ບໍຣິສັດຈີນ ສຳຣວດ-ຂຸດຄົ້ນ ແຮ່ຫາຍາກ ຢູ່ຊຳເໜືອ

ສຸພັດຕາ
2022.06.09
ບໍຣິສັດຈີນ ສຳຣວດ-ຂຸດຄົ້ນ ແຮ່ຫາຍາກ ຢູ່ຊຳເໜືອ ແຜນທີເຂດເມືອງຊຳເໜືອ ແລະ ເມືອງຫົວເມືອງ ທີ່ທາງການລາວໃຫ້ ບໍຣິສັດລາວ-ຈີນ ພັທນາ ແຮ່ຫາຍາກພາກເໜືອ 2 ຈໍາກັດ ດໍາເນີນການສຳຣວດ, ຂຸດຄົ້ນ ແລະປຸງແຕ່ງແຮ່ຫາຍາກ.
ແຜນທີ: RFA Created with Datawrapper

ທາງການລາວ ອະນຸຍາດໃຫ້ ບໍຣິສັດລາວ-ຈີນ ພັທນາ ແຮ່ຫາຍາກພາກເໜືອ 2 ຈໍາກັດ ດໍາເນີນການ ໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ຫາຍາກ ໃນເນື້ອທີ່ 5 ກິໂລຕາແມັດ ຫຼືປະມານ 500 ເຮັກຕ້າຣ໌ ແລະໂຄງການສໍາຣວດແຮ່ຫາຍາກ ໃນເນື້ອທີ່ 45 ກິໂລຕາແມັດ ຫຼື ປະມານ 4,500 ເຮັກຕ້າຣ໌ ຢູ່ເຂດບ້ານອຸໄທ, ບ້ານສົບຊາຍ ເມືອງຫົວເມືອງ ແລະບ້ານທັບເຜິ້ງ ເມືອງຊໍາເໜືອ ແຂວງຫົວພັນ.

ກ່ຽວກັບເຣື່ອງນີ້ ຊາວບ້ານ ບ້ານອຸໄທ ກ່າວວ່າ ການສໍາຣວດໃນເບື້ອງຕົ້ນ ເຫັນວ່າ ຈະມີຊາວບ້ານຈໍານວນນຶ່ງ ໄດ້ຮັບຜົລກະທົບ ແຕ່ຍັງບໍ່ທັນສລຸບວ່າ ຈະມີຈັກຄອບຄົວແທ້ ທີ່ຈະໄດ້ຮັບຜົລກະທົບ ແລະຂໍໃຫ້ທາງໂຄງການດັ່ງກ່າວ ຈ່າຍເງິນຊົດເຊີຽໃຫ້ກັບຊາວບ້ານ ທີ່ຖືກຜົລກະທົບ ຢ່າງເໝາະສົມແລະຍຸຕິທັມດ້ວຍ.

ດັ່ງຊາວບ້ານຄົນນຶ່ງ ຢູ່ບ້ານອຸໄທ ເມືອງຫົວເມືອງ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 9 ມິຖຸນາ ນີ້ວ່າ:

“ການສຶກສານີ້ ກະຢາກໃຫ້ເຂົາຊ່ວຍເບິ່ງ ອັນສະເພາະການຊົດເຊີຽນີ້ ເພາະວ່າຂຸດຄົ້ນບໍ່ແຮ່ນີ້ ຄືວ່າ ເຂົາຢາກໃຫ້ໜ້ອຍໆນຶ່ງ ບໍຣິເວນທີ່ຂຸດຄົ້ນແທ້ ກະເຮັດໃຫ້ດິນເຊາະເຈື່ອນ ຖົມໄຮ່ຖົມນາ ເຂົາຂຸດຄົ້ນບໍ່ແຮ່ນີ້ຫັ້ນນ່າ.”

ຊາວບ້ານຄົນນີ້ ກ່າວອີກວ່າ ຫາກໂຄງການດັ່ງກ່າວ ໄດ້ສ້າງຜົລກະທົບ ຕໍ່ການດໍາເນີນຊີວິຕ ແລະການທໍາມາຫາກິນ ຂອງຊາວບ້ານຮຸນແຮງ ກໍຂໍໃຫ້ທາງໂຄງການ ແລະທາງການລາວ ໂຍກຍ້າຍຊາວບ້ານໃນພື້ນທີ່ ອອກໄປອາສັຍຢູ່ບ່ອນໃໝ່ ເພື່ອບໍ່ໃຫ້ຊາວບ້ານໃນພື້ນທີ່ ເກີດຄວາມກັງວົນໃຈ ຕໍ່ຜົລກະທົບດ້ານສິ່ງແວດລ້ອມ ແລະສັງຄົມ ທີ່ອາຈເກີດຂຶ້ນໄດ້ທຸກເມື່ອ.

