ເຣື້ອງທີ່ເກັບບັນທຶກໄວ້
2023-04-28
ທາງການລາວ ຍອມຮັບວ່າລາຍຮັບ ຈາກການເຊົ່າ-ສັມປະທານ ຂອງຣັຖບານລາວ ຍັງບໍ່ໄດ້ຕາມຄາດໝາຍ, ພ້ອມນີ້ ຍັງເປັນຊ່ອງຫວ່າງ ທີ່ເຮັດໃຫ້ພະນັກງານຣັຖ ທີ່ກ່ຽວຂ້ອງຊອກຫາ ຜົລປໂຍດ ຈຶ່ງສ້າງພາລະໜີ້ ໃຫ້ຣັຖບານ ແລະ ນຳມາສູ່ການສໍ້ຣາສ ບັງຫຼວງ.
2023-04-27
ໃນປີ 2023 ນີ້, ໄຟໄໝ້ລາມປ່າ ຢູ່ບັນດາແຂວງພາກເໜືອ ເສັຽຫາຍສິບພັນປາຍເຮັກຕ້າຣ໌ແລ້ວ ຈາກການຮິບໂຮມຂໍ້ມູນໃນເບື້ອງຕົ້ນ ຊຶ່ງສ່ວນໃຫຍ່ ແມ່ນບັນດາແຂວງ ທາງເຂດພາກເໜືອ ທີ່ໄດ້ຮັບຜົລກະທົບໜັກ.
2023-04-27
ຜູ້ປະສົບພັຍເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ຍັງລໍຖ້າຄ່າຊົດເຊີຽ ສ່ວນທີ່ເຫຼືອ ທີ່ໄດ້ເຊັນບົດບັນທຶກ ຢັ້ງຢືນຄວາມຖືກຕ້ອງ ກັບພາກສ່ວນທີ່ກ່ຽວຂ້ອງ ຕັ້ງແຕ່ວັນທີ 25 ເດືອນກຸມພາ ປີ 2022 ຜ່ານມາແລ້ວ.
2023-04-26
ບາງແຂວງຂອງລາວ ຍັງປະສົບກັບລົມພະຍຸ ເຂດຮ້ອນຢູ່ ໂດຍທີ່ບ້ານເຮືອນ ຖືກລົມພັດ ເສັຍຫາຍຫລາຍພໍສົມຄວນ, ປະຊາຊົນຍັງລໍຖ້າການຊ່ອຍເຫລືອ ຈາກທາງການຢູ່.
2023-04-25
ຊາວນາ ໃນເຂດເມືອງຈຳພອນ ແຂວງສວັນນະເຂດ ຫຼາຍຄອບຄົວ ຂາດນ້ຳເຮັດນາແຊງ ໃນປີນີ້ ຈົນຜົລປູກເສັຽຫາຍ, ເຊິ່ງສາເຫດທີ່ຂາດນ້ຳຍ້ອນວ່າ ມີຊາວນາ ພາກັນເຮັດນາແຊງ ຫຼາຍຂຶ້ນ ແລະ ພັຍແຫ້ງແລ້ງ ລວມທັງລຳນ້ຳເຊ ຈຳພອນ ເຫືອດແຫ້ງໄວກວ່າ ປົກກະຕິ.
2023-04-25
ອາກາດຮ້ອນ ສົ່ງຜົລກະທົບຕໍ່ການດຳເນີນຊີວິດ ຂອງ ປະຊາຊົນລາວ ໂດຍປະເທດລາວ ເປັນນຶ່ງໃນປະເທດ ທີ່ໄດ້ຮັບຜົລກະທົບ ຈາກຄື້ນຄວາມຮ້ອນ ເຮັດໃຫ້ອາກາດຮ້ອນ ຜິດປົກກະຕິ.
2023-04-24
ບັນຫາຫມອກຄວັນ ຫລື ຝຸ່ນ PM 2.5 ໃນປະເທດລາວ ໄລຍະເດືອນ ມີນາ ຫາ ເດືອນ ເມສາ ຍັງເປັນເຣື່ອງຫຍຸ້ງຍາກ ທີ່ຣັຖບານລາວ ຈະແກ້ໄຂໄລຍະຍາວ ແລະທີ່ສຳຄັນແມ່ນບັນຫາ ໄຟໄໝ້ປ່າ ໃນແຕ່ລະປີ ໂດຍສະເພາະ ຣະດູການເຮັດໄຮ່.
2023-04-24
ເມື່ອເວລາປະມານ 5-6 ໂມງແລງ ຂອງວັນທີ 23 ເມສາ 2023 ທີ່ຜ່ານມາໄດ້ເກີດມີ ພະຍຸລົມແຮງ ພັດຜ່ານ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ຈົນເຮັດໃຫ້ເຮືອນຊານ ແລະ ຮ້ານອາຫານຂອງປະຊາຊົນ ຈຳນວນນຶ່ງໄດ້ຮັບຄວາມເສັຍຫາຍ.
