ທາງການແຂວງຄໍາມ່ວນ ໄດ້ອະນຸຍາດໃຫ້ບໍຣິສັດ ອິນທຣາໂຄໂປເຣຊັນ ຈໍາກັດ ຜູ້ດຽວ ສັມປະທານພື້ນທີ່ທ່ອງທ່ຽວ “ຂຸນກອງແລງ” ແລະເຂດອ້ອມແອ້ມ ເມື່ອປີ 2018 ເພື່ອພັທນາເປັນແຫລ່ງທ່ອງທ່ຽວທັມມະຊາຕ ແລະຍືນຍົງ ຢູ່ເຂດບ້ານນາຄີ ເມືອງຫີນບູນ ໂດຍມີແຜນທີ່ຈະເປີດໃຫ້ບໍຣິການ ຢ່າງເປັນທາງການ ພາຍໃນປີ 2020, ແຕ່ການປັບປຸງ ບໍ່ສໍາເຣັດໄດ້ຕາມແຜນການ. ມາຮອດປັດຈຸບັນ ການພັທນາພື້ນທີ່ ຂຸນກອງແລງ ແລະເຂດອ້ອມແອ້ມ ມີຄວາມຊັກຊ້າ ແລະຍັງບໍ່ມີກໍານົດແນ່ນອນເທື່ອວ່າ ຈະກັບມາເປີດໃຫ້ບໍຣິການຢ່າງເປັນທາງການ ໃນມື້ໃດ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ບໍຣິສັດ ອິນທຣາໂຄໂປເຣຊັນ ຈໍາກັດ ຜູ້ດຽວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 1 ມິຖຸນານີ້.
“ບໍ່ໆ ບໍ່ໄດ້ເປີດ ແລ້ວດຽວນີ້ ເຮົາບໍ່ທັນໄດ້ເປີດເທື່ອ ເພາະວ່າຢູ່ໃນຊ່ວງກໍ່ສ້າງ ມາຫຼາຍປີແລ້ວ ກະເລີຍບໍ່ທັນໄດ້ເປີດເທື່ອ ຍັງບໍ່ທັນໄດ້ປະກາດ ເປັນທາງການ.”
ທ່ານກ່າວຕື່ມວ່າ ສາເຫດ ທີ່ເຮັດໃຫ້ການພັທນາ ແຫລ່ງທ່ອງທ່ຽວແຫ່ງນີ້ ເກີດຄວາມລ່າຊ້ານັ້ນ ກໍເປັນຍ້ອນໄດ້ຮັບຜົລກະທົບ ຈາກການຣະບາດ ຂອງໂຄວິດ-19, ເຮັດໃຫ້ການໍ່ສ້າງ ແລະການປັບປຸງ ທີ່ບໍ່ສາມາດດໍາເນີນໄປໄດ້ຕາມປົກຕິ, ແຕ່ພາຍຫລັງການຣະບາດ ຂອງໂຄວິດ-19 ຜ່ອນຄາຍລົງ ທາງບໍຣິສັດຜູ້ພັທນາ ໂຄງການ ກໍ່ເຣີ່ມກໍ່ສ້າງ ແລະປັບປຸງຄືນໃໝ່ແລ້ວ.
ເຈົ້າໜ້າທີ່ ຂແນງການທ່ອງທ່ຽວ ຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ແຂວງຄໍາມ່ວນ ກ່າວເຖິງວຽກງານ ຂອງບໍຣິສັດຜູ້ພັທນາ ໂຄງການ ນັ້ນວ່າ ກໍາລັງດໍາເນີນການກໍ່ສ້າງ ແລະປັບປຸງແຫລ່ງທ່ອງທ່ຽວ ຄືນໃໝ່ ຮວມທັງເຮືອນພັກ, ຕູບ, ຮ້ານອາຫານ, ຮ້ານຄ້າທີ່ລະລຶກ, ບ່ອນຈອດຣົຖ, ພື້ນທີ່ເດີນປ່າ ເດີນເຂົາ ແລະອີກຫຼາຍກິຈກັມ ທີ່ຈະຕ້ອງໄດ້ຮັບການປັບປຸງ ໃຫ້ມີຄວາມປອດພັຍສູງສຸດ ເພື່ອບໍ່ໃຫ້ເກີດອັນຕະລາຍ ແກ່ນັກທ່ອງທ່ຽວ.
