ຣັຖບານຍອມຮັບ ການອອກໃບຕາດິນ ບໍ່ສາມາດບັນລຸເປົ້າໝາຍ

ຈຳປາທອງ
2023.07.06
ຣັຖບານຍອມຮັບ ການອອກໃບຕາດິນ ບໍ່ສາມາດບັນລຸເປົ້າໝາຍ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ, ນະຄອນຫຼວງວຽງຈັນ, ກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ໃນແຜນພັທນາ ເສຖກິຈ-ສັງຄົມແຫ່ງຊາຕ 5 ປີ 2021-2025 ຣັຖບານ ໄດ້ວາງເປົ້າໝາຍ ການຂຶ້ນທະບຽນ ແລະອອກໃບຕາດິນ ໃຫ້ປະຊາຊົນໄດ້ 1,600,000 ຕອນໃນທົ່ວປະເທດ. ສໍາລັບປີ 2023 ນີ້ ຈະອອກໃບຕາດິນ ໃຫ້ໄດ້ 400,000 ຕອນ ຊຶ່ງເປັນເປົ້າໝາຍ ທີ່ທາງຣັຖບານ ຈະບໍ່ສາມາດຈັດຕັ້ງປະຕິບັດໄດ້ ໃນພາກຕົວຈິງ. ປະຕິບັດໄດ້ ພຽງແຕ່ສ່ວນໜ້ອຍ.

ອີງຕາມການຣາຍງານ ຂອງ ຍານາງ ບຸນຄໍາ ວໍລະຈິດ, ຣັຖມົນຕຣີ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ຕໍ່ກອງປະຊຸມ ສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 28 ມິຖຸນາທີ່ຜ່ານມາ ແລ້ວແມ່ນວ່າ ເປົ້ໝາຍການອອກໃບຕາດິນ ທີ່ວ່າຈະໃຫ້ໄດ້ 400,000 ຕອນ ໃນປີນີ້ນັ້ນ ມາຮອດດຽວນີ້ ປະຕິບັດໄດ້ພຽງ 40,394 ຕອນ ຫລືເທົ່າກັບ 10.09% ຂອງແຜນການເທົ່ານັ້ນ.

ຍານາງ ບຸນຄຳ ວໍລະຈິດ ສເນີໃຫ້ມີການພິຈາຣະນາ ຫລຸດເປົ້າໝາຍ ການອອກໃບຕາດິນ ໃນປີ 2023 ນີ້ລົງ ຄືຫລຸດຈາກ 400,000 ຕອນ ລົງມາເປັນ 200,000 ຕອນ ເພາະເຈົ້າໜ້າທີ່ ມີເວລາຈໍາກັດ ຄືຍັງເຫລືອອີກປະມານ 6 ເດືອນເທົ່ານັ້ນ ແລະການອອກໃບຕາດິນ ໃນຣະດູຝົນກໍມີຄວາມຫຍຸ້ງຍາກ. 

ເຣື່ອງສາເຫດທີ່ເຮັດໃຫ້ ການອອກໃບຕາດິນຫຼ້າຊ້າ, ເຮັດບໍ່ໄດ້ຕາມເປົ້າໝາຍ ເວົ້າສະເພາະຢູ່ແຂວງຜົ້ງສາລີ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງແຂວງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 5 ກໍຣະກະດານີ້ວ່າ ເປັນຍ້ອນບໍ່ມີງົບປະມານ, ກ້ອງສໍາຣວດວັດແທກທີ່ດິນ (RTK) ແລະພະນັກງານບໍ່ພຽງພໍ, ເຮັດໃຫ້ການອອກໃບຕາດິນ ຢູ່ບາງເມືອງ ຫຼ້າຊ້າເຖິງ 1 ປີ.

