ແມ່ນ້ຳຂອງ ນັບມື້ເສື່ອມໂຊມ ຍ້ອນຫຼາຍປັດໄຈແວດລ້ອມ
2024.06.24
ແມ່ນ້ຳຂອງ ພວມປະເຊີນກັບ ການປ່ຽນແປງ ນັບມື້ນັບຮຸນແຮງຂຶ້ນ ຍ້ອນຫຼາຍປັດໄຈ ເຊັ່ນ ການກໍ່ສ້າງ ໂຄງການຂະໜາດໃຫຍ່ ຕາມແລວແມ່ນ້ຳຂອງ-ແມ່ນ້ຳຂອງລ້ານຊ້າງ, ການປ່ຽນແປງດິນຟ້າອາກາດ ແລະ ໂຄງສ້າງພື້ນຖານອື່ນໆ ທີ່ຕິດພັນ ກັບແມ່ນ້ຳຂອງ ແລະ ລຳນ້ຳສາຂາ ຂອງບັນດາປະເທດ ສະມາຊິກແມ່ນ້ຳຂອງ ຕອນລຸ່ມ ຕາມການລາຍງານ ຂອງກອງປະຊຸມ ຜູ້ມີສ່ວນໄດ້ສ່ວນເສຍ ໃນພາກພື້ນ ລຸ່ມແມ່ນ້ຳຂອງ ຄັ້ງທີ 14 ທີ່ຈັດຂຶ້ນໃນມື້ວັນທີ 12 ມິຖຸນາ 2024 ທີ່ຜ່ານມາ ໃນນະຄອນຫຼວງວຽງຈັນ.
ໃນກອງປະຊຸມເທື່ອນີ້, ທ່ານ ດຣ. ຈັນທະເນດ ບົວລະພາ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ຂອງລາວ ກ່າວໃນກອງປະຊຸມ ຕອນໜຶ່ງວ່າ ບັນດາປະເທດ ລຸ່ມແມ່ນ້ຳຂອງ ຮັບຮູ້ແລ້ວວ່າ ແມ່ນ້ຳຂອງ ກຳລັງປະເຊີນກັບ ການປ່ຽນແປງ. ສະນັ້ນແລ້ວ, ການພັດທະນາໃດກໍຕາມ ໃນອ່າງແມ່ນ້ຳຂອງແຫ່ງນີ້ ຕ້ອງໄດ້ຄຳນຶງເຖິງ ຄວາມສົມດຸນ ລະຫວ່າງການພັດທະນາເສດຖະກິດ ກັບສິ່ງແວດລ້ອມ ໃນແມ່ນ້ຳຂອງ ເປັນຫຼັກ.
ທ່ານວ່າ: “ໃນການສືບຕໍ່ ພັດທະນາເສດຖະກິດ ເຮົາຕ້ອງບໍ່ເບິ່ງຂ້າມ ຄວາມຈຳເປັນ ຂອງການປົກປັກຮັກສາ ສິ່ງແວດລ້ອມ ໃນະຂະນະທີ່ ບັນດາປະເທດ ລຸ່ມແມ່ນ້ຳຂອງ ລວມທັງປະເທດລາວ ຮັບຮູ້ບົດບາດສຳຄັນ ຂອງພະລັງງານໄຟຟ້ານ້ຳຕົກ ໃນການຕອບສະໜອງ ຄວາມຕ້ອງການ ດ້ານພະລັງງານ ແລະ ການຂະຫຍາຍໂຕ ທາງດ້ານເສດຖະກິດ. ພວກເຮົາໄດ້ຮັບຮູ້ ຢ່າງເທົ່າທຽມກັນ ກ່ຽວກັບຜົນກະທົບ ທີ່ອາດເກີດຂຶ້ນ ຈາກການພັດທະນາ ເຂື່ອນໄຟຟ້າ, ໂດຍຄຳນຶງເຖິງ ຄວາມສົມດຸນ ຂອງເສດຖະກິດ ກັບການປົກປັກຮັກສາ ສິ່ງແວດລ້ອມ.”
