ເຊື່ອວ່າເຈົ້າໜ້າທີ່ຣັຖກ່ຽວຂ້ອງ ການລັກລອບສົ່ງໄມ້ອອກ

ໄຊຍາ
2021.10.23
ເຊື່ອວ່າເຈົ້າໜ້າທີ່ຣັຖກ່ຽວຂ້ອງ ການລັກລອບສົ່ງໄມ້ອອກ ໄມ້ທາງພາກໃຕ້ ຂົນໄປ ປະເທດ ວຽດນາມ
RFA

ປີຜ່ານມາ ອົງການກວດກາແຫ່ງຣັຖ ແລະ ອົງການຕ້ານການສໍ້ຣາດບັງຫຼວງ ໄດ້ກວດກາ 650 ເປົ້າໝາຍພົບເຫັນຜົລເສັຽຫາຍເຖິງ 1,561 ຕື້ກີບ ໃນນີ້ ຂະບວນການຄ້າໄມ້ ຖືວ່າສ້າງຜົລເສັຽຫາຍຫຼາຍທີ່ສຸດ. ນັກອະນຸຮັກປ່າໄມ້ຂອງລາວເຊື່ອວ່າ ມີພະນັກງານ ຣັຖບາງຄົນ ອຳນວຍຄວາມສະດວກ ໃຫ້ມີການຕັດໄມ້ແລະສົ່ງອອກໄມ້ ໄປຂາຍຕ່າງປະເທດ ຈົນສ້າງຄວາມເສັຽຫາຍໃຫ້ຣັຖ. ເຈົ້າໜ້າທີ່ກວດກາປ່າໄມ້ ກະຊວງກະສິກັມແລະປ່າໄມ້ ທີ່ບໍ່ປະສົງອອກຊື່ແລະຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 22 ຕຸລາ ນີ້ວ່າ:

ໂອ້ພວກນີ້ເຂົາເກັ່ງ ພວກນີ້ນ່າ ຖ້າຜູ້ໃຫຍ່ໃຫ້ຄວາມສະດວກເຂົາເຈົ້າ ມັນຄືວ່າແຫຼະຖ້າເຂົາເຈົ້າອອກຄຳສັ່ງແນວໃດ ເຮົາຕ້ອງໄດ້ເຮັດຕາມເຂົາ ກໍບໍ່ໄດ້ເບິ່ງຄວາມຈຳເປັນຂອງເຮົາເລີຍວ່າ ເຮົາຮັກສາໄປເພື່ອຫຍັງ ຜູ້ໃຫຍ່ຫັ້ນແລ້ວ ອັນຜູ້ທີ່ວ່າເອົາໄປແບບບໍ່ຫົວຊາເລີຍເຂົາເຮັດນ່າ.

ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ພະນັກງານຣັຖບາງຄົນ ອາດຈະໄດ້ຮັບເງິນຕອບແທນ ຫຼືເປັນຊັບສິນມີຄ່າເພື່ອແລກກັບ ການອຳນວຍຄວາມສະດວກ ໃຫ້ກັບບໍຣິສັດໂຄງການລົງທືນ ໃນການເຂົ້າໄປສັມປະທານ ທີ່ດິນຫຼືການຂົນຍ້າຍໄມ້ ໂດຍບໍ່ຕ້ອງອອກເອກະສານ ຫຼືຖືກກວດສອບຈາກເຈົ້າໜ້າທີ່ ໜ່ວຍງານອື່ນ. ໃນຂະບວນການ ຄ້າໄມ້ໃນລາວສ່ວນຫຼາຍ ເປັນພະນັກງານຣັຖ ຫຼືຜູ້ມີອຳນາດໃນແຂວງນັ້ນໆ ແຕ່ຖ້າເປັນພຽງຊາວບ້ານທັມມະດາ ຈະບໍ່ສາມາດດຳເນີນການໄດ້ ເນື່ອງຈາກບໍ່ມີອຳນາດ ພຽງພໍໃນການຕັດສິນໃຈແລະບໍ່ຄຸ້ມຄ່າ ຖ້າຖືກຕຳຣວດຈັບ ຫຼືດຳເນີນຄະດີທາງກົດໝາຍ.

