ການລັກລອບຕັດໄມ້ມີຄ່າເຂດປ່າສງວນ, ເຂດວັດ

ສຸພັດຕາ
2021.11.03
ການລັກລອບຕັດໄມ້ມີຄ່າເຂດປ່າສງວນ, ເຂດວັດ ໂຮງເລື່ອຍໄມ້ ແລະ ແປຮູປໄມ້ ໃນພາກເໜືອ ຂອງລາວ
RFA/VD

ເມື່ອວັນທີ່ 31 ຕຸລາ ຜ່ານມາ ເຈົ້າໜ້າທີ່ຂແນງປ່າໄມ້ ແລະເຈົ້າໜ້າທີ່ປ້ອງກັນຄວາມສງົບ ແຂວງຫຼວງພຣະບາງ ສາມາດຈັບໂຕຜູ້ຕ້ອງຫາ ໃນຄະດີລັກລອບຕັດໄມ້ ໃນເຂດປ່າສງວນ ພູທ້າວ ພູນາງ ຮວມທັງເຂດພື້ນທີ່ພາຍໃນວັດຫາດສ້ຽວ ຢູ່ບ້ານຊຽງແມນ ເມືອງຈອມເພັດ ໂດຍຜູ້ຕ້ອງຫາກຸ່ມດັ່ງກ່າວນີ້ ປະກອບດ້ວຍ ເຈົ້າໜ້າທີ່ ອໍານາດການປົກຄອງ ບ້ານຊຽງແມນ, ພະນັກງານຣັຖ ເມືອງຈອມເພັດ, ນັກທຸຣະກິຈພາຍໃນແຂວງ ຮວມເຖິງຊາວບ້ານ ທີ່ໄປຮັບຈ້າງຕັດໄມ້, ດັ່ງເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 1 ພຶສຈິກາ 2021 ນີ້ວ່າ:

“ປະຊາຊົນນາຍບ້ານ ສົມຮູ້ຮ່ວມຄິດນໍາພວກນັກທຸຣະກິຈຫັ້ນແຫຼະ ມີການຍ້າຍບ່ອນສະຖານທີ່ທໍາງານ ແລ້ວກໍອອກຈາກບ່ອນສະຖານທີ່ທໍາງານ ແລ້ວກໍອອກຈາກການຈັດຕັ້ງຫັ້ນແຫຼະເນາະ ກໍຈະມີການຈັດຣະບຽບ ພາກສ່ວນໃດທີ່ມີສ່ວນກ່ຽວຂ້ອງ ເພິ່ນກໍໄດ້ຈັບແລະມີການປັບໃໝ ຕາມຣະບຽບການຫັ້ນແຫຼະເນາະ ສະເພາະພະນັກງານຣັຖທີ່ມີສ່ວນກ່ຽວຂ້ອງ ເພິ່ນກໍໄດ້ຕາມຣະບຽບ ຕັດປະຈໍາການ ຍ້າຍບ່ອນເຮັດວຽກນໍ້າກັນ.”

ທ່ານກ່າວຕື່ມວ່າ ເຫດການດັ່ງກ່າວເກີດຂຶ້ນໄດ້ປະມານເກືອບ 3 ປີ ແລ້ວໂດຍມີກຸ່ມນັກທຸຣະກິຈ ນາຍບ້ານ ແລະເຈົ້າໜ້າທີ່ຣັຖຈໍານວນນຶ່ງຮ່ວມມືກັນ ຈ້າງໃຫ້ຊາວບ້ານໃນພື້ນທີ່ໃຫ້ເຂົ້າໄປລັກລອກຕັດໄມ້ ໃນເຂດປ່າສງວນ ເປັນຕົ້ນ ໄມ້ດູ່ ແລະໄມ້ຄາ ຊຶ່ງເປັນໄມ້ເສຖກິຈ ຊຶ່ງມີເນື້ອແຂງ ແລະມີລາຄາແພງ ປັດຈຸບັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍຢູ່ລະຫວ່າງການສອບສວນວ່າ ໄມ້ທີ່ຖືກຕັດໄປທັງໝົດນັ້ນ ເປັນຈໍານວນເທົ່າໃດ ແລະຖືກສົ່ງອອກໄປບ່ອນໃດ. ເຫດການລັກລອບຕັດໄມ້ ໃນພື້ນທີ່ເຂດປ່າສງວນ ຢູ່ບ້ານຊຽງແມນ ເມືອງຈອມເພັດນັ້ນ ເກີດຂຶ້ນຢ່າງຕໍ່ເນື່ອງໃນໄລຍະຫຼາຍປີທີ່ຜ່ານມາ ເຖິງແມ່ນວ່າຊາວບ້ານອ້ອມຂ້າງ ພຍາຍາມຮ້ອງຮຽນ ໄປຍັງເຈົ້າໜ້າທີ່ທີ່ກ່ຽວຂ້ອງຢ່າງຕໍ່ເນື່ອງ ແຕ່ພັດບໍ່ມີໜ່ວຍງານໃດ ເຂົ້າມາແກ້ໄຂບັນຫາດັ່ງກ່າວເທື່ອ, ດັ່ງຊາວບ້ານ ຢູ່ເມືອງຈອມເພັດ ແຂວງຫຼວງພຣະບາງ ນາງນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ລັງກຽດຂະເຈົ້າ ທີ່ວ່າຂະເຈົ້າມາທໍາລາຍທັມມະຊາດຊີ້ນ່າ ແລ້ວກໍສິ່ງຫວງຫ້າມ ທີ່ວ່າເປັນເຂດຂອງວັດແດ່ ພູໂຕນັ້ນກະເປັນປ່າສງວນແດ່ ເພາະວ່າດຽວນີ້ຂະເຈົ້າລັກຕັດ ທາງບ້ານທາງອັນນັ້ນ ຂະເຈົ້າກໍບໍ່ກວດສອບແດ່ຫັ້ນນ່າ ຂະເຈົ້າບໍ່ສໍາຣວດແດ່ ມັນກໍເກີດມີ ໂຈນຂີ້ລັກມາທໍາລາຍ.”