ປັດຈຸບັນ, ໂຄງການພະລັງງານນ້ຳ ທີ່ເພີ່ມຂຶ້ນ ໃນອ່າງແມ່ນ້ຳຂອງແຫ່ງນີ້ ເປັນອີກໜຶ່ງປັດໄຈ ທີ່ເຮັດໃຫ້ ມີການປ່ຽນແປງ ຕໍ່ສະພາບອຸທົກກະສາດ, ໂດຍສະເພາະແມ່ນ ປະລິມານນ້ຳ ໄຫຼຫຼຸດລົງ ໃນລະດູຝົນ ແລະ ປະລິມານນ້ຳ ໄຫຼເພີ່ມຂຶ້ນ ໃນລະດູແລ້ງ ເພື່ອສະໜັບສະໜູນ ການຜະລິດໄຟຟ້າ ໃຫ້ໄດ້ຕະຫຼອດປີ.
ການຫຼຸດລົງ ຂອງຝຸ່ນຕົມຂະໜາດນ້ອຍ ຫຼືຕະກອນ ຈະສົ່ງຜົນກະທົບ ຕໍ່ການເຊາະເຈື່ອນ ທີ່ເພີ່ມຂຶ້ນ ແລະ ແຄມຝັ່ງເຈື່ອນພັງ, ການປະມົງ ອາດຈະເຮັດໄດ້ໜ້ອຍລົງ, ສິ່ງກີດຂວາງ ຕາມແລວແມ່ນ້ຳຂອງ ແລະ ລຳນ້ຳສາຂາ ຍັງເຮັດໃຫ້ການອົບພະຍົບ ຂອງປາ ຫຼຸດລົງຫຼາຍເຊັ່ນກັນ, ເຊິ່ງມີຜົນກະທົບຮຸນແຮງ ຕໍ່ການວາງໄຂ່ ແລະ ການຂະຫຍາຍຕົວ ຂອງປາຮຸ່ນຕໍ່ໄປ.
ປາຊະນິດຕ່າງໆ ແລະ ລະບົບນິເວດ ຈະໄດ້ຮັບຜົນກະທົບ ຈາກຮູບແບບການໄຫຼ ຂອງນ້ຳ ທີ່ປ່ຽນແປງໄປ ແລະ ອຸປະສັກ ທີ່ຂັດຂວາງການໄຫຼ ຂອງນ້ຳ ເຂົ້າສູ່ແມ່ນ້ຳ ໃນປະລິມານ ທີ່ຫຼາຍກວ່າ ຫຼືໜ້ອຍກວ່າ, ອີງຕາມການລາຍງານ ຂອງສະພາບການ ໃນອ່າງແມ່ນ້ຳຂອງ ປະຈຳປີ 2023.
ຂະນະທີ່ ຊາວລາວທ່ານໜຶ່ງ ໃນແຂວງໄຊຍະບູລີ ກ່າວວ່າ ຕາມຄວາມເຫັນ ຂອງທ່ານແລ້ວ ໂຄງການພັດທະນາ ເຂື່ອນໄຟຟ້າ ໃນອ່າງແມ່ນ້ຳຂອງ ຄວນຈະຖືກຍົກເລີກ ໝົດທຸກໂຄງການ, ໂດຍສະເພາະ ໃນປະເທດລາວ ເນື່ອງຈາກວ່າ ໂຄງການເຂື່ອນໄຟຟ້າ ໄດ້ສົ່ງຜົນກະທົບ ຕໍ່ລະດັບນ້ຳ ທີ່ຂຶ້ນ-ລົງ ບໍ່ປົກກະຕິ ແລະ ໄດ້ກະທົບ ຕໍ່ການດຳລົງຊີວິດ ຂອງປະຊາຊົນ ໃນການປູກພືດ, ລ້ຽງສັດ ແລະ ການຫາປາ ຕາມລຳແມ່ນ້ຳຂອງ.
