ມີປະກາດ ໃຫ້ຊາວຄ້າຂາຍ ອອກຈາກ ເຂດສນາມບິນເກົ່າ ເມືອງວັງວຽງ

ໄຊຍາ
2023.04.24
ມີປະກາດ ໃຫ້ຊາວຄ້າຂາຍ ອອກຈາກ ເຂດສນາມບິນເກົ່າ ເມືອງວັງວຽງ ເມືອງວັງວຽງ ແຂວງວຽງຈັນ, ເດືອນກໍຣະກະດາ 2022.
RFA

ຜູ້ປະກອບການຮ້ານຄ້າ, ຮ້ານອາຫານ ແລະ ທຸຣະກິຈຕ່າງໆ ທີ່ດຳເນີນທຸຣະກິຈຢູ່ເຂດ ສນາມບິນເກົ່າ ເມືອງວັງວຽງ ແຂວງວຽງຈັນຕ້ອງໄດ້ມ້າງຮ້ານ ແລະ ຍ້າຍອອກຈາກເຂດດັ່ງກ່າວພາຍໃນວັນທີ 30 ເມສາ ນີ້ຍ້ອນບໍຣິສັດ ອີ ຈິນ ວິສະວະກັມ ກໍ່ສ້າງລາວ ຈຳກັດ ໄດ້ສັມປະທານພື້ນທີ່ ເຂດດັ່ງກ່າວໃນເນື້ອທີ່ 15 ເຮັກຕ້າຣ໌ ເພື່ອເຣີ່ມລົງມືພັທນາເປັນແຫຼ່ງທ່ອງທ່ຽວ ຕາມແຜນທີ່ ທາງບໍຣິສັດໄດວາງໄວ້. ອີງຕາມແຈ້ງການຂອງຫ້ອງວ່ການ ປົກຄອງເມືອງວັງວຽງລົງວັນທີ 19 ເມສາ 2023.

ດັ່ງຜູ້ປະກອບການ ຮ້ານຄ້າ ຢູ່ສນາມບິນເກົ່າເມືອງ ວັງວຽງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ເມສາ ນີ້ວ່າ:

“ແມ່ນ ໄດ້ຍ້າຍອອກຫຼ້າສຸດວັນທີ 30 ເດືອນນີ້ ແມ່ນໄດ້ມ້າງໝົດ ກາແລ້ວແຕ່ອັນນີ້. ກາບໍ່ຮູ້ຄືກັນນ່າ.”

ຜູ້ປະກອບການຮ້ານຄ້າ ແຫ່ງນຶ່ງທີ່ຢູ່ຕິດກັບເຂດສນາມບິນເກົ່າ ເມືອງວັງວຽງແຕ່ບໍ່ຖືກຍ້າຍອອກນັ້ນ ກໍຢືນຢັນວ່າ ປັດຈຸບັນເຈົ້າຂອງຮ້ານຄ້າ ແລະຮ້ານອາຫານຈຳນວນນຶ່ງ ກໍລັງເຣີ່ມມ້າງຮ້ານຄ້າ ອອກຈາກເຂດດັ່ງກ່າວ ພາຍຫຼັງຮັບຮູ້ຂ່າວ ຈາກແຈ້ງການຂອງຫ້ອງວ່ການ ປົກຄອງເມືອງວັງວຽງ ແລະຄາດວ່າຮ້ານຄ້າ ທັງໝົດໃນເຂດສນາມບິນເກົ່າ ໜ້າຈະທະຍອຍຍ້າຍອອກ ຈົນໝົດໃນອີກບໍ່ດົນ.

ດັ່ງທ່ານກ່າວວ່າ:

“ສນາມບິນເກົ່າ ບໍ່ຮ້ານຄ້າດຽວນີ້ກຳກຳລັງມ້າງ ບາງບ່ອນກາມ້າງອອກໝົດ ຊີ້ນປີ້ງຊີ້ນເອັນ ແຄມເດີ່ນອອກໝົດ ພວກໂຄງການແຫຼະ ຊິສ້າງບໍ່ແນ່ໃຈວ່າ ຊິເຮັດຫຍັງແບບວ່າ ເຂົາຊິເຮັດພວກໂຮງແຮມ ເຮັດຫຍັງຕິ.”

