ເຂື່ອນໄຊຍະບູລີ ລະບາຍນ້ຳ ສົ່ງຜົນກະທົບຊາວບ້ານ ຫຼາຍສົມຄວນ

ພອນ ພູມມີທອນ
2024.08.26
ເຂື່ອນໄຊຍະບູລີ ລະບາຍນ້ຳ ສົ່ງຜົນກະທົບຊາວບ້ານ ຫຼາຍສົມຄວນ ນ້ຳຂອງຂຶ້ນຖ້ວມເຂດທ່າວັດຈັນ ນະຄອນຫຼວງວຽງຈັນ, ວັນທີ 23 ສິງຫາ 2024.
ຮູບພາບຈາກພົນລະເມືອງ

ໃນຮອບສັບປະດາ ທີ່ຜ່ານມາ, ເຂື່ອນໄຊຍະບູລີ ໄດ້ດໍາເນີນການລະບາຍນ້ໍາ ອອກຈາກເຂື່ອນ ໃນໄລຍະທີ່ມີຝົນຕົກໜັກ ຢ່າງຕໍ່ເນື່ອງ ເຮັດໃຫ້ລະດັບນ້ໍາ ໃນແມ່ນ້ໍາຂອງເພີ່ມສູງຂຶ້ນ. ຈາກນັ້ນ ນໍ້າຂອງທີ່ຖືກລະບາຍອອກຈາກເຂື່ອນ ກໍຄ່ອຍໆໄຫລລົງສູ່ ເຂດທາງລຸ່ມ ຂອງແຂວງໄຊຍະບູລີ. ຍ້ອນເຫດການດັ່ງກ່າວນັ້ນ, ໄດ້ເຮັດໃຫ້ລະດັບນ້ໍາ ໃນແມ່ນ້ໍາຂອງ ທີ່ໄຫລຜ່ານແຂວງໄຊຍະບູລີ ແມ່ນຄ່ອຍໆແຫ້ງ ແລະເຮັດໃຫ້ປະກະຊັງ ຂອງຜູ້ປະກອບການ ຊາວຈີນ ທີ່ລ້ຽງໄວ້ ຕາມແຄມນ້ໍາຂອງຕາຍ ແລະ ໄດ້ຮັບຄວາມເສັຍຫາຍ ເປັນຈໍານວນຫລວງຫລາຍ ບໍລິເວນ ບ້ານທ່າເດື່ອ ເມືອງໄຊຍະບູລີ ແຂວງໄຊຍະບູລີ (ຈຸດຂົວຂ້າມແມ່ນ້ໍາຂອງ ໄຊຍະບູລີ ຫາເມືອງນານ ແຂວງຫລວງພຣະບາງ).

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 26 ສິງຫາ 2024 ນີ້ວ່າ:

ປາຕາຍຫລາຍ ແມ່ນຢູ່ນ້ໍາຂອງ ເຂື່ອນນ້ໍາຂອງ ເພິ່ນປ່ອຍ ເຂື່ອນຂອງຈີນ ປ່ອຍລົງເນາະ ປ່ອຍລົງ ຈົນນ້ໍາແຫ້ງຫັ້ນນ່າ ອາທິດແລ້ວນີ້ແຫລະ ອາທິດແລ້ວ ກໍມີຈໍານວນນຶ່ງ ເພາະວ່າກະຊັງລະຫລາຍ. ບໍ່ ມີແຕ່ຂອງນັກທຸລະກິດຈີນນີ້ແຫລະ ຈີນມາເຮັດ ສ່ວນຫລາຍເລື້ອງສຸດວິໄສນ່າ. ທີ່ຈິງເພິ່ນເຕືອນກ່ອນແລ້ວ ແຕ່ຜູ້ກ່ຽວ ກໍຍັງເຄື່ອນອອກບໍ່ທັນຫັ້ນນ່າ. ອໍອ ສ່ວນຫລາຍ ໄຊຍະບູລີ ກໍເອົາປາຈາກນີ້ແຫລະ ກິນເບີດ. 