ອັນນຶ່ງນີ້ ງົບປະມານກະບໍ່ມີ. ອັນທີ 2 ກະກ້ອງອອກໃບຕາດິນ ກໍມີໜ້ອຍ. ຂອງເມືອງບໍ່ມີ, ມີແຕ່ຂອງແຂວງ. ຂອງແຂວງມີ 2 ອັນ (ໜ່ວຍ) ກໍຜັດປ່ຽນກັນ. ອັນທີ (ຂໍ້) 3 ກໍພະນັກງານ ກໍບໍ່ພຽງພໍເດ໋ ກໍດົນຫັ້ນແຫລະ. ຕາມກົດໝາຍກໍ 50 ວັນ ແຕ່ວ່າອີງໃສ່ແຂວງ ມີຫລາຍເມືອງກໍດົນຢູ່ ປະມານ ປີນຶ່ງ.”
ຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງຜົ້ງສາລີ ທີ່ວ່ານັ້ນ ສອດຄ່ອງກັບຄໍາຣາຍງານ ຂອງ ຍານາງ ບຸນຄໍາ ວໍລະຈິດ ຕໍ່ກອງປະຊຸມ ສະພາແຫ່ງແຫ່ງຊາຕ ທີ່ວ່າ ປັດຈຸບັນ ກ້ອງສໍາຣວດວັດແທກ ທີ່ດິນ ມີຈໍາກັດ, ມີພຽງ 104 ເມືອງເທົ່ານັ້ນ, ສ່ວນອີກ 44 ເມືອງຍັງບໍ່ທັນມີ ແລະພະນັກງານ ໃນແຕ່ລະເມືອງມີຈຳນວນຈໍາກັດ ແລະບາງສ່ວນກໍບໍ່ມີຄວາມຊໍານານ ໃນການຂຶ້ນແຜນ ນໍາໃຊ້ງົບປະມານ ຂອງໂຄງການຕ່າງປະເທດ. ນອກຈາກນັ້ນ ກໍຍັງປະເຊີນກັບ ການໄດ້ຮັບງົບປະມານ ຫຼ້າຊ້າ ເປັນຕົ້ນງົບປະມານ ສົ່ງເສີມວິຊາການ ຈໍານວນ 5.7 ຕື້ກີບ ກໍຫາໄດ້ຮັບ ເມື່ອເດືອນມິຖຸນາ 2023 ນີ້. ສໍາລັບງົບປະມານ ຈາກໂຄງການຕ່າງປະເທດນັ້ນ ແມ່ນໄດ້ນໍາໃຊ້ແຕ່ເດືອນເມສາ ຊຶ່ງກໍຖືວ່າຫຼ້າຊ້າກວ່າແຜນ ທີ່ໄດ້ວາງໄວ້.

ຢູ່ແຂວງສາຣະວັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງກ່າວໃນມື້ດຽວກັນນີ້ວ່າ ສາເຫດນຶ່ງທີ່ເຮັດໃຫ້ການອອກໃບຕາດິນ ຫຼ້າຊ້າ ແມ່ນເປັນຍ້ອນດິນຢູ່ບາງບ່ອນ ເປັນເຂດປ່າຜລິດ, ປ່າສງວນ, ປ່າຟື້ນຟູ ທີ່ວ່າເປັນດິນຂອງຣັຖ ຈຶ່ງບໍ່ສາມາດອອກໃບຕາດິນໃຫ້ໄດ້.

ກໍມີຫັ້ນແຫລະ ພວກຢູ່ໃນເຂດປ່າຜລິດ ຢູ່ໃນເຂດທີ່ວ່າ ບ່ອນເຂົາຈໍາກັດ ບໍ່ໃຫ້ອອກ. ປ່າສງວນ, ປ່າຟື້ນຟູ ທີ່ວ່າມັນເປັນຂອງດິນຣັຖ. ມັນກໍອອກບໍ່ໄດ້ຫັ້ນແຫລະ ກໍບໍ່ໄດ້ຍ້າຍ ນໍາໃຊ້ທໍາມາຫາກິນ ປົກກະຕິ, ແຕ່ບໍ່ສາມາດ ອອກກັມມະສິດ ເປັນຂອງຕົວເອງ. ມັນກໍດິນຣັຖຄືເກົ່າ. ເປັນດິນຣັຖ.”
ຈາກຂໍ້ມູນເບື້ອງຕົ້ນ ມີ 32 ເມືອງ ແລະ 610 ບ້ານ ທີ່ຕັ້ງຢູ່ໃນເຂດປ່າໄມ້ ແລະຍັງມີອີກຫລາຍບ້ານ ທີ່ຕັ້ງຢູ່ຕາມເຂດສງວນທາງບົກ, ທາງນໍ້າ ແລະຍັງມີບ້ານ ຊຶ່ງຕັ້ງຢູ່ໃນເຂດທີ່ຍັງມີລະເບີດ ບໍ່ທັນແຕກ ຝັງຢູ່ຈໍານວນ 2,177 ບ້ານ ທີ່ຈະຕ້ອງໄດ້ກວດກາ.