ສ່ວນຊາວບ້ານ ໃນເຂດສນາມບິນເກົ່າ ເມືອງວັງວຽງ ນາງນຶ່ງກ່າວວ່າ ສຳລັບໂຄງການພັທນາ ແຫຼ່ງທ່ອງທ່ຽວ ໃນເຂດສນາມບິນເກົ່າ ເມືອງວັງວຽງນີ້ ຍານາງເອງບໍ່ຮູ້ຄັກແນ່ວ່າ ເປັນຂອງນັກລົງທຶນ ປະເທດໃດ ແລະ ຈະມີການກໍ່ສ້າງຫຍັງຂຶ້ນແດ່ ເພາະວ່າຍັງບໍ່ເຫັນມີຂ່າວ ມີຣາຍງານກ່ຽວ ກັບຣາຍລະອຽດຂອງໂຄງການດັ່ງກ່າວ ຢ່າງຈະແຈ້ງ ແລະ ກໍເຫັນວ່າຢູ່ເຂດສນາມບິນເກົ່າ ກໍຍັງບໍ່ທັນມີຫຍັງປ່ຽນແປງນອກຈາກມີຮ້ານຄ້າຄ່ອຍໆ ທະຍອຍຍ້າຍອອກ.

ດັ່ງຍານາງກ່າວວ່າ:

“ເພິ່ນເຣີ່ມຍ້າຍແລ້ວ ກາບໍ່ແນ່ໃຈຄືກັນນ່າເພາະໂຕນີ້ ຍັງບໍ່ທັນອ່ານແຈ້ງການຣາຍລະອຽດນ່າ ເພາະເເຫັນເພິ່ນມີແຈ້ງການວ່າຊິໃຫ້ຍ້າຍນີ້ແຫຼະ ກາບໍ່ແນ່ໃຈວ່າ ມັນເປັນຂອງຈີນ ຫຼື ເປັນຂອງຣັຖບານ.”

ທາງດ້ານນັກວິຊາການ ທ່ອງທ່ຽວທ່ານນຶ່ງກ່າວວ່າ ທ່ານເອງກໍຮູ້ສຶກ ໜ້າເສັຍດາຍ ທີ່ທາງການໄດ້ໃຫ້ບໍຣິສັດເອກກະຊົນ ເຂົ້າມາສັມປະທານເຂດສນາມບິນເກົ່າ ເມືອງວັງວຽງຍ້ອນເຫັນວ່າ ພາກສ່ວນທີ່ກ່ຽວຂ້ອງຄວນໄດ້ຮັກສາ ແລະ ອະນຸຮັກເຂດສນາມບິນເກົ່າ ໄວ້ເພື່ອໃຫ້ເປັນເອກກະລັກ ຂອງເມືອງວັງວຽງຊຶ່ງການອະນຸຍາດໃຫ້ ບໍຣິສັດເອກກະຊົນ ມາພັທນາເຂດດັ່ງກ່າວ ໃຫ້ທັນສໄມກໍຈະເຮັດໃຫ້ ຄວາມເກົ່າແກ່ ຂອງເມືອງວັງວຽງ ເຫຼືອໜ້ອຍລົງ.

ດັ່ງທ່ານໄດ້ກ່າວວ່າ:

“ຖ້າວ່າສິເວົ້າເຣື່ອງທັມມະຊາຕ ແນ່ນອນມັນກາຕ້ອງຫາຍໄປ ບາງສ່ວນຖ້າເປັນໄປໄດ້ນີ້ ທາງວັງວຽງນີ້ນ່າຈະອະນຸຮັກ ບາງຢ່າງໄວ້ໃນສນາມບິນ ອາດຈະເປັນອະນຸຮັກ ເປັນສະເພາະເປັນເອກກະລັກ ຂອງເມືອງວັງວຽງ ໂດຍສະເພາະ ໜ້າຈະມີເອກກະລັກ ສະເພາະເຈາະຈົງ ຫຼາຍກ່ວານີ້.”

ເຈົ້າໜ້າທີ່ຫ້ອງວ່າກນ ປົກຄອງເມືອງວັງວຽງ ກ່າວວ່າສຳລັບຜູ້ປະກອບການ ຮ້ານຄ້າ, ຮ້ານອາຫານ ແລະ ທຸຣະກິຈຕ່າງໆ ທີ່ຖືກຍ້າຍອອກຈາກເຂດ ສນາມບິນເກົ່ານັ້ນ ແມ່ນຈະບໍ່ໄດ້ຮັບການຊົດເຊີຍ ແນວໃດເພາະວ່າ ເຂດດັ່ງກ່າວເປັນເນື້ອທີ່ ຂອງຣັຖແລະໄລຍະຜ່ານມາ ທາງການກໍເຄີຍແຈ້ງ ບໍ່ໃຫ້ຊາວບ້ານໄປຕັ້ງບ່ອນຄ້າຂາຍ ແລະເຮັດທຸຣະກິຈ ໃນເຂດດັ່ງກ່າວແຕ່ກໍຍັງມີຜູ້ຝ່າຝືນ ດັ່ງນັ້ນຈຶ່ງຕ້ອງຮັບຜິດຊອບໂຕເອງ.