ຊາວບ້ານອີກຜູ້ນຶ່ງ ກ່າວວ່າ ຍັງບໍ່ຮູ້ວ່າຈະຖືກໂຍກຍ້າຍ ຫຼືໄດ້ຮັບຜົລກະທົບໜັກພຽງໃດ ແຕ່ຊາວບ້ານຈໍານວນຫຼາຍ ເຫັນວ່າ ບໍ່ຢາກໃຫ້ມີໂຄງການຂຸດຄົ້ນ ແລະປຸງແຕ່ງບໍ່ແຮ່ ມາຕັ້ງຢູ່ໃນພື້ນທີ່ ອ້ອມຂ້າງບ້ານເຮືອນຂອງຊາວບ້ານ ເພາະກັງວົນເຣື່ອງຜົລກະທົບຕ່າງໆ ເປັນຕົ້ນ: ສຽງດັງ, ບັນຫານໍ້າເປື້ອນ-ນໍ້າເສັຍ, ປ່າໄມ້, ພູຜາ ໄດ້ຮັບຄວາມເສັຍຫາຍ ຈາກການລະເບີດ ຫຼືຂຸດເຈາະດິນ ເຊິ່ງບັນຫາທັງໝົດ ຈະເຮັດໃຫ້ຊາວບ້ານໃນພື້ນທີ່ ດໍາລົງຊີວິດຫຍຸ້ງຍາກຂຶ້ນ ແລ້ວເນື້ອທີ່ທໍາມາຫາກິນ ແລະລ້ຽງສັດຂອງຊາວບ້ານ ຈະຖືກຈໍາກັດລົງ.

ດັ່ງຊາວບ້ານອີກຄົນນຶ່ງ ຢູ່ບ້ານອຸໄທ ເມືອງຫົວເມືອງ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 9 ມິຖຸນາ ນີ້ວ່າ:

“ຄົນເຂົາເຮັດຂຶ້ນແທ້ນີ້ ຢ້ານວ່າ ສິມີຜົລສະທ້ອນຫຼາຍແນວເຂົາວ່າຊັ້ນ ຣັຖບານເປັນຜູ້ເບິ່ງແຍງທໍ່ນັ້ນເລີຍໃດ໋ດຽວນີ້ ງົວ-ຄວາຍ ກະຮູ້ວ່າ ບໍ່ໄດ້ຢູ່ແລ້ວເຂດນີ້ຫັ້ນ.”

ສ່ວນຊາວບ້ານອີກຄົນນຶ່ງ ຢູ່ບ້ານທັບເຜິ້ງ ເມືອງຊໍາເໜືອ ກ່າວວ່າ ເຖິງຊາວບ້ານໃນພື້ນທີ່ ຈະບໍ່ສາມາດຄັດຄ້ານ ໂຄງການດັ່ງກ່າວໄດ້ ແລະບໍ່ໄດ້ຖືກໂຍກຍ້າຍອອກຈາກພື້ນທີ່ ແຕ່ທາງໂຄງການຜູ້ພັທນາ ແລະທາງການລາວ ກໍຄວນຈະລົງພື້ນທີ່ ເພື່ອຕິດຕາມກວດກາ ຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມຢ່າງລະອຽດ ຫາກມີຊາວບ້ານສູນເສັຍ ທີ່ດິນທໍາການກະເສຕ ກໍຄວນຈະຊົດເຊີຽຢ່າງເໝາະສົມ ແລະຍຸຕິທັມ.

ດັ່ງຊາວບ້ານຄົນນຶ່ງ ຢູ່ບ້ານທັບເຜິ້ງ ເມືອງຊໍາເໜືອ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 9 ມິຖຸນາ ນີ້ວ່າ:

“ຢາກສເນີ ຢາກເນັ້ນໜັກໃຫ້ທາງໂຄງການ ຫຼືວ່າ ທາງເມືອງ ທາງແຂວງ ໃຫ້ເຂົາເອົາໃຈໃສ່ຕື່ມໜ້ອຍນຶ່ງຫັ້ນນ່າ ລົງໄປກວດກາ ໄປເບິ່ງໂຕຈິງ ມັນເສັຍແນວໃດ ເພິ່ນຊົດເຊີຽແນວໃດ ໃຫ້ທົນແທນໃຫ້ປະຊາຊົນແດ່.”

ທາງດ້ານເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງຫົວພັນ ກ່າວວ່າ ສໍາລັບໂຄງການຂຸດຄົ້ນ ແລະປຸງແຕ່ແຮ່ຫາຍາກ ໃນເນື້ອທີ່ 5 ກິໂລຕາແມັດ ຫຼືປະມານ 500 ເຮັກຕ້າຣ໌ນັ້ນ ປັດຈຸບັນ ຢູ່ລະຫວ່າງການທົດລອງຂຸດຄົ້ນ ພ້ອມກັບມີການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມໄປນໍາດ້ວຍ ຈຶ່ງຍັງບໍ່ທັນມີຣາຍລະອຽດຈະແຈ້ງ ວ່າຈະມີຊາວບ້ານ ສູນເສັຍທີ່ດິນທໍາການກະເສຕໜ້ອຍຫຼາຍສໍ່າໃດ.

