ຣັຖ ໃຫ້ເອກກະຊົນ ຕັດໄມ້ຢູ່ປ່າ ສງວນແຫ່ງຊາດ

ໄມ້ທີ່ຕັດໄວ້ ນັບແຕ່ເດືອນ ພືສຈິກາ 2022 ຢູ່ ປ່າສງວນເຊປຽນ ເຊນ້ຳນ້ອຍ.
ໄມ້ທີ່ຕັດໄວ້ ນັບແຕ່ເດືອນ ພືສຈິກາ 2022 ຢູ່ ປ່າສງວນເຊປຽນ ເຊນ້ຳນ້ອຍ. (ນັກຂ່າວ ພົລເມືອງ)

0:00 / 0:00

ມີ​ການເຂົ້າ​ໄປ​ຕັດ​ໄມ້ ຢູ່​ເຂດ​ປ່າ​ສງວນ​ເຊ​ປຽນ​ ເຊ​ນ້ຳ​ຊ້ອງ ຢູ່​ ເມືອງ​ສ​ນາມ​ໄຊ ແຂວງ​ອັດ​ຕ​ະ​ປື ໂດຍ ອຳ​ນາດ​ການ​ປົກ​ຄອງ ​ໃຫ້ສຳ​ສັມ​ປະ​ທານ ເຮັດ​ໂຄງ​ການ​ກະ​ສິ​ກັມ 1,500 ເຮັກ​ຕ້າຣ໌, ແຕ່ວ່າ ບໍ​ຣິ​ສັດ ໄດ້ເຂົ້າ​ຕັດ​ຕົ້ນ​ໄມ້​ຂ​ນາດ​ໃຫຍ່ ເພື່ອ​ເອົາ​ໄມ້​ໄປ​ຂາຍ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ທ່ານ ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 24 ກຸມ​ພາ​ ວ່າ:

“ໄມ້ແມ່ນ​ຕັດ​ອອກ​ຈາກປ່າ​ສງວນ​ເຊ​ປຽນ ເຊ​ນ້ຳ​ນ້ອຍ ຢູ່​ເຂດ​ເມືອງ​ສ​ນາມ​ໄຊ ແຂວງ​ອັດຕະ​ປື ເຊິ່ງ​ເປັນ​ໄມ້​ທີ່​ຕັດ​ອອກ​ຈາກ​ເນື້ອ​ທີ່​ສັມ​ປະ​ທານ​ທີ່​ດິນ 1,500 ເຮັກ​ຕ້າ ຂອງ​ບໍ​ຣິ​ສັດ ຈີນ​ທີ່​ໄດ້​ສັມ​ປະ​ທານ​ປູກພືດ​ກະ​ສິ​ກັມ.”

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ທ່ານນີ້ ກ່າວ​ຕື່ມ​ອີກວ່າ:

“ປັດ​ຈຸ​ບັນ ​ຈຳ​ນວນ​ໄມ້​ດັ່ງ​ກ່າວ ໄດ້​ຕັດ​ອອກ​ໄປ​ແລ້ວປະ​ມານ 38,000 ແມັດ​ກ້ອນ ຢູ່​ເຂດ​ປ່າ​ສງວນ​ເຊ​ປ່ຽນເຊ​ນ້ຳ​ນ້ອຍ ແຕ່ ຍັງ​ມີ​ການ​ດຳ​ເນີ​ນ​ການ​ຕັດ​ໄມ້ ຕໍ່​ໄປ​ອີກ ແລະ ບໍ່​ມີ​ກຳ​ນົດ​ວ່າ ຈະ​ຢຸດ​ເຊົາ​ຕັດ​ເມື່ອ​ໃດ.”