ນອກຈາກນີ້, ການພັດທະນາ ໂຄງການໃດໆກໍຕາມ ຄວນຈະເປີດກອງປະຊຸມ ປຶກສາຫາລື ກັບຊາວບ້ານ ໃນເຂດທີ່ຈະສ້າງເຂື່ອນ ເພື່ອໃຫ້ຊາວບ້ານ ໄດ້ສະແດງຄວາມຄິດເຫັນ ເພື່ອສະທ້ອນບັນຫາ ແລະ ຂໍ້ສະເໜີຕ່າງໆ ກ່ຽວກັບໂຄງການພັດທະນາ ເຫຼົ່ານັ້ນ. ດັ່ງຊາວລາວ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ມິຖຸນາ ທີ່ຜ່ານມານີ້ວ່າ:
“ຄັດຄ້ານກະມີແຕ່ປະຊາຊົນແລ້ວ ຂະເຈົ້າຄັດຄ້ານຫັ້ນແຫຼະ, ກະບໍ່ຢາກໃຫ້ເຮັດຫັ້ນແຫຼະ. ຜົກະທົບນັ້ນແຫຼະ ບາດນີ້ ນ້ຳຫຼາຍແຫຼະບາດນີ້. ເພິ່ນເວົ້າເພິ່ນວ່າ ກະບໍ່ລົງມາເທື່ອກໍ ກະຍັງບໍ່ໄດ້ມາປຶກສາຫາລືກັນແທ້ດອກ.”
ຊາວລາວ ອີກທ່ານໜຶ່ງ ຢູ່ແຂວງວຽງຈັນ ກ່າວວ່າ ນັບແຕ່ມີການສ້າງເຂື່ອນໄຟຟ້າ ຂະໜາດໃຫຍ່ ໃນອ່າງແມ່ນ້ຳຂອງ ເຊັ່ນ ໂຄງການເຂື່ອນໄຊຍະບູລີ ກໍເຮັດໃຫ້ ລະດັບນ້ຳລຸ່ມເຂື່ອນ ນັບແຕ່ເມືອງປາກລາຍ ແຂວງໄຊຍະບູລີ ລົງໄປ ໄດ້ຮັບຜົນກະທົບ ຈາກລະດັບນ້ຳ ທີ່ຂຶ້ນ-ລົງ ຜິດປົກກະຕິ, ເຊິ່ງຊາວບ້ານ ກະບໍ່ໄດ້ຮັບ ການແຈ້ງເຕືອນລ່ວງໜ້າ ຈົນສົ່ງຜົນກະທົບ ຕໍ່ຮ້ານອາຫານເຮືອແພ, ກະທົບຕໍ່ການຫາປາ, ກະທົບຕໍ່ການເດີນເຮືອ ແລະ ອື່ນໆ.
ນອກຈາກນີ້, ສະພາບອ່າງແມ່ນ້ຳຂອງ ໃນປະເທດລາວ ຍັງເຕັມໄປດ້ວຍຂີ້ເຫຍື້ອ ພລາສຕິກ ເປັນຈຳນວນຫຼາຍ ທີ່ຍັງບໍ່ເຫັນທາງການລາວ ຫຼືພາກສ່ວນໃດ ຈະສາມາດ ຈັດການຂີ້ເຫຍື້ອ ໃນອ່າງແມ່ນ້ຳຂອງ ໄດ້ຢ່າງຈິງຈັງ ແລະ ເປັນຮູບປະທັມເທື່ອ. ເມື່ອບໍ່ມີການຈັດການ ເລື່ອງຂີ້ເຫຍື້ອທີ່ດີ ໃນຕໍ່ໜ້າ ກໍຈະເປັນໄພຂົ່ມຂູ່ ຕໍ່ສິ່ງແວດລ້ອມ ແລະ ລະບົບນິເວດ ໃນອ່າງແມ່ນ້ຳຂອງນີ້. ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
“ເລື່ອງນ້ຳນີ້ ມັນກະບໍ່ປົກກະຕິປານໃດ. ແລ້ວກະສິ່ງແວດລ້ອມ ກະບໍ່ຄັກ, ຫັ້ນນ່າ. ມັນຂີ້ເຫຍື້ອມັນຫຼາຍ ເລື່ອງໃຫຍ່ໄດ໋, ເລື່ອງນີ້ນ່າ. ມັນສິ່ງແວດລ້ອມນີ້ແຫຼະ. ຊິລາຍງານໄປທາງໃດ ຊິຟ້ອງໄປທາງໃດ. ມັນເປັນຂີ້ເຫຍື້ອ ສົກກະປົກໄດ໋ ຂີ້ເຫຍື້ອມັນເໝັນເນົ່າເສຍນີ້ແຫຼະ, ເສດອາຫານເສດຫຍັງ ລົງຫັ້ນໝົດ.”
