ການອອກ ໃບຕາດິນ ຍັງຊັກຊ້າ
2022.06.22

ມາຮອດປັດຈຸບັນ ການດຳເນີນການ ອອກໃບຕາດິນ ພາຍໃນປະເທດລາວ ຍັງມີຄວາມຊັກຊ້າ ໂດຍໃນແຕ່ລະເທື່ອ ຕ້ອງໃຊ້ເວລາກາຍ 3 ເດືອນ ເຖິງເຄິ່ງປີ ຫຼື ຫຼາຍກວ່ານັ້ນ ເນື່ອງຈາກການຈັດຕັ້ງປະຕິບັດດັ່ງກ່າວ ບໍ່ທັນໄດ້ເປັນໄປຕາມລຳດັບ ສ່ວນນຶ່ງເປັນຍ້ອນເຈົ້າໜ້າທີ່ ດຳເນີນການ ເຮັດໃຫ້ຜູ້ທີ່ຈ່າຍຊື້ຈ້າງ ໃຫ້ກ່ອນໝູ່.
ດັ່ງຊາວບ້ານ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີເມື່ອວັນທີ 22 ມິຖຸນາ 2022 ນີ້ວ່າ:
“ແມ່ນໃຜຢາກເຮັດຮີບດ່ວນ ເພິ່ນກໍເຮັດໃຫ້ໄດ້ ແຕ່ວ່າກໍຕ້ອງແລ່ນ ເສັຽໃຫ້ເພິ່ນອາ ຄ່າປະເວລາງານ ເພິ່ນອອກມາຫັ້ນນ່າ ມັນກໍຂຶ້ນກັບເສັ້ນທາງຫັ້ນນ່າມັນກໍຂຶ້ນ ແບບວ່າເສັ້ນທາງນັ້ນນ່າວ່າ ມັນໄກສໍ່າໃດສ່ວນຫຼາຍເພິ່ນກໍໄລ່ງານອອກ ງານເພິ່ນນ່າແມ່ນໆ ເງິນນອກວຽກ.”
ສຳລັບຜູ້ທີ່ຕ້ອງການ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການເຮັດໃບຕາດດິນ ແບບຮີບດ່ວນໃຫ້ນັ້ນ ຈະຕ້ອງໄດ້ຈ່າຍຄ່າ ໃຫ້ແກ່ເຈົ້າໜ້າທີ່ເພີ່ມຕ່າງຫາກ ເປັນຈຳນວນເງິນປະມານ 5,000 ບາດ(ໄທຍ) ຫຼື ປະມານ 2,000,000 ປາຍກີບຕໍ່ 1 ຕອນ ຫຼືອາຈຈະຕ້ອງຈ່າຍຕື່ມ ຫຼາຍກ່ວາຈຳນວນດັ່ງກ່າວນີ້ ຂຶ້ນຢູ່ກັບຈຳນວນເນື້ອທີ່ດິນ.
ດັ່ງນາຍໜ້າຂາຍດິນ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ອີກນາງນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣິີ ໃນມື້ດຽວກັນນີ້ວ່າ:
“ໄດ້ຈ່າຍຢູ່ ຕ້ອງຈ່າຍເພີ່ມຢູ່ແລ້ວ ປົກກະຕິຫັ້ນເອກສານເນາະ ເອກສານກໍຄື ຂະເຈົ້າຈະກວດຕາມລຳດັບ ແຕ່ວ່າເຮົາດ່ວນ ເຮົາກໍຕ້ອງໄດ້ຈ້າງຂະເຈົ້າ ຄືລົບກວນກວດໂຕນີ້ໃຫ້ແນ່ ອີ່ຫຍັງປະມານນີ້ ກໍຕ້ອງໄດ້ຈ່າຍເພີ່ມ ແຕ່ວ່າກໍຣະນີຈ່າຍເພີ່ມ ມັນກໍຂຶ້ນກັບເນື້ອທີ່ດິນ ແມ່ນກໍສິປະມານ 5,000 (ບາດໄທຍ) ນີ້ເບາະ ເງິນກີບ ເປັນເງິນໄທຍຈັ່ງສິ.”
ໃນຂະນະດຽວກັນປະຊາຊົນ ທີ່ຕ້ອງການອອກໃບຕາດິນ ນຳທາງການຫຼາຍຄົນ ຍັງບໍ່ໄດ້ຮັບຂໍ້ມູນທີ່ຄົບຖ້ວນ ຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເຮັດໃຫ້ການດຳເນີນການ ມີຄວາມຊັກຊ້າ ອີກທັງຍັງຈຳເປັນຕ້ອງ ໄດ້ຈ່າຍຄ່າທຳນຽມ ເຮັດໃບຕາດິນໃນຈຳນວນເງິນ ຂ້ອນຂ້າງແພງ ເຖິງແມ່ນວ່າຈະເປັນພື້ນທີ່ດິນ ມີມູນຄ່າທາງເສຖກິຈ ບໍ່ຫຼາຍພໍເທົ່າໃດ.
