນາ ວ່າ ຕອນນີ້ຮັບຮູ້ແຕ່ວ່າຈະມີການກໍ່ສ້າງເຂື່ອນໄຟຟ້າ ໃນແມ່ນໍ້າຂອງແຕ່ຍັງບໍ່ທັນຮູ້ເທື່ອວ່າ ເມື່ອສ້າງເຂື່ອນໄຟຟ້າໄປແລ້ວ ຊາວບ້ານຈະໄດ້ຮັບຜົນກະທົບ ແນວໃດແຕ່ກໍ່ກັງວົນວ່າ ຖ້າເຂື່ອນໄຟຟ້າ ມີການຕັນນໍ້າ ແລ້ວອາດເຮັດໃຫ້ລະດັບນໍ້າສູງຂຶ້ນ ຈົນຖ້ວມເນື້ອທີ່ປູກຝັງ ບໍລິເວນແຄມນໍ້າຂອງ.

“ກາບໍ່ໄດ້ເປັນຂະບວນການຕໍ່ຕ້ານຫຍັງ ຈັກຢ່າງເທື່ອເນາະ ບໍ່ທັນຮູ້ວ່າຜົນກະທົບຊິມາແບບໃດ. ປະຊາຊົນກາຍັງບໍ່ທັນເຂົ້າໃຈ. ເພິ່ນຊິເຮັດແບບໃດກາຍັງບໍ່ທັນຮູ້ເນາະ ກາລໍຖ້າແຕ່ເພິ່ນຊິມາລົງມືເຮັດ ລົງມືສ້າງແລ້ວຜົນກະທົບແບບໃດ ກາຊິຮູ້ຕາມຫຼັງ.”

ຊາວບ້ານ ຢູ່ເມືອງປາກແບງ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ເຖິງຈະຍັງບໍ່ຮູ້ລາຍລະອຽດກ່ຽວກັບໂຄງການ ເຂື່ອນໄຟຟ້າປາກແບງ ຫຼາຍປານໃດ ແຕ່ກາກັງວົນໃຈ ເພາະຢ້ານໄດ້ຮັບຜົນກະທົບ ດັ່ງເຊັ່ນການສູນເສຍທີ່ດິນ, ຖືກໂຍກຍ້າຍອອກຈາກພື້ນທີ່ ແລະ ໄດ້ເຮັບເງິນຄ່າຊົດເຊີຍ ບໍ່ສົມເຫດສົມຜົນ. ຖ້າຊາວບ້ານສະແດງຄວາມເຫັນໄດ້ ກໍ່ຢາກສະເໜີໃຫ້ລັດຖະບານ ພິຈາລະນາຄືນໃໝ່ ເພາະຊາວບ້ານໃນພື້ນທີ່ ບໍ່ຕ້ອງການເຂື່ອນໄຟຟ້າ.

“ພວກນ້ອງກາກັງວົນຢູ່ ໄດ້ຍິນຂະເຈົ້າວ່າຢູ່ແຕ່ວ່າເຮົາຢູ່ເຂດລຸ່ມ ແຕ່ວ່າບໍ່ຮູ້ວ່າມັນຊິເປັນແນວໃດເນາະ. ຖ້າໄດ້ຍ້າຍຮ້ານ ມັນກາບາດເຮັດມາແລ້ວ ມັນຊິເປັນແນວໃດເຮົາກາຍັງບໍ່ທັນຮູ້ເທື່ອ ແມ່ນແຫຼະບໍ່ມີຜູ້ໃດຢາກຍ້າຍແຫຼະ ມັນບໍ່ມີບ່ອນຢູ່ອາໃສເດ້.”

ຊາວບ້ານເມືອງປາກລາຍ ແຂວງໄຊຍະບູລີກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ດຽວນີ້ໂຄງການເຂື່ອນປາກລາຍເລີ່ມດຳເນີນການ ກໍ່ສ້າງພື້ນຖານໂຄງລ່າງ ໄປຫຼາຍແລ້ວ ແຕ່ຍັງບໍ່ມີພາກສ່ວນໃດມາແບ່ງປັນຂໍ້ມູນ ແລະແຈ້ງກ່ຽວກັບໂຄງການເຂື່ອນປາກລາຍ ໃຫ້ຊາວບ້ານໄດ້ຮັບຮູ້ ໂດຍສະເພາະ ເລື່ອງຜົນກະທົບ ສູນເສຍທີ່ິດິນ ແລະ ການໂຍກຍ້າຍ ອອກຈາກພື້ນທີ່.

