ຜູ້ມີສ່ວນໄດ້ສ່ວນເສັຍ ແບ່ງປັນຂໍ້ມູນ ແກ້ໄຂຜົລກະທົບ ແມ່ນໍ້າຂອງ
2023.10.05

ຄະນະກັມມາທິການແມ່ນໍ້າຂອງສາກົລ ຫຼື Mekong River Commission (MRC) ໄດ້ຈັດກອງປະຊຸມ ຜູ້ມີສ່ວນໄດ້ສ່ວນເສັຍ ລະດັບພູມມິພາກຄັ້ງທີ 13 ຫຼື 13th Regional Stakeholder Forum ໃນວັນທີ 05 ຕຸລາ 2023 ນີ້ ຢູ່ທີ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ສປປ ລາວ ເພື່ອຮັບຊາບຂໍ້ມູນຫຼ້າສຸດ ກ່ຽວກັບໂຄງການເຂື່ອນໄຟຟ້າ ພະລັງງານນໍ້າ ແລະ ການພັທນາອື່ນໆ ຕາມແລວແມ່ນໍ້າຂອງ ເຊິ່ງເປັນແມ່ນໍ້າທີ່ໃຫຍ່ທີ່ສຸດ ໃນພາກພື້ນແຫ່ງນີ້ ເຊິ່ງມັນໄດ້ສົ່ງຜົລກະທົບຕໍ່ຫຼາຍ 10 ລ້ານຄົນ. ໃນກອງປະຊຸມຄັ້ງນີ້ ດຣ. ອານຸລັກ ກິດຕິຄຸນ, ຫົວໜ້າສໍານັກງານເລຂາທິການ ຄະນະກັມມາທິການແມ່ນໍ້າຂອງສາກົລ ກ່າວວ່າຜົລກະທົບ ທີ່ເກີດຈາກການປ່ຽນແປງ ຂອງສະພາບແມ່ນໍ້າຂອງ ຈະເຮັດໃຫ້ຊຸມຊົນຕາມແລວແມ່ນໍ້າຂອງ ມີຄວາມສ່ຽງ ແລະ ປະເຊີນກັບການຂາດແຄນອາຫານ ໂດຍຄະນະກັມມາທິການ ແມ່ນໍ້າຂອງສາກົລ ພະຍາຍາມທີ່ຈະຊອກຫາວິທີການຊ່ອຍເຫຼືອ ບັນດາປະເທດສະມາຊິກລຸ່ມແມ່ນໍ້າຂອງ ເພື່ອໃຫ້ສາມາດຮັບປະກັນ ການປັບໂຕ ຕໍ່ກັບການປ່ຽນແປງ ຂອງແມ່ນໍ້າຂອງ.
ດັ່ງ ດຣ ອານຸລັກ ກິດຕິຄຸນ, ຫົວໜ້າສຳນັກງານເລຂາທິການ ຄະນະກັມມາທິການແມ່ນໍ້າຂອງສາກົລກ່າວຢູ່ໃນກອງປະຊຸມ ຜູ້ມີສ່ວນໄດ້ສ່ວນເສັຍ ລະດັບພູມີພາກຄັ້ງທີ 13 ໃນວັນທີ 5 ຕຸລາ 2023 ຕອນໜຶ່ງທ່ານກ່າວວ່າ:
“ໃນການປະຊຸມຫາລືກັນໃນຄັ້ງນີ້ ເຮົາມີການແບ່ງປັນຂໍ້ມູນຫຼາຍຢ່າງທັງພາກຣັຖ, MRC ແລະ ພາກເອກະຊົນນບັນດາຂໍ້ມູນ ທີ່ຍັງບໍ່ໄດ້ແລກປ່ຽນ (ຫຼືຍັງຂາດຫາຍໄປນັ້ນ) ຈຳເປັນຫຼາຍໃນການນຳມາໃຊ້ການປົກຄອງ ໃນການຈັດການແມ່ນໍ້າຂອງ ແລະໃນການຕຣຽມພ້ອມຮັບມື ກັບຄວາມສ່ຽງ ແລະການປ່ຽນແປງດິນຟ້າອາກາດ.”
