ບໍ່ແມ່ນໄມ້ແລວນໍ້າ ແຕ່ ເປັນໄມ້ ຕັດຈາກປ່າສງວນ ເຊປຽນ

ອຸ່ນແກ້ວ
2023.04.17
ບໍ່ແມ່ນໄມ້ແລວນໍ້າ ແຕ່ ເປັນໄມ້ ຕັດຈາກປ່າສງວນ ເຊປຽນ ຂົວຫັກ ຢູ່ ບ້ານມິດສຳພັນ ເມືອງ ສນາມໄຊ ໃນວັນທີ 20 ມີນາ 2023 ຍ້ອນ ຣົຖແກ່ໄມ້ນ້ຳໜັກເກີນ.
ນັກຂ່າວ ພົລເມືອງ

ກໍ​ຣະນີທີ່ມີຣົບັນທຸກໄມ້ທ່ອນ ນ້ຳໜັກເກີນເຮັດໃຫ້ຂົວ ເຂດບ້ານມິດສຳພັນເມືອງ ສນາມໄຊ ຫັກ ໃນວັນທີ 20 ມີນາ 2023 ທີ່ຜ່ານມາ ແລະ ເຈົ້າໜ້າທີ່ແຂວງອັດຕະປື ໃຫ້ສັມພາດຕໍ່ສື່ມວນຊົນວ່າ ໄມ້ທ່ອນຢູ່ໃນຣົນັ້ນ ເປັນໄມ້ແລວນ້ຳ ທີ່ຕັດຢູ່ເຂດປ່າໄມ້ທີ່ໄດ້ຮັບຜົກະທົບຈາກ ເຂື່ອນເຊປຽນ ເຊນ້ຳນ້ອຍແຕກ, ແຕ່ ມີຊາວບ້ານຢ່າງໜ້ອຍ 3 ຄົນ ໄດ້ຢືນຢັນຕໍ່ວິທຍຸ ເອເຊັຽເສຣີ ວ່າ ໄມ້ທ່ອນຢູ່ນັ້ນຣົນັ້ນ ເປັນໄມ້ທີ່ຕັດຈາກປາສງວນເຊປຽນ, ບໍ່ແມ່ນໄມ້ທີ່ຕັດຈາກແລວນ້ຳ ຍ້ອນວ່າ ໄມ້ແລວນ້ຳ ບໍ່ມີແລ້ວ.

ຊາວ​ບ້ານ ທ່ານນຶ່ງ ຜູ້ທີ່ຢູ່ໃກ້ກັບເຂດທີ່ມີການຕັດໄມ້ ທີ່ຂຶ້ນກັບເມືອງຊານໄຊ ແຂວງອັດຕະປື ໄດ້ກ່າວວ່າ: “ເຂົ​​ເວົ້າວ່າຕັດຢູ່ແລວນ້ຳ ຕັດເທິງພູເທິງຜາ ວ່າ ມັນກາຍແລວນ້ຳແລວໃນແລ້ວໄມ້ຫັ້ນນ່າ ບໍ່ອຶດບ່ອນເຂົາຕັດ ມັນກາຍແລວນ້ຳແລ້ວ ໂອ້ຍ ມັນບໍ່ແມ່ນ ໄມ້ນຳນຳພູ ນຳອີ່ສັງແລ້ວ ນຳປ່ານຳດົງ ບ່ອນໃດມີໄມ້ເຂົາຕັດໝົດດຽວນີ້ ໂຕຂົວຫັກກະບໍ່ແມ່ນໄມ້ແລວນ້ຳດອກ ໄມ້ແລວນ້ຳ ມັນຕາຍໝົດ ມີແຕ່ໄມ້ດີດີຢືນຕົ້ນຫັ້ນແຫຼະເຂົາຕັດ.”

ການ​ຕັດໄມ້ ຢູ່ປ່າສງວນ ກະມີ ນັບຕັ້ງແຕ່ພູທ່າແສງຈັນ ບ້ານທ່າແສງຈັນ ຈົນຮອດ ບ້ານໜອງຫີນເຂົາເຈົ້າຕັດທຸກມື້.  

