ໃບນຳໃຊ້ທີ່ດິນ ຂອງຜູ້ຖືກຜົລກະທົບ ເຂື່ອນເຊລະນອງ 1
2023.06.29
ໃນເດືອນກໍຣະກະດາ ປີ 2023 ນີ້ພາກຣັຖຈະກໍານົດ ຂອບເຂດດິນກະສິກັມ ພ້ອມອອກໃບນຳໃຊ້ທີ່ດິນ ໃຫ້ຊາວບ້ານ ບ້ານລະເບົານໍ້າ ແລະ ບ້ານລອຍນໍ້າ ຢູ່ເມືອງນອງ ແຂວງສວັນນະເຂດທີ່ຖືກຜົລກະທົບຈາກໂຄງການ ກໍ່ສ້າງເຂື່ອນໄຟຟ້າ ພະລັງງານນໍ້າເຊລະນອງ 1. ເນື່ອງຈາກຜ່ານມາ ພາກຣັຖໄດ້ຈັດສັນທີ່ດິນໃຫ້ຊາວບ້ານ 2 ບ້ານ ດັ່ງກ່າວມາແຕ່ເດືອນມິຖຸນາປີ 2019 ແລ້ວ ເນື້ອທີ່ທັງໝົດ 152 ເຮັກຕ້າຣ໌ປາຍ ໃນນັ້ນບ້ານລະເບົານໍ້າ 93 ເຮັກຕ້າຣ໌ປາຍ, ຈຳນວນ 56 ຄອບຄົວ ແລະ ບ້ານລອຍນໍ້າ 59 ເຮັກຕ້າຣ໌ປາຍ ຈຳນວນ 32 ຄອບຄົວ ໂດຍໄດ້ແບ່ງໃຫ້ຄອບຄົວ ລະ 3-5 ເຮັກຕ້າຣ໌ ເພື່ອຫ້າມບໍ່ໃຫ້ປະຊາຊົນໄປບຸກລຸກ ເນື້ອທີ່ປ່າສງວນແຫ່ງຊາຕ ພູຊາ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນແຂວງສວັນນະເຂດ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກ່າວໃນວັນທີ 27 ມິຖຸນານີ້ວ່າ:
“ກຳລັງຂຶ້ນແຜນ ຈະລົງໄປຢູ່ທ້າຍເດືອນນີ້ ຈະເປັນມອບຂອບເຂດ ການນຳໃຊ້ທີ່ດິນ ຊິໄປກວດເບິ່ງເນື້ອທີ່ກະສິກັມ ທີ່ເພິ່ນໄປມອບໃຫ້ປະຊາຊົນ ກ່ອນໜ້ານີ້ແມ່ນເພິ່ນຊົດເຊີຍ ໃຫ້ປະຊາຊົນ ໄດ້ທຳມາຫາກິນໄດ້ທຳການຜລິດ ກ່ອນຢູ່ເຂດນັ້ນນ່າ ມັນເປັນດິນຂອງປ່າສງວນເນາະ.”
ທ່ານກ່າວຕື່ມວ່າ ໃນໄລຍະທີ່ຜ່ານມາບາງຄອບຄົວ ຂອງຊາວບ້ານເຂດບ້ານດັ່ງກ່າວ ກໍມີບັນຫາເຣື່ອງບໍ່ສາມາດເຮັດໄຮ່ເຮັດນາໄດ້ ຍ້ອນດິນບາງຕອນທີ່ຊາວບ້ານ ໄດ້ຊົດເຊີຍໄປເກີດມີບັນຫາດິນດ່າງ ເປັນເຂດພູສູງ ບໍ່ເໝາະສົມກັບການເຮັດນາ ປູກພືດອິຫຍັງກໍຫຍຸ້ງຍາກ ຈຶ່ງເຮັດໃຫ້ມີຊາວບ້ານ ບາງຄົນເຂົ້າໄປບຸກລຸກ ເຂດປ່າສງວນ. ເຊິ່ງເຫດຜົລທີ່ພາກຣັຖ ຈະລົງໄປກຳນົດຂອບເຂດ ພື້ນທີ່ດິນກະສິກັມ ແລະກຳນົດຂອບເຂດ ພື້ນທີ່ເຂດປ່າສງວນແຫ່ງຊາຕ ພູຊາ ກໍຍ້ອນວ່າບໍ່ຢາກໃຫ້ຊາວບ້ານ ເຂົ້າໄປບຸກລຸກ.