ດັ່ງທ່ານກ່າວວ່າ:

“ສຳລັບຂອບເຂດ ດັ່ງກ່າວນີ້ລະແມ່ນເບື້ອງຣັຖເຮົາ ໄດ້ມີຂອບເຂດລະອຽດ ແລ້ວແຈ້ງພໍ່ແມ່ປະຊາຊົນ ແລ້ວບໍ່ໃຫ້ປະຊາຊົນ ໄປປຸກສ້າງ ໄປຂາຍເຄື່ອງ ຂາຍຂອງແຕ່ວ່າ ອັນນີ້ແມ່ນປະຊາຊົນ ເຂົາເຈົ້າໄປປຸກສ້າງເອງ ກາແມ່ນໄດ້ຮັບຜິດຊອບ ເອງຫັ້ນແຫຼະ.”

ທ່ານກ່າວຕື່ມວ່າ ໃນເບື້ອງຕົ້ນທາງການເມືອງ ວັງວຽງ ຍັງໃຫ້ໂອກາດ ຜູ້ປະກອບການຮ້ານຄ້າ, ຮ້ານອາຫານ ແລະ ທຸຣະກິຈຕ່າງໆ ໃນຂອບເຂດສນາມບິນເກົ່າ ໃຫ້ທະຍອຍມ້າງ, ຮື້ຖອນຮ້ານຄ້າ ອອກຈາກເຂດດັ່ງກ່າວ ຈົນຮອດວັນທີ 30 ເມສານີ້ ຊຶ່ງຫຼັງຈາກນັ້ນແລ້ວ ກໍຈະເປີດທາງໃຫ້ບໍຣິສັດ ອີຈິນ ວິສະວະກັມ ກໍ່ສ້າງ ລາວຈຳກັດ ໄດ້ດຳເນີນການກໍ່ສ້າງໂຄງການພັທນາ. ເຈົ້າໜ້າທີ່ທ່ານນີ້ ຍັງໄດ້ເນັ້ນຢໍ້າຄັກແນ່ວ່າ ສຳລັບບໍຣິສັດ ອີຈິນ ວິສະວະກັມ ກໍ່ສ້າງລາວ ຈຳກັດ ນັ້ນແມ່ນບໍຣິສັດເອກກະຊົນ ທີ່ບໍຣິຫານໂດຍນັກທຸຣະກິຈລາວ ແລະບໍ່ແມ່ນຂອງນັກທຸຣະກິຈຈີນ ຕາມທີ່ສັງຄົມເຂົ້າໃຈ ແຕ່ຢ່າງໃດ.

ກ່ອນໜ້ານີ້ ເມື່ອທ້າຍເດືອນກຸມພາ 2017 ອຳນາດການປົກຄອງ ແຂວງວຽງຈັນ ໄດ້ອະນຸມັດໃຫ້ບໍຣິສັດ ອີຈິນ ວິສະວະກັມ ກໍ່ສ້າງລາວ ຈຳກັດ ສຶກສາຄວາມເປັນໄປໄດ້ ແລະສຳຣວດອອກແບບ ໂຄງການພັທນາ ແຫຼ່ງທ່ອງທ່ຽວຢູ່ເຂດ ສນາມບິນເກົ່າເມືອງວັງວຽງ ແຕ່ຍ້ອນການແຜ່ຣະບາດ ຂອງພະຍາດໂຄວິດ-19 ແລະ ບັນຫາຫຼາຍຢ່າງເຮັດໃຫ້ ການກໍ່ສ້າງໂຄງການດັ່່ງກ່າວ ຫຼ້າຊ້າ ແລະໄດ້ແກ່ຍາວມາເຖິງປັດຈຸບັນ.

ສຳລັບໂຄງ ພັທນາແຫຼ່ງທ່ອງທ່ຽວ ຢູ່ສນາມບິນເກົ່າເມືອງວັງວຽງ ຄາດວ່າຈະໃຊ້ງົບປະມານ ທັງໝົດ 200 ລ້ານໂດລ້າຣ໌ ສະຫະຣັຖ ໂດຍກວມເອົາເນື້ອທີ່ 5 ບ້ານຢູ່ເມືອງວັງວຽງ ໃນເນື້ອທີ່ 15 ເຮັກຕ້າຣ໌ ໂດຍ ຈະອອກແບບການກໍ່ສ້າງ ຕາມສັນຍາລັກ ຂອງເມືອງວັງວຽງ ຊຶ່ງມີການກໍ່ສ້າງຕ່າງໆ ເປັນຕົ້ນຫ້ອງວາງສະແດງສິນລະປະ, ສູນການຄ້າ, ໂຮງແຮມ, ຮ້ານກິນດື່ມ ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ, ອີງຕາມຂໍ້ມູນ ຂອງບໍຣິສັດ ອີຈິນ ວິສະວະກັມ ກໍ່ສ້າງ ລາວ ຈຳກັດ ເມື່ອວັນທີ 28 ກຸມພາ 2017.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.