ເຣື່ອງການເຮັດໃບຕາດິນ ຕ້ອງໄດ້ໃຊ້ເວລາດົນພໍສົມຄວນ. ປະຊາຊົນທີ່ຕ້ອງການໃບຕາດິນ, ຕາມປົກກະຕິ ບໍ່ຈ້າງໃຜແລ່ນໃຫ້ ຈະຕ້ອງໃຊ້ເວລາແຕ່ 3 ເດືອນເຖິງ 1 ປີ ດັ່ງຊາວບ້ານ ຢູ່ເມືຶອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າວ່າ ໃຊ້ເວລາເຖິງ 7-8 ເດືອນ ຖ້າຈ້າງຄົນເຮັດໃຫ້ ກໍປະມານ 3-4 ເດືອນ.

ຂັ້ນຕອນປົກກະຕິ ບໍ່ໄດ້ຂໍດ່ວນ. ດົນເຕີບ ເກືອບເປັນປີ. 7-8 ເດືອນ, ແຕ່ວ່າຄັນຈ້າງຂະເຈົ້າ, 3-4 ເດືອນ ເພາະວ່າມັນມີຫລາຍຄົນ ຂະເຈົ້າວ່າ ແລ້ວມັນເລີຍຊ້າ ດົນສຸດກໍ 8 ເດືອນເພາະວ່າ ເຮົາໂທນໍາເຂົາເຈົ້າຫັ້ນນ່າ. ຂະເຈົ້າກໍວ່າບໍ່ຜ່ານ ບາງເທື່ອກະຫົວໜ້າ ຍັງບໍ່ໄດ້ເຊັນອິຫຍັງ.”
ໃນຂະນະດຽວກັນ ນາຍໜ້າຮັບແລ່ນເຮັດໃບຕາດິນ ຜູ້ນຶ່ງເວົ້າວ່າ ການເຮັດໃບຕາດິນ ແບບດ່ວນ ອາດຕ້ອງໄດ້ເສັຍເງິນເພີ່ມອີກ ຂັ້ນຕໍ່າ 4-5 ລ້ານປາຍກີບ ຕໍ່ຕອນ ຂຶ້ນຢູ່ກັບຂນາດຂອງດິນ, ລັກສະນະດິນ ແລະຂຶ້ນກັບເມືອງນໍາດ້ວຍ.

ຖ້າຢາກໄດ້ໃບຕາດິນ ຂອບທອງໄວຂຶ້ນແລ້ວ ແມ່ນພວກອ້າຍຕ້ອງໄດ້ເສັຽເງິນຫລາຍຂຶ້ນ ຕ້ອງໄດ້ໄປຈ້າງຂະເຈົ້າ. ໃຫ້ມັນໄດ້ໄວ ຈ້າງກົມທີ່ດິນ ກົມທີ່ດິນເປັນຜູ້ເຮັດ ມັນຂຶ້ນນໍາດິນ. ຂຶ້ນນໍາບ້ານຂຶ້ນນໍາເມືອງ ເຂົາມີມາຕຖານ ໃນການຄິດໄລ່ຂອງເຂົາ.”
ໃນປີ 2022 ທີ່ຜ່ານມາ ທາງການລາວ ສາມາດຂຶ້ນທະບຽນ ອອກໃບຕາດິນ ໃຫ້ປະຊາຊົນໄດ້ 36,165 ຕອນ ຫລືເທົ່າກັບ 12.06 % ຂອງແຜນການ ທີ່ວ່າ ຈະອອກໃຫ້ໄດ້ 300,000 ຕອນ  ຖືວ່າອອກໃຫ້ໄດ້ໜ້ອຍກ່ວາ ເປົ້າໝາຍ ທີ່ຣັຖບານ ຕັ້ງໄວ້ນັ້ນຫລາຍ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ບໍ່ໄດ້ຮັບງົບປະມານຈຳນວນ 1.5 ຕື້ກີບ ທີ່ຈະໃຊ້ຈ່າຍເຂົ້າໃນການຈັດຕັ້ງ ປະຕິບັດວຽກງານ ຂຶ້ນທະບຽບ, ອອກໃບຕາດິນນັ້ນ. ນັບຕັ້ງແຕ່ປີ 1995 ທີ່ມີການຂຶ້ນທະບຽນ ໃບຕາດິນ ມາເຖິງເດືອນພຶສພາ 2023 ນີ້ ຢູ່ປະເທດລາວໄດ້ມີການອອກໃບຕາດິນ ທັງໝົດ 1,782,300 ຕອນ ໃນຈໍານວນສໍາມະໂນ ຕອນດິນທົ່ວປະເທດ 3,000,632 ຕອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.