ຣັຖ ໃຫ້ເອກກະຊົນ ຕັດໄມ້ຢູ່ປ່າ ສງວນແຫ່ງຊາດ

ອຸ່ນແກ້ວ
2023.02.28
ຣັຖ ໃຫ້ເອກກະຊົນ ຕັດໄມ້ຢູ່ປ່າ ສງວນແຫ່ງຊາດ ໄມ້ທີ່ຕັດໄວ້ ນັບແຕ່ເດືອນ ພືສຈິກາ 2022 ຢູ່ ປ່າສງວນເຊປຽນ ເຊນ້ຳນ້ອຍ.
ນັກຂ່າວ ພົລເມືອງ

ມີ​ການເຂົ້າໄປຕັດໄມ້ ຢູ່ເຂດປ່າສງວນເຊປຽນເຊນ້ຳຊ້ອງ ຢູ່ເມືອງນາມໄຊ ແຂວງອັດປື ໂດຍ ອຳນາດການປົກຄອງ ໃຫ້ສຳສັມປະທານ ເຮັດໂຄງການກະສິກັມ 1,500 ເຮັກຕ້າຣ໌, ແຕ່ວ່າ ບໍຣິສັດ ໄດ້ເຂົ້າຕັດຕົ້ນໄມ້ນາດໃຫຍ່ ເພື່ອເອົາໄມ້ໄປຂາຍ.

ເຈົ້າ​ໜ້າທີ່ກ່ຽວຂ້ອງ ທ່ານ ນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ຕໍ່ເອເຊັຽເສຣີ ໃນວັນທີ 24 ກຸມພາວ່າ:

“ໄມ້ແມ່ນ​ຕັດອອກຈາກປ່າສງວນເຊປຽນ ເຊນ້ຳນ້ອຍ ຢູ່ເຂດເມືອງນາມໄຊ ແຂວງອັດຕະປື ເຊິ່ງເປັນໄມ້ທີ່ຕັດອອກຈາກເນື້ອທີ່ສັມປະທານທີ່ດິນ 1,500 ເຮັກຕ້າ ຂອງບໍຣິສັດ ຈີນທີ່ໄດ້ສັມປະທານປູກພືດກະສິກັມ.”

ເຈົ້າ​ໜ້າທີ່ກ່ຽວຂ້ອງ ທ່ານນີ້ ກ່າວຕື່ມອີກວ່າ:

“ປັດ​ຈຸບັນຈຳນວນໄມ້ດັ່ງກ່າວ ໄດ້ຕັດອອກໄປແລ້ວປະມານ 38,000 ແມັດກ້ອນ ຢູ່ເຂດປ່າສງວນເຊປ່ຽນເຊນ້ຳນ້ອຍ ແຕ່ ຍັງມີການດຳເນີການຕັດໄມ້ ຕໍ່ໄປອີກ ແລະ ບໍ່ມີກຳນົດວ່າ ຈະຢຸດເຊົາຕັດເມື່ອໃດ.”

ຮູບ​ພາບທີ່ເອເຊັຽເສຣີ ໄດ້ມາ ສະແດງໃຫ້ເຫັນໄມ້ທ່ອນນາດໃຫຍ່ ຢ່າງໜ້ອຍ 2 ຫຼື 3 ຄົນ ຂຶ້ນໄປ ຈຶ່ງສາມາດກອດຫຸ້ມ ໃນນະທີ່ ຕົ້ມໄມ້ບາງຕົ້ນທີ່ຖືກຕັດລົງມາ ກໍມີນາດໃຫຍ່ທີ່ມີໜ້າຕັດ ຫຼື ເສັ້ນຜ່າສູນກາງເກືອບ 2 ແມັດ.

ປັດ​ຈຸບັນ ມີການຕັດໄມ້ກັນເປັນບໍລິເວນວ້າງ ຢູ່ເຂດປ່າສງວນເຊປ່ຽນເຊນ້ຳນ້ອຍ ເພື່ອບຸກເບີກທີ່ດິນເຮັດສວນມັນຕົ້ນ, ໂຄງການກະສິກັມສະອາດ, ແລະ ການປູກກ້ວຍ.