ດັ່ງຊາວບ້ານ ຢູ່ເມືອງວຽງໄຊ ແຂວງຫົວພັນ ທ່ານນຶ່ງກ່າວວ່າ:
“ປະເພດໂອນ ມັນກໍຢາຊັກຊ້າ ເສັຽຄ່າທຳນຽມສູງ ແລ້ວກໍມີລະບົບລະຫວ່າງທີ່ດິນນີ້ນ່າ ຕິດຂັດນ່່າ ຄ່າທຳນຽມນີ້ ມັນຈະເປັນແບບນີ້ເນາະ ດິນລະຫວ່າງຂນາດດິນ ຄັງຫັ້ນນ່າ ເຮັກຕ້າຣ໌ປາຍນີ້ ຫາມ້ອງເຮັກຕ້າຣ໌ເຄິ່ງ 5,000 ຕາແມັດນີ້ນ່າເນາະ ໄປໂອນຍັງຕົກຢູ່ 9 ລ້ານ ຫາ 10 ລ້ານ ຢູ່ພຸ່ນນ່າໂອນໃຫ້ແຕ່ດິນຄັງລ້າໆ ຫັ້ນນ່າດິນວ່າງເປົ່າ ດິນຄັງ ດິນປ່ານີ້ນ່າ.”
ອີງຕາມກົດໝາຽ ວ່າດ້ວຍທີ່ດິນ ສະບັບເລຂທີ 07/ສພຊ ລົງວັນທີ 21 ມິຖຸນາ 2019 ລະບຸວ່າຣັຖບານ ຈະຕ້ອງດຳເນີນການຄົ້ນຄ້ວາ ກົດລະບຽບການນຳໃຊ້ທີ່ດິນ, ຄ່າທຳນຽມ ແລະ ຄ່າບໍຣິການກ່ຽວກັບທີ່ດິນ ໂດຍໃຫ້ມີຄວາມສອດຄ່ອງ ກັບສະພາບການຂຍາຍໂຕ ທາງດ້ານເສຖກິຈ-ສັງຄົມ ໃນແຕ່ລະໄລຍະ ພ້ອມທັງນະໂຍບາຍຫຼຸດຜ່ອນ ຫຼືຍົກເວັ້ນຄ່າທຳນຽມ ແລະຄ່າບໍຣິການວັດແທກ, ຄ່າຂຶ້ນທະບຽນ ອອກໃບຕາດິນ ແລະຄ່າທຳນຽມນຳໃຊ້ທີ່ດິນ ມາໃຊ້ແກ່ຄອບຄົວທຸກຍາກ ແລະຜູ້ນຳໃຊ້ທີ່ດິນ ໃນເຂດບູຣິມະສິທ ຜລິດກະສິກັມ ຮວມທັງເຂດທີ່ໄດ້ປະກາດ ເປັນພື້ນທີ່ພັຍພິບັດ ເພື່ອສເນີໃຫ້ແກ່ຄະນະ ປະຈຳສະພາແຫ່ງຊາຕ ດຳເນີນການພິຈາຣະນາ.
ທີ່ຜ່ານມາການດຳເນີນການອອກໃບຕາດິນ ດຳເນີນໄປຢ່າງຊັກຊ້າ ສ່ວນນຶ່ງເປັນຍ້ອນເນື້ອທີ່ດິນ ຂອງປະຊາຊົນທີ່ນຳມາຂຶ້ນທະບຽນ ເພື່ອອອກໃບຕາດິນນັ້ນ ມີລັກສະນະຕິດພັນກັບທີ່ດິນ ຂອງຣັຖ ຈຶ່ງເຮັດໃຫ້ຈຳເປັນຕ້ອງໄດ້ ໃຊ້ໄລຍະເວລາດົນ ໃນການກວດກາຄືນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເຮັດວຽກກ່ຽວກັບການອອກ ໃບຕາດິນນາງນຶ່ງກ່າວວ່າ:
“ການອອກໃບຕາດິນ ຢູ່ບ້ານເຮົາເນາະ ກ່ອນອື່ນເບິດ ຈະຕ້ອງໄດ້ເຮັດໃບສເນີ ແລ້ວຍື່ນໄປຫາຂັ້ນເມືອງ. ເມືອງຈະສົມທົບກັບທີ່ດິນເມືອງ ແລ້ວກໍໜ່ວຍງານຈັດສັນ ທີ່ດິນເມືອງຫັ້ນ ເພື່ອອອກໃບຕາດິນເນາະ ເພື່ອລໍຖ້າເບິດປະກາດເນາະ ຈຳນວນ 30 ວັນ. ຕ້ອງໃຊ້ເວລາໜ້ອຍນຶ່ງເນາະ ສະເພາະການອອກໃບຕາດິນໃໝ່ ແມ່ນແຫຼະ ຖ້າບໍ່ໄດ້ຕິດພັນກັບດິນຣັຖ ຫຼືວ່າດິນທີ່ມີການຄັດຄ້ານ ອາຍັດນີ້ ກໍສິວ່ອງໄວຢູ່ເຈົ້າ.”