ທ່ານກ່າວຕື່ມວ່າ ສໍາລັບຊາວຈີນ ກຸ່ມດັ່ງກ່າວນີ້ ທີ່ເຂົ້າມາເຮັດທຸລະກິດ ປາກະຊັງ ບໍລິເວນແຄມນ້ໍາຂອງ ຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ແລະໄດ້ຮັບຜົນກະທົບ ຈາກລະດັບນ້ໍາຂອງ ທີ່ຫລຸດລົງ ຢ່າງກະທັນຫັນ ເຮັດໃຫ້ປາກະຊັງ ຂອງພວກເຂົາເຈົ້າ ເສັຍຫາຍນັ້ນ ສ່ວນນຶ່ງ ເຂົາເຈົ້າໄດ້ນໍາເອົາປາໄປຂາຍ ແລະ ມີ ແຜນວ່າ ຈະເຈລະຈາ ນໍາໂຄງການເຂື່ອນໄຟຟ້າ ພະລັງງານນ້ໍາ ໄຊຍະບູລີ ກ່ຽວກັບຜົນກະທົບ ທີ່ພວກຂະເຈົ້າໄດ້ຮັບ. 

ສໍາລັບ ສະຖານະການ ທີ່ລະດັບນ້ໍາ ໃນແມ່ນ້ໍາຂອງ ເລີ້ມຫລຸດລົງ ດັ່ງກ່າວນີ້ ແມ່ນເກີດຂຶ້ນ ມາເປັນໄລຍະເວລາ ປະມານ 3-4 ມື້ແລ້ວ ພາຍຫລັງທີ່ ເຂື່ອນໄຊຍະບູລີ ຫລຸດການລະບາຍນ້ໍາ ອອກຈາກເຂື່ອນ. ດັ່ງ ຊາວປະມົງ ຢູ່ແຄມນ້ໍາຂອງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

ນ້ໍາລົງແລ້ວໆ ໂອ້ ນ້ໍາແຫ້ງແລ້ງ ຕາຍເບີດຫັ້ນແຫລະ ປາຈີນເຂົາເຮັດກະຊັງຫັ້ນນ່າ ຕາຍເບີດ ບໍລິເວນນ້ໍາລົງຫັ້ນແຫລະ ໂອ້ ຫລາຍຢູ່ ແມ່ນໆ ໂອ້ ຍັງບໍ່ຮູ້ເທື່ອ (ເລື້ອງການຈ່າຍຄ່າຊົດເຊີຍ) ຕາຍປະມານ 3-4 ມື້ແລ້ວ ຕາຍເບີດແລ້ວ ເຮົາກໍບໍ່ຮູ້ ເພາະວ່າມັນຫລາຍຄົວເຮືອນຢູ່.” 

ກ່ອນໜ້ານີ້, ໃນມື້ວັນທີ 19 ສິງຫາ 2024 ທີ່ຜ່ານມາ, ບໍລິສັດ ໄຊຍະບູລີ ພາວເວີຣ໌ຈໍາກັດ ຫລື ເຂື່ອນໄຟຟ້າພະລັງງານນ້ໍາ ໄຊຍະບູລີ ໄດ້ອອກແຈ້ງການ ເຕືອນໄປຍັງພໍ່ແມ່ປະຊາຊົນ ທີ່ອາໄສຢູ່ ບໍຣິເວນເທິງໂຮງໄຟຟ້າ ແລະ ທ້າຍເຂື່ອນໄຟຟ້າ ໃຫ້ລະມັດລະວັງ ລະດັບນ້ໍາ ທີ່ອາດເພີ່ມຂຶ້ນ ແລະ ຫລຸດລົງ ຈາກການປ່ອຍນ້ໍາ ຜ່ານປະຕູນ້ໍາລົ້ນ ຂອງໂຮງງານໄຟຟ້າ ພະລັງງານນໍ້າ ໄຊຍະບູລີ ໃນໄລຍະລະດູຝົນ ລະຫວ່າງວັນທີ 20 ຫາ 23 ສິງຫາ 2024.