“ກາເວົ້າແລື່ອງທົດແທນຫັ້ນແຫຼະ ມິດຈີ່ຫຼີ່ຢູ່. ດຽວນີ້ຄືເກົ່າ ຢູ່ບໍ່ເຫັນວ່າແມ່ນຫຍັງເນື້ອທີ່ ກວມໄປບັກຫຼາຍໆ ເຮັກຕ້າຖືກດິນໄປບັກຫຼາຍໆ. ເອີ! ບໍ່ເຫັນວ່າແມ່ນຫຍັງເດ້. ໂອ້ໂຍກຍ້າຍຫັ້ນແຫຼະ ຕາຍເລີຍແຫຼະປະຊາຊົນ ເຂົາບໍ່ມີບ່ອນທຳມາຫາກິນຫັ້ນແຫຼະ.”

ປະຈຸບັນ ຊາວບ້ານທັງ ລາວ-ໄທ ທີ່ຢູ່ໃນເຂດພື້ນທີ່ແມ່ນໍ້າຂອງ ເວົ້າເປັນເອກະພາບກັນວ່າ ສະພາບແມ່ນໍ້າຂອງຕອນລຸ່ມ ກໍ່ເສື່ອມໂຊມລົງຫຼາຍແລ້ວຖ້າຈະສ້າງເຂື່ອນຕື່ມອີກ ຫຼາຍແຫ່ງ ຈະຍິ່ງເຮັດໃຫ້ລະບົບນິເວດ ໃນແມ່ນໍ້າຂອງໜັກຂຶ້ນເລື້ອຍໆ ແລະ ຊາວບ້ານກໍ່ເປັນກັງວົນ ໃນເລື່ອງຂອງຜົນກະທົບຕ່າງໆ ທີ່ຈະເກີດຂຶ້ນຕາມມາ.

ຕໍ່ກັບເລື່ອງສ້າງເຂື່ອນ ໃນແມ່ນໍ້າຂອງ ທ່ານ ນິວັດ ຣ້ອຍແກ້ວ, ປະທານກຸ່ມຮັກຊຽງຂອງ ແຂວງຊຽງຣາຍ ແລະ ນັກເຄື່ອນໄຫວ ເພື່ອປົກປ້ອງແມ່ນໍ້າຂອງປະເທດໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ຄະນະກຳມະການ ແມ່ນນໍ້າຂອງສາກົນ ໄດ້ສຶກສາຜົນກະທົບ ແລະ ຮູ້ດີວ່າສະພາບແມ່ນໍ້າຂອງ ປະຈຸບັນເສື່ອມສະພາບ ຢ່າງຮຸນແຮງ ຈາກໂຄງການລົງທຶນຂະໜາດໃຫຍ່ ເຊັ່ນເຂື່ອນໄຟຟ້າ ແລະ ການປ່ຽນແປງສະພາບດິນຟ້າອາກາດ. ດ້ວຍສະພາບດັ່ງກ່າວ ບໍ່ຄວນສ້າງເຂື່ອນໄຟຟ້າຕື່ມ ແລະ ຄວນຮັບຟັງສຽງສະທ້ອນຂອງປະຊາຊົນ ທີ່ອາໄສໃນແມ່ນໍ້າຂອງ ຕອນລຸ່ມຢ່າກົງໄປກົງມາ.

“ເຂື່ອນແມ່ນໍ້າຂອງມັນເກີດຂຶ້ນ ແນ່ນອນເພາະມັນບໍ່ໄດ້ໃຊ້ຫຼັກວິຊາການ ແລະໃຊ້ຂະບວນການການ ມີສ່ວນຮ່ວມແນວໃດເລີຍ ຄືຂໍ້ເປັນຫ່ວງເປັນກັງວົນຕ່າງໆ ຍັງບໍ່ມີຜົນສະຫຼຸບ ອອກມາກຈັກຢ່າງເຂົາກາເຊັນສັນຍາ ແລ້ວມັນກາເດີນໜ້າໄປເລື້ອຍໆ. ອັນນີ້ມັນໝາຍຄວາມວ່າ ແນວໃດ ເຂື່ອນໃນແມ່ນໍ້າຂອງມັນເກີດຂຶ້ນ ບໍ່ໄດ້ມີເຫດຜົນຄວາມຈໍາເປັນ ຂອງພະລັງງານ ມັນເກີດຂຶ້ນເພາະທຶນເທົ່ານັ້ນ ໃນການຊອກຫາຜົນປະໂຫຍດ ເພາະວ່າຂະບວນການຕ່າງໆ ມັນບໍ່ໄດ້ເອື້ອຕໍ່ການປົກປ້ອງ ແມ່ນໍ້າຂອງ.