ຮູບ​ພາບ​ທີ່​ເອ​ເຊັຽ​ເສ​ຣີ ໄດ້​ມາ ສະ​ແດງ​ໃຫ້​ເຫັນ​ໄມ້​ທ່​ອນ​ຂ​ນາດ​ໃຫຍ່ ຢ່າງ​ໜ້ອຍ 2 ຫຼື 3 ຄົນ ຂຶ້ນ​ໄປ ຈຶ່ງ​ສາ​ມາດ​ກອດ​ຫຸ້ມ ໃນ​ຂ​ະ​ນະ​ທີ່ ຕົ້ມ​ໄມ້​ບາງ​ຕົ້ນທີ່​ຖືກ​ຕັດ​ລົງ​ມາ ກໍ​ມີ​ຂ​ນາດ​ໃຫຍ່ທີ່​ມີ​ໜ້າ​ຕັດ ຫຼື ເສັ້ນ​ຜ່າ​ສູນກາງ​ເກືອບ 2 ແມັດ.

ປັດ​ຈຸ​ບັນ ມີ​ການ​ຕັດ​ໄມ້​ ກັນ​ເປັນ​ບໍ​ລິ​ເວນ​ກ​ວ້າງ ຢູ່​ເຂດ​ປ່າ​ສງວນ​ເຊ​ປ່ຽນ​ເຊ​ນ້ຳ​ນ້ອຍ ເພື່ອ​ບຸກ​ເບີກ​ທີ່​ດິນ​ເຮັດ​ສວນ​ມັນ​ຕົ້ນ, ໂຄງ​ການ​ກະ​ສິ​ກັມ​ສະ​ອາດ, ແລະ ການ​ປູ​ກກ້ວຍ.

ບຸກ​ຄົນ​ທີ່​ໃກ້​ຊິດ ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ ແຂວງ​ອັ​ດ​ຕະ​ປື ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 27 ກ​ກຸມ​ພາ ວ່າ: “ມີ​ຫຼາຍ​ໂຄງ​ການ​ສັມ​ປະ​ທານ ບໍ​ຣິ​ສັດ ໄດ້​ສຳ​ປະ​ທານ ຜູ້​ລະ 5,000 ເຮັກ​ຕ້າ, 10,000 ເຮັກ​ຕ້າຣ໌ ຈັ່ງ​ຊີ້​ນ່າ ຈົນ​​ໝົດ​ລະດິນ​ປ່າ​ສງວນ ​ເຂດ​ເມືອງ​ສ​ນາມ​ໄຊ ແຂວງ​ອັ​ດ​ຕະ​ປື ແຕ່​ວ່າ ເຂດ​ປ່າ​ສງວນເປ​ຊຽນ ເຊ​ນ້ຳ​ນ້ອຍ ເບື້ອງ​ແຂວງ​ຈຳ​ປາ​ສັກ ບໍ່​ມີ​ການ​ຕັດ​ໄມ້.”

ບຸກ​ຄົນ​ທີ່​ໃກ້​ຊິດ​ເຈົ້າ​ໜ້າ​ທີ່ ​ລະ​ດັບ​ສູງ​ແຂວງ​ອັ​ດ​ຕະ​ປື ທ່ານນີ້ ຍັງ​ກ່າວ​ຕື່ມ​ວ່າ:

“ບາງ​ກໍ​ລະ​ນີ ກໍ​ມີ​ປະ​ຊາ​ຊົນ​ເຂົ້າ​ໄປ​ບຸກ​ເບີ​ກ​ທີ່​ດິນ ແລ້ວ​ຂາຍ​ໃຫ້​ບໍ​ຣິ​ສັດ​ຈີນ ໃນ​ລາ​ຄາເຮັກ​ຕ້າ​ນຶ່ງ 30 ລ້ານ​ກີບ ເພື່ອ​ເຂົ້າ​ມາ​ປູກ​ກ້ວຍ ແລະ ໝາກ​ຖົ່ວ​ລຽນ ຫຼັງ​ຈາກ​ນັ້ນ ທີ່​ດິນ​ກໍ​ເປັນ​ຂອງ​ນັກ​ລົງ​ທຶນ​ຈີນ​ເລີຍ.”