ມີ​ການກ່າວອ້າງວ່າ ຕັດໄມ້ຢູ່ແລວນ້ຳ ແຕ່ ໃນຄວາມເປັນຈິງ ໄມ້ຢູ່ແລວນ້ຳບໍ່ມີໃຫ້ຕັດແລ້ວ. ຊາວບ້ານທ່ານນີ້ ໄດ້ກ່າວຕື່ມອີກວ່າ:

ແຕ່ເຂົາວ່າຫັ້ນຕັດໄມ້ແລວນ້ຳ ແຕ່ວ່າພວກຕັດບໍ່ໄດ້ຕັດຢູ່ແລວນ້ຳ ພຽງແຕ່ມັນມີໄມ້ວ່າຊັ້ນຊາ ຢູ່ບ່ອນໃດເຂົາກະເອົາໃຫ້ໝົດ ນ້ຳອີ່ຫຼີບໍ່ມີໄມ້ດອກ ເຂົາກະບໍ່ໃຫ້ຕັດ ໄມ້ໂຕມັນຕາຍຢືນເຂົາກະບໍ່ຕັດ ເຂົາຕັດແຕ່ໄມ້ຢືນຕົ້ນດີດີ ນີ້ແຫຼະ.”

ຢູ່​ເຂດພື້ນທີ່ປ່າສງວນ ໄດ້ມີການບຸກເບີກເສັ້ນທາງ ແລະ ຖນົນເຂົ້າໄປ ເພື່ອອຳນວຍຄວາມສະດວກໃນການແກ່ໄມ້ຈາກນານຶ່ງ ອອກມາໄວ້ນາມສອງ.

ຊາ​ວ້ບານ ທ່ານນີ້ ກ່າວວ່າ:

ຄັນມາກວດກາເບິ່ງໂຕຈິງຫັ້ນ ຊິເຫັນຢູ່ດອກ ທາງຣົຊະແລວມັນຂຶ້ນຮອດອີ່ສັງ ບ່ອນໃດມັນມີໄມ້ ມັນເຮັດທາງຂຶ້ນໄປໝົດ ທາງຂຶ້ນໄປໝົດ ຣົຈົກຣົດຸດເຂົາເຮັດຂຶ້ນ ຂັ້ນວ່າ ມາກວດມາເບິ່ງຫັ້ນເຫັນໂລດ ໄປບ່ອນໃດກະເຫັນກ້ອງທີບໂລດ ໄປນຳຫົນທາງກະເຫັນ ບໍ່ອຶດແຕ່ໄມ້ເຂົາ.”

ທີ່​ຜ່ານ ປະຊາຊົນຢູ່ທ້ອງຖິ່ນ ເຄີຍເຂົ້າໄປບຸກເບີກເນື້ອທີ່ດິນ ເພື່ເຮັດກະສິກັມ, ແຕ່ ຖືກເຈົ້າໜ້າທີ່ປັບໃໝເຂົາເຈົ້າ.

ຊາວ​ບ້ານທ່ານນີ້ ກ່າວຕື່ມວ່າ:

“ຄັນ​ປະຊາຊົນເຮັດບ່ອນໃດມັນກະຜິດໝົດ ຄັນລັດເຮັດຫັ້ນບໍ່ມີບ່ອນຜິດ ຄັນປະຊາຊົນໄປ ປ້ຳໄປຫຍັງ ໄປເລື່ອນໄປຫຍັງ ຫັ້ນ ຜິດໝົດ ຄັນຣັຖ ເຮັດແນວນັ້ນຫັ້ນບໍ່ຜິດ ຄັນໄປລາກໄປຂົນໄປສັງຫັ້ນ ຄັນວ່າ ປະຊາຊົນໄປຖາງປູກມັນປູກເຂົ້າຫັ້ນ ບາດເພິ່ນໄປຕັດໄມ້ທ່ອນໝົດໜ່ວຍຫັ້ນບໍ່ຜິດ.”