ບຸກ​ຄົນທີ່ໃກ້ຊິດ ເຈົ້າໜ້າທີ່ລະດັບສູງແຂວງອັຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ກຸມພາ ວ່າ: “ມີຫຼາຍໂຄງການສັມປະທານ ບໍຣິສັດ ໄດ້ສຳປະທານ ຜູ້ລະ 5,000 ເຮັກຕ້າ, 10,000 ເຮັກຕ້າຣ໌ ຈັ່ງຊີ້ນ່າ ຈົນ​​ໝົດລະດິນປ່າສງວນ ເຂດເມືອງນາມໄຊ ແຂວງອັຕະປື ແຕ່ວ່າ ເຂດປ່າສງວນເປຊຽນ ເຊນ້ຳນ້ອຍ ເບື້ອງແຂວງຈຳປາສັກ ບໍ່ມີການຕັດໄມ້.”

ບຸກ​ຄົນທີ່ໃກ້ຊິດເຈົ້າໜ້າທີ່ ລະດັບສູງແຂວງອັຕະປື ທ່ານນີ້ ຍັງກ່າວຕື່ມວ່າ:

“ບາງ​ກໍລະນີ ກໍມີປະຊາຊົນເຂົ້າໄປບຸກເບີທີ່ດິນ ແລ້ວຂາຍໃຫ້ບໍຣິສັດຈີນ ໃນລາຄາເຮັກຕ້ານຶ່ງ 30 ລ້ານກີບ ເພື່ອເຂົ້າມາປູກກ້ວຍ ແລະ ໝາກຖົ່ວລຽນ ຫຼັງຈາກນັ້ນ ທີ່ດິນກໍເປັນຂອງນັກລົງທຶນຈີນເລີຍ.”

ປັດ​ຈຸບັນນີ້ ມີການຕັດໄມ້ເປັນຈຳນວນຫຼາຍຢູ່ ແຂວງອັຕະປື ຢູ່ເຂດປ່າສງວນເຊປຽນ ເຊນ້ຳນ້ອຍ ແລະ ໄມ້ຈະຖືກຕັດລົງໝົດ ໃນອະນາຄົດ ອີງຕາມຂໍ້ມູນຈາກບຸກຄົນໃກ້ຊິດ ເຈົ້າໜ້າທີ່ລະດັບສູງ ແຂວງອັຕະປື.  

ໃນ​ທ້າຍປີ 2022 ທີ່ຜ່ານມາ ແຂວງອັດຕະປື ໄດ້ອອກໂຄ່ຕ້າ ອະນຸຍາດໃຫ້ຫົວໜ່ວຍທຸຣະກິຈ 15 ຫົວໜ່ວຍ ຕັດໄມ້ປະມານ 100,000 ແມັດກ້ອນ.  

ບຸກ​ຄົນທີ່ໃກ້ຊິດ ກັບເຈົ້າໜ້າທີ່ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

“ຫົວ​ໜ່ວຍທຸຣະກິໃດ ໂດຍສະເພາະໂຮງເລື່ອຍ ແລະ ບໍຣິສັດ ທີ່ຈ່າຍເງິນໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງແຂວງອັດຕະປື ກໍຈະໄດ້ໂຄ່ຕ້າຕັດໄມ້ທັນທີ.” 

ການ​ອະນຸຍາດໃຫ້ມີການຕັດໄມ້ ຢູ່ແຂວງອັດຕະປື ໄດ້ມີຂຶ້ນນັບແຕ່ເດືອນພຶຈິກາ 2022 ທີ່ຜ່ານມາ ຫຼັງຈາກທີ່ ມີຜ່ອນຜັນຄຳສັ່ງເລກທີ 15 ວ່າດ້ວຍ ການເພີ່ມທະວີ ຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະ ທຸຣະກິໄມ້  ໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກຣັມົນຣີ ໃນເວລານັ້ນ ເປັນຜູ້ອອກຄຳສັ່ງດັ່ງກ່າວ

ບຸກ​ຄົນທີ່ໃກ້ຊິດເຈົ້າໜ້າທີ່ ແຂວງອັດຕະປື ໄດ້ກ່າວວ່າ ການຕັດໄມ້ ມີ 3 ຈຸດ ຄື ຢູ່ ເຂດເຂື່ອນນ້ຳກົງ ເມືອງພູວົງ, ເຂື່ອນເຊກະໝານ ເມືອງຊານໄຊ, ແລະ ຢູ່ ເຂດເມືອງນາມໄຊ.

