ຊາວບ້ານຈຳນວນໜຶ່ງໄດ້ຮັບຜົນກະທົບຈາກເຂື່ອນເຊລະນອງ 1 ຂາດເຂີນນໍ້າ
2024.08.22
ຊາວບ້ານຈໍານວນໜຶ່ງຢູ່ບ້ານປະຈະຕຽນ (ຄຸ້ມລອຍນໍ້າ) ແລະ ບ້ານລະເບົານໍ້າ ເມືອງນອງ ແຂວງສະຫວັນນະເຂດຈຳນວນ 487 ຄົນ ຍີງ 249 ຄົນ, ມີ 74 ຫຼັງຄາເຮືອນ, 83 ຄອບຄົວທີ່ຕ້ອງໂຍກຍ້າຍບ່ອນຢູ່ອາໄສຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ 1 ປະສົບບັນຫາຂາດເຂີນນໍ້າກິນ ນໍ້າໃຊ້ໃນລະດູແລ້ງຍ້ອນບໍລິເວນບ້ານຈັດສັນ ທີ່ຊາວບ້ານຍ້າຍໄປຢູ່ນັ້ນ ເປັນບໍລິເວນພູ, ບໍ່ມີແຫຼ່ງນໍ້າທີ່ພຽງພໍ.
ປັດຈຸບັນຊາວບ້ານ ໃຊ້ນໍ້າສ້າງ ແລະ ນໍ້າຈາກຝາຍ ທີ່ພາກສ່ວນທີ່ກ່ຽວຂ້ອງຕັນໄວ້ໃຫ້ ຈາກນໍ້າຫ້ວຍຢູ່ບໍລິເວັນບ້ານຈັດສັນໃໝ່. ຂະນະທີ່ຊາວບ້ານອີກສ່ວນໜຶ່ງຕ້ອງໄປຕັກນໍ້າ ຢູ່ບໍລິເວນບ້ານແກ້ງລີ້ນເຊິ່ງເປັນບ້ານໄກ້ຄຽງຂອງທັງສອງບ້ານ ທີ່ໄດ້ຮັບຜົນກະທົບ. ດັ່ງຊາວບ້ານແກ້ງລີ້ນ ເມືອງນອງ ແຂວງສະຫວັນນະເຂດກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 22 ສິງຫາ 2024 ນີ້ວ່າ:
“ມັນຢູ່ພູບ່ອນທີ່ຊາວບ້ານ ບໍ່ມີນໍ້າໃຊ້ບາດເຂົາເຮັດເຂື່ອນເຂົາຍ້າຍໄປຢູ່ພູ ແລ້ວບໍ່ມີນໍ້າໃຊ້ແມ່ນຕອນແລກຢູ່ລຸ່ມເຂື່ອນ ມັນຢູ່ໄກ້ແຄມເຊລະນອງແລ້ວເຮົາເຮັດເຂື່ອນແລ້ວ ບາດນີ້ນໍ້າຖ້ວມເບິດແລ້ວເຂົາຂຶ້ນໄປຢູ່ພູບາດນີ້ມາຕັກຢູ່ເດີ້ນນໍ້າກິນ ກໍ່ມາຕັກກິນຢູ່ບ່ອນແກ້ງລິນ ບ່ອນຂ້ອຍຢູ່ນີ້ແຫຼະເພາະບ້ານຕິດກັນນ່າ ແຖວນັ້ນມີນໍ້າບໍ່ກໍໄປເອົານໍ້າບໍ່ໃຊ້ນໍາກິນນໍາຢູ່.”
ຊາວບ້ານປະຈະຕຽນ (ຄຸ້ມລອຍນໍ້າ) ແລະ ບ້ານລະເບົານໍ້າສ່ວນຫຼາຍມີອາຊີບ ປູກຝັງລ້ຽງສັດເຮັດສວນມັນຕົ້ນແລະປູກພືດໄຮ່ອື່ນໆ. ດັ່ງຄົນຂັບລົດຢູ່ເມືອງນອງ ແຂວງສະຫວັນນະເຂດກ່າວວ່າ:
“ອາຊິບຂະເຈົ້າກໍ່ປູກມັນອີ່ຫຍັງທໍາມະດານີ້ແຫຼະ ເຮັດສວນມັນຕອກມັນຕົ້ນດຽວນີ້ຫັ້ນນ່າ ໂດຍສວນໝອກສວນມັນສວນກ້ວຍເຮັດໄຮ່ ມີຄືກັນບາງຄອບຄົວເຂົາກໍ່ລ້ຽງສັດຄືກັນ ແມ່ນຢູ່ພູທາງຍາກທາງໄປຫັ້ນນ່າ.”