ທ່ານກ່າວຕື່ມວ່າ ທົ່ວຂົງເຂດແມ່ນໍ້າຂອງຕອນລຸ່ມ ແມ່ນສາມາດເຫັນຜົລກະທົບ ຂອງການປ່ຽນແປງດິນຟ້າອາກາດ ໄດ້ຢ່າງຈະແຈ້ງເຊັ່ນ ອຸນຫະພູມສູງ, ການປ່ຽນແປງຂອງລະດັບນໍ້າ, ອັດຕຣາການໄຫຼ, ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງເຊິ່ງກໍ່ໃຫ້ເກີດຄວາມເສັຍຫາຍ ຕໍ່ພືດພັນຕ່າງໆ ໃນພື້ນທີ່ທີ່ມີຜົລຜລິດ ດ້ານການກະເສຕຫຼາຍທີ່ສຸດ ຂອງອ່າງແມ່ນໍ້າຂອງ, ຜົລກະທົບຕໍ່ສະພາບແວດລ້ອມ ແລະຜົລກະທົບ ຕໍ່ຊຸມຊົນຕາມແລວແມ່ນໍ້າຂອງ.
ກອງປະຊຸມຄັ້ງນີ້ ດຣ. ຈາງ ເຫວີນໄຫ (Zhang Wenhai), ເຈົ້າໜ້າທີ່ອະວຸໂສ ສູນຄວາມຮ່ວມມື ຊັບພະຍາກອນນໍ້າ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ປະເທດຈີນ ກ່າວວ່າ ປະເທດຈີນພ້ອມທີ່ຈະໃຫ້ການຮ່ວມມື ແລກປ່ຽນຂໍ້ມູນນໍ້າຕລອດປີ ເພື່ອບໍຣິຫານຈັດການແມ່ນໍ້າຂອງ ໃຫ້ດີຂຶ້ນລວມເຖິງການຄາດຄະເນນໍ້າຖ້ວມ ແລະ ໄພແລ້ງໃນຂົງເຂດ ແມ່ນໍ້າຂອງຕອນລຸ່ມ.
ຍານາງ ສິລິພອນ ສຸພັນທອງ, ຮອງເຈົ້າແຂວງຫຼວງພຣະບາງ ຕາງໜ້າຣັຖບານລາວ ໄດ້ກ່າວໃນກອງປະຊຸມວ່າ ສປປ ລາວ ຊາບດີວ່າ ເຂື່ອນໄຟຟ້າພະລັງງານນໍ້າ ແມ່ນຕົ້ນກຳເນີດ ພະລັງງານ ທີ່ສະອາດແລະເປັນພະລັງງານ ທາງເລື່ອກທີ່ດີທີ່ສຸດ ໃນສະພາບເງື່ອນໄຂ ແລະ ທ່າແຮງທີ່ມີຢູ່ ຂອງ ສປປ ລາວໃນປັດຈຸບັນ. ຣັຖບານລາວ ຈຶ່ງໄດ້ຊຸກຍູ້ໂຄງການເຂື່ອນໄຟຟ້າ ທີ່ເປັນມິດກັບສິ່ງແວດລ້ອມ ແລະໂຄງການພັທນາທັງໝົດ ຕ້ອງໄດ້ຮັບການສຶກສາ ຢ່າງລະອຽດເພື່ອປະເມີນ ແລະ ຫຼີກລ້ຽງຜົລກະທົບ ທາງລົບ ທີ່ອາດມີຕໍ່ສະພາບແວດລ້ອມ ແລະ ຊຸມຊົນໃນທ້ອງຖິ່ນຂອງ ສປປ ລາວ. ເພື່ອຮັບປະກັນວ່າອ່າງແມ່ນໍ້າຂອງ ຈະຍັງຄົງສະພາບແວດລ້ອມ ທີ່ດີ ບໍ່ມີຜົລກະທົບຮຸນແຮງ ແລະ ເກີດຄວາມຍືນຍົງຕລອດໄປ ປະເທດສະມາຊິກລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈະຕ້ອງໄດ້ຫາແນວທາງ ເພື່ອແກ້ໄຂບັນຫາຮ່ວມກັນ ຢ່າງຈິງຈັງ ແລະ ເປັນຮູບປະທັມທີ່ສຸດ.