ປັດຈຸບັນ ຈີນ ໄດ້ສ້າງເຂື່ອນໄຟຟ້າ ໃນແມ່ນ້ໍາລ້ານຊ້າງແລ້ວ 12 ແຫ່ງ ຈາກແຜນການທັງໝົດ 14 ແຫ່ງ ຂະນະທີ່ ແມ່ນ້ໍາຂອງຕອນລຸ່ມ ແລະ ນັກລົງທຶນຕ່າງປະເທດ ກໍມີແຜນການ ຈະສ້າງເຂື່ອນ ທັງໝົດ 11 ແຫ່ງ ເຊິ່ງຕັ້ງຢູ່ໃນປະເທດລາວ, ໄທຍ ແລະ ກັມພູຊາ. ປັດຈຸບັນ ມີການດໍາເນີນການກໍ່ສ້າງ ສໍາເລັດໄປແລ້ວ ຈໍານວນ 2 ແຫ່ງ ໃນປະເທດລາວ ຄື ເຂື່ອນໄຊຍະບູລີ ແລະ ເຂື່ອນດອນສະໂຮງ.

ເຖິງແມ່ນວ່າ ໃນແຕ່ລະເທື່ອ ທີ່ເຂື່ອນໄຊຍະບູລີ ຈະມີການອອກແຈ້ງການ ໃຫ້ພໍ່ແມ່ປະຊາຊົນ ທີ່ອາໄສ ຢູ່ທາງບໍລິເວນ ທາງລຸ່ມຂອງເຂື່ອນ ກຽມໂຕມ້ຽນເຄື່ອງຂອງ ແລະ ສິນຄ້າການກະເສດ ຖ້າຫາກມີການ ລະບາຍນ້ໍາ ອອກຈາກເຂື່ອນ ແຕ່ໄລຍະທີ່ຜ່ານມາ ຫລາຍເທື່ອ ແມ່ນເປັນການແຈ້ງເຕືອນ ໃນໄລຍະໃກ້ໆ ຈຶ່ງເຮັດໃຫ້ພໍ່ແມ່ປະຊາຊົນ ທີ່ອາໄສ ແລະ ເຮັດການປູກຝັງ ບໍລິເວນແຄມຂອງ ມ້ຽນເຄື່ອງຂອງບໍ່ທັນ ຕໍ່ລະດັບນ້ໍາ ທີ່ເພີ້ມສູງຂຶ້ນ. ດັ່ງ ຊາວລາວ ທີ່ເຮັດການກະເສດ ຢູ່ບໍລິເວນ ແຄມນ້ໍາຂອງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ທ່ານນຶ່ງ ກ່າວວ່າ:

ເພາະວ່າຂະເຈົ້າປ່ອຍເຂື່ອນເດ້ ນະຄອນຫລວງວຽງຈັນ ມັນຈະແຫ້ງກໍ ແມ່ນແຫລະ ຂະເຈົ້າປ່ອຍນ້ໍາໄປ ແລ້ວ ພໍດີນ້ໍາມັນລົງຫລາຍເດ້. ອ່າ ເຖົ້າແກ່ເພິ່ນກະເປັນຄົນຈີນ (ເຈົ້າຂອງປາກະຊັງ) ຜົລກະທົບ ກໍເລື້ອງການກະເສດ ຫລືວ່າການສັນຈອນທາງເຮືອ ເອ້ ສ່ວນຫລາຍແຄມຂອງ ກະຈະມີສວນຫຍ້າຂະເຈົ້າເດ້ ເປັນສວນງົວ ສວນຄວາຍນີ້ແຫລະ ແລ້ວກະສວນໝາກ ໝາກຕອກ...ນີ້ແຫລະ.

ເນື່ອງຈາກເຂດພາກເໜືອ ຂອງປະເທດ ມີຝົນຕົກໜັກ ຢ່າງຕໍ່ເນື່ອງ ເຮັດໃຫ້ປະລິມານນ້ໍາ ໃນແມ່ນ້ໍາຂອງ ແລະລໍານ້ໍາສາຂາເພີ່ມສູງຂຶ້ນ ແລະ ໃນປັດຈຸບັນ ປະລິມານນ້ໍາດັ່ງກ່າວນີ້ ໄດ້ຄ່ອຍໆ ທະຍອຍໄຫລ ຈາກເຂດພາກເໜືອ ລົງມາທາງຕອນໃຕ້ ຂອງປະເທດ ເຮັດໃຫ້ແມ່ນນ້ໍາຂອງ ຢູ່ບໍລິເວນ ນະຄອນຫລວງວຽງຈັນ ແມ່ນສູງຂຶ້ນຮອດ 11 ແມັດ ເຊິ່ງຢູ່ໃນລະດັບ ທີ່ອັນຕະລາຍແລ້ວ. ດັ່ງຊາວລາວ ຢູ່ບ້ານທ່ານາ ເມືອງໄຊຍະບູລີ ແຂວງໄຊຍະບູລີ ທ່ານນຶ່ງກ່າວວ່າ:

