ລັດຖະບານ ໃຫ້ສຳປະທານດິນໃນຫຼາຍບ້ານ ຂອງເມືອງຈອມເພັດ

ໄຊຍາ
2024.05.31
ລັດຖະບານ ໃຫ້ສຳປະທານດິນໃນຫຼາຍບ້ານ ຂອງເມືອງຈອມເພັດ ນັກທ່ອງທ່ຽວຈີນ ທີ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ (TS) ທ້າຍເດືອນມີນາ 2024.
RFA

ທາງການລາວ ໄດ້ອະນຸມັດໃຫ້ ບໍລິສັດ ໂອເຊຍໂນ ຈໍາກັດຜູ້ດຽວ ເຊິ່ງເປັນໂຄງການພັດທະນາເສດຖະກິດ ຕາມແລວທາງລົດໄຟ ລາວ-ຈີນ ເຂົ້າມາ ສຳຫຼວດຄວາມເປັນໄປໄດ້ ແລະ ດຳເນີນການກໍ່ສ້າງໂຄງການພັດທະນາ ແຫຼ່ງທ່ອງທ່ຽວ ຄົບວົງຈອນຢູ່ເຂດບ້ານນາໄຊ, ບ້ານມ່ວງຄຳ ແລະ ບ້ານສະນົກ ເມືອງຈອມເພັດ ແຂວງຫຼວງພະບາງ ໃນເນື້ອທີ່ 829 ເຮັກຕ້າຣ໌ ໄລຍະເວລາສຳປະທານ 50 ປີ.

 ຕໍ່ກັບໂຄງການນີ້ຊາວບ້ານມ່ວງຄໍາ ທີ່ອາໄສຢູ່ໃນພື້ນທີ່ໂຄງການພັດທະນາ ກ່າວຕໍ່ວິທຍຸເອເຊັຽເສຣີ ວັນທີ 31 ພຶດສະພາ 2024 ວ່າ ປັດຈຸບັນນີ້ ໂຄງການຍັງຢູ່ໃນລະຫວ່າງ ການສຳຫຼວດ ຖ້າໂຄງການນີ້ລົງມືກໍ່ສ້າງ ຊາວບ້ານໃນບໍລິເວນນີ້ ອາດຖືກຍ້າຍອອກ.

“ຍັງນ່າສໍາຫຼວດໆ ເຂົາວ່າຊິເຮັດຢູ່ເອີມີແຕ່ບ້ານມ່ວງຄໍາຫັ້ນແຫຼະ ອັນນັ້ນນ່າແບບອັນໂຄງການ ໂຄງການໂອເຊັຍໂນນ່າ. ເອີ ກໍ່ໄດ້ຍ້າຍກໍ່ໄດ້ຍ້າຍອອກຫັ້ນແຫຼະແຕ່ວ່າເພິ່ນກຳລັງສຳຫຼວດຂໍ້ມູນອັນນັ້ນອັນນີ້ເປັນໄປໄດ້ຢູ່ ໆ ຍັງ ໆ ເອີຖືກແຕ່ບ້ານສະນົກ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກັບວຽກງານການຈ່າຍຄ່າຊົດເຊີຍ ຂອງໂຄງການຜູ້ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ທາງບໍລິສັດ ໂອເຊັຍໂນ ຢູ່ໃນລະຫວ່າງການເຮັດບົດລາຍງານ ກ່ຽວກັບຜົນກະທົບດ້ານຕ່າງໆ ທີ່ຄາດວ່າຈະເກີດຂື້ນ, ແຕ່ທາງບໍລິສັດ ກໍ່ໄດ້ເລີ່ມກໍ່ສ້າງຕາມແຜນໂຄງການ ບາງສ່ວນເຮັດໃຫ້ຊາວບ້ານຈຳນວນໜຶ່ງ ຈຳເປັນຕ້ອງຍ້າຍອອກແລ້ວ.