ວັນທີ 15 ສິງຫາ ທີ່ຜ່ານມາ ທ່ານ ນາງປີ່ງຄໍາ ລາຊະສິມມາ ປະທານກໍາມາທິການເສດຖະກິດ-ເຕັກໂນໂລຈີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ ໄດ້ລົງກວດກາຕິດຕາມບັນດາບ້ານ ທີ່ໄດ້ຮັບຜົນກະທົບຈາກໂຄງການທັງ 2 ບ້ານເພື່ອຮັບຮູ້ປັນຫາ ແລະ ຕິດຕາມຜົນກະທົບໄລຍະ 2 ຫຼັງຈາກການສ້າງເຂື່ອນທີ່ມີ 4 ບ້ານທີ່ໄດ້ຮັບຜົນກະທົບຄື ບ້ານ ແກ້ງລີ້ນ 53 ຄອບຄົວ, ບ້ານໄກສອນ 23 ຄອບຄົວ, ບ້ານທ່າເທ 22 ຄອບຄົວ, ບ້ານຜູ້ໄທ 44 ຄອບຄົວ, ມີປ່າຊ້າ ຫຼື ປ່າມະເຫສັກບ້ານ 2 ແຫ່ງ, ເສັ້ນທາງຄົມມະຄົມ 7 ຈຸດ.
ຜົນກະທົບໄລຍະທີ 2 ຈາກຈາກການຕັນ ເຂື່ອນນັ້ນພົບວ່າໃນທຸກປີຂອງລະດູຝົນ ຫາກມີຝົນຕົກແຮງຫຼາຍໄຮ່ນາຂອງປະຊາຊົນຈະຖືກນໍ້າຖ້ວມ. ປະຊາຊົນຕ້ອງໃຊ້ເຮືອນ້ອຍ ແລະ ເຮືອບັກຂ້າມໄປມາລະຫວ່າງບ້ານແກ້ງລິນ ແລະ 2 ບ້ານທີ່ຖືກຜົນກະທົບ. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງຢູ່ເມືອງນອງ ແຂວງສະຫວັນນະເຂດກ່າວວ່າ.
“ໂຕໄລຍະທີ 2 ຫັ້ນໝາຍຄວາມວ່າກະທົບຫຼັງຈາກທີ່ເຮັດເຂື່ອນແລ້ວເນາະ ມັນກະທົບຫຍັງແດ່ຫັ້ນໂອກໍ່ ມີນໍ້າຫຍື່ງໃສ່ໄຮ່ນາປະຊາຊົນຫັ້ນແຫຼະ, ຫຍື່ງຂຶ້ນຫຼັງຈາກມັນເກີດຝົນຕົກແຮງມັນກໍ່ຖ້ວມຫັ້ນນ່າ. ແລ້ວນໍ້າມັນເຄື່ອນທີ່ເຂົ້າໄປໃສ່ຖ້ວມ ໜ້າຝົນນີ້ແຫຼະຝົນຕົກແຮງພະຍຸເຂົ້າຫັ້ນນ່າ ແບບເຂື່ອນແບບລະບາຍນໍ້າບໍ່ທັນ.”
ການລົງກວດກາເທື່ອນີ້ ແມ່ນເປັນການປະເມີນຄືນວ່າຊີວິດການເປັນຢູ່ ຂອງຊາວບ້ານດີຂຶ້ນ ຫຼືບໍ່, ມີບັນຫາໃດທີ່ຕ້ອງໄດ້ແກ້ໄຂຕື່ມ, ບໍ່ໄດ້ມີການໄປຊົດເຊີຍເພີ່ມຕື່ມຍ້ອນບໍລິສັດ ໄດ້ຈ່າຍຄ່າຊົດເຊີຍທັງໝົດແລ້ວ.
ປັດຈຸບັນບໍລິສັດເຂື່ອນໄຟຟ້າເຊລະນອງ 1 ຈໍາກັດຮັບຮູ້ເຖິງບັນຫາຂອງຊາວບ້ານບໍລິເວນບ້ານຈັດສັນ ທີ່ຂາດເຂີນນໍ້າແລ້ວ. ຍ້ອນກ່ອນໜ້ານີ້ທາງບໍລິສັດກໍ່ໄດ້ກໍ່ສ້າງລະບົບນໍ້າບາດານ ໃຫ້ຊາວບ້ານແຕ່ບໍລິເວນບ້ານຈັດສັນໃໝ່ ເປັນເພດພູສູງຫຼາຍເມື່ອເຈາະດິນລົງໄປ ກໍຍັງບໍ່ພົບແຫຼ່ງນໍ້າທີ່ພຽງພໍໃຫ້ໃຊ້ຕະຫຼອດປີ. ລະບົບນໍ້າບາດານນີ້ໃຊ້ໄຟຟ້າ ໃນການສູບນໍ້າຂຶ້ນມາແຕ່ທີ່ຜ່ານມາກໍ່ບໍ່ມີພາກສ່ວນໃດຮັບຜິດຊອບ ຄ່າໄຟຟ້າທີ່ເກີດຈາກການສູບນໍ້າຂຶ້ນມາໃຊ້.