ຊາວ​ບ້ານ ທີ່ຢູ່ໃກ້ເຂດຕັດໄມ້ອີກທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ:

“ດັດໄມ້ຢືນຕົ້ນໂລດ ບໍ່ແມ່ນໃມ້ແລວນ້ຳດອກ ໄມ້ປ່າ​ສງວນເຊປຽນ ກັບໄມ້ປ່າປ້ອງກັນເຂດບ້ານແບ່ງ ມັນຊິມີໄມ້ແລວນ້ຳມາແຕ່ໃສ ເວົ້າວ່າຕັດໄມ້ຂາຍໂລດສາ ມັນງ່າຍກວ່າ ໃມ້ໃຫມ່ໆ ບໍ່ມີດອກ​ໄມ້ເກົ່າ.”

ມີ​ການຕັດໄປຢູ່ເຂດປ່າສງວນແຫ່ງຊາຕເປຽນ ແຕ່ ເມື່ອມີການທັກທ້ວງການຂຶ້ນມາ ກໍມີການອ້າງວ່າ ເປັນໄມ້ແລວນ້ຳ.

ຊາວ​ແຂວງອັດຕະປື ຜູ້ທີ່ຮູ້ເຫດການທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ກ​ານຕັດໄມ້ແລວນ້ຳ ດຽວນີ້ ມແຮງ ຢູ່ເຂດບໍລິເວນເຂື່ອນເຊປຽນ ເຊນ້ຳນ້ອຍ ແຕກຫັ້ນ ກະບໍ່ແມ່ນດອກ ຕັດມົ້ວກັນຫັ້ນແຫຼະ ໄມ້ແລວນ້ຳມີການຕັດຫຼາຍຄັ້ງແລ້ວ ແບບອ້າງວ່າ ຄືໄມ້ແລວທາງອິຫຍັງຫັ້ນແຫຼະ ແບບໄມ້ທາງແລວໄຟ ລະກະຕັດທາງໄປເລີຍ.”

ຊາວ​ແຂວງອັດຕະປື ທ່ານນີ້ ກ່າວຕື່ມອີກວ່າ:

“ໄມ້​ແລວນ້ຳຂັ້ນນ້ຳມາລະມັນຊິຖິ້ມຊື່ໆ ຄວາມໝາຍເພິ່ນຫັ້ນນ່າ ເຂົາເນີໄປຕັດມົ້ວກັນອີກເຂດເມືອງນາມໄຊ 97,000 ແມັດກ້ອນ ທາງການອະນຸມັດໃໝ່.”

ຣົ​ໄມ້ທີ່ແກ່ໄມ້ອອກຈາກນາມ​ 2 ຢູ່ ເມືອງນາມໄຊ ແຂວງອັດຕະປື ທີ່ບັນທຸກນ້ຳໜັກເກີນ ເຮັດໃຫ້ຂົວຫ້ວຍກັນຈານ ຢູ່ບ້ານມິດສຳພັນຂ້າມໄປຫາ ບ້ານຫາດຍາວ ເມືອງນາມໄຊ ຫັກ ຍ້ອນຣົແກ່ໄມ້ເກີດນາດ ໃນວັນທີ 20 ມານີ 2023 ທີ່ຜ່ານມາ ອີງຕາມຂໍ້ມູນຈາກແຂວງອັດຕະປື.

ເພ​ຂ່າວທີ່ຊື່ວ່າ ອັດຕະປືອອນລາຍນ໌ ໄດ້ຣາຍງານ ໃນວັນທີ 22 ມີນາ ໂດຍ ອ້າງຄຳເວົ້າຂອງ ທ່ານ ບົວໄຂ ຊາພູທອນ ຫົວໜ້າໂຄງການເສັ້ນທາງ 18A ແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື ວ່າ “ການ​ຂົນສົ່ງໄມ້ ອອກຈາກນາມສອງ ເຂົ້າໂຮງງານ ໂດຍແມ່ນໄມ້ທ່ອນ ທີ່ໄດ້ຮັບອະນຸຍາດຂຸດຄົ້ນຈາກເຂດແລວນ້ຳ ທີ່ໄດ້ຮັບຜົກະທົບຈາກສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເຊິ່ງມີບໍລິມາດຂົນສົ່ງໄມ້ທ່ອນທັງໝົດ 94,000 ແມັດກ້ອນ ໃນນັ້ນ ມີໄມ້ຈາກເມືອງນາມໄຊ 97,000 ແມັດກ້ອນ.”