ການ​ຕັດໄມ້ຢູ່ຕາສັນພູ ກວມເອົາບໍຣິເວລາກວ້າງ ໃນເນື້ອທີ່ຫຼາຍກິໂລແມັດມົນ​ທົນ. ຊາວບ້ານແຂວງອັດຕະປື ຜູ້ທີ່ພົບເຫັນການຕັດໄມ້ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

“ມີ​ການຕັດໄມ້ຢູ່ເຂດປ່າສງວນເຊປຽນ ເຊນ້ຳນ້ອຍ ເປັນບໍລິເວນກວ້າງ ພໍພຽງແຕ່ຈຸດໃດມີໄມ້ ກໍມີການເຂົ້າໄປຕັດໝົດ.”

ມີ​ການບຸກເບີກເສັ້ນທາງເຂົ້າໄປ ເພື່ອໃຫ້ຣົສາມາດແກ່ໄມ້ອອກມາຈາກນາມນຶ່ງ ແລະ ສນາມສອງ.

ຊາວ​ບ້ານແຂວງອັຕະປື ທ່ານນີ້ ໄດ້ກ່າວວ່າ:

“ໄມ້​ຢືນຕົ້ນເຂົາກະຕັດ ໄມ້ນອນຂອນຕາຍວ່າແຕ່ພໍ້ເຂົາກະຕັດໝົດ ຕັດໃຫ້ໝົດວ່າຊັ້ນຊະ ເຂດນີ້ແຫຼະເມືອງນາມໄຊ ມີແຕ່ເຂດດຽວນີ້ແຫຼະ ມັນຕັດຢູ່ເຂດໜອງຫີນ ຢູ່ເຂດບ້ານໄຊດອນໂຂງ ເຂດບ້ານໜອງມ່ວງ ມັນຂຶ້ນກັບເມືອງນາມໄຊໝົດ.”

ມີ​ການ​ຕັດ​ໄມ້ຢູ່​ບ່ອນ​ອື່ນ ​ເຂົ້າ​ມາປົນໃສ່ກັບໄມ້ທີ່ຕັດຢູ່ເຂດສຳປະທານ. ເຈົ້າໜ້າທີ່ກ່ຽວຂ້ອງໄດ້ກ່າວຕໍ່ເອເຊັຽເສຣີວ່າ:

ລະບົບການຕັດໄມ້ ເຂົາເຮັດຈັ່ງຊີ້ ຫາກເຂົາໄປຕັດຢູ່ບ່ອນອື່ນພຸ້ນ ມັນເປັນແນວນັ້ນດອກ ບ້ານເຮົາ ມັນ ໄປໝາຍຕົ້ນ ໝາຍຕໍກະຄືເກົ່າຫັ້ນລະ ເຂົາກະໄປຕັດຢູ່ບ່ອນອື່ນພຸ້ນ ແນວພະນັກງານຕິດຕາມເຂົາກະໄປເອົາເງິນຢູ່ຫັ້ນອີກ.”

ເຈົ້າ​ໜ້າທີ່ກ່ຽວຂ້ອງທ່ານນີ້ ກ່າວວ່າ:

“ພວກ​ທີ່ໄດ້ຮັບສຳປະທານຕັດໄມ້ ຂໍພຽງແຕ່ໄດ້ໃບອະນຸຍາດສັມປະທານ ຕັດໄມ້ຈາກຣັບານ ເຖິງວ່າ ໄມ້ຢູ່ເຂດສຳປະທານບໍ່ມີກໍຕາມ ເຂົາເຈົ້າຈະໄປຕັດບ່ອນອື່ນ ແລ້ວແກ່ເຂົ້າມາ.”