ປັດຈຸບັນທາງບໍລິສັດກໍາລັງພິຈາລະນາ ໃຊ້ລະບົບໃໝ່ໃນການສູບນໍ້າຂຶ້ນມາໃຊ້ໂດຍອາດໃຊ້ລະບົບໂຊລ້າເຊວ ແທນການໃຊ້ໄຟຟ້າ. ໂດຍລະບົບໂຊລ້າເຊວແມ່ນມີມູນຄ່າສູງ ບໍລິສັດຕ້ອງໄດ້ຊອກແຫຼ່ງທຶນມາກ່ອນຈຶ່ງຍັງໃຫ້ຄຳຕອບບໍ່ໄດ້ວ່າ ຈະເລີ່ມເຮັດລະບົບໃໝ່ໄດ້ເມື່ອໃດ. ດັ່ງພະນັກງານບໍລິສັດເຂື່ອນໄຟຟ້າເຊລະນອງ 1 ທີ່ຂໍສະຫງວນຊື່ ແລະຕໍາແໜ່ງກ່າວວ່າ:
“ນໍ້າບາດານນີ້ທາງບໍລິສັດໄດ້ເຮັດໜັງສືບົດບັນທຶກກັບທາງເຈົ້າເມືອງແລ້ວກໍ່ທາງກົມທຸລະກິດພະລັງງານຂອງກະຊວງພະລັງງານແລ້ວ. ປັດຈຸບັນມີບໍລິສັດເຂົ້າມາປະມູນເຂົ້າມາຍື່ນສະເໜີລາຄາແລ້ວຄິດໄລ່ອອກແບບສຳເລັດແຕ່່ວ່າທາງບໍລິສັດກໍ່ຍັງບໍ່ໄດ້ພິຈາລະນາເທື່ອ. ມີບົດບັນທຶກໃຊ້ແບບໂຊລ້າຫັ້ນແຫຼະບໍລິສັດກໍ່ຕ້ອງຊອກງົບປະມານມາຕື່ມມັນເປັນມູນຄ່າສູງ. ທາງບໍລິສັດຕ້ອງລໍຖ້າເງິນງົບປະມານມາເຮັດເພາະວ່າທາງບໍລິສັດຍັງຂາດສະພາບຄ່ອງເລື່ອງການເງິນ.”
ໂຄງການເຂື່ອນໄຟຟ້າເຊລະນອງ 1 ມີອາຍຸສໍາປະທານ 25 ປີ ນັບຕັ້ງແຕ່ມື້ເປີດການຜະລິດກະແສໄຟຟ້າເປັນຕົ້ນໄປ. ໂຄງການນີ້ກວມເອົາເນື້ອທີ່ເກືອບເຖິງ 2,500 ເຮັກຕ້າຣ໌. ເຂື່ອນແຫ່ງນີ້ຕັ້ງຢູ່ລະຫວ່າງເມືອງພີນ ແລະ ເມືອງນອງແຂວງສະຫວັນນະເຂດ. ໄດ້ເລີ່ມກໍ່ສ້າງມາຕັ້ງແຕ່ປີ 2017 ແລະ ສຳເລັດໃນປີ 2020. ກະແສໄຟຟ້າທີ່ຜະລິດໄດ້ຂາຍຢູ່ພາຍໃນແຂວງເຊກອງ.
ເຂື່ອນໄຟຟ້າເຊລະນອງ 1 ຂະໜາດ 70 MW ມີມູນຄ່າການກໍ່ສ້າງ 150 ລ້ານໂດລ້າສະຫະລັດ. ເຂື່ອນນີ້ມີ 4 ບໍລິສັດເປັນຜູ້ຖືຮຸ້ນຄື ບໍລິສັດພັດທະນາພະລັງງານສາກົນ (YEIG) ຂອງຈີນຖືຮຸ້ນ 70%, ບໍລິສັດດາວສະຫວັນລາວ 15%, ບໍລິສັດ ລັດວິສາຫະກິດໄຟຟ້າລາວ 10% ແລະ ບໍລິສັດຜະລິດເຈັ້ຍ Sunpaper Holding Lao ຂອງຈີນຖືຮຸ້ນ 5%.