“ມັນເປັນຂອງບໍລິສັດທີ່ວ່າຂະເຈົ້າ ມາຂໍສໍາປະທານ ແລ້ວໂຕນີ້ແມ່ນຂອງບໍລິສັດໂອເຊຍໂນ ກໍ່ແມ່ນເພາະວ່າເພິ່ນລົງໄປປະເມີນ ຊົດເຊີຍຄ່າເສັຍຫາຍ ໃຫ້ປະຊາຊົນແລ້ວເດທີ່ວ່າ ຖືກຢູ່ໃນໂຄງການ. ເພິ່ນຈະເຮັດເປັນໂຕເມືອງໃໝ່ເນາະ ກໍ່ມີບາງບ່ອນທີ່ຂະເຈົ້າເຮັດກ່ອນເນາະ ຂະເຈົ້າເຮັດກ່ອນກໍ່ໄດ້ອອກເປັນບາງບ່ອນ.”

ເຈົ້າໜ້າທີ່ກ່ຽວຂ້ອງໂດຍກົງ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວວ່າ ສຳລັບໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ຕັ້ງຢູ່ເມືອງຈອມເພັດ ຕິດກັບນະຄອນຫຼວງພຣະບາງ ແລະເປັນແຫຼ່ງມໍລະດົກໂລກ ທາງທຳມະຊາດ ແຫ່ງສຳຄັນຂອງລາວ ໂດຍທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ຢັ້ງຢືນວ່າ ແຫຼ່ງທ່ອງທ່ຽວຈະບໍ່ກະທົບ ຕໍ່ສະຖານະພາບການເປັນແຫຼ່ງມໍລະດົກໂລກ ຂອງນະຄອນຫຼວງພຣະບາງ.

“ເຂດອັນນ່າແມ່ນຫຍັງທ່ອງທ່ຽວ ຄົບວົງຈອນຢູ່ທີ່ຫຼວງພຣະບາງ ແຕ່ວ່ານອກອອກຈາກເຂດມໍລະດົກແລ້ວເນາະ ອອກຈາກເຂດອະນຸລັກແລ້ວ ກຳລັງສຶກສາຢູ່ຕິເນາະ. ເອີ ຂອງລາວນີ້ແຫຼະ ເຂົາລົງທຶນຢູ່ລາວຢູ່ເມືອງຈອມເພັດຍັງໆ ຍັງບໍ່ທັນໄດ້ອັນນັ້ນເທື່ອກຳລັງສຳຫຼວດຢູ່ເນາະ.”

ຜູ້ດູແລເຮືອນພັກຢູ່ບ້ານຊຽງແມນ ເມືອງຈອມເພດກ່າວວ່າ ປັດຈຸບັນຊາວບ້ານ ຢູ່ບ້ານທີ່ຈະຖືກໃຊ້ໃນການກໍ່ສ້າງໂຄງການ ແລະຊາວບ້ານໃກ້ຄຽງຈຳນວນໜຶ່ງ ຮັບຮູ້ວ່າຈະມີໂຄງການລົງທຶນ ການທ່ອງທ່ຽວຄົບວົງຈອນພາຍໃນເມືອງຈອມເພັດ ແຕ່ບໍ່ທັນໄດ້ຮູ້ລາຍລະອຽດ ຂອງໂຄງການຈະອອກມາຮູບແບບໃດ.