ປັດ​ຈຸ​ບັນນີ້ ມີ​ການ​ຕັດ​ໄມ້​ເປັນ​ຈຳ​ນວນ​ຫຼາຍຢູ່ ​ແຂວງ​ອັ​ດ​ຕະ​ປື ຢູ່​ເຂດ​ປ່າ​ສງວນເຊ​ປຽນ ເຊ​ນ້ຳ​ນ້ອຍ ແລະ ໄມ້ຈະຖືກ​ຕັດ​ລົງ​ໝົດ ໃນ​ອະ​ນາ​ຄົດ ອີງ​ຕາມ​ຂໍ້​ມູນ​ຈາກ​ບຸກ​ຄົນ​ໃກ້​ຊິດ ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ ແຂວງ​ອັ​ດ​ຕະ​ປື.

ໃນ​ທ້າຍ​ປີ 2022 ທີ່​ຜ່ານ​ມາ ແຂວງ​ອັດ​ຕະ​ປື ໄດ້​ອອກ​ໂຄ່ຕ້າ ອະ​ນຸ​ຍາດໃຫ້ຫົວ​ໜ່ວຍ​ທຸ​ຣະ​ກິຈ 15 ຫົວ​ໜ່ວຍ ຕັດ​ໄມ້ປະ​ມານ 100,000 ແມັດ​ກ້ອນ.

ບຸກ​ຄົນ​ທີ່​ໃກ້​ຊິດ ​ກັບ​ເຈົ້າ​ໜ້າ​ທີ່ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

“ຫົວ​ໜ່ວຍ​ທຸ​ຣະ​ກິ​ຈ​ໃດ ໂດຍ​ສະ​ເພາະໂຮງ​ເລື່ອຍ ແລະ ບໍ​ຣິ​ສັດ ທີ່ຈ່າຍ​ເງິນໃຫ້ເຈົ້າ​ໜ້າ​ທີ່ ​ກ່ຽວ​ຂ້ອງ​ແຂວງ​ອັດ​ຕະ​ປື ກໍ​ຈະໄດ້​ໂຄ່​ຕ້າ​ຕັດ​ໄມ້​ທັນ​ທີ.”

ການ​ອະ​ນຸ​ຍາດ​ໃຫ້​ມີ​ການ​ຕັດ​ໄມ້ ຢູ່​ແຂວງ​ອັດ​ຕະ​ປື ໄດ້ມີ​ຂຶ້ນ​ນັບ​ແຕ່​ເດືອນ​ພຶ​ສ​ຈິ​ກາ 2022 ທີ່​ຜ່ານ​ມາ ຫຼັງ​ຈາກທີ່ ມີ​ຜ່ອນ​ຜັນຄຳ​ສັ່ງ​ເລກ​ທີ 15 ວ່າ​ດ້ວຍ ການ​ເພີ່ມ​ທະ​ວີ ຄວາມ​ເຂັ້ມ​ງວດ ໃນ​ການ​ຄຸ້ມ​ຄອງ ແລະ ກວດ​ກາ​ການ​ຂຸດ​ຄົ້ນ​ໄມ້ ເຄື່ອນ​ຍ້າຍ​ໄມ້ ແລະ ທຸ​ຣະ​ກິ​ຈ​ໄມ້ໂດຍ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໃນ​ເວ​ລາ​ນັ້ນ ເປັນ​ຜູ້ອອກ​ຄຳ​ສັ່ງ​ດັ່ງ​ກ່າວ.

ບຸກ​ຄົນ​ທີ່​ໃກ້​ຊິດ​ເຈົ້າ​ໜ້າ​ທີ່ ​ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ວ່າ ການ​ຕັດໄມ້ ມີ 3 ຈຸດ ຄື ຢູ່ ເຂດ​ເຂື່ອນ​ນ້ຳ​ກົງ ເມືອງ​ພູ​ວົງ, ເຂື່ອນ​ເຊ​ກະ​ໝານ ເມືອງ​ຊານ​ໄຊ, ແລະ ຢູ່ ເຂດ ​ເມືອງ​ສ​ນາມ​ໄຊ.