ທ່ານ ບົວ​ໄຂ ຍັງກ່າວວ່າ:

ໄມ້ທ່ອນອອກຈາກສະໜາມ 2 ເຂົ້າໂຮງງານ ໂດຍແມ່ນໄມ້ທ່ອນທີ່ຮັບການອະນຸຍາດ ຂຸດຄົ້ນຈາກເຂດແລວນໍ້າທີ່ຮັບຜົນກະທົບ ຈາກເຂືອນເຊປຽນ-ເຊນໍ້ານ້ອຍ ແຕກໃນຄັ້ງວັນທີ 23 ເດືອນ ກໍຣະກະດາ ປີ 2018 ທີ່ຜ່ານມາ.”

ແຂວງ​ອັດຕະປື ໄດ້ອອກໂຄ່ຕ້າ ອະນຸຍາດໃຫ້ຫົວໜ່ວຍທຸຣະກິຈ 15 ຫົວໜ່ວຍ ຕັດໄມ້ປະມານ 100,000 ແມັດກ້ອນ. ບຸກຄົນທີ່ໄກ້ຊິດກັບເຈົ້າໜ້າທີ່ ແຂວງອັດຕະປື ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ຫົວໜ່ວຍທຸຣະກິໃດ ໂດຍສະເພາະໂຮງເລື່ອຍ ແລະ ບໍຣິສັດ ທີ່ຈ່າຍເງິນໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງອັດຕະປື ກໍຈະໄດ້ໂຄ່ຕ້າຕັດໄມ້ໂລດ

ການ​ອະນຸຍາດໃຫ້ມີການຕັດໄມ້ ຢູ່ແຂວງອັດຕະປື ໄດ້ມີຂຶ້ນນັບແຕ່ເດືອນພຶຈິກາ 2022 ທີ່ຜ່ານມາ ຫຼັງຈາກທີ່ ມີຜ່ອນຜັນຄຳສັ່ງເລກທີ 15 ວ່າດ້ວຍ ການເພີ່ມທະວີ ຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະ ທຸຣະກິໄມ້  ໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກຣັມົນຣີ ໃນເວລານັ້ນ ເປັນຜູ້ອອກຄຳສັ່ງດັ່ງກ່າວ

ບຸກ​ຄົນທີ່ໃກ້ຊິດເຈົ້າໜ້າທີ່ ແຂວງອັດຕະປື ໄດ້ກ່າວວ່າ ການຕັດໄມ້ ມີ 3 ຈຸດ ຄື ຢູ່ ເຂດເຂື່ອນນ້ຳກົງ ເມືອງພູວົງ, ເຂື່ອນເຊກະໝານ ເມືອງຊານໄຊ, ແລະ ຢູ່ ເຂດເມືອງນາມໄຊ. ມີການບຸກເບີກເສັ້ນທາງເຂົ້າໄປ ເພື່ອໃຫ້ຣົສາມາດແກ່ໄມ້ອອກມາຈາກ ນາມນຶ່ງ ແລະ ສນາມສອງ ເຊິ່ງເຣີ່ມຕັດມາແຕ່ເດືອນຕຸລາ 2022 ເປັນຕົ້ນມາ. ມີ​ການ​ຕັດ​ໄມ້ຢູ່​ບ່ອນ​ອື່ນ​ເຂົ້າມາປົນໃສ່ ກັບໄມ້ທີ່ຕັດຢູ່ເຂດສັມປະທານ. ເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ:

“ລະ​ບົບການຕັດໄມ້ເຂົາເຮັດຈັ່ງຊີ້ ໄມ້ເຂື່ອນຢູ່ດອກ ຫາກເຂົາໄປຕັດຢູ່ບ່ອນອື່ນພຸ້ນ ມັນເປັນແນວນັ້ນດອກ ບ້ານເຮົາ ມັນໄປໝາຍຕົ້ນໝາຍຕໍກະຄືເກົ່າຫັ້ນລະ ເຂົາກະໄປຕັດຢູ່ບ່ອນອື່ນພຸ້ນ ແນວພະນັກງານຕິດຕາມເຂົາກະໄປເອົາເງິນຢູ່ຫັ້ນອີກ.”

