ຫຼາຍໂຄງການ ທີ່ລັດໃຫ້ສຳປະທານ ເປັນໄພຄຸກຄາມ ຕໍ່ຊັບພະຍາກອນ ທຳມະຊາດ
2024.06.05
ຮ່າງຍຸຸດທະສາດປ່າໄມ້ ສະບັບໃໝ່ ຂອງ ສປປ ລາວ ໄລຍະປີ 2021-2030 ກໍານົດເປົ້າໝາຍ ທີ່ຈະເຮັດໃຫ້ ເນື້ອທີ່ປ່າໄມ້ປົກຫຸ້ມ ກວມເອົາໃຫ້ໄດ້ 70% ໃນປີ 2030 ພາຍຫຼັງທີ່ຍຸດທະສາດ ປ່າໄມ້ສະບັບເດີມ ກຳນົດເປົ້າໝາຍໄວ້ໃນປີ 2020 ແຕ່ບໍ່ປະສົບຜົນສຳເລັດ ອັນສືບເນື່ອງມາຈາກ ໄລຍະປີ 2013-2022 ລັດຖະບນລາວ ໃຫ້ສຳປະທານເນື້ອທີ່ປ່າໄມ້ ແລະທີ່ດິນກັບເອກະຊົນ ທັງຈາກພາຍໃນ ແລະ ຕ່າງປະເທດ ກວມເອົາເນື້ອທີ່ປະມານ 610,149 ເຮັກຕ້າຣ໌ ທັງໝົດ 306 ໂຄງການ ໃນນີ້ປະເທດຈີນມີການລົງທຶນ ການຂຸດຄົ້ນບໍ່ແຮ່ຫຼາຍທີ່ສຸດ ໃນປະເທດລາວ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ກະຊວງ ຊັບພະຍາກອນ ທໍາມະຊາດ ແລະສິ່ງແວດລ້ອມ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 05 ມິຖຸນາ 2024 ວ່າ. ປະເທດລາວ ຍັງເປັນປະເທດ ທີ່ທຸກຍາກ ບໍ່ມີທ່າແຮງຫຼາກຫຼາຍ, ບໍ່ມີອຸດສາະຫະກຳ ຂະໜາດໃຫຍ່ ແຕ່ປະເທດລາວ ຕ້ອງການຈະເຕີບໂຕ ແລະເພີ່ງພາຕົວເອງ ໃຫ້ໄດ້ ຈຶ່ງຈຳເປັນຕ້ອງຂາຍ ຊັບພະຍາກອນທຳມະຊາດ ພາຍໃນປະເທດ ເຖິງແມ່ນວ່າ ຜົນກະທົບຈະໜັກໜ່ວງປານໃດກໍ່ຕາມ.
“ໜັກໜ່ວງຂຶ້ນຢູ່. ເຂົ້າໃຈຢູ່ລັດຖະບານ ກາເລີຍເຮັດນະໂຍບາຍ ໃຫ້ຕ່າງປະເທດ ເຂົ້າມາເພື່ອມາກະຕຸ້ນເສດຖະກິດ ຄືຍົກຕົວຢ່າງ ເຮົາຢູ່ເຮືອນຈັ່ງຊິແລ້ວ ເຮົາມີດິນກ້ວາງ ເຮົາພັດບໍ່ມີເງິນ ສິ່ງທີ່ເຮົາເຮັດໄດ້ ກາຄືວ່າເຮົາຈະຕ້ອງໄດ້ຂາຍອອກໄປ ເພື່ອເອົາເງິນມາພັດທະນາ. ເຮົາພັດທະນາປະເທດ.”