ເຖິງ​ຢ່າງໃດກໍຕາມ, ທ່ານ ເລັດ ໄຊຍະພອນ ເຈົ້າຂອງອັດຕະປື ກໍບໍ່ຕິດເສດວ່າ ບໍ່ມີກາອະນຸມັດຕັດໄມ້. ດັ່ງທ່ານ ໄດ້ກ່າວຕໍ່ເຊັຽເສຣີ ໃນວັນທີ 31 ມົກຣາ ວ່າ:

“ອັນ​ນີ້ແມ່ນຂໍ້ມູນປອມ ພວກຄົນບໍ່ດີເຂົາຫາເຣື່ອງ.”

ການ​ຂຶ້ນແຜນເຮັດໂຄງການ ເພື່ອເປັນຂໍ້ອ້າງໃນການຕັດໄມ້ ຢູ່ແຂວງອັດຕະປື ຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ.

ສະ​ເພາະ​ຢູ່​ເມືອງ​ສ​ນາມ​ໄຊ, ບຸກ​ຄົນ​ທີ່​ໃກ້​ຊິດ​ເຈົ້າ​ໜ້າ​ທີ່ ​ລະດັສູງແຂວງ​ອັດ​ຕະ​ປື ໄດ້ກ່າວວ່າ: ທາງການແຂວງອັດຕະປື ອະນຸຍາດໃຫ້ບໍຣິສັດ ເອກຊົນ ເຂົ້າມາຕັດໄດ້ ຢູ່ເຂດເມືງນາມໄຊ ແຂວງອັດຕະປື ໂດຍຕັ້ງໂຄງການພັນາ ນິເວດກິສິກັມທັນມັຍຄົບວົງຈອນ ແລະ ເຂດປູກປ່າໄມ້ເປັນສິນຄ້າ ໃນເນື້ອທີ່ປະມານ 1,500 ເຮັກຕ້າ.

ແຕ່​ໃນຄວາມເປັນຈິກໍເປັນພຽງແຕ່ຂຶ້ນແຜນ ເພື່ອເຂົ້າມາຕັດໄມ້ອອກໄປຂາຍເທົ່ານັ້ນ ແລະ ປຊາຊົນຍັງບໍ່ເຊື່ອວ່າ ໂຄງການດັ່ງກ່າວຈະເກີດຂຶ້ນຫຼືບໍ່ ຫຼັງຈາກທີ່ມີການຕັດໄມ້ອອກໝົດແລ້ວ.

ຜ​ແນກກະສິກັມ ແລະ ປ່າໄມ້ ແຂວງອັຕະປື ໄດ້ຂຽນບົດເນີ ເຖິງກະຊວງກະສິກັມ ແລະ ປ່າໄມ້ ໃນວັນທີ 18 ກໍຣະກະດາ 2022 ເພື່ອໃຫ້ຮັບຮອງເອົາ ບໍຣິສັດ ອິນທະວົງ ການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເຂົ້າເກັບກູ້ທ້ອນໂຮມ ໄມ້ຢູ່ໃນເຂດສັມປະທານ ໂຄງການພັນານິເວດກະສິກັມ ທັນສໄມ ຄົບວົງຈອນ ແລະ ເຂດປູກໄມ້ເປັນສິນຄ້າ ໃນເນື້ອທີ່ປະມານ 1,500 ເຮັກຕ້າຣ໌

Photo-1.png

ຕໍ່​ມາ ກະ​ຊວງກະສິກັມ ແລະ ປ່າໄມ້ ໄດ້ອອກແຈ້ງການເຖິງຫົວໜ້າ ຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ໃນວັນທີ 19 ກໍຣະກະດາ 2022 ທີ່ຜ່ານມາ.