ການ​ຕັດ​ໄມ້ຢູ່​ຕາ​ມ​ສັນ​ພູ ກວມ​ເອົາ​ບໍ​ຣິ​ເວ​ລາກວ້າງ​ ໃນ​ເນື້ອ​ທີ່​ຫຼາຍ​ກິ​ໂລ​ແມັດມົນ​ທົນ. ຊາວ​ບ້ານແຂວງ​ອັດ​ຕະ​ປື ຜູ້​ທີ່​ພົບ​ເຫັນ​ການ​ຕັດ​ໄມ້ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

“ມີ​ການ​ຕັດ​ໄມ້​ຢູ່​ເຂດ​ປ່າ​ສງວນ​ເຊ​ປຽນ ເຊ​ນ້ຳ​ນ້ອຍ ເປັນ​ບໍ​ລິ​ເວນກວ້າງ ພໍ​ພຽງ​ແຕ່​ຈຸດ​ໃດ​ມີ​ໄມ້ ກໍ​ມີ​ການ​ເຂົ້າ​ໄປ​ຕັດ​ໝົດ.”

ມີ​ການ​ບຸກ​ເບີກ​ເສັ້ນ​ທາງ​ເຂົ້າ​ໄປ ເພື່ອ​ໃຫ້​ຣົ​ຖ​ສາ​ມາດ​ແກ່​ໄມ້​ອອກ​ມາ​ຈາກ​ສ​ນາມ​ນຶ່ງ ແລະ ສ​ນາມສອງ.

ຊາວ​ບ້ານແຂວງ​ອັ​ດ​ຕະ​ປື ທ່ານນີ້ ໄດ້​ກ່າວ​ວ່າ:

“ໄມ້​ຢືນ​ຕົ້ນ​ເຂົາ​ກະ​ຕັດ ໄມ້​ນອນ​ຂອນ​ຕາຍ​ວ່າ​ແຕ່​ພໍ້​ເຂົາ​ກະ​ຕັດ​ໝົດ ຕັດ​ໃຫ້​ໝົດ​ວ່າ​ຊັ້ນ​ຊະ ເຂດນີ້​ແຫຼະ​ເມືອງ​ສ​ນາມ​ໄຊ ມີ​ແຕ່​ເຂດ​ດຽວນີ້​ແຫຼະ ມັນ​ຕັດ​ຢູ່​ເຂດ​ໜອງ​ຫີນ ຢູ່​ເຂດ​ບ້ານ​ໄຊ​ດອນ​ໂຂງ ເຂດ​ບ້ານ​ໜອງ​ມ່ວງ ມັນ​ຂຶ້ນ​ກັບ​ເມືອງ​ສ​ນາມ​ໄຊ​ໝົດ.”

ມີ​ການ​ຕັດ​ໄມ້ຢູ່​ບ່ອນ​ອື່ນ ​ເຂົ້າ​ມາປົນ​ໃສ່ກັບ​ໄມ້​ທີ່​ຕັດ​ຢູ່​ ເຂດ​ສຳ​ປະ​ທານ. ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ​ວ່າ:

“ລະ​ບົບ​ການ​ຕັດ​ໄມ້ ​ເຂົາ​ເຮັດ​ຈັ່ງ​ຊີ້ ຫາກ​ເຂົາ​ໄປ​ຕັດ​ຢູ່​ບ່ອນ​ອື່ນ​ພຸ້ນ ມັນ​ເປັນ​ແນວ​ນັ້ນດອກ ບ້ານ​ເຮົາ ມັນ ໄປ​ໝາຍ​ຕົ້ນ​ ໝາຍ​ຕໍ​ກະ​ຄື​ເກົ່າ​ຫັ້ນ​ລະ ເຂົາ​ກະ​ໄປ​ຕັດ​ຢູ່​ບ່ອນ​ອື່ນ​ພຸ້ນ ແນວ​ພະ​ນັກ​ງານ​ຕິດ​ຕາມ​ເຂົາ​ກະ​ໄປ​ເອົາ​ເງິນ​ຢູ່​ຫັ້ນ​ອີກ.”

