ລາວ-ຈີນ ລົງນາມ ພັທນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ຢູ່ປາກຊ່ອງ

ຈຳປາທອງ
2023.12.06
ລາວ-ຈີນ ລົງນາມ ພັທນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ຢູ່ປາກຊ່ອງ ແຫຼ່ງທ່ອງທ່ຽວ ແຫ່ງນຶ່ງໃນແຂວງຈຳປາສັກ ວັນທີ 2 ສິງຫາ 2023.
RFA

ບໍຣິສັດ Gui Zhou Nansahan Huahaoyue Yuan ການລົງທຶນທ່ອງທ່ຽວ ຈໍາກັດ ຂອງນັກທຸຣະກິຈຈີນ ແລະບໍຣິສັດ ບໍລະເວນແຜ່ນດິນຄໍາ ທ່ອງທ່ຽວຈໍາກັດ ຂອງນັກລົງທຶນລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັນ ວ່າດ້ວຍການຮ່ວມມື ໃນໂຄງການສ້າງແຫລ່ງທ່ອງທ່ຽວ ຄົບວົງຈອນ ແບບອະນຸຮັກທັມມະຊາຕ ເມື່ອວັນທີ 29 ພຶສຈິກາທີ່ຜ່ານມາ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ເພື່ອດຶງດູດການລົງທຶນ ຂອງພາກຣັຖ, ພາກເອກະຊົນ ແລະຂອງຕ່າງປະເທດ ໃນການພັທນາໂຄງຮ່າງພື້ນຖານ ຢູ່ເຂດເປົ້າໝາຍຂອງໂຄງການ ໃຫ້ເປັນສະຖານທີ່ທ່ອງທ່ຽວ ທັນສໄມ, ອີງຕາມຣາຍງານຂອງໜັງສືພິມ ວຽງຈັນໃໝ່.

ກ່ຽວກັບໂຄງການດັ່ງກ່າວ ເຈົ້າໜ້າທີ່ຜແນກ ຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ທັນວານີ້ວ່າ ກໍາລັງມີການສໍາຣວດ ສຶກສາຄວາມເປັນໄປໄດ້ຢູ່, ຍັງບໍ່ຮູ້ຣາຍລະອຽດຄັກແນ່ວ່າ ຈະໃຊ້ເນື້ອທີ່ຫລາຍເທົ່າໃດ ແລະຈະສົ່ງຜົລກະທົບ ຕໍ່ດິນຂອງຊາວບ້ານຫລືບໍ່, ໂຄງການນີ້ຢູ່ເຂດເມືອງປາກຊ່ອງ.

ໂອ໋ ຂອງບໍຣິສັດຈີນບໍ່ ແມ່ນເພິ່ນລົງທຶນທ່ອງທ່ຽວ ຢູ່ເຂດເມືອງປາກຊ່ອງ ເພິ່ນຍັງຢູ່ໃນຂັ້ນຕອນສໍາຣວດ ສຶກສາ ຢູ່ກ່ອນ ບໍ່ທັນໄດ້ມີການລົງທຶນ ຕາມແຜນເພິ່ນກະສິເຮັດການທ່ອງທ່ຽວ ແບບກະສິກັມ ຢູ່ເຂດເມືອງປາກຊ່ອງ.

ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ເມືອງປາກຊ່ອງ ກໍໄດ້ກ່າວເພີ່ມວ່າ ໂຄງການດັ່ງ ກ່າວ ຢູ່ພູເທວະດາ ໄດ້ມີສັນຍາແລ້ວ ແລະດຽວນີ້ ຢູ່ໃນລະຫວ່າງສຶກສາສໍາຣວດ.