2023-04-24
ຜູ້ປະກອບການຮ້ານຄ້າ, ຮ້ານອາຫານ ແລະ ທຸຣະກິຈຕ່າງໆ ທີ່ດຳເນີນທຸຣະກິຈຢູ່ເຂດ ສນາມບິນເກົ່າ ເມືອງວັງວຽງ ແຂວງວຽງຈັນ ຕ້ອງໄດ້ມ້າງຮ້ານ ແລະ ຍ້າຍອອກຈາກເຂດດັ່ງກ່າວພາຍໃນວັນທີ 30 ເມສາ ນີ້ ເພື່ອເຣີ່ມລົງມືພັທນາ ເປັນແຫຼ່ງທ່ອງທ່ຽວ.
2023-04-21
ປັດຈຸບັນ ຫຼາຍແຂວງໃນລາວ ຍັງເກີດໄຟໄໝ້ປ່າຕໍ່ເນື່ອງ ເປັນຕົ້ນ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຫຼວງພຣະບາງ ແລະ ແຂວງອຸດົມໄຊ ເຈົ້າໜ້າທີ່ສາມາດມອດໄດ້ລະດັບນຶ່ງ ແຕ່ຍັງບໍ່ໄດ້ 100% ຍັງຕ້ອງເຝົ້າລະວັງກັນຢູ່ ເພາະເຈົ້າໜ້າທີ່ ບໍ່ສາມາດເຂົ້າໄປໃນເຂດພູຜາໄດ້.
2023-04-20
ຊາວບ້ານວ່າ ທາງການລາວ ມີແຜນຈະໃຫ້ສັມປະທານທີ່ດິນ ແກ່ນັກລົງທຶນຈີນ ເພື່ອປູກກ້ວຍ ຢູ່ເຂດເມືອງຊະນະສົມບູນ ແຂວງຈຳປາສັກ, ເຊິ່ງຈະກວມເອົາດິນ ທີ່ພວກເຂົາເຈົ້າໃຊ້ ໃນການເຮັດການກະເສຕ.
2023-04-19
ການປ່ຽນແປງ ຂອງດິນຟ້າອາກາດ ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນລາວແຮງຂຶ້ນ ເຊິ່ງການສ້າງເຂື່ອນໃສ່ແມ່ນ້ຳຂອງ ເປັນສ່ວນນຶ່ງສ້າງຜົລກະທົບກັບຊາວບ້ານ ນອກຈາກ ການປ່ຽນແປງ ຂອງດິນຟ້າອາກາດ.
2023-04-18
ພະຍຸຣະດູຮ້ອນ ພັດເຂົ້າບ້ານຫີນຄອກ ເມືອງສອງຄອນ ແຂວງສວັນນະເຂດ ໃນມື້ວັນທີ 15 ເມສານີ້ ເຮັດໃຫ້ເຮືອນກວ່າ 25 ຫລັງ, ສັດລ້ຽງ, ຖຽງນາ ແລະກຸຕິວັດ ເສັຍຫາຍໜັກສົມຄວນ ເຖິງຕອນນີ້ ຊາວບ້ານ ຍັງລໍຖ້າການຊ່ວຍເຫຼືອຢູ່.
2023-04-17
ໄມ້ທ່ອນຢູ່ເທິງຣົຖບັນທຸກ ທີ່ເຮັດໃຫ້ຂົວຫັກ ຢູ່ບ້ານມິດສຳພັນ ເມືອງສນາມໄຊ ແຂວງອັດຕະປື ບໍ່ແມ່ນໄມ້ ທີ່ຕັດຈາກແລວນ້ຳ ຕາມທີ່ເຈົ້າໜ້າແຂວງ ກ່າວອ້າງ, ແຕ່ເປັນໄມ້ ທີ່ຕັດຈາກປ່າ ສງວນແຫ່ງຊາຕ ເຊປຽນ.
2023-04-12
ກອງປະຊຸມສຸດຍອດ ຄະນະກັມມາທິການແມ່ນ້ຳຂອງສາກົລ ຄັ້ງທີ 4 ໃນນະຄອນຫຼວງວຽງຈັນ ທີ່ສິ້ນສຸດລົງໄປນັ້ນ ໄດ້ເນັ້ນຢ້ຳໃຫ້ເຫັນເຖິງພັຍຂົ່ມຂູ່ ແລະ ສິ່ງທ້າທາຍຕ່າງໆ ຢູ່ເຂດແມ່ນ້ຳຂອງຕອນລຸ່ມ ອັນເນື່ອງມາຈາກ ການປ່ຽນແປງດິນຟ້າອາກາດ ແລະ ການສ້າງເຂື່ອນໄຟຟ້າ ທີ່ສ້າງຜົລກະທົບ ຕໍ່ປະຊາຊົນຫຼາຍກວ່າ 60 ລ້ານຄົນ.