ຣັຖບານ ຈະອອກໃບຕາດິນ 3 ແສນຕອນ ທົ່ວປະເທດ ໃນປີ 2024

ອຸ່ນແກ້ວ
2024.01.19
ຣັຖບານ ຈະອອກໃບຕາດິນ 3 ແສນຕອນ ທົ່ວປະເທດ ໃນປີ 2024 ຊາວບ້ານບຸກເບີກດິນຜລິດ ຢູ່ແຂວງອຸດົມໄຊ ປີ 2021.
ນັກຂ່າວ ພົລເມືອງ

ຣັຖບານ ມີແຜນຈະອອກໃບຕາດິນ ໃນທົ່ວປະເທດ ໃຫ້ໄດ້ 300,000 ຕອນ ໃນປີ 2024 ໂດຍນໍາໃຊ້ການຄຸ້ມຄອງທີ່ດິນ ຫັນເປັນທັນສໄມ ແລະ ໃຊ້ລະບົບດິຈິຕອລ.

ໃນວັນທີ 16 ມົກກະຣາ, ຍານາງ ພັກກາວັນ ພິດສະໄໝ ຫົວໜ້າກົມແຜນການ ແລະ ການເງິນ ໄດ້ຣາຍງານ ຢູ່ໃນກອງປະຊຸມ ກ່ຽວກັບທິດທາງຄາດໝາຍສູ້ຊົນ ໃນການອອກໃບຕາດິນ.​

ສະເພາະຢູ່ແຂວງ ສວັນນະເຂດ ໃນປີ 2024 ມີແຜນອອກໃບຕາດິນໃຫ້ໄດ້ 30 ພັນຕອນ ໂດຍສະເພາະດິນກະສິກັມ ແລະ ດິນທີ່ປະຊາຊົນ ເຮັດການຜລິດ ທີ່ຢູ່ໃນເຂດປ່າສງວນ, ປ່າປ້ອງກັນ ແລະ ປ່າຜລິດ ເຮັດໃຫ້ ການອອກໃນຕາດິນມີຄວາມຫຍຸ້ງຍາກ.

ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງສວັນນະເຂດ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 19 ມົກກະຣາ ວ່າ:

ຂຶ້ນໄປເບື້ອງຕົ້ນ 30 ພັນຕອນ ສ່ວນຫຼາຍ ຢູ່ສວັນ ຢູ່ດິນກະສິກັມ. ຄັນເອົາເອົາຈໍານວນຕອນຫຼາຍ ເພາະວ່າ ດິນກວ້າງຫັ້ນນ່າ ມື້ນຶ່ງ ມັນແທກໄດ້ 2 ຕອນ ຈັ່ງຊີ້ນ່າ. 

ຍານາງກ່າວຕື່ມວ່າ ປີ 2023 ທີ່ຜ່ານມາ ແຂວງ ສວັນນະເຂດ ມີກ້ອງສໍາຣວດວັດແທກທີ່ດິນພຽງແຕ່ 2-3 ໜ່ວຍ ແຕ່ ກ້ອງດັ່ງກ່າວ ຕ້ອງໄດ້ໝູນວຽນກັນໃຊ້ 15 ເມືອງ ແຕ່ ໃນປີນີ້ ເກືອບທຸກເມືອງ ໄດ້ຮັບກ້ອງແລ້ວ ແລະ ຄາດວ່າ ໃນປີ 2024 ຈະສາມາດອອກໃບຕາດິນໄດ້ຕາມເປົ້າໝາຍທີ່ກໍານົດໄວ້.

ແຂວງບໍລິຄໍາໄຊ ມີແຜນການຈະອອກໃບຕາດິນໃຫ້ໄດ້ປະມານ 20 ພັນຕອນ ໃນນັ້ນເປັນດິນທີ່ນອນຢູ່ໃນເຂດ ປ່າສງວນ ປ່າປ້ອງກັນ ແລະ ປ່າຜລິດ, ແຕ່ແຂວງຍັງຂາດບຸກ ທີ່ຈະມາດໍາເນີນການ. ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງບໍລິຄໍາໄຊ ໄດ້ກ່າວວ່າ:

20,056 ຕອນ 7 ເມືອງທົ່ວແຂວງ ເລື່ອງບຸກຄະລາກອນຫັ້ນເນາະ. ມັນກໍມີຄວາມຫຍຸ້ງຍາກ ມີຜູ້ເຂົ້າຜູ້ອອກ. ຄ່າແຮງງານມັນກໍຍາກ ຂ້ອນຂ້າງຕໍ່າຫັ້ນນ່າ ຄັນໄປແລ້ວ ທາງເຮົາກໍປະກາດຮັບຕລອດ ພະນັກງານຫັ້ນນ່າ.