ເຈົ້າໜ້າທີ່ ຜແນກະສິກັມແລະປ່າໄມ້ ແຂວງຈຳປາສັກກ່າວວ່າ ຖ້າເປັນການສຳປະທານພື້ນທີ່ແລ້ວ ມີການຕັດໄມ້ ຈຳນວນໄມ້ທັງໝົດ ຈະຕົກເປັນຂອງຣັຖບານ ຊຶ່ງຈະເປີດປະມູນຕາມວາຣະ ໂອກາດຕ່າງໆ ຕາມທີ່ເຄີຍເຫັນ ໃນໄລຍະຜ່ານມາ.

ໄລຍະຜ່ານມາເຣີ່ມ ສັງເກດເຫັນວ່າ ນັກລົງທືນພາຍໃນ ແລະຕ່າງປະເທດ ໄປຂໍຊື້ ຫຼືເຊົ່າສັມປະທານພື້ນທີ່ ກັບຊາວບ້ານໂດຍຕົງ ເພື່ອຫຼີກລ້ຽງການສົ່ງມອບໄມ້ທີ່ຖືກຕັດ ໃຫ້ກັບຣັຖບານລາວ ໂຕຢ່າງພື້ນທີ່ໃນເຂດພູພຽງບໍຣິເວນ ເມືອງປາກຊ່ອງ ແຂວງຈຳປາສັກ ທີ່ມີກຸ່ມບໍຣິສັດຕ່າງໆ ເຂົ້າມາຊື້ ຫຼືເຊົ່າພື້ນທີ່ເພື່ອປູກຢາງພາຣາແລະກາເຟ.

ຕາມການຣາຍງານ ຜົລເສັຽຫາຍ ກ່ຽວກັບການຄ້າໄມ້ ຫຼືຕິດຕາມ ການປະຕິບັດຄຳສັ່ງ ເລກທີ 15/ນຍ  ຢຶດໄມ້ມາໄດ້ 2,065 ແມັດກ້ອນ ແລະ 290,60 ຕັນ ຂາຍໄປແລ້ວ 2,073 ແມັດກ້ອນ ແລະ 0.59ຕັນ ຮວມມູນຄ່າ 5.8 ຕື້ກີບ.

ເມື່ອຕັດໄມ້ອອກໝົດແລ້ວ ກໍຄາດຄະເນວ່າຈະ ຖືກສົ່ງອອກໄປຕ່າງປະເທດ ຫຼືຂາຍໃຫ້ກັບບໍຣິສັດ ຂອງຄົນລາວ ຊຶ່ງໃນທຸກຂັ້ນຕອນ ກໍຈະຕ້ອງມີພະນັກງານ ພັກ-ຣັຖ ຄອຍອຳນວຍຄວາມສະດວກ ໃຫ້ຢູ່ແລ້ວ ແຕ່ຜ່ານມາກໍບໍ່ມີເຈົ້າໜ້າທີ່ ລົງກວດກາໃດໆ ເທື່ອ.

ໃນພູພຽງບໍຣິເວນຫັ້ນ 2 ຟາກຂ້າງທາງແປນໝົດ ຫຼຽວເຫັນພູໂລ້ນໝົດ ແຕ່ກ່ອນມີໄມ້ ຕອກຄອກຕາແປນໝົດ ເປັນຕາອີ່ຕົນແທ້ວ່າ ລັກສນະນັກທຸຣະກິຈເຂົ້າມາ ວ່າແມ່ນບໍຣິສັດເຂົ້າມາ ຊື້ນຳປະຊາຊົນ ຊິນ່າອາສັຍປະຊາຊົນອອກໜ້າ.

