ໂຄງການ ເຂື່ອນໄຟຟ້າ ເຊລະນອງ 1 ບໍ່ປະຕິບັດ ຕາມສັນຍາ
2022.02.23
ນັບເປັນໄລຍະເວລາ 2 ປີ ປາຍແລ້ວ ທີ່ຊາວບ້ານ ບ້ານລະເບົານໍ້າ ແລະບ້ານລອຍນໍ້າ ຈໍານວນ 88 ຄອບຄົວ ໃນເມືອງນອງ ແຂວງສວັນນະເຂດ ທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນໄຟຟ້າ ເຊລະນອງ 1 ຈົນຕ້ອງໄດ້ຍ້າຍອອກຈາກບ້ານເດີມ ໄປຢູ່ເຂດຈັດສັນໃໝ່, ແຕ່ມາຮອດປັດຈຸບັນ ຊາວບ້ານຍັງບໍ່ໄດ້ຮັບເງິນຊົດເຊີຽ ແລະ ການຈັດສັນເນື້ອທີ່ ທໍາການກະເສດເທື່ອ ຊຶ່ງສົ່ງຜົລກະທົບຕໍ່ຊີວິດ ການເປັນຢູ່ ຂອງຊາວບ້ານຢ່າງໜັກໜ່ວງ.
ຂະນະທີ່ ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງສວັນນະເຂດ ກ່າວວ່າ ການທົດແທນ ຜົລເສັຍຫາຍໃຫ້ກັບຊາວບ້ານ ອາຈບໍ່ໄດ້ຕາມການປະເມີນ ເພາະອີງໃສ່ສະພາບການໃນປັດຈຸບັນ ແຕ່ຊາວບ້ານທີ່ໄດ້ຮັບຜົລກະທົບ ບໍ່ເຂົ້າໃຈ ຈຶ່ງເຮັດໃຫ້ການທົດແທນ ຜົລເສັຍຫາຍເກີດຄວາມຊັກຊ້າ.
ດັ່ງເຈົ້າໜ້າທີ່ ຜແນກພະລັງງານແລະບໍ່ແຮ່ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 23 ກຸມພາ ນີ້ວ່າ:
“ກະຊົດເຊີຽ ແຕ່ບໍ່ໄດ້ລົງລອຍກັນຊື່ື່ໆ ບາງເທື່ອປະຊາຊົນຢາກໄດ້ຫຼາຍ ຕາມເຂົາຄິດໄລ່ຫັ້ນນ່າ ຍາກໄດ້ຫຼາຍເກີນ ລະບໍໄດ້ຫັ້ນນ່າ.”
ຊາວບ້ານຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບກ່າວວ່າ ອີງຕາມສັນຍາ ຂອງບໍຣິສັດຜູ້ພັທນາໂຄງການ ແລະທາງການ ແຂວງສວັນນະເຂດ ບອກວ່າ ຈະຊົດເຊີຽເງິນທັງໝົດ ໃຫ້ກັບຊາວບ້ານທຸກຄອບຄົວ ໃນມື້ໂຍກຍ້າຍເຂົ້າໄປຢູ່ເຮືອນຈັດສັນໃໝ່ ແຕ່ກາງປີ 2019 ຈົນມາຮອດປັດຈຸບັນ ກໍຍັງບໍ່ທັນໄດ້ຮັບເທື່ອ ແລະຍັງບໍ່ຮູ້ວ່າ ຈະໄດ້ຮັບມື້ໃດແທ້.
ສ່ວນການບຸກເບີກພື້ນທີ່ທໍາການກະເສດ ອີງຕາມສັນຍາ ກໍລະບຸວ່າ ຈະທົດແທນໃຫ້ຊາວບ້ານ ຈໍານວນ 2 ເຮັກຕ້າຣ໌ ຕໍ່ຄອບຄົວ ແຕ່ໂຕຈິງ ທົດແທນໃຫ້ຊາວບ້ານພຽງ 1.5 ເຮັກຕ້າຣ໌ຕໍ່ຄອບຄົວເທົ່ານັ້ນ ຮວມທັງຍັງເປັນພື້ນທີ່ ທີ່ບໍ່ເໝາະສົມຕໍ່ການທໍາການກະເສດ ນໍາດ້ວຍ ເຮັດໃຫ້ຊາວບ້ານສ່ວນຫຼາຍເກີດຄວາມບໍ່ພໍໃຈ.
ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງນອງ ແຂວງສວັນນະເຂດ ທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນໄຟຟ້າດັ່ງກ່າວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຍັງໆ ຍັງບໍ່ໄດ້ໄດ້ອີກ (ເງິນຊົດເຊີຽ) ຈັກມື້ໃດ ມື້ຢາ ເຂົາຊິຈ່າຍນ່າ ອັນແບ່ງດິນໃຫ້ ກະມີແຕ່ນໍ້າ ມີແຕ່ຂອນໄມ້ ລະໃຜຊິໄປກ້າເຮັດ ທໍາອິດນີ້ເຂົາວ່າ ຄອບຄົວນຶ່ງ ກະ 2 ເຮັກຕ້າຣ໌ ສຸດທ້າຍມາ ຈົນບຸກເບີກໃຫ້ນີ່ ເຮັກຕ້າຣ໌ເຄິ່ງ.”
ຊາວບ້ານຜູ້ນີ້ ຍັງກ່າວອີກວ່າ ພາຍຫຼັງທີ່ຊາວບ້ານ ໄດ້ໂຍກຍ້າຍໄປຢູ່ເຮືອນຈັດສັນໃໝ່ແລ້ວ ກໍພົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເປັນຕົ້ນ ຖນົນຫົນທາງຍັງໄປ-ມາລໍາບາກ, ບໍ່ມີນໍ້າປະປາ ເຮັດໃຫ້ຊາວບ້ານ ຂາດເຂີນນໍ້າກິນນໍ້າໃຊ້ ໂດຍສະເພາະໃນຣະດູແລ້ງ.