ດັ່ງ ຍານາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພຣະບາງ ກ່າວໃນກອງປະຊຸມຄັ້ງນີ້ ຕອນໜຶ່ງວ່າ:
“ການຄຸ້ມຄອງນໍ້າທີ່ດີທີ່ສຸດ ເພື່ອບັນລຸຄວາມໝັ້ນຄົງ ຂອງອ່າງແມ່ນໍ້າຂອງແມ່ນມີຄວາມສຳຄັນ ແລະຈຳເປັນທີ່ພວກເຮົາ ຈະຕ້ອງໄດ້ພ້ອມກັນສຸມໃສ່ແກ້ໄຂ ຢ່າງທັນການທັງນີ້ກາເພື່ອແນ່ໃສ່ ຮັບປະກັນການພັທນາເສຖກິຈ-ສັງຄົມ ແລະປົກປັກຮັກສາສະພາບສິ່ງແວດລ້ອມ ຂອງອ່າງແມ່ນໍ້ຂອງ ໃຫ້ມີຄວາມຍືນຍົງ ໄປຄຽງຄູ່ກັນ.”
ຊາວລາວ ໃນນະຄອນຫຼວງວຽງຈັນ ທີ່ອາຊີບທຳການກະເສດ ແລະ ຫາປາໃນແມ່ນໍ້າຂອງ ກ່າວວ່າ ຄະນະກັມມາທິການ ແມ່ນນໍ້າຂອງສາກົລ ເຊິ່ງມີທີ່ຕັ້ງສຳນັກງານ ຢູ່ນະຄອນຫຼວງວຽງຈັນ ບໍ່ເຄີຍໄດ້ແບ່ງປັນຂໍ້ມູນໃດໆ ກ່ຽວກັບໂຄງການພັທນາຕ່າງໆ, ການຕຣຽມພ້ອມຮັບມື ເມື່ອເກີດໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ໃຫ້ກັບປະຊາຊົນທີ່ອາໄສຢູ່ຕາມແລວແມ່ນໍ້າຂອງ ໄດ້ຮັບຊາບ.
ປັດຈຸບັນສະພາບສິ່ງແວດລ້ອມ ຂອງແມ່ນໍ້າຂອງ ທີ່ເກີດຈາກຜົລກະທົບ ຈາກໂຄງການພັທນາຂນາດໃຫຍ່ ເຊັ່ນເຂື່ອນໄຟຟ້າ ແມ່ນເປັນບັນຫາຮຸນແຮງ ສຳລັບປະຊາຊົນຫຼາຍສົມຄວນ ໂດຍສະເພາະເຣື່ອງການປ່ອຍນໍ້າ ລົງທ້າຍເຂື່ອນ ເຊິ່ງເຮັດໃຫ້ລະດັບນໍ້າ ຂຶ້ນ-ລົງ ບໍ່ເປັນໄປຕາມທັມມະຊາຕ ກະທົບຕໍ່ການກະເສດ, ການລ້ຽງສັດ ແລະ ການຫາປາຂອງຊາວບ້ານ.
ເພື່ອແກ້ໄຂບັນຫາຢ່າງຍືນຍົງ ການປະຊຸມຫາລືກັນ ໃນແຕ່ລະຄັ້ງ ຢາກໃຫ້ຄະນະກັມມາທິການແມ່ນໍ້າຂອງສາກົລ ເຊີນຊວນພາກປະຊາຊົນ ທີ່ອາໄສຢູ່ຕາມແລວແມ່ນໍ້າຂອງ ໄດ້ເຂົ້າຮ່ວມກອງປະຊຸມ ເພື່ອແລກປ່ຽນຄວາມຄິດຄວາມເຫັນ ແລະ ຫາແນວທາງແກ້ໄຂຮ່ວມກັນຢ່າງຈິງຈັງ ບໍ່ແມ່ນຈະໃຫ້ປະຊາຊົນຮັບມື ກັບຜົລກະທົບພຽງຝ່າຍດຽວ ແຕ່ນາຍທຶນໄດ້ຮັບຜົລປໂຍດ.
ດັ່ງຊາວລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ປຶກສາຫາລືກັນ ບໍ່ມີດອກ ເພິ່ນຫາກເຮັດຂອງເພິ່ນເອງໂລດ ເພິ່ນບໍ່ແນະນໍາຫຍັງເຮົາເລີຍ ຜົລກະທົບມັນຊິເກີດຂຶ້ນ ຈັ່ງໃດ ທີ່ຈິງເພິ່ນກາຕ້ອງປະຊຸມກັນ ມັນເປັນແນວໃດການປ່ອຍນໍ້າປ່ອຍຫຍັງ ລົງມາ ອັນນີ້ເພິ່ນບໍ່ສົນໄດ໋ ມັນແພ້ພວກລົງທຶນຫັ້ນນ່າ.”