ເຈົ້າໜ້າທີ່ ກະຊວງກະສິກໍາ ແລະ ປ່າໄມ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ສາເຫດເຮັດໃຫ້ຊັບພະຍາກອນທຳມະຊາດ ໃນລາວເສື່ອມໂຊມລົງ ແລະຫຼຸດໜ້ອຍລົງ ຍ້ອນໂຄງການລົງທຶນ ຂະໜາດໃຫຍ່ ເຊັ່ນເຂື່ອນໄຟຟ້າ, ການຂຸດຄົ້ນແຮ່ທາດ, ໂຄງການທາງດ່ວນ, ໂຄງການທາງລົດໄຟ ລາວ-ຈີນ ແລະ ສາຍສົ່ງໄຟຟ້າ ແຮງສູງໂດຍແຕ່ລະໂຄງການ ໄດ້ຮັບສຳປະທານເນື້ອທີ່ ແລະທີ່ດິນຈາກລັດຖະບານລາວ ເປັນຈຳນວນຫຼາຍ.
“ເວົ້າເລື່ອງການທໍາລາຍທໍາມະຊາດເນາະ ປ່າໄມ້ຢູ່ບັນດາເຂື່ອນໄຟຟ້າ, ໂຄງການເຮັດທາງດ່ວນ, ຈຸແລວໄຟບໍ່. ໄທເຮົາບໍ່ມີຂໍ້ມູນວ່າແຕ່ລະປີ ມັນທຳລາຍໄປໜ້ອຍຫຼາຍຊໍ່າໃດ.”
ໂຄງການລົງທຶນ ຂະໜາດໃຫຍ່ ຂອງລັດຖະບານລາວ ຈະບໍ່ໄດ້ຕິດຕາມ ກວດກາເບິ່ງວ່າຊັບພະຍາກອນ ທຳມະຊາດ ເກີດຄວາມເສຍຫາຍ ໄປຫຼາຍຊໍ່າໃດ ໂດຍລັດຖະບານລາວ ຈະຕິດຕາມກວດກາ ສະເພາະເນື້ອທີ່ປ່າໄມ້ ທີ່ຖືກທຳລາຍຈາກໄພທຳມະຊາດ ເຊັ່ນໄຟໄໝ້ປ່າ, ຊາວບ້ານຈູດໄຮ່ ແລະ ເຫດການອື່ນໆ ທີ່ບໍ່ແມ່ນໂຄງການສຳປະທານ.
ເຈົ້າໜ້າທີ່ຜະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊສົມບູນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ວ່າໂຄງການລົງທຶນຂະໜາດໃຫຍ່ ເຊັ່ນເຂື່ອນໄຟຟ້າ ແລະ ການຂຸດຄົ້ນແຮ່ທາດຖືເປັນຕົ້ນຕໍ ສຳຄັນທີ່ເຮັດໃຫ້ຊັໍບພະຍາກອນ ທຳມະຊາດ ຢູ່ປະເທດລາວເສື່ອມໂຊມລົງ ເຫັນໄດ້ຈາກຜົນກະທົບ ທີ່ເກີດຂຶ້ນ ຕໍ່ສິ່ງແວດລ້ອມ-ສັງຄົມ, ສັດນໍ້າ-ສັດປ່າ ຫຼຸດລົງ. ຊາວບ້ານຖືກໂຍກຍ້າຍຖິ່ນຖານ ແລະ ທີ່ດິນທຳການກະສິກຳ ບໍ່ພຽງພໍ.
“ເອີ! ມັນກາມີສ່ວນຫັ້ນແຫຼະ ກາແມ່ນເບື້ອງຂອງໂຄງການນີ້ແຫຼະ ຕາມຂ້ອຍຕີລາຄາເບິ່ງ ການຄຸ້ມຄອງຂອງເບື້ອງໄທເຮົາ ກາບໍ່ມີຄວາມເຂັ້ມແຂງ ແຕ່ເບື້ອງໂຄງການຫັ້ນນ່າ. ກາບໍ່ມີແຜນທີ່ຈະຢັບຢັ້ງ ຈຸດນີ້ ຫຼືມີມາດຕະການແບບຄຸ້ມຄອງ.”