ເຖິງແມ່ນວ່າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຈະດໍາເດີນການຈັບໂຕຜູ້ກະທໍາຄວາມຜິດໄດ້ແລ້ວກໍຕາມ ແຕ່ຢ່າງໃດກໍຕາມ ຊາວບ້ານອ້ອມຂ້າງ ກໍຢາກໃຫ້ໜ່ວຍງານທີ່ກ່ຽວຂ້ອງ ແກ້ໄຂບັນຫາດັ່ງກ່າວນີ້ ໃຫ້ໄວກວ່າທີ່ຜ່ານມາ ຍ້ອນກຸ່ມຜູ້ຕ້ອງຫາ ເຂົ້າໄປລັກລອບຕັດໄມ້ໃນເຂດປ່າສງວນແລ້ວຫຼາຍເທື່ອ ເຮັດໃຫ້ຈໍານວນຕົ້ນໄມ້ເຫຼືອໜ້ອຍລົງ, ດັ່ງຊາວບ້ານ ຜູ້ເຄີຍເດີນທາງໄປວັດຫາດສ້ຽວ ທ່ານນຶ່ງ ກ່າວວ່່າ:

“ເຂົາກໍລັກຕັດກາງຄືນຫັ້ນແຫຼະ ຕົ້ນໄມ້ອັນນີ້ ມັນໃນເຂດເຮົາມັນມີຫຼາຍ ແຈ້ງການໄປຫຼາຍເທື່ອ ຫຼາຍກຸ່ມຂະເຈົ້າກໍຍັງບໍ່ໄດ້ຂຍັນປານໃດ ໄມ້ມັນຊິເບິດແລ້ວ ມັນເຫຼືອສ່ວນໃດສ່ວນນຶ່ງ ມັນຄືລັກຕັດມາ ມາດົນແລ້ວ.”

ໃນຂະນະດຽວກັນ ໜ່ວຍງານທີ່ກ່ຽວຂ້ອງ ກໍຄວນດໍາເນີນການສອບສວນຢ່າງຈິງຈັງ ວ່າຜູ້ໃດຢູ່ເບື້ອງຫຼັງຂບວນການລັກລອບຕັດໄມ້ ແລະລັກລອບຂົນຍ້າຍໄມ້ໄປບ່ອນໃດ ເພື່ອປ້ອງກັນບໍ່ໃຫ້ເກີດບັນຫາດັ່ງກ່າວນີ້ອີກ, ດັ່ງຊາວບ້ານ ອີກທ່ານນຶ່ງ ກ່າວວ່າ:

“ເຮົາກະຢາກໃຫ້ເຈົ້າໜ້າທີ່ນີ້ເນາະ ມາເບິ່ງແຍງສືບສວນ ຊອກຫາຄົນທີ່ວ່າກະທໍາຜິດເນາະ ໄປດໍາເນີນຄະດີຕາມກົດ ສົມຄວນເຮັດຈັ່ງໃດ ກໍໃຫ້ເຮັດຈັ່ງຊັ້ນເນາະ ຢາກໃຫ້ທາງການນີ້ແຫຼະ ເປັນຜູ້ມາດູແລຊ່ອຍ ມາເບ່ິງຊ່ອຍ ວ່າເຮົາຊິເຮັດແນວໃດກັບຄົນກຸ່ມນີ້ ພວກນີ້ເຮົາຊິໄປຈັ່ງໃດ ເຮົາຊິມາຈັ່ງໃດ.”