ເຈົ້າ​ໜ້າທີ່ກ່ຽວຂ້ອງທ່ານນີ້ ກ່າວວ່າ:

ພວກທີ່ໄດ້ຮັບສັມປະທານຕັດໄມ້ ຂໍພຽງແຕ່ໄດ້ໃບອະນຸຍາດສັມປະທານ ຕັດໄມ້ຈາກຣັບານ ເຖິງວ່າ ໄມ້ຢູ່ເຂດສັມປະທານບໍ່ມີກໍຕາມ ເຂົາເຈົ້າຈະໄປຕັດບ່ອນອື່ນແລ້ວ ແກ່ເຂົ້າມາ.”

ເຖິງ​ຢ່າງໃດກໍຕາມ, ທ່ານ ເລັດ ໄຊຍະພອນ ເຈົ້າຂອງອັດຕະປື ກໍບໍ່ຕິດເສດວ່າ ບໍ່ມີກາອະນຸມັດຕັດໄມ້. ທີ່ຜ່ານມາ ທ່ານ ໄດ້ກ່າວຕໍ່ວິທຍຸ ເຊັຽເສຣີ ວ່າ:

“ອັນ​ນີ້ແມ່ນຂໍ້ມູນປອມ ພວກຄົນບໍ່ດີ ເຂົາຫາເຣື່ອງ.”

ການ​ຂຶ້ນແຜນເຮັດໂຄງການເພື່ອເປັນຂໍ້ອ້າງໃນການຕັດໄມ້ ຢູ່ແຂວງອັດຕະປື ຍັງຄົງເກີດຂຶ້ນ ຢ່າງຕໍ່ເນື່ອງ. ສະ​ເພາະ​ຢູ່​ເມືອງ​ສ​ນາມ​ໄຊ, ບຸກ​ຄົນ​ທີ່​ໃກ້​ຊິດ​ເຈົ້າ​ໜ້າ​ທີ່ ​ແຂວງ​ອັດ​ຕະ​ປື ໄດ້ກ່າວວ່າ: ທາງການແຂວງອັດຕະປື ອະນຸຍາດໃຫ້ບໍຣິສັດ ບໍຣິສັດ ເອກຊົນ ເຂົ້າມາຕັດໄດ້ ຢູ່ເຂດເມືງນາມໄຊ ແຂວງອັດຕະປື ໂດຍຕັ້ງໂຄງການ ພັດທະນານິເວດ ກະສິກັມ ທັນສໄມຄົບວົງຈອນ ແລະ ເຂດປູກປ່າໄມ້ ເປັນສິນຄ້າ ໃນເນື້ອທີ່ປະມານ 1,500 ເຮັກຕ້າຣ໌, ແຕ່ໃນຄວາມເປັນຈິກໍເປັນພຽງແຕ່ຂຶ້ນແຜນ ເພື່ອເຂົ້າມາຕັດໄມ້ອອກໄປຂາຍເທົ່ານັ້ນ ແລະ ປຊາຊົນຍັງບໍ່ເຊື່ອວ່າ ໂຄງການດັ່ງກ່າວຈະເກີດຂຶ້ນ ຫຼືບໍ່ ຫຼັງຈາກທີ່ມີການຕັດໄມ້ອອກໝົດແລ້ວ.