“ຢູ່ເຂດນັ້ນນ່າ ມັນເປັນດິນຂອງປ່າສງວນເນາະ ໃນໄລຍະຜ່ານມາບາງຄອບຄົວ ບໍ່ສາມາດເຮັດການຜລິດໄດ້ ຍ້ອນອັນທີ່ໜຶ່ງ ມັນຖືກດິນດ່າງ ຈັ່ງຊີ້. ເຂົາກາບຸກເບີກໄປ ຈັງຊີ້ຫັ້ນແຫຼະ. ເພິ່ນກໍເລີຍວ່າຈະໃຊ້ວິຊາການ ລົງໄປອີກເທື່ອໜຶ່ງ ຢັ້ງຢືນວ່າ ອັນນີ້ເປັນດິນຂອງປ່າໄມ້ ບໍ່ໃຫ້ເຂົ້າໄປນຳໃຊ້ ບໍ່ໃຫ້ເຂົ້າໄປບຸກລຸກ.”
ຂະນະທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນເມືອງນອງ ແຂວງສວັນນະເຂດ ອີກທ່ານໜຶ່ງທີ່ຂໍສງວນຊື່ ແລະ ຕຳແໜ່ງ ກໍກ່າວເຊັ່ນດຽວກັນວ່າ ທາງພາກຣັຖຍັງບໍ່ທັນໄດ້ມອບ ໃບນຳໃຊ້ໃບຕາດິນ ໃຫ້ຊາວບ້ານ 2 ບ້ານ ທີ່ຖືກຜົລກະທົບ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້າ ພະລັງງານນໍ້າເຊລະນອງ 1 ຄາດວ່າ ຈະລົງມາກຳນົດຂອບເຂດໃນໝໍ່ໆນີ້ ເພາະຊາວບ້ານ ບາງຄົນຕ້ອງການ ດິນປູກຝັງເພີ່ມ ເຊັ່ນປູກກ້ວຍ ແລະ ປູກມັນຕົ້ນກໍເຂົ້າບຸກລຸກ ເຂດປ່າສງວນ ທາງການຈຶ່ງຈະກຳນົດ ຂອບເຂດເພື່ອບໍ່ໃຫ້ໄປບຸກລຸກ.
“ເບື້ອງຕົ້ນເນາະ ເຂົາເຈົ້າຈັດສັນໃຫ້ ຢູ່ບ່ອນໜຶ່ງເຂົາເຈົ້າ ບໍ່ຢາກຢູ່ ເຂົາເຈົ້າຢາກຂຶ້ນໄປຢູ່ໃນຫັ້ນ ເພາະວ່າມັນກໍເປັນການບຸກລຸກ ທຳລາຍປ່າສງວນ ພ້ອມມັນກໍບໍ່ໝົດທຸກຄົນ ແຕ່ວ່າມັນກໍເປັນການບຸກລຸກ ເພາະວ່າປີກ່ອນໆຫັ້ນ ເຂົາກໍຖາງເນາະ. ອ້າຍນ້ອງພະນັກງານ ໄປກວດເຂົາປູກໄມ້ວິກໃສ່ ກໍມີບາງຄົນປູກມັນຕົ້ນບາງຄົນປູກກ້ວຍ.”
ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງກ່າວເຖິງເຣື່ອງການບຸກລຸກ ພື້ນທີ່ປ່າສງວນ ທີ່ຊາວບ້ານເຂດຫ່າງໄກສອກຫຼີກ ມັກເຂົ້າໄປບຸກລຸກ ເພື່ອປູກຝັງວ່າ ບັນຫາເຣື່ອງນີ້ ພາກຣັຖກໍຍັງແກ້ໄຂຍາກຢູ່ ໃນເຣື່ອງກົດໝາຍຈະປັບໄໝໃສ່ໂທດຊາວບ້ານ ເພາະສ່ວນໃຫຍ່ຊາວບ້ານ ກໍບໍ່ມີເງິນຈະຈ່າຍຄ່າປັບໃໝ ໃຫ້ເຈົ້າໜ້າທີ່ ເຊິ່ງເຈົ້າໜ້າທີ່ໄດ້ພຽງແຕ່ ຄວບຄຸມບໍ່ໃຫ້ເຂົາເຈົ້າ ໄປບຸກລຸກເທົ່ານັ້ນ.