ແຈ້ງ​ການໄດ້ລະບຸວ່າ: ໃຫ້ແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ອອກອະນຸຍາດ ໃຫ້ບໍຣິສັດ ອິນທະວົງ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເພື່ອດຳເນີນການຂຸດຄົ້ນໄມ້ ຈຳນວນເກືອບ 80,000 ຕົ້ນ ເທົ່າກັບ ບໍລິມາດ 38,000 ແມັດກ້ອນ ອອກຈາກເຂດສັມປະທານ ຂອງໂຄງການພັນານິເວດກິສິກັມ ທັນສໄມ ຄົບວົງຈອນ ແລະ ເຂດພັນາໂຄງການປູກໄມ້ເປັນສິນຄ້າ ໃນເນື້ອທີ່ 1,500 ເຮັກຕ້າຣ໌ ຢູ່ ເມືອງນາມໄຊ ແຂວງອັດຕະປື.

ແຈ້ງ​ການໄດ້ລະບຸອີກວ່າ: ໃຫ້ຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ເປັນເຈົ້າການ ແລະ ນຳເນີ ຄະນະນຳແຂວງ ແລະ ແຕ່ງຕັ້ງ ຄະນະຮັບຜິດຊອບ ຄຸ້ມຄອງການຂຸດຄົ້ນໄມ້ ຢູ່ເຂດສຳປະທານຂອງໂຄງການພັນາລະບົບສິເວດ ກະສິກັມທັນໄມຄົບວົງຈອນ ແລະ ເຂດພັນາໂຄງການປູກໄມ້ ເປັນສິນຄ້າ ໃນເນື້ທີ່ 1,500 ເຮັກຕ້າຣ໌ ຢູ່ ເມືອງນາມໄຊ ແຂວງອັດຕະປື.

ເພື່ອ​ເຮັດໜ້າທີ່ຄຸ້ມຄອງ, ຕິດຕາມ ແລະ ກວດກາ ໃຫ້ຖືກຕ້ອງຕາມລະບຽບການ, ຮັບປະກັນ ແລະ ຫຼີກເວັ້ນ ບໍ່ໃຫ່ມີການສວຍໂອກາດ ລັກລອບຂຸດຄົ້ນໄມ້, ເກັບກູ້ ແລະ ທ້ອນໂຮມໄມ້ຈາກບ່ອນອື່ນມາຕື່ມໃສ່ ແລະ ຂຸດຄົ້ນນອກເຂດ ໄດ້ຮັບອະນຸຍາດ ຢ່າງເດັດຂາດ ອີງຕາມແຈ້ງການ ດັ່ງກ່າວ.

ນອກ​ຈາກນີ້ ຍັງມີ ຫົວໜ່ວຍທຸຣະກິຈ ລວມທັງໂຮງເຮື່ອຍ ແລະ ບໍຣິສັດ ທີ່ໄດ້ຮັບໂຄ່ຕ້າ ຫຼື ໃບອະນຸຍາດຕັດໄມ້ ເຊິ່ງລວມກັນທັງໝົດແລ້ວ ແຂວງອັດຕະປື ໄດ້ອະນຸຍາດໃຫ້ຕັດໄມ້ປະມານ 100,000 ແມັດກ້ອນ ອີງຕາມບຸກຄົນທີ່ໃກ້ຊິດ ເຈົ້າໜ້າທີ່ລະດັບສູງແຂວງອັດຕະປື.   

ບັນ​ຫາ​ ການ​ລັກ​ລອບ​ສົ່ງ​ໄມ້ ​ອອກ​ໄປ​ຕ່າງ​ປະ​ເທດ ຢູ່​ແຂວງ​ອັດ​ຕະ​ປື ທີ່​ຜ່ານ​ມາ.

ໃນ​ປີ 2017, ຣັຖບານ ສັ່ງຈັບ-ຍຶດ ຣົຖໄມ້ເຖື່ອນ 27 ຄັນ ຢູ່ດ່ານຊາຍແດນ ພູເກືອ ເມືອງພູວົງ ແຂວງອັດຕະປື ໃນຂະນະທີ່ ຣົຖໄມ້ດັ່ງກ່າວ ກຳລັງຈະອອກໄປ ປະເທດວຽດນາມ.