ກ່ອນຫັ້ນເຫັນເພິ່ນຄືວ່າ ເຊັນສັນຍາແລ້ວ ຢູ່ພູເທວະດາເດ້ ໂອ໋ ຕາມແບບຂອງເພິ່ນມັນຫລາຍ ຫລາກຫລາຍກິຈກັມ ສ່ວນໃຫຍ່ເຮົາມາເບິ່ງກະເຣື່ອງ ພີ່ນ້ອງເຮົາອ້າຍນ້ອງເຮົາ ມາຈາກທາງພຸ້ນແຫລະ ກະເບື້ອງທາງຫັ້ນແຫລະ.

DSC03008.JPG
ແຫຼ່ງທ່ອງທ່ຽວ ແຫ່ງນຶ່ງໃນແຂວງຈຳປາສັກ ວັນທີ 2 ສິງຫາ 2023. ຮູບພາບໂດຍ RFA.

ແລະຊາວບ້ານ ຢູ່ເມືອງປາກຊ່ອງ ທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕົນກໍຍັງບໍ່ທັນຮູ້ຄັກແນ່ເທື່ອວ່າ ນັກລົງທຶນຈີນ ມີແຜນພັທນາແຫລ່ງທ່ອງທ່ຽວ ຢູ່ເມືອງປາກຊ່ອງນີ້, ທີ່ຜ່ານມາ ກໍເຄີຍເຫັນແຕ່ນັກລົງທຶນຈີນ ເຂົ້າມາເຮັດໂຄງການສ້າງເຂື່ອນໄຟຟ້າ ແລະຣີສັອດ, ແຕ່ຖ້າມີການລົງທຶນ ດ້ານການ ທ່ອງທ່ຽວແທ້ໆ ກໍຄິດວ່າ ໜ້າຈະດຶງດູດນັກລົງທຶນຈີນ ມາທ່ຽວຫລາຍໄດ້.

ກະມີຢູ່ ຄົນຈີນເຂົ້າມາຢູ່ ສ່ວນຫລາຍເພິ່ນກະເຮັດເປັນສັມປະທານ ຫລາຍກວ່ານ່າດຽວນີ້ ສ້າງເຂື່ອນຫຍັງແລ້ວກະເຮັດເປັນຣີສັອດ ກໍລັງລິເຣີ່ມ. ໂອ໋ ຄັນວ່າເພິ່ນເຮັດກະດີ ຊິຫລາຍຢູ່ ເພາະປາກຊ່ອງມັນກະຫລາຍບ່ອນ ງົດງາມເດ້.

ພະນັກງານນໍາທ່ຽວ ຢູ່ເມືອງປາກຊ່ອງນາງນຶ່ງ ເວົ້າເຖິງຄົນຈີນ ທີ່ເຂົ້າມາທ່ອງທ່ຽວເມືອງປາກຊ່ອງວ່າ ປັດຈຸບັນ ມີພຽງຈໍານວນໜ້ອຍ ຖ້າທຽບໃສ່ນັກທ່ອງທ່ຽວປະເທດອຶ່ນໆ, ແຕ່ຖ້າມີໂຄງການພັທນາແຫລ່ງທ່ອງທ່ຽວ ຄົບວົງຈອນເກີດຂຶ້ນ ຢູ່ໃນເມືອງນີ້ ກໍໜ້າຈະດຶງດູດນັກທ່ອງທ່ຽວຈີນ ມາທ່ຽວໄດ້ຫລາຍຂຶ້ນພໍສົມ ຄວນ.

ຢູ່ເມືອງປາກຊ່ອງກະມີຢູ່ ແຕ່ກະບໍ່ຫລາຍ ສ່ວນຫລາຍຈະເປັນຄົນໄທຍ ຖ້າວ່າມີຄົນຈີນມາລົງທຶນ ຄົນຈີນກະມາທ່ຽວຫລາຍ ກະໜ້າຈະຫລາຍຢູ່.