ທາງດ້ານເຈົ້າໜ້າທີ່ ອົງການອາຫານແລະກະສິກັມ ຂອງອົງການສະຫະປະຊາຊາດ ປະຈຳລາວ ຫຼື (Food and Agriculture Organization (FAO)) ກໍໄດ້ໃຫ້ທັດສນະ ກ່ຽວກັບເຣື່ອງນີ້ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຣັຖບານລາວ ອາດຈະເປັນສາເຫດສຳຄັນ ທີ່ສຸດທີ່ເຮັດໃຫ້ປ່າໄມ້ ພາຍໃນປະເທດຖືກຕັດຖີ້ມ ຫຼືສົ່ງຂາຍໃຫ້ຕ່າງປະເທດ ເນື່ອງຈາກຣັຖບານລາວ ບໍ່ມີຄວາມເຂັ້ມງວດ ໃນເຣື່ອງການປົກປັກຮັກສາ ປ່າໄມ້ແລະສິ່ງແວດລ້ອມ ພາຍໃນປະເທດເທົ່າທີ່ຄວນ. ສັງເກດຈາກໂຄງການ ກໍ່ສ້າງທາງຣົດໄຟລາວ-ຈີນ ທີ່ເປັນໂຄງການຂນາດໃຫຍ່ ແລະມີການຕັດໄມ້ເປັນຈຳນວນຫຼາຍ ແຕ່ປັຈຈຸບັນບໍ່ຮູ້ວ່າໄມ້ຈຳນວນດັ່ງກ່າວໄປໃສ ເພາະບໍ່ມີໜ່ວຍງານໃດ ໄປກວດກາສິ່ງທີ່ເກີດຂື້ນ ເປັນການທຳລາຍປ່າໄມ້ ແລະຍັງເຮັດໃຫ້ຣັຖບານລາວ ສູນເສັຽຣາຍໄດ້ເປັນຈຳນວນຫຼາຍ.

ຣັຖບານເປີດໂອກາດໃຫ້ຟຣີ ໃນການລົງທືນ ແມ່ນຫຍັງມັນຊິທຳລາຍ ໄປຫຼາຍຂນາດຣົດໄຟ ລາວ-ຈີນ ກໍຍັງທຳລາຍໄປຫຼາຍບ່ອນທັມມະດາເນາະ ມັນຜ່ານມາແຕ່ລະບ່ອນໆ ຫັ້ນເນາະ ຣັຖບານມັນຕ້ອງສ້າງຄວາມສົມດຸນ ການພັທນາ ກັບການຮັກສາສິ່ງແວດລ້ອມ ຖ້າປ່ອຍຫຼາຍມັນກໍເສັຽໝົດ.