ອີງ​ຕາມຂໍ້ມູນຈາກແຂວງອັດຕະປື ໄດ້ພົບວ່າ, ຣົໄມ້ 27 ຄັນ ທີ່ຖືກຢຶດໄດ້ໃນເວລານັ້ນ ເປັນຂອງຄອບຄົວອາດີດເຈົ້າໜ້າທີ່ຣະດັບສູງແຂວງອັດ​ຕະ​ປື.

ຣົຖໄມ້ 27 ຄັນ ຖືກກັກ ແລະ ຢຶດ ໄວ້ໃນຊ່ວງເດືອນພຶສພາ 2017 ຢູ່ດ່ານພູເກືອ ແຂວງອັດຕະປື ຕິດກັບຊາຍແດນວຽດນາມ ແລະຕໍ່ມາໃນເດືອນ ມິຖຸນາ ຣັຖບານໄດ້ມີຄຳສັ່ງໃຫ້ ຍຶດຣົຖໄມ້ທັງຫມົດນັ້ນໄວ້ ຍ້ອນເຫັນວ່າ ບໍ່ຖືກຕ້ອງຕາມກົດໝາຍ.

ຣົຖໄມ້ 27 ຄັນນັ້ນເປັນຂອງຄົນ ໃນຄອບຄົວຂອງຂອງອາດີດເຈົ້າໜ້າທີ່ຣະດັບສູງຂອງແຂວງອັດຕະປື ນອກຈາກນີ້ ຍັງມີ ພະນັກງານ ທີ່ກ່ຽວຂ້ອງ ຂອງແຂວງ ອີກຫລາຍຄົນທີ່ໄປພົວພັນເລື້ອງນີ້ ແລະ ພະນັກງານເຫລົ່ານັ້ນ ກໍຖືກສັ່ງໃຫ້ຢຸດເຊົາ ການປະຕິບັດໜ້າທີ່.

ນອກຈາກນີ້, ໃນວັນທີ 24 ມົກຣາ 2020, ເຈົ້າໜ້າທີ່ ດ່ານສາກົນ ພູເກືອ ແຂວງ ອັດຕະປື ຍຶດຣົຖໄມ້ 7 ຄັນ ທີ່ກຳລັງ ຈະສົ່ງໄມ້ ອອກໄປ ປະເທດ ວຽດນາມ.

ໄມ້ທີ່ຍຶດໄດ້ເປັນ ໄມ້ແຕ້ ແລະ ໄມ້ແດງ ທີ່ຂົນໄປຈາກ ໂຮງເລື່ອຍຫລັກ 16 ຢູ່ເມືອງໄຊເສດຖາ ແລະ ເຈົ້າໜ້າທີ່ ກັກໄວ້ຢູ່ດ່ານ ແລະ ນຳເອົາຣົຖໄມ້ ລົງມາໄວ້ຢູ່ໃນກອງກວດກາປ່າໄມ້ ຢູ່ ເທສບານແຂວງອັດຕະປື.

ໄມ້ທີ່ບັນຈຸໄວ້ຢູ່ໃນຣົຖ 7 ຄັນນັ້ນ ເປັນໄມ້ທີ່ຍັງ ບໍ່ທັນມີການແປຮູບ ຫລື ໄມ້ຕັບ ເປັນຂອງຄົນວຽດນາມ ທີ່ກຳລັງຈະສົ່ງໄປ ປະເທດ ວຽດນາມ ແຕ່ຖືກເຈົ້າໜ້າທີ່ ກັກໄວ້ກ່ອນ.

ໃນເບື້ອງຕົ້ນເຈົ້າໜ້າທີ່ດ່ານພູເກືອ ຍຶດຣົຖໄມ້ 14 ຄັນ ແຕ່ໃນນັ້ນມີຣົຖໄມ້ສັກ ຫລັງຈາກກວດສອບແລ້ວ ເຈົ້າໜ້າທີ່ ອະນຸຍາດໃຫ້ເອົາຣົຖຂົນສົ່ງໄມ້ສັກ ອອກໄປວຽດນາມ ແລ້ວຍຶດໄວ້ພຽງແຕ່ 7 ຄັນທີ່ມີໄມ້ແຕ້ ແລະ ໄມ້ແດງ ທີ່ບໍ່ໄດ້ແປຮູບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.