ທ່ານ ກ່າວຕື່ມວ່າ ໃນປີ 2024 ຈະສູ້ຊົນອອກໃບຕາດິນໃຫ້ໄດ້ຕາມເປົ້າໝາຍ ໂດຍຈະສຸມໃສ່ເມືອງ ບໍລິຄັນ, ເມືອງຄໍາເກີດ, ເມືອງວຽງທອງ ແລະ ເມືອງໄຊຈໍາພອນ.

ແຂວງຈໍາປາສັກ ການອອກໃບຕາດິນ ຈະໄວກວ່າ ຖ້າວ່າປະຊາຊົນດໍາເນີນແລ່ນເອກກະສານດ້ວຍຕົນເອງ  ແທນທີ່ຈະລໍຖ້າເຈົ້າໜ້າທີ່. ປະຊາຊົນແຂວງຈໍາປາສັກ ໄດ້ກ່າວວ່າ:

ບາງເທື່ອກໍໄວ ບາງເທື່ອກໍຊ້າ ຢູ່ໃນບ້ານ ຜູ້ວ່າ ໄດ້ ກໍໄດ້ ຜູ້ບໍ່ໄດ້ ຍັງມີເຮືອນ ຫັ້ນນ່າ. ຄັນວ່າ ເຮົາມາເອງ ແລ່ນເອງ ມາເທື່ອ ມັນຊິໄວກວ່າ ກວ່າເຮົາຊິສເນີໄປຕາມຂັ້ນຕອນ. ຄັນວ່າ ເຮົາຖ້າມັນຊິເປັນງວດເນາະ ວ່າຊິສາ.

ຢູ່ແຂວງອຸດົມໄຊ ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ລົງມາວັດແທກທີ່ດິນ ໃຫ້ຊາວບ້ານໄດ້ ເຊັ່ນ ຢູ່ບ້ານແສງສຸວັນ ເມືອງໄຊ ປະຊາຊົນຈໍານວນຫຼາຍ ຍັງບໍ່ທັນໄດ້ໃບຕາດິນຂອບທອງ.

ປະຊາຊົນ ແຂວງອຸດົມໄຊ ໄດ້ກ່າວວ່າ:

ສ່ວນຫຼາຍ ເຂົາມາອອກໃຫ້ດິນປຸກສ້າງຊື່ໆ ດິນກະສິກັມ ຍັງບໍ່ມີເທື່ອ ສົມມຸດວ່າ ເຂົາຜູ້ທີ່ມີນາຫັ້ນ ເຂົາກໍມີນາແດ່ເດ້ ມີສ່ວນແດ່ເດ້. ເຂົາກໍເສັຽຮອດສອງແສນປາຍແຫຼະປີນີ້ ເຂົາບໍ່ມາເຮັດເທື່ອ ປີກາຍ ເຂົາມາເຮັດໄທຫົວນໍ້າບາກໝົດແລ້ວ, ແຕ່ຍັງແສງສຸວັນເຮົາ ຍັງບໍ່ທັນໄດ້ ເຂົາບໍ່ເຮັດ ບໍ່ຍາກຫຼາຍ ເຂົາມາຢູ່ໄດ້ພຽງ 2 ອາທິດ, 3 ອາທິດ ເຂົາກໍເຮັດໝົດແລ້ວ.

ອີງຕາມຍານາງ ບຸນຄໍາ ວໍລະຈິດ ຣັຖມົນຕຣີກະຊວງຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ຢູ່ ໃນກອງປະຊຸມສລຸບ ການຈັດຕັ້ງປະຕິບັດ ວຽກງານຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ  ໃນວັນທີ 17 ມົກກະຣາ 2024 ທີ່ຣາຍງານວ່າ ການຈັດຕັ້ງປະຕິບັດໂຕຈິງ ແຕ່ປີ 2021-2023 ສາມາດອອກໃບຕາດິນ ໃນທົ່ວປະເທດໄດ້ທັງໝົດ ເກືອບ 400,000 ຕອນ.

ນອກຈາກນີ້ ຢູ່ໃນກອງປະຊຸມສະພາແຫ່ງຊາຕ ໃນວັນທີ 6 ພຶສຈິກາ 2023, ຍານາງ ບຸນຄໍາ ວໍລະຈິດ ໄດ້ກ່າວວ່າ ໃນປີ 2021-2025 ຣັຖບານຈະອອກໃບຕາດິນ ໃຫ້ໄດ້ຕື່ມອີກ 1.6 ລ້ານຕອນ ສ່ວນວ່າ ທີ່ຜ່ານມາ ຣັຖບານໄດ້ອອກໃບຕາດິນ ສໍາເລັດມາແລ້ວຈໍານວນ 1.5 ລ້ານຕອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.