ຜ​ແນກກະສິກັມ ແລະ ປ່າໄມ້ ແຂວງອັຕະປື ໄດ້ຂຽນໃບເນີ ເຖິງກະຊວງກະສິກັມ ແລະ ປ່າໄມ້ ໃນວັນທີ 18 ກໍຣະກະດາ 2022 ເພື່ອໃຫ້ຮັບຮອງເອົາ ບໍຣິສັດ ອິນທະວົງ ການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເຂົ້າເກັບກູ້ທ້ອນໂຮມ ໄມ້ຢູ່ໃນເຂດສັມປະທານ ໂຄງການພັດທະນານິເວດ ກະສິກັມ ທັນສໄມ ຄົບວົງຈອນ ແລະ ເຂດປູກໄມ້ເປັນສິນຄ້າ ໃນເນື້ອທີ່ປະມານ 1,500 ເຮັກຕ້າຣ໌

ຕໍ່​ມາ ກະ​ຊວງກະສິກັມ ແລະ ປ່າໄມ້ ໄດ້ອອກແຈ້ງການເຖິງ ຫົວໜ້າຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ໃນວັນທີ 19 ກໍຣະກະດາ 2022 ທີ່ຜ່ານມາ. ແຈ້ງການໄດ້ລະບຸວ່າ: ໃຫ້ແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ອອກອະນຸຍາດ ໃຫ້ບໍຣິສັດ ອິນທະວົງ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເພື່ອດຳເນີນການຂຸດຄົ້ນໄມ້ ຈຳນວນເກືອບ 80,000 ຕົ້ນ ເທົ່າກັບ ບໍລິມາດ 38,000 ແມັດກ້ອນ ອອກຈາກເຂດສັມ ປະທານຂອງໂຄງການພັດທະນານິເວດກະສິກັມ ທັນສໄມ ຄົບວົງຈອນ ແລະ ເຂດພັນາໂຄງການປູກໄມ້ເປັນສິນຄ້າ ໃນເນື້ອທີ່ 1,500 ເຮັກຕ້າຣ໌ ຢູ່ ເມືອງນາມໄຊ ແຂວງອັດຕະປື.

ແຈ້ງ​ການຍັງໄດ້ລະບຸອີກວ່າ: ໃຫ້ຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ເປັນເຈົ້າການ ແລະ ນຳເນີ ຄະນະນຳແຂວງ ແລະ ແຕ່ງຕັ້ງ ຄະນະຮັບຜິດຊອບ ຄຸ້ມຄອງການຂຸດຄົ້ນໄມ້ ຢູ່ເຂດສັມປະທານຂອງໂຄງການພັດທະນາລະບົບສິເວດ ກະສິກັມທັນໄມ ຄົບວົງຈອນ ແລະ ເຂດພັດທະນາ ໂຄງການປູກໄມ້ເປັນສິນຄ້າ ໃນເນື້ທີ່ 1,500 ເຮັກຕ້າຣ໌ ຢູ່ ເມືອງນາມໄຊ ແຂວງອັດຕະປື.

ເພື່ອ​ເຮັດໜ້າທີ່ຄຸ້ມຄອງ, ຕິດຕາມ ແລະ ກວດກາ ໃຫ້ຖືກຕ້ອງຕາມລະບຽບການ, ຮັບປະກັນ ແລະ ຫຼີກເວັ້ນ ບໍ່ໃຫ່ມີການສວຍໂອກາດ ລັກລອບຂຸດຄົ້ນໄມ້, ເກັບກູ້ ແລະ ທ້ອນໂຮມໄມ້ຈາກບ່ອນອື່ນມາຕື່ມໃສ່ ແລະ ຂຸດຄົ້ນນອກເຂດ ໄດ້ຮັບອະນຸຍາດ ຢ່າງເດັດຂາດ ອີງຕາມແຈ້ງການ.

ນອກ​ຈາກນີ້ ຍັງມີ ຫົວໜ່ວຍທຸຣະກິຈ ລວມທັງໂຮງເຮື່ອຍ ແລະ ບໍຣິສັດ ທີ່ໄດ້ຮັບໂຄ່ຕ້າ ຫຼື ໃບອະນຸຍາດຕັດໄມ້ ເຊິ່ງລວມກັນທັງໝົດແລ້ວ ແຂວງອັດຕະປື ໄດ້ອະນຸຍາດໃຫ້ຕັດໄມ້ປະມານ 100,000 ແມັດກ້ອນ ອີງຕາມບຸກຄົນທີ່ໃກ້ຊິດ ເຈົ້າໜ້າທີ່ລະດັບສູງ ແຂວງອັດຕະປື.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.