ສຳລັບຕອນດິນ ທີ່ຕົກຄ້າງ ແລະບໍ່ທັນໄດ້ອອກໃບຕາດິນ ຢ່າງເປັນລະບົບ ສ່ວນຫຼາຍແມ່ນນອນຢູ່ໃນເຂດສາມ ປະເພດປ່າເປັນຕົ້ນ ເນື້ອດິນປ້ອງກັນ, ເນື້ອດິນການຜລິດ ແລະ ເນື້ອດິນຊົມໃຊ້ຂອງປະຊາຊົນ ຊຶ່ງກະຊວງກະສິກັມ ແລະປ່າໄມ້ ແລະກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອ ມ ຕ້ອງໄດ້ປຶກສາ ແລະສ້າງນິຕິກັມ ເປັນບ່ອນອ້າງອີງຮ່ວມກັນ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບການອອກໃບຕາດິນ ອີກທ່ານນຶ່ງກ່າວວ່າ:
“ມັນຕົກຄ້າງນີ້ ສ່ວນຫຼາຍ ມັນຈະເປັນການປະກອບ ເອກະສານ ມີປ່າຜລິດເນາະ ຕາມປະສົບການ ປ່າຊົມໃຊ້ເນາະ ປ່າປ້ອງກັນ ອ່າມັນມີບັນດາພາກສ່ວນຄຸ້ມຄອງຢູ່ເນາະ ບາງເທື່ອຈະຂຶ້ນກັບຂົງເຂດ ທີ່ວ່າອັນນ່າ ກະຊວງຊັພຍາກອນ ຮັບຜິດຊອບ ບາງເທື່ອກໍຂຶ້ນຢູ່ກັບ ກະຊວງກະສິກັມຮັບຜິດຊອບຫັ້ນແນ່ເນາະ ຕ້ອງໄດ້ປະສານກົມກຽວກັນ.”
ປັດຈຸບັນກະຊວງກະສິກັມ ແລະປ່າໄມ້ ໄດ້ສົມທົບກັບ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ຈັດຕັ້ງຮ່າງດຳຣັຖ ວ່າດ້ວຍການຮູ້ສິທ ນຳໃຊ້ທີ່ດິນຂອງປະຊາຊົນ ໃນເຂດສາມປ່າ ເພາະຕິດພັນ ກັບການດຳຣົງຊີວິຕ ແລະການທຳມາຫາກິ ນຂອງປະຊາຊົນ ຊຶ່ງມີຈຳນວນ 3,000 ບ້ານ ໃນຂອບເຂດທົ່ວປະເທດ ໃນນັ້ນມີປະຊາຊົນ ຈຳນວນຫຼາຍ ໄດ້ດຳຣົງຊີວິຕກ່ອນໜ້າ ກຳນົດເປັນປ່າສງວນ ແລະ ກໍມີຈຳນວນນຶ່ງ ເຂົ້າຢູ່ຫຼັງກຳນົດເປັນປ່າສງວນ ຊຶ່ງອາຈເປັນສາເຫດນຶ່ງ ທີ່ເຮັດໃຫ້ພື້ນທີ່ປ່າຫຼຸດລົງ.
ເມື່ອວັນທີ 16 ມິຖຸນາ ທີ່ຜ່ານມາ ທ່ານ ຈັນທະເນດ ບົວລະພາ ຮອງຣັຖມົນຕຣີ ກະຊວງຊັພຍາກອນທັມມພຊາຕ ແລະສິ່ງແວດລ້ອມ ກ່າວໃນກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ວ່າ ໃນປີ 2022 ນີ້ ສາມາດຂຶ້ນທະບຽນ ອອກໃບຕາດິນໄດ້ 36,165 ຕອນ ຫຼືເທົ່າກັບ 12.06 % ຂອງແຜນການ ທີ່ຈະອອກໃບຕາດິນ ໃຫ້ໄດ້ 300,000 ຕອນ ຊຶ່ງຖືໄດ້ວ່າໜ້ອຍກ່ວາເປົ້າໝາຽ ທີ່ຕັ້ງໄວ້ ເປັນຍ້ອນງົບປະມານ ທີ່ຮັບໃຊ້ການຈັດຕັ້ງ ປະຕິບັດວຽກງານ ຂຶ້ນທະບຽບ ອອກໃບຕາດິນຈຳນວນ 1.5 ຕື້ກີບ ຍັງບໍ່ທັນໄດ້ຮັບມານໍາໃຊ້.