ທາງດ້ານຍານາງ ອ້ອມບຸນ ທິບສຸນາ, ຕາງໜ້າເຄືອຂ່າຍ ສະພາອົງກອນ ຊຸມຊົນລຸ່ມແມ່ນ້ຳຂອງ 7 ແຂວງ ພາກອີສານ ປະເທດໄທຍ ຜູ້ໄປເຂົ້າຮ່ວມ ກອງປະຊຸມ ຜູ້ມີສ່ວນໄດ້ສ່ວນເສຍ ໃນພາກພື້ນລຸ່ມແມ່ນ້ຳຂອງ ຄັ້ງທີ 14 ໃນມື້ວັນທີ 12 ມິຖຸນາ 2024 ທີ່ຜ່ານມາ ໃນນະຄອນຫຼວງວຽງຈັນ ກໍກ່າວວ່າ ນັບແຕ່ມີການສ້າງເຂື່ອນໄຟຟ້າ ໃນອ່າງແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ກະເຮັດໃຫ້ລະດັບນ້ຳ ໃນອ່າງແມ່ນ້ຳຂອງ ຕອນລຸ່ມ ເກີດການປ່ຽນແປງໄປຫຼາຍ ເຫັນໄດ້ຈາກປະລິມານນ້ຳ ໄຫຼຫຼຸດລົງ ໃນລະດູຝົນ ແລະ ປະລິມານນ້ຳ ໄຫຼເພີ່ມສູງຂຶ້ນ ໃນລະດູແລ້ງ ຍ້ອນເຂື່ອນຕ່າງໆ ເກັບນ້ຳໄວ້ ເພື່ອຜະລິດໄຟຟ້າ ໃຫ້ໄດ້ຕະຫຼອດປີ.
ຈາກການປ່ຽນແປງ ຂອງອ່າງແມ່ນ້ຳຂອງ ເຮັດໃຫ້ປະຊາຊົນ ທີ່ອາໄສແມ່ນ້ຳຂອງ ໃນການທຳມາຫາກິນ ໄດ້ຮັບຜົນກະທົບ ຢ່າງໜັກ ຈາກການຂຶ້ນ-ລົງ ຂອງລະດັບນ້ຳ ທີ່ບໍ່ເປັນໄປຕາມລະດູການ, ກະທົບຕໍ່ການຫາປາ, ການປູກພືດ ແລະ ລະບົບນິເວດ ຂອງແມ່ນ້ຳຂອງ ໂດຍລວມ. ດັ່ງຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:
ຍານາງວ່າ: “ຄືເລື່ອງນີ້ ເຮົາເວົ້າຜ່ານສື່ ຫຼາຍເທື່ອແລ້ວວ່າ ລະດູແລ້ງ ນ້ຳກະຫຼາຍກວ່າປົກກະຕິ ລະດູຝົນ ນ້ຳກະບໍ່ເຕັມຕາຝັ່ງ, ເຊິ່ງມັນໄປພົວພັນ ກັບຫຼາຍໆເລື່ອງ. ເລື່ອງລະບົບນິເວດ, ເລື່ອງນ້ຳບໍ່ໄຫຼເຂົ້າສາຂາ, ເລື່ອງປາບໍ່ມີບ່ອນວາງໄຂ່. ເອື້ອຍເຫັນຄວາມຄືບໜ້າ ເລື່ອງເຂື່ອນປາກແບງ, ເລື່ອງເຂື່ອນປາກລາຍ, ເລື່ອງເຂື່ອນຫຼວງພຣະບາງ ກະຮູ້ສຶກອຸກອັ່ງ ຮູ້ສຶກເສຍໃຈ ເພາະມັນຍັງບໍ່ມີ ຂໍ້ມູນຫຍັງເລີຍ ອອກມາຮອງຮັບ. ໃນຂະນະທີ່ ການພັດທະນາ ໂຄງການເຂື່ອນ ກະພັດທະນາຂຶ້ນໄປເລື້ອຍໆ.”