ສະນັ້ນແລ້ວ ທຸກໆບັນຫາຕ່າງໆ ທີ່ເກີດຂຶ້ນໃນຕອນນີ້ ຢາກໃຫ້ຜູ້ພັທນາໂຄງການເຂື່ອນໄຟຟ້າ ແລະທາງການ ແຂວງສວັນນະເຂດ ເລັ່ງດໍາເນີນການແກ້ໄຂຢ່າງຮີບດ່ວນ ເພື່ອເຮັດໃຫ້ຄຸນນະພາບຊີວິດ ການເປັນຢູ່ຂອງຊາວບ້ານ ກັບມາເປັນປົກກະຕິ.
ທາງດ້ານເຈົ້າໜ້າທີ່ເມືອງນອງ ແຂວງສວັນນະເຂດ ທ່ານນຶ່ງ ກ່າວວ່າ ທຸກຄອບຄົວຈະໄດ້ຮັບເງິນຊົດເຊີຽຢ່າງແນ່ນອນ 40 ລ້ານກີບຕໍ່ເຮັກຕ້າຣ໌ ຮວມມູນຄ່າ 2 ຕື້ປາຍກີບ ແຕ່ຍ້ອນວ່າ ໃນໄລຍະນີ້ ເກີດສະພາບການຣະບາດຂອງໂຄວິດ-19 ຊຶ່ງເຮັດໃຫ້ການດໍາເນີນວຽກງານຕ່າງໆ ບໍ່ສະດວກສະບາຍປານໃດ ອີກທັງ ກຸ່ມພະນັກງານທີ່ເປັນຄົນຈີນ ກໍຍັງບໍ່ທັນໄດ້ເດີນທາງເຂົ້າມາປະເທດລາວ ເພື່ອປະຈໍາການໄດ້ຄົບທຸກຄົນເທື່ອ.
ສ່ວນເຣື່ອງການບຸກເບີກພື້ນທີ່ ທໍາການກະເສດ ໃຫ້ກັບຊາວບ້ານທີ່ໄດ້ຮັບຜົລກທົບນັ້ນ ກໍຕ້ອງຍອມຮັບວ່າ ອາຈບໍ່ໄດ້ຕາມສັນຍາ ເນື່ອງຈາກມີຄວາມຫຍຸ້ງຍາກ ໃນການຊອກຫາພື້ນທີ່ທີ່ເປັນທົ່ງພຽງ ຊຶ່ງພື້ນທີ່ດັ່ງກ່າວ ກໍເປັນພື້ນທີ່ເຂດປ່າສງວນດົງພູວຽງ ເປັນພູສູງ ບໍ່ເໝາະສົມໃນການເຮັດນາ ສະນັ້ນແລ້ວ ຊາວບ້ານຈະໄດ້ຮັບການທົດແທນເປັນດິນໄຮ່ ດິນສວນແທນ.
ດັ່ງເຈົ້າໜ້າທີ່ເມືອງນອງ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກະມີການຊົດເຊີຽຢູ່ ແຕ່ວ່ານາ ອາດຊິບໍ່ໄດ້ ມັນເປັນສວນເປັນຫຍັງ ໄປນາມັນກະຫາຍາກແລ້ວເນາະ ກະບໍ່ງ່າຍເດ້ ພື້ນທີ່ມັນຈໍາກັດ ແຖວນີ້ມັນເປັນພູ ທົດແທນຕົ້ນໄມ້ ທົນແທນດິນອິຫຍັງຕ່າງໆຫັ້ນມີ ມັນກະອັດຕຣາການກິນ ກະຄິດໄລ່ອິຫຍັງໃຫ້ຢູ່ນ່າ.”
ສໍາລັບໂຄງການເຂື່ອນໄຟຟ້າເຊລະນອງ 1 ມີກໍາລັງການຜລິດ 70 ເມກາວັດ ຊຶ່ງເປັນເຂື່ອນໄຟຟ້າທີ່ໃຫຍ່ທີ່ສຸດ ໃນແຂວງສວັນນະເຂດ ເລີ່ມສ້າງມາຕັ້ງແຕ່ຕົ້ນປີ 2018 ສ້າງສໍາເຣັດ ໃນປີ 2021 ທີ່ຜ່ານມານີ້ ມູນຄ່າການລົງທຶນ 150 ລ້ານໂດລາສະຫະຣັຖ.
ໂຄງການດັ່ງກ່າວ ມີຜູ້ຖືຫຸ້ນຢູ່ 4 ບໍຣິສັດ ປະກອບມີ ບໍຣິສັດ YEIG International Energy Development ປະເທດຈີນ ຖືຫຸ້ນ 70%, ບໍຣິສັດ ດາວສະຫວັນ (ເອກະຊົນລາວ) ຖືຫຸ້ນ 15%, ຣັຖວິສາຫະກິຈໄຟຟ້າລາວ ຖືຫຸ້ນ 10% ແລະ ບໍຣິສັດ Sunpaper ຂອງຈີນ ຖືຫຸ້ນ 5% ສ່ວນໄຟຟ້າທີ່ຜລິດໄດ້ທັງໝົດ ຈະຂາຍໃຫ້ກັບຣັຖວິສາຫະກິຈໄຟຟ້າ ເພື່ອນໍາໃຊ້ພາຍໃນປະເທດ.