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ທ່ານນີ້ ກ່າວ​ວ່າ:

“ພວກ​ທີ່​ໄດ້​ຮັບ​ສຳ​ປະ​ທານ​ຕັດ​ໄມ້ ຂໍ​ພຽງ​ແຕ່​ໄດ້ໃບ​ອະ​ນຸ​ຍາດ​ສັມ​ປະ​ທານ ​ຕັດໄມ້​ຈາກ​ຣັ​ຖ​ບານ ເຖິງວ່າ ໄມ້ຢູ່​ເຂດ​ສຳ​ປະ​ທານບໍ່​ມີ​ກໍ​ຕາມ ເຂົາ​ເຈົ້າ​ຈະໄປ​ຕັດບ່ອນ​ອື່ນ​ ແລ້ວ​ແກ່​ເຂົ້າ​ມາ.”

ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ເລັດ ໄຊ​ຍະ​ພອນ ເຈົ້າ​ຂອງ​ອັດ​ຕະ​ປື ກໍ​ບໍ່​ຕິດ​ເສດ​ວ່າ ບໍ່​ມີ​ກາ​ນ​ອະ​ນຸ​ມັດ​ຕັດ​ໄມ້. ດັ່ງທ່ານ ໄດ້​ກ່າວ​ຕໍ່​ເຊັຽ​ເສ​ຣີ ໃນ​ວັນ​ທີ 31 ມົກ​ຣາ ວ່າ:

“ອັນ​ນີ້​ແມ່ນ​ຂໍ້​ມູນ​ປອມ ພວກ​ຄົນ​ບໍ່​ດີເຂົາ​ຫາ​ເຣື່ອງ.”

ການ​ຂຶ້ນ​ແຜນ​ເຮັດ​ໂຄງ​ການ ​ເພື່ອ​ເປັນ​ຂໍ້​ອ້າງ​ໃນ​ການ​ຕັດ​ໄມ້ ​ຢູ່​ແຂວງ​ອັດ​ຕະ​ປື ຍັງ​ຄົງເກີດ​ຂຶ້ນຢ່າງ​ຕໍ່​ເນື່ອງ.

ສະ​ເພາະ​ຢູ່​ເມືອງ​ສ​ນາມ​ໄຊ, ບຸກ​ຄົນ​ທີ່​ໃກ້​ຊິດ​ເຈົ້າ​ໜ້າ​ທີ່ ​ລະ​ດັ​ບ​ສູງແຂວງ​ອັດ​ຕະ​ປື ໄດ້​ກ່າວ​ວ່າ: ທາງ​ການ​ແຂວງ​ອັດ​ຕະ​ປື ອະ​ນຸ​ຍາດ ​ໃຫ້​ບໍ​ຣິ​ສັດ ເອກ​ຊົນ ເຂົ້າ​ມາ​ຕັດ​ໄດ້ ຢູ່​ເຂດ​ເມືງ​ສ​ນາມ​ໄຊ ແຂວງ​ອັດ​ຕະ​ປື ໂດຍ​ຕັ້ງ​ໂຄງ​ການພັ​ທ​ນາ ນິ​ເວດ​ກິ​ສິ​ກັມທັນ​ສ​ມັຍຄົບ​ວົງ​ຈອນ ແລະ ເຂດ​ປູກ​ປ່າ​ໄມ້​ເປັນ​ສິນ​ຄ້າ ໃນ​ເນື້ອ​ທີ່ປະ​ມານ 1,500 ເຮັກ​ຕ້າ.

ແຕ່​ໃນ​ຄວາມ​ເປັນ​ຈິ​ງ ​ກໍ​ເປັນ​ພຽງ​ແຕ່​ຂຶ້ນ​ແຜນ ເພື່ອ​ເຂົ້າ​ມາ​ຕັດ​ໄມ້ອອກ​ໄປ​ຂາຍ​ເທົ່າ​ນັ້ນ ແລະ ປ​ະ​ຊາ​ຊົນຍັງ​ບໍ່​ເຊື່ອ​ວ່າ ໂຄງ​ການ​ດັ່ງ​ກ່າວ​ຈະ​ເກີດ​ຂຶ້ນ​ຫຼືບໍ່ ຫຼັງ​ຈາກທີ່​ມີ​ການ​ຕັດ​ໄມ້​ອອກ​ໝົດ​ແລ້ວ.

ຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງ​ອັ​ດ​ຕະ​ປື ໄດ້​ຂຽນ​ບົດ​ສ​ເນີ ເຖິງ​ກະ​ຊວງ​ກະ​ສິ​ກັມ ແລະ ປ່າ​ໄມ້ ໃນ​ວັນ​ທີ 18 ກໍ​ຣະ​ກະ​ດາ 2022 ເພື່ອ​ໃຫ້​ຮັບ​ຮອງ​ເອົາ ບໍຣິ​ສັດ ອິນ​ທະ​ວົງ ການ​ຄ້າ​ ຂາ​ອອກ-ຂາ​ເຂົ້າ ຈຳ​ກັດ​ຜູ້​ດຽວ ເຂົ້າ​ເກັບ​ກູ້​ ທ້ອນ​ໂຮມ ໄມ້​ຢູ່​ໃນ​ເຂດ​ສັມ​ປະ​ທານ ໂຄງ​ການ​ພັ​ທ​ນາ​ນິ​ເວດ​ກະ​ສິ​ກັມ ທັນ​ສໄມ ຄົບ​ວົງ​ຈອນ ແລະ ເຂດ​ປູກ​ໄມ້​ເປັນ​ສິນ​ຄ້າ ໃນ​ເນື້ອ​ທີ່ປະ​ມານ 1,500 ເຮັກ​ຕ້າຣ໌.

Photo-1.png

ຕໍ່​ມາ ກະ​ຊວງ​ກະ​ສິ​ກັມ ແລະ ປ່າ​ໄມ້ ໄດ້​ອອກ​ແຈ້ງ​ການ​ເຖິງ​ຫົວ​ໜ້າ ຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງ​ອັດ​ຕະ​ປື ໃນ​ວັນ​ທີ 19 ກໍ​ຣະ​ກະ​ດາ 2022 ທີ່​ຜ່ານ​ມາ.

ແຈ້ງ​ການ​ໄດ້​ລະ​ບຸ​ວ່າ: ໃຫ້​ຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງ​ອັດ​ຕະ​ປື ອອກ​ອະ​ນຸ​ຍາດ ໃຫ້​ບໍ​ຣິ​ສັດ ອິນ​ທະ​ວົງ ການ​ຄ້າ ຂາ​ອອກ-ຂາ​ເຂົ້າ ຈຳ​ກັດ​ຜູ້​ດຽວ ເພື່ອ​ດຳ​ເນີນ​ການ​ຂຸດ​ຄົ້ນ​ໄມ້ ຈຳ​ນວນເກືອບ 80,000 ຕົ້ນ ເທົ່າ​ກັບ ບໍ​ລິ​ມາດ 38,000 ແມັດ​ກ້ອນ ອອກ​ຈາກ​ເຂດ​ສັມ​ປະ​ທານ ຂອງ​ໂຄງ​ການ​ພັ​ທ​ນາ​ນິ​ເວດ​ກິ​ສິ​ກັມ ທັນ​ສໄ​ມ ຄົບ​ວົງ​ຈອ​ນ ແລະ ເຂດ​ພັ​ທ​ນາ​ໂຄງ​ການ​ປູກ​ໄມ້​ເປັນ​ສິນ​ຄ້າ ໃນ​ເນື້ອ​ທີ່ 1,500 ເຮັກ​ຕ້າຣ໌ ຢູ່ ເມືອງ​ສ​ນາມ​ໄຊ ແຂວງ​ອັດ​ຕະ​ປື.