ຕອນນີ້ນ້ໍາຂອງຍັງ ຍັງຂຶ້ນຢູ່ ແຕ່ວ່າແມ່ນ້ໍາສາຍຕ່າງໆນີ້ ແຫ້ງລົງແລ້ວ ຈີນຂະເຈົ້າປ່ອຍເຂື່ອນແນ່ ແລ້ວບາງເຂດຂອງພາກເໜືອຂອງລາວ ຍັງມີຝົນຕົກຕໍ່ເນື່ອງຢູ່ ລະດັບໃນນ້ໍາຂອງ ຍັງມີລະດັບທີ່ແບບວ່າ ຍັງເພີ່ມຂຶ້ນສູງ ແລ້ວກໍສ່ຽງໃນການນ້ໍາຖ້ວມ ເນື່ອງຈາກໃນນ້ໍາຂອງນີ້ ປະລິມານທີ່ວ່າ ເພີ່ມສູງຂຶ້ນ ກໍເລີຍລະດັບມັນຂຶ້ນຖ້ວມບ້ານ ຕອນນີ້ປະມານ 9 ຫາ 10 ແມັດ ກໍຊິເກີນຂີດອັນຕະລາຍ ທີ່ວ່າຂະເຈົ້າກໍານົດໄວ້. 

ອີງຕາມການລາຍງານ ຂອງອຸຕຸນິຍົມ ແລະ ອຸທົກກະສາດ ລະບຸວ່າ ໃນວັນທີ 26 ສິງຫາ 2024 ລະດັບນ້ໍາ ໃນແມ່ນ້ໍາຂອງ ຈຸດວັດແທກ ຢູ່ຫລັກ 4 ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ສາມາດວັດແທກໄດ້ເປັນ 11.01 ແມັດ ແລະຖ້າຫາກ ລະດັບນ້ໍາ ເພີ່ມຂຶ້ນເປັນ 11.5 ແມັດ ກໍຈະຢູ່ໃນລະດັບເຕືອນພັຍ ແຕ່ຖ້າເພີ່ມສູງ ຈົນຮອດ 12.5 ແມັດ ແມ່ນຖືວ່າ ຢູ່ໃນເກນອັນຕະລາຍ. 

ຂະນະທີ່ ຄະນະກໍາມາທິການ ແມ່ນ້າຂອງສາກົນ ຫລື MRC ກໍໄດ້ລາຍງານວ່າ ໃນເຂດລຸ່ມແມ່ນ້ໍາຂອງ ແລະ ລໍານ້ໍາສາຂາ ຂອງແມ່ນ້ໍາຂອງ ຂອງປະເທດລາວ ຈະມີປະລິມານນໍ້າເພີ່ມຂຶ້ນສູງ ເປັນຕົ້ນ ແຂວງບໍ່ແກ້ວ, ຫລວງນ້ໍາທາ, ຜົ້ງສາລີ, ຫລວງພຣະບາງ, ວຽງຈັນ, ໄຊສົມບູນ, ຊຽງຂວາງ ແລະ ບໍລິຄໍາໄຊ. ແລະ ໃນລະຫວ່າງ ມື້ວັນທີ 26 ຫາ 30 ສິງຫາ 2024 ນີ້, ຄາດວ່າ ຈະມີຝົນຕົກ ໃນລະດັບຄ່ອຍ ຫາປານກາງ ໃນເຂດລຸ່ມແມ່ນ້ໍາຂອງ ແລະຈະມີຝົນຕົກໜັກ ຢູ່ບໍລິເວນຕອນເທິງ ຂອງເຂດອ່າງນໍ້າ 3S ເຊກອງ, ເຊຊານ ແລະ ເຊປ໋ອກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.