ຂ.ຫຼວງພຣະບາງຂໍງົປ ແປງທາງ
2015.07.14
ຫົວໜ້າ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ຫຼວງພຣະບາງ, ໄດ້ ສເນີ ຂໍ ງົປມານ ຈາກ ຣັຖບານ ມາ ສ້ອມແປງ ຖນົນ ຫົນທາງ ເພື່ອ ຕຣຽມໃສ່ ການ ສລອງ ເມືອງ ມໍຣະດົກ ໂລກ ຄົບຮອບ 20 ປີ, ໃນ ທ້າຍປີ 2015 ແລະ ຕຣຽມຮັບ ກອງ ປະຊຸມ ໃຫຽ່ ຄັ້ງທີ 7 ຂອງ ຄນະພັກ ແຂວງ ຫຼວງພຣະບາງ.
ແຂວງ ຫຼວງພຣະບາງ ຂາດ ງົບປະມານ ຢ່າງ ຫຼວງຫຼາຍ ໃນການ ສ້ອມແປງ ຖນົນ ຫົນທາງ ໃນ ແຕ່ລະປີ, ຊຶ່ງ ໃນປີນີ້ ຖືວ່າ ເປັນປີ ທີ່ ສຳຄັນ ຈຶ່ງໄດ້ ສເນີ ຂໍ ງົປມານ ຈາກ ຣັຖບານ, ໂດຍ ໃຫ້ ເຫດຜົລ ວ່າ ຖນົນ ຫຼາຍສາຍ ໝົດອາຍຸ ໃນການ ໃຊ້ງານ, ບໍ່ວ່າ ຈະເປັນ ເສັ້ນທາງ ປູຢາງ ສອງ ຊັ້ນ ແລະ ເສັ້ນທາງ ປູຢາງ ສາຍ ອື່ນໆ ກໍໄດ້ ແຕກຫັກ ເປັນບວກ ເປັນຂຸມ ໃຊ້ການ ບໍ່ໄດ້. ຕາມ ການ ສຳຣວດ ຖນົນ ທີ່ ເປ່ເພ, ການ ສ້ອມແປງ ທັງຫມົດ ນັ້ນ ມີຢູ່ 12 ເສັ້ນ ຮວມມູນຄ່າ ສ້ອມແປງ ປະມານ 495 ລ້ານ ກີບ ຫລື ປະມານ 62 ລ້ານ ໂດລາ.
ປະຊາຊົນ ຊາວ ຫຼວງພຣະບາງ ຜູ້ນຶ່ງ ເວົ້າວ່າ:
"ຂ້າພະເຈົ້າ ທຽວທາງ ເດີ່ນບິນ ຕຣອດ ເຫັນການ ສ້ອມແປງ ຢູ່ ທຸກ ປີ, ລົດ ທຽວຫຼາຍ ການ ສັນຈອນ ໄປມາ ກໍບໍ່ເຫັນ ຈະ ສະດວກ ແຕ່ ບໍ່ເຂົ້າໃຈ ວ່າ, ເປັນຫຍັງ ແຕ່ລະ ຄັ້ງ ທີ່ ສ້ອມແປງ ຫັ້ນ, ຈຶ່ງ ມັກງ່າຍ ເອົາແຕ່ ຢາງ ມາຫົດ ລະກະ ເອົາ ໝາກຫິນ ວ່ານໃສ່, ແລ້ວ ຣົດຢຽບ ພຽງ ເລັກນ້ອຍ ພໍຄື. ຊື່ງ ບໍ່ມີການ ກວດສອບ ມາຕຖານ ເລີຍ ເປັນການ ສິ້ນເປືອງ ງົປມານ ລ້າໆ, ເພາະ ສາມເດືອນ ຜ່ານໄປ ທາງນີ້ ກໍ ເປັນຂຸມ ຄືເກົ່າ, ໝາກຫີນ ກໍຟົ້ງ ອອກ ກະຈັກ ກະຈາຍ ຕາມ ແຄມທາງ ທັງສອງ ເບື້ອງນັ້ນ ເປັນ ແບບນີ້ ທຸກປີ, ສ້າງຄວາມ ລຳບາກ ໃຫ້ຄົນ ໃຊ້ ຖນົນ ເສັ້ນນີ້".
ຊາວຫຼວງ ພຣະບາງ ຜູ້ນີ້ ເວົ້າອີກ ວ່າ, ໝາກຫີນ ຢູ່ ແຄມທາງ ພົ້ງໃສ່ ແກ້ວຣົດ ແຕກ ຫົນທາງ ກໍເປັນ ຕົມ ເປັນ ຂຸມ ຄືເກົ່າ ຍ້ອນການ ສ້ອມແປງ ບໍ່ໄດ້ ມາຕຖານ ພໍແຕ່ ແລ້ວ ມື.