ແຈ້ງ​ການ​ໄດ້ລະ​ບຸ​ອີກວ່າ: ໃຫ້​ຜແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງ​ອັດ​ຕະ​ປື ເປັນ​ເຈົ້າ​ການ​ ແລະ ນຳ​ສ​ເນີ ຄະ​ນະ​ນຳ​ແຂວງ ແລະ ແຕ່ງ​ຕັ້ງ ຄະ​ນະ​ຮັບ​ຜິດ​ຊອບ ຄຸ້ມ​ຄອງ​ການ​ຂຸດ​ຄົ້ນ​ໄມ້ ຢູ່​ເຂດ​ສຳ​ປະ​ທານ​ຂອງ​ໂຄງ​ການ​ພັ​ທ​ນາ​ລະ​ບົບ​ສິ​ເວດ​ ກະ​ສິ​ກັມ​ທັນ​ສ​ໄມຄົບ​ວົງ​ຈອນ ແລະ ເຂດ​ພັ​ທ​ນາ​ໂຄງ​ການ​ປູກ​ໄມ້ ​ເປັນ​ສິນ​ຄ້າ ໃນ​ເນື້​ອ​ທີ່ 1,500 ເຮັກ​ຕ້າຣ໌ ຢູ່ ເມືອງ​ສ​ນາມ​ໄຊ ແຂວງ​ອັດ​ຕະ​ປື.

ເພື່ອ​ເຮັດ​ໜ້າ​ທີ່​ຄຸ້ມ​ຄອງ, ຕິດ​ຕາມ ແລະ ກວດ​ກາ ໃຫ້​ຖືກ​ຕ້ອງ​ຕາມ​ລະ​ບຽບ​ການ, ຮັບ​ປະ​ກັນ ແລະ ຫຼີກ​ເວັ້ນ ບໍ່​ໃຫ່​ມີ​ການ​ສວຍ​ໂອ​ກາດ ລັກ​ລອບ​ຂຸດ​ຄົ້ນ​ໄມ້, ເກັບ​ກູ້ ແລະ ທ້ອນ​ໂຮມ​ໄມ້​ຈາກ​ບ່ອນ​ອື່ນມາ​ຕື່ມ​ໃສ່ ແລະ ຂຸດ​ຄົ້ນນອກ​ເຂ​ດ ໄດ້​ຮັບ​ອະ​ນຸ​ຍາດ ຢ່າງ​ເດັດ​ຂາດ ອີງ​ຕາມ​ແຈ້ງ​ການ ດັ່ງ​ກ່າວ.

ນອກ​ຈາກນີ້ ຍັງ​ມີ ຫົວ​ໜ່ວຍ​ທຸ​ຣະ​ກິ​ຈ ລວມ​ທັງ​ໂຮງ​ເຮື່ອຍ ແລະ ບໍ​ຣິ​ສັດ ທີ່​ໄດ້​ຮັບໂຄ່​ຕ້າ ຫຼື ໃບ​ອະ​ນຸ​ຍາດ​ຕັດ​ໄມ້ ເຊິ່ງ​ລວມ​ກັນທັງ​ໝົດແລ້ວ ແຂວງ​ອັດ​ຕະ​ປື ໄດ້​ອະ​ນຸ​ຍາດ​ໃຫ້​ຕັດ​ໄມ້ປະ​ມານ 100,000 ແມັດ​ກ້ອນ ອີງ​ຕາມ​ບຸກ​ຄົນທີ່​ໃກ້​ຊິດ ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ແຂວງ​ອັດ​ຕະ​ປື.

ບັນ​ຫາ​ ການ​ລັກ​ລອບ​ສົ່ງ​ໄມ້ ​ອອກ​ໄປ​ຕ່າງ​ປະ​ເທດ ຢູ່​ແຂວງ​ອັດ​ຕະ​ປື ທີ່​ຜ່ານ​ມາ.

ໃນ​ປີ 2017, ຣັຖບານ ສັ່ງຈັບ-ຍຶດ ຣົຖໄມ້ເຖື່ອນ 27 ຄັນ ຢູ່ດ່ານຊາຍແດນ ພູເກືອ ເມືອງພູວົງ ແຂວງອັດຕະປື ໃນຂະນະທີ່ ຣົຖໄມ້ດັ່ງກ່າວ ກຳລັງຈະອອກໄປ ປະເທດວຽດນາມ.

ອີງ​ຕາມ​ຂໍ້​ມູນ​ຈາກແຂວງ​ອັດ​ຕະ​ປື ໄດ້​ພົບ​ວ່າ, ຣົ​ຖ​ໄມ້ 27 ຄັນ ທີ່​ຖືກ​ຢຶດ​ໄດ້​ ໃນ​ເວ​ລານັ້ນ ເປັນ​ຂອງຄອບ​ຄົວອາ​ດີດເຈົ້າ​ໜ້າ​ທີ່​ຣະ​ດັບ​ສູງ​ແຂວງອັດ​ຕະ​ປື.