ສໍາລັບຄວາມກັງວົນ ຂອງພາກປະຊາສັງຄົມໄທ ກໍ່ມີຫຼາຍບັນຫາເປັນຕົ້ນຜົນກະທົບ ຈາກພາວະນໍ້າເພີ່ມສູງຂຶ້ນ ຈາກອ່າງເກັບນໍ້າຂອງເຂື່ອນປາກແບງ ໃນເຂດຊາຍແດນ ຂອງໄທຢູ່ເມືອງວຽງແກ່ນ, ເມືອງຊຽງຂອງ ແລະ ເມືອງຊຽງແສນ ແຂວງຊຽງຣາຍ. ມີຜົນກະທົບ ຕໍ່ການອົບພະຍົບຂອງປາ ແລະ ການປະມົງຂອງຊຸມຊົນ ແຄມແມ່ນໍ້າຂອງ. ນອກຈາກນີ້ຍັງມີຜົນກະທົບ ຕໍ່ການເກັບໄຄໃນແມ່ນໍ້າຂອງ ໃນໄລຍະລະດູແລ້ງເຊິ່ງເປັນສິນຄ້າ ເສດຖະກິດທ້ອງຖິ່ນຂອງຄົນໄທ 3 ເມືອງໃນແຂວງຊຽງຣາຍ ແລະ ຜົນກະທົບຕໍ່ເສັ້ນເຂດແດນ ໄທ-ລາວ ທືີ່ມີເກາະດອນ ເປັນຈຳນວນຫຼາຍ ເຊິ່ງໄທອາດຈະເສຍດິນແດນ ຈາກກໍລະນີພາວະນໍ້າເພີ່ມສູງຂຶ້ນ ຕະຫຼອດປີ.

ສໍາລັບໂຄງການ ເຂື່ອນປາກແບງ ຈະມີກໍາລັງຕິດຕັ້ງ 912 ເມກາວັດ ຕັ້ງຢູ່ບ້ານປາກເງີຍ ເມືອງປາກແບງ ແຂວງອຸດົມໄຊ ໂດຍມີ ບໍລິສັດ China Datang Oversea Investment ເປັນຜູ້ພັດທະນາໂຄງການ ດ້ວຍມູນຄ່າການລົງທຶນປະມານ 1,880 ລ້ານໂດລ້າຣ໌ສະຫະລັດ. ສ່ວນໄຟຟ້າທີ່ຜະລິດໄດ້ ຕາມແຜນຈະສົ່ງຂາຍໃຫ້ປະເທດໄທ 90% ແລະ ລັດວິສາຫະກິດໄຟຟ້າລາວ 10%. ສັນຍາ 29 ປີ, ມີກຳນົດ ຂາຍໄຟຟ້າເປັນທາງການ ໃນປີ 2033. ໂດຍ ບໍລິສັດ China Datang ຖືີຮຸ້ນ 51% ແລະ ບໍລິສັດ Gulf Energy Development ໄທ ຖືຮຸ້ນ 49%

ຕາມການລາຍງານ ປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ ລະບຸວ່າໂຄງການເຂື່ອນປາກແບງ ຈະສົ່ງຜົນກະທົບ ຕໍ່ຊາວບ້ານທາງກົງ ແລະທາງອ້ອມ 26 ບ້ານໃນ 3 ແຂວງ ປະກອບມີ ເມືອງປາກແບງ ແຂວງອຸດົມໄຊ 4 ບ້ານ, ເມືອງປາກທາ ແຂວງບໍ່ແກ້ວ 17 ບ້ານ, ເມືອງຊຽງຮ່ອນ ແຂວງໄຊຍະບູລີ 3 ບ້ານ ແລະ ເມືອງຄອບ ແຂວງໄຊຍະບູລີ 2 ບ້ານ.

ສໍາລັບໂຄງການ ເຂື່ອນໄຟຟ້າ ປາກລາຍ ຈະມີກໍາລັງຕິດຕັ້ງ 770 ເມກາວັດ ມູນຄ່າການລົງທຶນ ປະມານ 2,134 ລ້ານໂດລ້າຣ໌ສະຫະລັດ. ບໍລິສັດ Synohydro Holding ປະເທດຈີນ ຖືກຮຸ້ນ 60% ແລະ ບໍລິສັດ GULF ປະເທດໄທ ຖືຮຸ້ນ 40%. ມີກຳນົດຂາຍໄຟຟ້າ ໃຫ້ກັບການໄຟຟ້າ ຝ່າຍຜະລິດແຫ່ງປະເທດໄທ ໃນວັນທີ 01 ມັງກອນ 2032 ຕາມສັນຍາ ຊື້ຂາຍໄຟຟ້າ. ຜ່ານການປະເມີນຜົນກະທົບ ສິ່ງແວດລ້ອມ-ສັງຄົມ ເຂື່ອນປາກລາຍຈະສົ່ງຜົນກະທົບ ຕໍ່ຊາວບ້ານ 2 ເມືອງ 2 ແຂວງ ລວມ 7 ບ້ານ, 744 ຄອບຄົວ, ປະຊາກອນ 3,600 ຄົນ ທີ່ຈະຕ້ອງເສຍທີ່ດິນ ແລະຖືກໂຍກຍ້າຍ ອອກຈາກທີ່ຢູ່ອາໄສເດີມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.