ນອກຈາກນີ້ ທາງການລາວ ຍັງໄດ້ອະນຸຍາດ ໃຫ້ບໍຣິສັດດັ່ງກ່າວ ສໍາຣວດແຮ່ຫາຍາກ ໃນເນື້ອທີ່ 45 ກິໂລຕາແມັດ ຫຼືປະມານ 4,500 ເຮັກຕ້າຣ໌ເພີ່ມຕື່ມ ຢູ່ເຂດບ້ານອຸໄທ, ບ້ານສົບຊາຍ ເມືອງຫົວເມືອງ ແລະບ້ານທັບເຜິ້ງ ເມືອງຊໍາເໜືອ ແຂວງຫົວພັນ ປັດຈຸບັນ ກໍຍັງຢູ່ລະຫວ່າງການສໍາຣວດ ຍັງບໍ່ທັນມີຣາຍລະອຽດຜົລກະທົບ.

ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງຫົວພັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 9 ມິຖຸນາ ນີ້ວ່າ:

“ໂຕນີ້ເນື້ອທີ່ມັນຫຼາຍ 5 ກິໂລແມັດ ມັນຖືກຢູ່ 500 ເຮັດຕ້າຣ໌ເນາະ ມັນຈະກວມເອົາ 2 ເມືອງ, ເມືອງຊໍາເໜືອ ກັບເມືອງຫົວເມືອງ ເປັນປ່າປ້ອງກັນ ແລະປ່າຜລິດເຈົ້າ ເຣື່ອງຜົລກະທົບນີ້ກໍ ປັດຈຸບັນ ເຂົາກໍຫາເປີດເນາະ ທາງຜແນກຊັພເຮົາ ກະກໍາລັງຊິໄປປະຕິບັດຕາມລະບຽບຫັ້ນແຫຼະ ກະຊິລົງໄປເບິ່ງ ຊຸກຍູ້ໃຫ້ບໍຣິສັດ ໃນການສ້າງແຜນຄຸ້ມຄອງ ສິ່ງແວດລ້ອມຂອງໂຄງການນີ້ ຕາມລະບຽບຫັ້ນແຫຼະ.”

ອີງຕາມຣາຍງານ ຂອງສູນຂ່າວສານພະລັງງານ ແລະບໍ່ແຮ່ ກະຊວງພະລັງງານແລະບໍ່ແຮ່ ໃນມື້ວັນທີ່ 8 ມິຖຸນາ 2022 ນີ້ ລະບຸວ່າ ໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ຫາຍາກ ປະເພດແຮ່ເຫຼັກ, ແຮ່ສັງກະສີ, ແຮ່ທອງ ເຊິ່ງຖືກກໍານົດໄວ້ ໃນຍຸທສາດ ການພັທນາວຽກງານ ພະລັງງານ ແລະບໍ່ແຮ່ ໄລຍະ 5 ປີ ແຕ່ປີ (2021-2025) ແລະຮອດປີ 2030.

ບໍຣິສັດ ລາວ-ຈີນ ພັທນາ ແຮ່ຫາຍາກພາກເໜືອ 2 ຈໍາກັດ ແມ່ນເປັນວິສາຫະກິຈປະສົມ ລະຫວ່າງບໍຣິສັດ Beijing Platinium World Technology Development ປະເທດຈີນ ແລະບໍຣິສັດ ຜາແດງຮຸ່ງເຮືອງ ສໍາຣວດແລະຂຸດຄົ້ນແຮ່ທາດ ຈໍາກັດຜູ້ດຽວ ເຊິ່ງໄດ້ມີການເຊັນສັນຍາຂຸດຄົ້ນ ເມື່ອວັນທີ່ 28 ມົກກະຣາ 2022 ຄາດວ່າ ຈະມີມູນຄ່າລົງທຶນ ຮວມທັງໝົດ 300 ລ້ານຢວນ.

ໄລຍະຜ່ານມາ ຂັ້ນແຂວງ ແລະຣັຖບານລາວ ໄດ້ອະນຸຍາດໃຫ້ຫຼາຍບໍຣິສັດ ທັງພາຍໃນແລະຕ່າງປະເທດ ເຂົ້າມາຊອກຄົ້ນ-ສໍາຣວດແຮ່ທາດ ຢູ່ພາຍໃນແຂວງຫົວພັນ ຮວມທັງໝົດ ມີ 24 ບໍຣິສັດ, ມີ 28 ກິຈການ ກວມເອົາເນື້ອທີ່ທັງໝົດ 209,801 ເຮັກຕ້າຣ໌.

ສ່ວນໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ທີ່ຂັ້ນແຂວງ ແລະເມືອງອອກອະນຸຍາດ ມີທັງໝົດ 42 ບໍຣິສັດ, 52 ກິຈການ ກວມເອົາເນື້ອທີ່ສັມປະທານທັງໝົດ 148.23 ເຮັກຕ້າຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.