ທ່ານ ຫານນະລົງ ເຍົາວະເລີດ, ປະທານມູນນິທິເພື່ອການບໍຣິຫານ ຈັດການນໍ້າແບບບູຣະນາການ ປະເທດໄທຍ ກ່າວວ່າ ຄະນະກັມມາທິການແມ່ນໍ້າຂອງສາກົລ ຕ້ອງເປັນອົງການຈັດຕັ້ງ ທີ່ຮັບຟັງສຽງສະທ້ອນ ຂອງທຸກຝ່າຍ ໂດຍສະເພາະສຽງຂອງປະຊາຊົນ ທີ່ອາໄສຢູ່ໃນລຸ່ມແມ່ນໍ້າຂອງຫຼາຍ 10 ລ້ານຄົນ. ເມື່ອໄດ້ຮັບການແບ່ງປັນຂໍ້ມູນມາແລ້ວ ເຊັ່ນເຣື່ອງສະພາບແວດລ້ອມ ຂອງແມ່ນໍ້າຂອງ, ຂໍ້ມູນໂຄງການພັທນນາ ຂນາດໃຫຍ່ ຈາກປະເທດຜູ້ພັທນາໂຄງການ ຄວນແບ່ງປັນຂໍ້ມູນ ໃຫ້ກັບປະຊາຊົນໄດ້ຮັບຊາບ ແລະ ຕ້ອງເປັນຂໍ້ມູນທີ່ໂປ່ງໃສ, ຈະແຈ້ງ ແລະ ທີ່ສຳຄັນຕ້ອງວ່ອງໄວ ທັນການ ເພື່ອຫຼີກລ້ຽງຜົລກະທົບ ທີ່ອາຈຈະເກີດຂຶ້ນ.
ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
ໄທຍ “ຄະນກັມມາທິການແມ່ນໍ້າຂອງສາກົລ ຖ້າຈະຕ້ອງເປີດເຜີຍຂໍ້ມູນ ຢ່າງໂປ່ງໃສນີ້ ຄວນຈະມີຊ່ອງທາງ ທີ່ສົ່ງກົງ ຫຼືຜ່ານທາງເວັບໄຊຕ໌ ຕາມຄວາມຈິງ ມັນຕ້ອງເອົາກຸ່ມຄົນ ທີ່ໄດ້ຮັບຜົລກະທົບ ໄປເຈຣະຈາກັບຜູ້ພັທນາໂຄງການ ຫຼື ປະເທດຜູ້ໄດ້ປໂຍດຫຼາຍກ່ວາ.”
ຕາງໜ້າກຸ່ມຮັກຊຽງຂອງ ແຂວງຊຽງຮາຍປະເທດໄທຍ ກ່າວວ່າກອງປະຊຸມຜູ້ມີສ່ວນໄດ້ ສ່ວນເສັຍ ລະດັບພູມິພາກ ຄັ້ງທີ 13 ຂອງຄະນະກັມມາທິການແມ່ນໍ້າຂອງສາກົລ ໃນຄັ້ງນີ້ມີສະເພາະ ຜູ້ມີສ່ວນໄດ້ສ່ວນເສັຍ ໃນລະດັບການນໍາ ຂັ້ນສູງ ແຕ່ປະຊາຊົນຜູ້ທີ່ປະເຊີນກັບບັນຫາ ແລະ ຜົລກະທົບຈາກໂຄງການພັທນາ ໃນລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພັດບໍ່ໄດ້ເຂົ້າຮ່ວມຮັບຟັງ ແລະ ຫາທາງອອກຮ່ວມກັນ ຈຶ່ງເຮັດໃຫ້ປະຊາຊົນ ທີ່ອາໄສຢູ່ໃນລຸ່ມແມ່ນໍ້າຂອງ ເສັຍຜົລປໂຍດ ຢ່າງມະຫາສານ.