“ລົງໂທດກໍຈະລົງໂທດຈັ່ງໃດເນາະ ປັບໃໝເບາະ ຊາວບ້ານກໍບໍ່ມີເງິນ ມີແຕ່ວ່າພວກເຮົາ ຄວບຄຸມບໍ່ໃຫ້ເຂົາເຈົ້າ ມາປູກ ແຕ່ບັນຫາພວກເຮົາ ກໍແກ້ບໍ່ຕົກ ເຂົາກໍຕ້ອງຍັງຈະຕ້ອງໄດ້ໄປຊອກຫາ ພື້ນທີ່ ຫຼື ວ່າຕ້ອງປູກອີກຄືເກົ່າ.”
ອີງຕາມການຣາຍງານ ຂອງເຈົ້າໜ້າທີ່ຂັ້ນບ້ານ ຣາຍງານໃນວັນທີ 14 ມິຖຸນາ 2023 ວ່າ ໃນຂອບເຂດບ້ານລະເບົານໍ້າ ແລະ ບ້ານລອຍນໍ້າ ມີພົລເມືອງທັງໝົດ 772 ຄົນ ຍິງ 380 ຄົນ ທັງໝົດ 108 ຄອບຄົວ ແລະ 98 ຫຼັງຄາເຮືອນສ່ວນໃຫຍ່ ເປັນຄົນຊົນເຜົ່າມັງກອງ, ຊາວບ້ານນັບຖືຜີ ມີແຕ່ອາຊີບເຮັດໄຮ່, ສວນມັນຕົ້ນ ແລະ ເຮັດນາ ຕາມຣະດູການ. ເປັນເຂດບ້ານທີ່ຢູ່ຫ່າງໄກ ສອກຫຼີກ ເສັ້ນທາງ ແລະນໍ້າບາດານຍັງຫຍຸ້ງຍາກ ການມີອາຊີບ ຮອງຮັບລາຍໄດ້ກໍບໍ່ມີ ໃນເຣື່ອງນີ້ ທາງເຈົ້າໜ້າທີ່ຂັ້ນບ້ານ ທັງສອງບ້ານ ກໍຢາກໃຫ້ພາກຣັຖຊ່ອຍ ແກ້ໄຂນຳດ້ວຍ.
ປັດຈຸບັນເຂື່ອນໄຟຟ້າ ເຊລະນອງ 1 ໄດ້ສ້າງສໍາເຣັດ ມາຕັ້ງແຕ່ປີ 2021 ແລ້ວໂດຍໃຊ້ເວລາ 4 ປີ ໃນການກໍ່ສ້າງ. ມີກຳລັງການຜລິດທັງໝົດ 70 ເມກາວັດ ເປັນເຂື່ອນທີ່ໃຫຍ່ ທີ່ສຸດໃນແຂວງສວັນນະເຂດມູນຄ່າ ການລົງທຶນ 150 ລ້ານໂດລ້າຣ໌ສະຫະຣັຖ. ມີຜູ້ຖືຮຸ້ນ 4 ບໍຣິສັດ ຄື ບໍຣິສສັດ YEIK International Energy Development ຂອງຈີນ ຖືຮຸ້ນ 70%, ບໍຣິສັດ ດາວສວັນ ຂອງເອກະຊົນລາວ, ຣັຖວິສາຫະກິຈໄຟຟ້າລາວ ແລະ ບໍຣິສັດ Sunpaper ຂອງຈີນ. ສ່ວນໄຟຟ້າ ຜລິດໄດ້ທັງໝົດ ຂາຍໃຫ້ກັບຣັຖວິສາຫະກິຈ ໄຟຟ້າລາວ ເພື່ອນຳໄປຂາຍຕໍ່ ພາຍໃນປະເທດ.