ດັ່ງທີ່ທ່ານກ່າວວ່າ:
“ເພິ່ນກະຍັງປັບປຸງຢູ່ເນາະ ມີການກໍ່ສ້າງມີການພັທນາຫຼາຍຢ່າງ ແຕ່ວ່າຍັງບໍ່ເປີດເປັນທາງການ ມັນບໍ່ທັນມີຄວາມປອດພັຍ ກະຍັງບໍ່ຢາກໃຫ້ເຂົ້າໄປດອກ ນີ້ກະຍັງບໍ່ແນ່ນອນວ່າສິໄດ້ເປີດຢູ່ເບາະ.”
ພ້ອມດຽວກັນນັ້ນ ປະຊາຊົນຢູ່ໃນແຂວງຄໍາມ່ວນຜູ້ນຶ່ງ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ພາຍຫລັງທີ່ແຂວງຄໍາມ່ວນ ໃຫ້ບໍຣິສັດເອກະຊົນ ເຂົ້າໄປສັມປະທານເພື່ອ ພັທນາເປັນແຫລ່ງທ່ອງທ່ຽວ ແບບທັມມະຊາຕ ແລະຍືນຍົງແລ້ວ ກໍມີການກໍ່ສ້າງ ແລະປັບປຸງ ແຕ່ຈົນມາຮອດດຽວນີ້ ຍັງບໍ່ເຫັນເປີດໃຫ້ບໍຣິການ ຢ່າງເປັນທາງການເທື່ອ. ສ່ວນເຣື່ອງການເຂົ້າໄປທ່ອງທ່ຽວ ໃນເຂດດັ່ງກ່າວນັ້ນ ທ່ານກໍເວົ້າວ່າ ຈະມີຄົນລາວໃນພື້ນທີ່ແຂວງຄໍາມ່ວນ ແລະແຂວງໃກ້ຄຽງຈໍານວນນຶ່ງເທົ່ານັ້ນ ເຂົ້າໄປທ່ຽວ, ຖ່າຍຮູບແລ້ວກໍກັບ ຍ້ອນຍັງບໍ່ມີຫຍັງທີ່ຈະໃຫ້ທ່ຽວເບິ່ງ, ຮ້ານອາຫານ ແລະຮ້ານຂາຍເຄື່ອງ ຍັງບໍ່ເປີດໃຫ້ບໍຣິການເທື່ອ.
“ຍັງ ເພິ່ນຍັງບໍ່ທັນໄດ້ເປີດ ເປັນທາງການ ເພາະວ່າເພິ່ນໃຫ້ທຸຣະກິຈ ສັມປະທານເນາະ ການສັມປະທານເພິ່ນຍັງບໍ່ທັນໄດ້ສໍາເຣັດ ເພິ່ນຍັງບໍ່ທັນໄດ້ເປີດໃຫ້ຄົນເຂົ້າບໍຣິການເທື່ອ.”