ບັນຫາສໍາຄັນ ຂອງລັດຖະບານລາວ ກໍ່ຄືມີການດຶງດູດ ໂຄງການລົງທຶນ ທັງຈາກພາຍໃນ ແລະຕ່າງປະເທດ ເຂົ້າມາລົງທຶນ ເປັນຈຳນວນຫຼາຍ ແຕ່ບໍ່ມີແຜນການຄຸ້ມຄອງ ສິ່ງແວດລ້ອມ ແລະ ສັງຄົມທີ່ໄດ້ມາດຕະຖານ ແລະເປັນຮູບປະທຳ ດັ່ງເຊັ່ນກໍລະນີຂອງຊາວບ້ານ ຢູເມືອງລ່ອງແຈ້ງ ແຂວງໄຊສົມບູນ ແລະ ເມືອງໂພນໂຮງ ແຂວງວຽງຈັນ ທີ່ອາໄສຢູ່ຕາມເສັ້ນທາງ ບ້ານນາມອນ-ນາໄຊສະຫວ່າງ ໄດ້ຮັບຜົນກະທົບ ຈາກລົດຂົນສົ່ງແຮ່ທາດ ຂອງບໍລິສັດຈີນ ບັນທຸກນໍ້າໜັກເກິນ ແລ້ວແລ່ນລົດໄວ ຈົນຂີ້ຝຸ່ນປີວໃສ່ເຮືອນ ປະຊາຊົນ ແລະ ເຮັດໃຫ້ເສັ້ນທາງເປ່ເພ.
ຊາວແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າຕົ້ນຕໍ ທີ່ເຮັດໃຫ້ຊັບພະຍາກອນ ທຳມະຊາດ ໃນປະເທດລາວເສື່ອມໂຊມລົງ ແລະຫຼຸດລົງ ຍ້ອນລັດຖະບານລາວ ໃຫ້ສຳປະທານ ເນື້ອທີ່ປ່າໄມ້ ແລະທີ່ດິນແກ່ໂຄງການ ລົງທຶນຕ່າງໆ ທັງຈາກພາຍໃນ ແລະ ຕ່າງປະເທດ ໂດຍບໍ່ໄດ້ນຶກເຖິງຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ໃນປະຈຸບັນ. ສ່ວນຊາວບ້ານໃນໂຄງການ ພັດທະນາ ບໍ່ໄດ້ຮັບຜົນປະໂຫຍດພໍເທົ່າໃດ.
“ການທໍາລາຍຂອງປ່າໄມ້ ກາຄືພວກນາຍທຶນນາຍນັ້ນເນາະ ກາຍ້ອນພາກລັດເຮົານີ້ແຫຼະ ບໍ່ມີທິດທາງຊິແກ້ໄຂໄດ້ເນາະ. ເປັນຫ່ວງນໍາຢູ່ຄືເວົ້າຄວາມຈິງຫັ້ນ ແລ້ວປະຊາຊົນ ເຂົາກາວ່າໃຜມີອຳນາດ ຜູ້ນັ້ນກິນຫັ້ນນ່າ ເພາະມັນງ່າຍ.”
ຊາວ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ເຂົ້າໃຈວ່າ ປະເທດລາວຕ້ອງການທີ່ຈະພັດທະນາ ໃຫ້ບັນລຸຕາມແຜນພັດທະນາ ເສດຖະກິດ-ສັງຄົມ, ແຕ່ລັດຖະບານ ຕ້ອງມີການຄຸ້ມຄອງຢ່າງເຂັ້ມງວດ ທັງຕິດຕາມກວດກາໂຄງການ, ການບັງຄັບໃຊ້ກົດໝາຍ, ແຜນການຟື້ນຟູສິ່ງແວດລ້ອມ ເພື່ອເປັນການນໍາໃຊ້ຊັບພະຍາກອນ ທໍາມະຊາດ ຢ່າງຄຸ້ມຄ່າ, ບໍ່ເຮັດໃຫ້ປະເທດເສຍຜົນປະໂຫຍດ.
“ຖ້າວ່າເພິ່ນຍັງສືບຕໍ່ ໃນການຂຸດຄົ້ນຂາຍອອກຕ່າງປະເທດນີ້ ມັນຕ້ອງມີການຈັດຕັ້ງຢ່າງຄັກແນ່ ຄຸ້ມຄອງຄັກແນ່ຢ່າໃຫ້ມັນຮົ່ວໄຫຼ ແລ້ວກາສອງມາເມື່ອເວລາຂຸດຄົ້ນ ກາຕ້ອງມີການປູກແທນຄືນ ອີກຕັດແລ້ວບໍ່ມີການປູກທົດແທນ ຄືນນີ້ມັນກາອັນຕະລາຍທີ່ສຸດ.”
ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ກ່າວໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 05 ມິຖຸນາ 2024 ບາງຕອນລະບຸວ່າ. ປະຈຸບັນ ບັນຫາການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້, ການຖາງປ່າ, ຈູດປ່າແບບຊະຊາຍ ແລະ ໄຟໄໝ້ລາມປ່າຢູ່ປະເທດລາວກຳລັງເປັນຂະບວນການ ແຜ່ລາມເປັນບໍລິເວນກ້ວາງ ແລະ ມີທ່າອ່ຽງເພີ່ມຂຶ້ນ ໃນແຕ່ລະປີ. ເພື່ອແນ່ໃສ່ຄຸ້ມຄອງການປົກປັກຮັກສາ ປ່າໄມ້ ແລະ ເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ. ຮັບປະກັນ ໄດ້ຄວາມຍືນຍົງ ຂອງຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ໄວ້ໃຫ້ລູກຫຼາຍໃນອະນາຄົດ ຕ້ອງພ້ອມພຽງກັນ ແກ້ໄຂບັນຫາດັ່ງກ່າວນີ້ ໃຫ້ໄດ້ຢ່າງເດັດຂາດ.
ຜ່ານມາການນໍາໃຊ້ ຊັບພະຍາກອນ ທໍາມະຊາດ ເປັນຈໍານວນຫຼາຍ ເພື່ອການພັດທະນາ ເສດຖະກິດ-ສັງຄົມ ຕາມແຜນຂອງລັດຖະບານ ກໍ່ເຄີຍມີການຍົກບັນຫາຂຶ້ນ ສູ່ສະພາແຫ່ງຊາດ ມາແລ້ວຫຼາຍຄັ້ງ ແລະຄັ້ງຫຼ້າສຸດ ທ່ານ ຄຳພັນ ພົມມມະທັດ, ປະທານອົງການກວດກາ ແຫ່ງລັດໄດ້ລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 07 ພະຈິກ 2023 ວ່າ. ເຖິງວ່າບໍລິສັດເຫຼົ່ານັ້ນ ຈະມອບພັນທະໃຫ້ກັບລັດຖະບານລາວ ເປັນຈຳນວນມະຫາສານ ໃນແຕ່ລະປີ ແຕ່ຜົນກະທົບ ທີ່ເກີດຂຶ້ນກໍ່ໜັກໜ່ວງ ຈົນບໍ່ສາມາດປະເມີນມູນຄ່າໄດ້.
ຕາມການລາຍງານ ຂອງສື່ມວນຊົນລາວ ເມື່ອປີຜ່ານມາພົບວ່າ ນັກລົງທຶນຈາກຈີນ ເຂົ້າມາລົງທຶນດ້ານບໍ່ແຮ່ທັງໝົດ 108 ບໍລິສັດ ລວມ 150 ກິດຈະການ ໃນນັ້ນໃນໄລຍະການຊອກຄົ້ນ ແລະ ສຳຫຼວດ ມີທັງໝົດ 54 ບໍລິສັດ, 59 ກິດຈະການ, ຢູ່ໃນໄລຍະສ້າງບົດວິພາກ ເສດຖະກິດ-ເຕັກນິກ ແລະ ຂຸດຄົ້ນປຸງແຕ່ງ 54 ບໍລິສັດ, 91 ກິດຈະການ, ເຊິ່ງແຮ່ທາດ ທີ່ໄດ້ຮັບອະນຸຍາດມີແຮ່ຄຳ, ທອງ, ເຫຼັກ, ກົ່ວ, ຊືນ-ສັງກະສີ, ຫີນອ່ອນ, ແຮ່ມັງການ, ຫີນກາວ, ແຮ່ບຣິດ, ແຮ່ເກືອໂປຕັສ ແລະ ແຮ່ຫາຍາກ.