ຣົຖໄມ້ 27 ຄັນ ຖືກກັກ ແລະ ຢຶດ ໄວ້ໃນຊ່ວງເດືອນພຶສພາ 2017 ຢູ່ດ່ານພູເກືອ ແຂວງອັດຕະປື ຕິດກັບຊາຍແດນວຽດນາມ ແລະຕໍ່ມາໃນເດືອນ ມິຖຸນາ ຣັຖບານໄດ້ມີຄຳສັ່ງໃຫ້ ຍຶດຣົຖໄມ້ທັງຫມົດນັ້ນໄວ້ ຍ້ອນເຫັນວ່າ ບໍ່ຖືກຕ້ອງຕາມກົດໝາຍ.

ຣົຖໄມ້ 27 ຄັນນັ້ນເປັນຂອງຄົນ ໃນຄອບຄົວຂອງຂອງອາດີດເຈົ້າໜ້າທີ່ຣະດັບສູງຂອງແຂວງອັດຕະປື ນອກຈາກນີ້ ຍັງມີ ພະນັກງານ ທີ່ກ່ຽວຂ້ອງ ຂອງແຂວງ ອີກຫລາຍຄົນທີ່ໄປພົວພັນເລື້ອງນີ້ ແລະ ພະນັກງານເຫລົ່ານັ້ນ ກໍຖືກສັ່ງໃຫ້ຢຸດເຊົາ ການປະຕິບັດໜ້າທີ່.

ນອກຈາກນີ້, ໃນວັນທີ 24 ມົກຣາ 2020, ເຈົ້າໜ້າທີ່ ດ່ານສາກົນ ພູເກືອ ແຂວງ ອັດຕະປື ຍຶດຣົຖໄມ້ 7 ຄັນ ທີ່ກຳລັງ ຈະສົ່ງໄມ້ ອອກໄປ ປະເທດ ວຽດນາມ.

ໄມ້ທີ່ຍຶດໄດ້ເປັນ ໄມ້ແຕ້ ແລະ ໄມ້ແດງ ທີ່ຂົນໄປຈາກ ໂຮງເລື່ອຍຫລັກ 16 ຢູ່ເມືອງໄຊເສດຖາ ແລະ ເຈົ້າໜ້າທີ່ ກັກໄວ້ຢູ່ດ່ານ ແລະ ນຳເອົາຣົຖໄມ້ ລົງມາໄວ້ຢູ່ໃນກອງກວດກາປ່າໄມ້ ຢູ່ ເທສບານແຂວງອັດຕະປື.

ໄມ້ທີ່ບັນຈຸໄວ້ຢູ່ໃນຣົຖ 7 ຄັນນັ້ນ ເປັນໄມ້ທີ່ຍັງ ບໍ່ທັນມີການແປຮູບ ຫລື ໄມ້ຕັບ ເປັນຂອງຄົນວຽດນາມ ທີ່ກຳລັງຈະສົ່ງໄປ ປະເທດ ວຽດນາມ ແຕ່ຖືກເຈົ້າໜ້າທີ່ ກັກໄວ້ກ່ອນ.

ໃນເບື້ອງຕົ້ນເຈົ້າໜ້າທີ່ດ່ານພູເກືອ ຍຶດຣົຖໄມ້ 14 ຄັນ ແຕ່ໃນນັ້ນມີຣົຖໄມ້ສັກ ຫລັງຈາກກວດສອບແລ້ວ ເຈົ້າໜ້າທີ່ ອະນຸຍາດໃຫ້ເອົາຣົຖຂົນສົ່ງໄມ້ສັກ ອອກໄປວຽດນາມ ແລ້ວຍຶດໄວ້ພຽງແຕ່ 7 ຄັນທີ່ມີໄມ້ແຕ້ ແລະ ໄມ້ແດງ ທີ່ບໍ່ໄດ້ແປຮູບ.