ປັຈຈຸບັນໄດ້ມີຄຳສັ່ງເດັດຂາດ ຈາກສຳນັກງານ ນາຍົກຣັຖມົນຕຣີ ເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະກວດກາ ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະທຸຣະກິຈໄມ້.ຫຼ້າສຸດນີ້ ໃນວັນທີ 14 ກັນຍາ 2021 ທີ່ຜ່ານມາ ກະຊວງອຸດສາຫະກັມແລະການຄ້າ ໄດ້ອອກຂໍ້ຕົກລົງວ່າ ດ້ວຍການຮັບຮອງເອົາ ຜລິດຕະພັນໄມ້ ສົ່ງອອກ ຣະບຸວ່າ ໄມ້ປູກທຸກຊະນິດ ສາມາດສົ່ງອອກໄດ້ໃນ ທຸກຮູບແບບ ທີ່ມີການປຸງແຕ່ງ ຫຼືບໍ່ມີການປຸງແຕ່ງກໍໄດ້. ແຕ່ຕ້ອງມີການຂື້ນທະບຽນ ສວນປູກ ຫຼືໃບ ຢັ້ງຢືນສວນປູກ ຈາກຂແນງການກະສິກຳ ແລະປ່າໄມ້ສ່ ວນໄມ້ທັມມະຊາດ ຖ້າບໍ່ໄດ້ຮັບອະນຸຍາດກໍຫ້າມຕັດ ຫຼືສົ່ງອອກໄປຕ່າງປະເທດ. ໜ່ວຍງານສະເພາະກິຈ ຂອງຣັຖບານລາວ ໄດ້ຈັບກຸມຜູ້ກະທຳຜິດ, ຄົນທີ່ມີສ່ວນກ່ຽວຂ້ອງ ໃນການລັກລອບຕັດ ແລະຄ້າໄມ້ເຖື່ອນ ໂດຍໃນນີ້ມີພະນັກງານຣັຖ ທີ່ຮ່ວມຢູ່ໃນຂະບວນການ ຊຶ່ງຖືວ່າເປັນການຣະເມີດ ຄຳສັ່ງເລກທີ 15/ນຍ ຂໍ້ມູນນີ້ ເປັນການເປີດຜີຍ ຂອງເຈົ້າໜ້າທີ່ ຣະດັບສູງຂອງ ກະຊວງກະສິກຳແລະປ່າໄມ້ ເມື່ອເດືອນ ມີນາ 2021 ທີ່ຜ່ານມາ. ເນື້ອໃນດັ່ງກ່າວຍັງຣະບຸ ວ່າການລັກລອບຄ້າໄມ້ ໃນລາວຍັງເປັນລັກສນະຂ້າມຊາດ ທີ່ພະນັກງານຣັຖ ເຂົ້າໄປພົວພັນ ແລະມີຜົລປໂຍດຮ່ວມຢູ່ນໍາ ຈຶ່ງເຮັດໃຫ້ ການສະກັດກັ້ນ ແລະປາບປາມໄດ້ຍາກ ຊຶ່ງມັນໄດ້ສະແດງອອກ ໃນການປະຕິບັດງານ ແບບປິດລັບຂອງຄນະສະເພາະກິຈ ຜ່ານມາສາມາດຈັບກຸມ ຜູ້ຄ້າໄມ້ເຖື່ອນໄດ້ 1,119 ຄົນ, ໃນນີ້ເປັນພະນັກງານຣັຖ 127 ຄົນ, ຜູ້ປະກອບການກິຈການຄ້າໄມ້ 246 ຄົນ, ປະຊາຊົນຮັບຈ້າງຕັດໄມ້ 746 ຄົນ ແລະ ຢຶດໄມ້ທີ່ລັກລອບຕັດມາໄດ້ເຖີງ 2 ແສນປາຍແມັດກ້ອນ.

ພາກຣັຖບານ ກໍຄືອາດີດນາຍົກຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ປັຈຈຸບັນດຳຣົງຕຳ   ແໜ່ງປະທານປະເທດ ໄດ້ອອກມາຍອມຮັບວ່າ ການລັກລອບການຕັດໄມ້ ແລະຄ້າໄມ້ເຖື່ອນຍັງເກີດຂື້ນທົ່ວປະເທດລາວ. ເຖິງວ່າຣັຖບານໄດ້ດຳເນີນມາຕການເລກທີ 15/ນຍ ຢ່າງເຄັ່ງຂັດ ແຕ່ຍັງມີການບຸກລຸກ ແລະລັກລອບຕັດໄມ້ໃນເຂດຫວງຫ້າມ ໂດຍຄນະສະເພາະກິຈ ສາມາດຢຶດໄມ້ເຖື່ອນໄດ້ເປັນຈຳນວນຫຼາຍ ພ້ອມທັງຍັງກວດພົບວ່າ ມີການບຸກລຸກ ເຂົ້າໄປລັກລອບຕັດໄມ້ ໃນເຂດປ່າຫວງຫ້າມນຳອີກ.

ສຳລັບຄຳສັ່ງເລກທີ 15/ນຍ ໄດ້ອອກມາຕັ້ງແຕ່ປີ 2016 ມາຈົນເຖີງປັຈຈຸບັນເຫັນວ່າ ຍັງມີປະກົດການການລັກລອບຕັດໄມ້ເກີດຂື້ນ ໃນຂອບເຂດທົ່ວປະເທດ ແຕ່ທາງການລາວຍັງ ບໍ່ໄດ້ອອກບົດຣາຍງານຊັດເຈັນວ່າ ມີເນື້ອທີ່ປ່າເສັຽຫາຍເທົ່າໃດ ຈາກການລັກລອບຕັດໄມ້ເຖື່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.