“ໂອ້! ປັດຈຸບັນນີ້ຍັງເທື່ອເດີ້ໂອ້ໂຕນີ້ ກໍ່ພໍໄດ້ຍິນຂ່າວຢູ່ແຕ່ກໍ່ບໍ່ໄດ້ໄດ້ຍິນຄ່າວໆ ແວ່ວໆ ຢູ່ເຈົ້າແຕ່ກໍ່ບໍ່ຮູ້ລາຍລະອຽດ. ອໍໂຕນີ້ທີ່ໄດ້ຍິນແວ່ວໆ ຢູ່ເມືອງຈອມເພັດເທື່ອເລີຍ. ເບື້ອງເມືອງຈອມເພັດເທື່ອເລີຍມາຕັ້ງຢູ່ເມືອງຈອມເພັດໄປເລີຍ ກໍຍັງວ່າຢູ່ນ່າເພາະວ່າ ເຮົາກໍຍັງບໍ່ໄດ້ລາຍລະອຽດຫັ້ນນ່າ ເຮົາໄດ້ຍິນວ່າຈະມີໂຄງການຫຼາຍຢູ່ຫັ້ນນ່າ ວ່າຈະມີໂຄງການໃຫຍ່ຢູ່.

ອີງຕາມບົດລາຍງານ ການປະເມີນຜົນກະທົບດ້ານສິ່ງແວດລ້ອມ ຢູ່ເມືອງຈອມເພັດ ແຂວງຫຼວງພະບາງລະບຸວ່າການພັດທະນາທີ່ດິນ ໃນເຂດໂຄງການແມ່ນຈະນໍາໃຊ້ທີ່ດິນທີ່ວ່່າ ເປັນລະບົບນິເວດທາງທຳມະຊາດ ເຊິ່ງເປັນບ່ອນອາໄສຂອງສັດ ຈຳນວນໜຶ່ງ ແລະບ່ອນຜະລິດອາຫານ ຂອງຊຸມຊົນທີ່ອາໄສ ຢູ່ໃນເຂດນີ້. ນອກນີ້ຍັງມີເຂດດິນຈັບຈອງ ຂອງປະຊາຊົນເຊິ່ງອາດເຮັດໃຫ້ເກີດຄວາມຫຍຸ້ງຍາກ ໃນການເວນຄືນ ແລະ ຊົດເຊີຍຄ່າທີ່ດິນ. ສະນັ້ນການຊົດເຊີຍ ໃຫ້ແກ່ປະຊາຊົນທີ່ເຄີຍທຳການຜະລິດ ໃນເຂດພື້ນທີ່ອາດພົບຄວາມຫຍຸ້ງຍາກ.

ເດືອນມັງກອນປີ 2022 ທາງການລາວໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການສຶກສາຄວາມເປັນໄປໄດ້ຂອງໂຄງການ ພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນ ຢູ່ເມືອງຈອມເພັດ, ໂຄງການນີ້ແມ່ນເປັນການລົງທຶນຂອງນັກທຸລະກິດລາວ 100% ໃນງົບປະມານ 95 ລ້ານໂດລ້າຣ໌ສະຫະລັດ ເຊິ່ງເປັນທຶນຂອງບໍລິສັດ 30% ສ່ວນເຫຼືອອີກ 70% ແມ່ນເປັນທຶນກູ້ຢືມ.

ສ່ວນຊາວບ້ານ ຄາດວ່າຈະໄດ້ຮັບຜົນກະທົບໃນ 3 ບ້ານຢູ່ເມືອງຈອມເພັດມີຈໍານວນ 1,307 ຄອບຄົວ, ຜົນກະທົບຕໍ່ທີ່ດິນ 1,448 ຕອນ, ມີເນື້ອທີ່ດິນຖືກຜົນກະທົບທັງໝົດ 821.36 ເຮັກຕ້າຣ໌. ຜົນກະທົບຕໍ່ສິ່ງປຸກສ້າງ 2,314 ໜ່ວຍ, ຕົ້ນໄມ້ໃຫ້ໝາກ 41,544 ຕົ້ນ, ຕົ້ນໄມ້ອຸດສາຫະກຳ 236,395 ຕົ້ນ ແລະ ຜົນລະປູກອື່ນໆ. ອີງຕາມບົດລາຍງານ ການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ ຂອງໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນຢູ່ເມືອງຈອມເພັດ ແຂວງຫຼວງພະບາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.