ຜູ້ປະກອບການ ຮ້ານອາຫານ ແລະຂາຍເຄື່ອງຍ່ອຍຢູ່ເມືອງຫີນ ບູນຜູ້ນຶ່ງ ເວົ້າເຖິງແຫລ່ງທ່ອງທ່ຽວ ແບບທັມມະຊາຕ ຢູ່ເມືອງຫີນບູນວ່າ ມີຫຼາຍບ່ອນທ່ຽວ ແຕ່ສ່ວນໃຫຍ່ຍັງບໍ່ໄດ້ຮັບການພັທນາ ຫລືບາງບ່ອນໄດ້ຮັບການພັທນາໄປແລ້ວ ແຕ່ບໍ່ມີຄວາມສະດວກ ໃນການເດີນທາງໄປ ແລະການປັບປຸງກໍຊັກຊ້າ ອັນຈະເຮັດໃຫ້ເສັຍໂອກາດໄປໃນຫຼາຍໆດ້ານ. ດັ່ງນັ້ນ ຈຶ່ງຢາກໃຫ້ທາງການແຂວງຄໍາມ່ວນ ແລະ ຜູ້ສັມປະທານແຫລ່ງທ່ອງທ່ຽວ ເລັ່ງປັບປຸງໃຫ້ສໍາເຣັດໄວໆ ເພື່ອດຶງດູດນັກທ່ອງທ່ຽວ ທີ່ຈະມາທັງຈາກພາຍໃນ ແລະຕ່າງປະເທດ ອັນຈະຊ່ອຍໃຫ້ ທັງຜູ້ປະກອບການ, ທັງຣັຖ ແລະຊາວບ້ານ ໃນເຂດນັ້ນ ມີລາຍໄດ້ດີຂຶ້ນ.
“ກະສເນີເນາະວ່າ ໃຫ້ປັບປຸງເຣື່ອງສະຖານທີ່ ແຫລ່ງທ່ອງທ່ຽວ ເຣື່ອງເສັ້ນທາງ ການເດີນທາງ ເຣື່ອງການເຂົ້າ-ອອກແບບວ່າ ຫາງສຽງໄທຍເດ໋ ສ່ວນຫຼາຍ ເຮົາກະອາສັຍແຂກສາກົລ ເຂົ້າມາ.”
ເມື່ອຕົ້ນເດືອນພຶສພາ ທີ່ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ກໍໄດ້ໄປເຄື່ອນໄຫວ ວຽກງານຢູ່ແຂວງຄໍາມ່ວນ ເພື່ອຕິດຕາມເບິ່ງໂຄງການ ພັທນາຕ່າງໆ ຢູ່ແຂວງນີ້ ຮວມທັງໂຄງການພັທນາແຫລ່ງ ທ່ອງທ່ຽວ”ຂຸນກອງແລງ” ແລະໄດ້ແນະນໍາໃຫ້ຜູ້ພັທນາ ໂຄງການ ເອົາໃຈໃສ່ເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ, ບັນຫາ ຂີ້ເຫຍື້ອ ແລະອື່ນໆ.
ໂຄງການພັທນາ ແຫລ່ງທ່ອງທ່ຽວ “ຂຸນກອງແລງ” ແລະເຂດອ້ອມແອ້ມ ຕັ້ງຢູ່ເຂດບ້ານນາຄີ ເມືອງຫີນບູນ ແຂວງຄໍາມ່ວນ, ຫ່າງຈາກໂຕເມືອງຫີນບູນ ໄປປະມານ 20 ກິໂລ ແມັດ, ໂຄງການນີ້ ເປັນນຶ່ງໃນໂຄງການ ທີ່ທາງບໍຣິສັດ ອິນທຣາໂຄໂປເຣຊັນ ຈໍາກັດ ຜູ້ດຽວ ໄດ້ສັມປະທານ ຈາກທາງການແຂວງຄໍາມ່ວນ ແບບ 100% ເພື່ອພັທນາ ເປັນແຫລ່ງທ່ອງທ່ຽວ ແລະການເຮັດກະສິກັມ ແບບອະນຸຮັກທັມມະຊາຕ, ຍືນຍົງ, ສີຂຽວ. ສ່ວນເຣື່ອງມູນຄ່າ ການລົງທຶນ, ຂອບເຂດເນື້ອທີ່ສັມປະທານ ແລະໄລຍະເວລາສັມປະທານນັ້ນ ທາງການແຂວງຄໍາມ່ວນ ຍັງບໍ່ເປີດເຜີຍໃຫ້ຮູ້.