ທາງດ້ານທ່ານ ດຣ. ອະນຸລັກ ກິດຕິຄຸນ, ຫົວໜ້າກອງເລຂາ ຄະນະກຳມາທິການ ແມ່ນ້ຳຂອງສາກົນ ຫຼື MRC ໄດ້ກ່າວຢູ່ກອງປະຊຸມ ຜູ້ມີສ່ວນໄດ້ສ່ວນເສຍ ໃນພາກພື້ນລຸ່ມແມ່ນ້ຳຂອງ ຄັ້ງທີ 14 ໃນມື້ວັນທີ 12 ມິຖຸນາ 2024 ນັ້ນວ່າ ອ່າງແມ່ນ້ຳຂອງ ທີ່ກຳລັງປ່ຽນແປງໄປນັ້ນ, ຈຳເປັນຕ້ອງໄດ້ຮັບ ການຮ່ວມມື ຈາກທຸກປະເທດ ທີ່ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄຫຼຜ່ານ ປະກອບມີ ຈີນ, ພະມ້າ, ໄທຍ, ກັມພູຊາ, ຫວຽດນາມ ແລະ ລາວ ເພື່ອແກ້ໄຂປະເດັນຕ່າງໆ ກ່ຽວກັບຄວາມໝັ້ນຄົງ ຂອງນ້ຳ. ດັ່ງທ່ານກ່າວ ໃນຕອນໜຶ່ງວ່າ:
ທ່ານວ່າ: “ພວກເຮົາຈະເຮັດວຽກຕື່ມອີກ ກັບບັນດາປະເທດ ສະມາຊິກ ຂອງພວກເຮົາ ແລະ ຊຸມຊົນ ທີ່ມີຄວາມສ່ຽງພິເສດ, ໂດຍນຳໃຊ້ ການຮ່ວມມື ຂອງພວກເຮົາ ກັບບາງອົງການ ພາກປະຊາສັງຄົມ ຫຼືອົງການພັດທະນາ ລະຫວ່າງປະເທດ ເພື່ອເຮັດວຽກຕໍ່ໄປ ແລະ ຂ້າພະເຈົ້າຄິດວ່າ ໂດຍສະເພາະ ໃນປະເທດຕ່າງໆ, ຂໍ້ຄວາມສຳຄັນ ປະການໜຶ່ງ ຄືເຮົາຄວນໃຫ້ຄວາມຊ່ອຍເຫຼືອ ແລະ ບໍ່ເພີ່ມຄວາມສັບສົນ ຫຼືຂໍ້ຄວາມ ທີ່ບໍ່ສອດຄ່ອງກັນ, ໂດຍສະເພາະ ເລື່ອງການແຈ້ງເຕືອນ ກ່ຽວກັບນ້ຳຖ້ວມ, ໄພແລ້ງ ແລະ ເຫດການໄພພິບັດ.”
ຢູ່ໃນກອງປະຊຸມເທື່ອນີ້, ຄະນະກຳມາທິການ ແມ່ນ້ຳຂອງສາກົນ ຍັງສະເໜີແອັພພລິເຄຊັ້ນ “One Mekong Mobile” ທີ່ຕິດຕັ້ງ ຜ່ານໂທລະສັບມືຖື ສະມາດໂຟນ ເພື່ອລາຍງານ ສະຖານະການ ແບບຕະຫຼອດເວລາ, ເຊິ່ງມີຈຸດປະສົງ ເພື່ອເພີ່ມຄວາມສາມາດ ໃຫ້ກັບຊຸມຊົນ ລຸ່ມແມ່ນ້ຳຂອງ ສ້າງການມີສ່ວນຮ່ວມ ຈາກຊຸມຊົນ ລຸ່ມແມ່ນ້ຳຂອງ ໃນການລາຍງານ ຈາກເຂດຕ່າງໆ.
ນອກຈາກນີ້, ຍັງມີການແບ່ງປັນຂໍ້ມູນ ຄວາມຄືບໜ້າ ຂອງໂຄງການເຂື່ອນໄຟຟ້າ ໃນແມ່ນ້ຳຂອງ ຕອນລຸ່ມ ແລະ ໃນລຳນ້ຳສາຂາ ປະກອບມີ ເຂື່ອນປາກແບງ, ເຂື່ອນປາກລາຍ, ເຂື່ອນດອນສະໂຮງ ພາກຂະຫຍາຍ ແລະ ເຂື່ອນເຊກອງຕອນລຸ່ມ A. ສະບາຍດີ.