ໃນວັນທີ 11 ມິນາ 2020 ນີ້ ຫ້ອງການຊາວໜຸ່ມ ເມືອງນອງ ແຂວງສວັນນະເຂດ ໄດ້ມອບນໍ້າດື່ມຕຸກນ້ອຍ ຈໍານວນ 21 ແພັກ ໃຫ້ປະຊາຊົນເຂດຈັດສັນ ບ້ານລະເບົານໍ້າ ແລະ ບ້ານລອຍນໍ້າ ທີ່ໄດ້ຮັບຜົນກະທົບ ຈາກ ເຂື່ອນໄຟຟ້າ ເຊລະນອງ 1 ພາຍຫຼັງທີ່ ປະຊາຊົນ ຮຽກຮ້ອງໃຫ້ທາງການລາວ ຊ່ອຍຊອກຫານໍ້າດື່ມໃຫ້, ດັ່ງປະຊາຊົນ ທີ່ໄດ້ຮັບຜົນກະທົບ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ມິນາ ນີ້ວ່າ:
“ນໍ້າຕຸກນ້ອຍ ເຂົາມາແຈກມື້ວານນີ້ ຕຸກນ້ອຍ ເຮືອນນຶ່ງ 2 ຕຸກ ທາງເມືອງເພິ່ນມາໃຫ້ ເຈົ້າໆ ບໍ່ຂາດເຂີນ ໄດ້ນໍ້າກິນ ແຕ່ວ່າກໍຢູ່ໄປ ແນວນັ້ນແຫຼ້ວ ເຮັດແນວໃດ ເອີ່.. ມັນຍາກແຫ້ງໄດ໋ ມັນຢູ່ສູງເດ້.”
ປະຊາຊົນຜູ້ນີ້ ເວົ້າວ່າ ນໍ້າດື່ມ ທີ່ຫ້ອງການຊາວໜຸ່ມມາແຈກໃຫ້ນັ້ນ ໄດ້ຄອບຄົວລະ 2 ຕຸກ ແລະໄດ້ຮັບພຽງແຕ່ 56 ຄອບຄົວ ຈາກ ປະຊາຊົນພາຍໃນບ້ານ ທັງໝົດ 88 ຄອບຄົວ.
ປັດຈຸບັນ ປະຊາຊົນທີ່ໄດ້ໂຍກຍ້າຍ ມາຢູ່ບ້ານຈັດສັນໃໝ່ນີ້ ມີຂໍ້ຫຍຸ້ງຍາກຫຼາຍຢ່າງ ໂດຍສະເພາະແມ່ນ ເຣື້ອງນໍ້າບໍ່ພໍໃຊ້ ຮວມທັງ ນໍ້າດື່ມ ກໍບໍ່ພຽງພໍເຊັ່ນກັນ ຍ້ອນແຫຼ່ງນໍ້າທັມມະຊາດບົກແຫ້ງ ຣະບົບນໍ້າປະປາ ທີ່ໂຄງການສ້າງໃຫ້ ກໍຍັງໃຊ້ການບໍ່ໄດ້ເທື່ອ ກະທົບຕໍ່ການເປັນຢູ່ ຂອງປະຊາຊົນຫຼາຍ.
ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ພື້ນທີ່ສ້າງບ້ານຈັດສັນ ເປັນເຂດພູສູງ ແຫຼ່ງນໍ້າບໍ່ມີ ດຽວນີ້ ຍັງບໍ່ມີແຜນ ຫຼື ມາຕການໃດ ເພື່ອບັນເທົາຄວາມທຸກຍາກ ຂອງ ປະຊາຊົນຢູ່ເຂດບ້ານຈັດສັນໃໝ່ ສ່ວນເຣື້ອງການຊົດເຊີຍເງິນ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ເບື້ອງຕົ້ນ ວ່າຈະຊົດເຊີຍໃຫ້ ເຣີ້ມແຕ່ຕົ້ນປີ 2020 ແຕ່ເກີດບັນຫາ ພຍາດໂຄວິດ-19 ຣະບາດ ໃນຈີນ ເຮັດໃຫ້ເຈົ້າຂອງໂຄງການ ເດີນທາງມາລາວ ບໍ່ທັນໄດ້ເທື່ອ ກະທົບຕໍ່ແຜນການທຸກຢ່າງ ຂນະທີ່ ເຂື່ອນໄຟຟ້າ ມີແຜນຈະທົດລອງຜລິດກະແສໄຟຟ້າ ໃນຕົ້ນປີນີ້ ກໍຕ້ອງໄດ້ເລື່ອນອອກໄປ ໂດຍບໍ່ມີກໍານົດ, ດັ່ງທີ່ທ່ານກ່າວວ່າ:
“ດຽວນີ້ເຂົາບໍ່ໄດ້ເຮັດຫຍັງ ເຂົາຢຸດເຊົາເພາະວ່າ ມັນມີພຍາດຣະບາດຢູ່ເມືອງຈີນເຂົາກໍເຊົາໝົດເລີຍ ໂຄງການມັນເລື່ອນໝົດ ຢຸດ, ໂຈນ່າ ເຂົາບໍ່ໄດ້ເຮັດຫຍັງ.”
ນອກຈາກນີ້ແລ້ວ ການພັທນາໂຄງຮ່າງພື້ນຖານຕ່າງໆ ໃນເຂດບ້ານຈັັດສັນໃໝ່ ຫຼາຍຢ່າງກໍຍັງມີຄວາມຫຍຸ້ງຍາກ ຕົວຢ່າງ: ຖນົນຫົນທາງ ເຂົ້າບ້ານ ຍັງເປ່ເພໄປ-ມາລໍາບາກ ນໍ້າກິນນໍ້າໃຊ້ກໍບໍ່ພຽງພໍ ກະທົບຕໍ່ຄວາມເປັນຢູ່ ຂອງ ປະຊາຊົນ ຮວມທັງເຮືອນຈັດສັນໃໝ່ ທຸກຫຼັງ ທີ່ປຸກໃຫ້ປະຊາຊົນຢູ່ນັ້ນ ຝາເຮືອນກໍຍັງແອ້ມບໍ່ທັນແລ້ວເທື່ອ ປະຊາຊົນຕ້ອງໄດ້ພາກັນຊອກຫາໄມ້ແປ້ນ ມາແອ້ມຊົ່ວຄາວ ປັດຈຸບັນ ປະຊາຊົນ ໃນບ້ານຈັດສັນ ຍັງລໍຖ້າໃຫ້ໂຄງການ ຈ່າຍເງິນຊົດເຊີຍ ແລະມາແອ້ມຝາເຮືອນໃຫ້ຢູ່.