ແຕ່ເຖິງຢ່າງໃດກໍຕາມ ອະດີດເຈົ້າໜ້າທີ່ ຢູ່ແຂວງຈໍາປາສັກ ທ່ານນຶ່ງ ກໍເວົ້າເຖິງການໃຫ້ນັກລົງທຶນຈີນ ເຂົ້າມາມີສ່ວນຮ່ວມ ໃນການພັທນາແຫລ່ງທ່ອງທ່ຽວນັ້ນວ່າ ເຖິງແມ່ນຈະບໍ່ເປັນເຣື່ອງຜິດລະບຽບກໍຕາມ ແຕ່ພາກສ່ວນທີ່ກ່ຽວຂ້ອງ ກໍຕ້ອງໄດ້ເບິ່ງເຖິງສິ່ງທີ່ຈະມີປໂຍດສໍາລັບ ປະເທດລາວ, ສໍາລັບຄົນລາວ ຮວມທັງການສງວນສິດ ໃຫ້ຄົນລາວນໍາດ້ວຍ.

ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:

ແຕ່ວ່າສ່ວນຫລາຍແລ້ວ ເຂົາກະຜູ້ທີ່ເຂົາເອົາມາ ກະໄດ້ແຕ່ເຂົາເທົ່ານັ້ນ ກະຄືເຮັດຢູ່ທຸກມື້ນີ້ແຫລະ ມັນກະຍັງຄາຢູ່ດອກ ການທ່ອງທ່ຽວມັນເຮັດພາຍໃນ ມັນກະສງວນສິດໃຫ້ແກ່ຄົນລາວ ຊິເຮັດແນວໃດຫັ້ນນ່າ

ເພື່ອສົ່ງເສີມອາຊີບ ຂອງຄົນລາວ ສິເຮັດດ້ານໃດແນ່ ອັນນີ້ນ່າ.

ເມື່ອກ່ອນໜ້ານີ້ ນັກລົງທຶນຈີນຈໍານວນນຶ່ງ ກໍໄດ້ສໍາ ປະທານແຫລ່ງທ່ອງທ່ຽວ ໃນແຂວງຈໍາປາສັກ ເປັນຕົ້ນ ບໍຣິສັດຮ່ວມພັທນາສີທັນດອນ ຈໍາກັດ ທີ່ຫາກໍ່ໄດ້ສັມປະທານ ນໍ້າຕົກຕາດຄອນພະເພັງ ແລະນໍ້າຕົກຕາດ ສົມພະມິດ ຢູ່ເຂດເມືອງໂຂງ ໃນເນື້ອທີ່ປະມານ 1,000 ເຮັກຕາ ແລະກໍມີແຜນພັທນາແຫລ່ງທ່ອງທ່ຽວທັງ 2 ແຫ່ງນີ້ ໃຫ້ທັນສໄມ ແລະຄົບວົງຈອນ.

ນອກຈາກນັ້ນແລ້ວ ບໍຣິສັດລາວ ມະຫານາທີສີທັນດອນຈໍາກັດ ຂອງນັກລົງທຶນຈີນ ກໍກໍາລັງລົງທຶນຫລາຍ ຢູ່ເຂດພັທນາເສຖກິຈໃໝ່ ສີທັນດອນ ໃນເຂດເມືອງໂຂງ, ມີໂຄງການພັທນາຫລາຍຢ່າງ ເປັນຕົ້ນ ໂຄງການກໍ່ສ້າງ ໂຮງແຮມແຄນຄູ່ ສູງເກືອບ 240 ແມັດ, ໂຄງການສາງຄ່ຽນຖ່າຍສິນ ຄ້າໜອງນົກຂຽນ ຢູ່ບໍຣິເວນດ່ານຊາຍແດນ ລາວ-ກັມພູຊາ, ໂຄງການສນາມກັອຟ ຂນາດ 36 ຂຸມ ແລະອື່ນໆ ແຕ່ຊາວບ້ານ ຫລາຍຄອບຄົວ ທີ່ເສັຍດິນໃຫ້ໂຄງການ ພັທນາດັ່ງກ່າວຂອງຈີນ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ຄົບຖ້ວນເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.