ດັ່ງທ່ານໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້່ວ່າ:
ໄທຍ “ ມັນກາບໍ່ມີປໂຍດ ທີ່ຈະໄປຮັບຟັງເນາະໃນເວທີ ແບບນີ້ແລ້ວມັນກາບໍ່ມີຄວາມຊອບທັມ ກັບການທີ່ເຂົາຫາລືກັນ ແບບນັ້ນຜູ້ທີ່ມີສ່ວນໄດ້ກາຄືນັກລົງທຶນ ຄົນທີ່ເສັຍກາຄືປະຊາຊົນຄົນທີ່ຢູ່ແຄມແມ່ນໍ້າຂອງ ມັນເຫັນແບບຈະແຈ້ງແລ້ວເນາະ ຜົລກະທົບທີ່ເກີດຂຶ້ນມັນຈະເກີດຂຶ້ນ ແລ້ວສິ່ງທີ່ເຂົາເວົ້າຫັ້ນມັນບໍ່ແມ່ນແນວທາງໃນການແກ້ໄຂ ຫຼືແນວທາງທີ່ຈະສະແຫວງຫາທາງອອກ ຮ່ວມກັນ ອັນນັ້ນມັນເປັນສິ່ງທີ່ເຂົາກຳລັງຈະເດີນໜ້າ.”
ກອງປະຊຸມຜູ້ມີສ່ວນໄດ້ສ່ວນເສັຍ ລະດັບພູມິພາກຄັ້ງທີ 13 ໃນຄັ້ງນີ້, ຜູ້ມີສ່ວນໄດ້ສ່ວນເສັຍຫຼາຍພາກສ່ວນ ຍັງໄດ້ແບ່ງປັນຂໍ້ມູນຄວາມຄືບໜ້າ ຂອງໂຄງການເຂື່ອນໄຟຟ້າ ພະລັງງານນໍ້າ ຫຼາຍໂຄງການເຊັ່ນເຂື່ອນໄຟຟ້າໄຊຍະບູຣີ, ເຂື່ອນໄຟຟ້າດອນສະໂຮງ ແລະ ເຂື່ອນໄຟຟ້າຫຼວງພຣະບາງ ລວມເຖິງໂຄງການເຂື່ອນໄຟຟ້າຊະນະຄາມ ແລະ ເຂື່ອນໄຟຟ້າພູງອຍ ທີ່ຢູ່ໃນຂັ້ນຕອນການນຳສເນີ ຂອງຜູ້ພັທນາໂຄງການ. ໃນຂະນະດຽວກັນ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍາລັງປະເຊີນກັບຄວາມທ້າທາຍ ຢ່າງ
ໜັກ ໂດຍສະເພາະໂຄງການພັທນາ ເຂື່ອນໄຟຟ້າ. ປັດຈຸບັນຈີນໄດ້ສ້າງເຂື່ອນ ໃນແມ່ນໍ້າລ້ານຊ້າງແລ້ວ 11 ແຫ່ງ ແລະ ຍັງບໍ່ທັນມີທ່າທີວ່າ ຈະຢຸດການສ້າງ, ສ່ວນແມ່ນໍ້າຂອງຕອນລຸ່ມ ມີແຜນຈະສ້າງເຂື່ອນທັງໝົດ 11 ແຫ່ງ ແລະປັດຈຸບັນມີການດຳເນີນການ ກໍ່ສ້າງສຳເຣັດໄປແລ້ວ ຈຳນວນ 2 ແຫ່ງ ຄືເຂື່ອນໄຟຟ້າໄຊຍະບູຣີ ແລະ ເຂື່ອນໄຟຟ້າດອນສະໂຮງ ໃນປະເທດລາວ. ນອກຈາກນີ້ຍັງມີເຂື່ອນໄຟຟ້າຫຼວງພຣະບາງ ທີ່ກຳລັງຢູ່ລະຫວ່າງການກໍ່ສ້າງ ສ່ວນເຂື່ອນໄຟຟ້າປາກລາຍ ແລະ ເຂື່ອນໄຟຟ້າປາກແບງມີການເຊັນສັນຍາ ຊື້-ຂາຍໄຟຟ້າ ຫຼື PPA ສຳເຣັດແລ້ວ ເຊິ່ງຫຼັງຈາກນີ້ ຈະເຣີ້ມດຳເນີນການກໍ່ສ້າງ ໂຕເຂື່ອນໃນທັນທີ.