ເຖິງຢ່າງໃດກໍຕາມ ບັນດາຜູ້ລັກລອບຕັດໄມ້ດັ່ງກ່າວ ມັກເຂົ້າມາຕັດໄມ້ຢູ່ພາຍໃນເຂດວັດຫາດສ້ຽວ ໃນເວລາກາງຄືນ ຊຶ່ງເຫດການໃນລັກສະນະດັ່ງກ່າວນີ້ ອາຈເຮັດໃຫ້ເກີດຄວາມບໍ່ປອດພັຍຕໍ່ພຣະສົງ ແລະຜູ້ທີ່ມາປະຕິບັດທັມຢູ່ວັດ ຊຶ່ງສ່ວນໃຫຍ່ ໄດ້ພັກອາສັຍຢູ່ພາຍໃນວັດຫາດສ້ຽວ, ດັ່ງຊາວບ້ານ ຢູ່ເມືອງຈອມເພັດ ອີກນາງນຶ່ງ ກ່າວວ່າ:

“ແຖວວັດຫາດສ້ຽວ ທີ່ວ່າເປັນພື້ນທີ່ອະນຸຮັກ ພື້ນທີ່ສີຂຽວຫັ້ນນ່າ ໄວ້ໃຫ້ແຂກໃຫ້ຄົນຂະເຈົ້າມາເບິ່ງ ແຕ່ວ່່າມັນມີຄົນທີ່ວ່າບໍ່ດີ ໄປປອງອິຫຍັງແບບນັ້ນ ລະກະບໍ່ສົມຄວນ ກໍອີກຢ່າງກໍເປັນຫ່ວງນັ້ນມັນ ພຣະຈົວ ທີ່ເພິ່ນຢູ່ຫັ້ນຫັ່ນນ່າ ມັນອີກຢ່າງ ເພິ່ນຢູ່ໃນຫັ້ນຫັ້ນນ່າ ຄວາມປອດພັບຂອງເພິ່ນກໍຊິບໍ່ມີ ຈັກໜ່ອຍຫັ້ນນ່າ ແລ້ວຕົ້ນໄມ້ກໍບັກໃຫຍ່ອີກ ບັກຫຼາຍໆປີມາເຮັດແບບນັ້ນ.”

ຢ່າງໃດກໍຕາມ ຍັງບໍ່ມີການເປີດເຜີຍເທື່ອວ່າ ກຸ່ມຜູ້ລັກຕັດໄມ້ດັ່ງກ່າວ ມີຈໍານວນຈັກຄົນ ແລະໃນນັ້ນ ເປັນເຈົ້າໜ້າທີ່ຣັຖສັງກັດພາກສ່ວນໃດແດ່ ແຕ່ໃນເບື້ອງຕົ້ນ ນາຍບ້ານ ທີ່ເຂົ້າຮ່ວມຂບວນການດັ່ງກ່າວນັ້ນ ໄດ້ຖືກໃຫ້ອອກຈາກຕໍາແໜ່ງແລ້ວ ສ່ວນເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍຖືກຍ້າຍໃຫ້ໄປສັງກັດວຽກງານໃນບ່ອນອື່ນ ໃນຂະນະດຽວກັນ ກໍຢູ່ໃນລະຫວ່າງສືບສວນວ່າ ມີຈໍານວນໄດ້ເທົ່າໃດ ທີ່ຖືກລັກລອບຕັດໄປ ໃນໄລຍະ 2-3 ປີ ທີ່ຜ່ານມາ.

ເມື່ອເດືອນມິນາ 2021 ທີ່ຜ່ານມານີ້ ເຈົ້າໜ້າທີ່ຣະດັບສູງ ຂອງກະຊວງກະສິກັມແລະປ່າໄມ້ ກ່າວວ່າ ການລັກລອບຄ້າໄມ້ ຖືເປັນການລະເມີດຄໍາສັ່ງ ເລຂທີ່ 15 ຂອງສໍານັກງານນາຍົກຣັຖມົນຕຣີ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະກວດກາ ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະທຸຣະກິຈໄມ້ ໂດຍທີ່ຜ່ານມາ ການລັກລອບຄ້າໄມ້ພາຍໃນປະເທດລາວ ມີລັກສະນະຂ້າມຊາດ ແລະມີພະນັກງານຣັຖບາງຄົນ ຊ່ອຍອໍານວຍຄວາມສະດວກໃຫ້ມີການຕັດໄມ້ ແລະສົ່ງອອກໄປຂາຍຕ່າງປະເທດ ຈຶ່ງເຮັດໃຫ້ໜ່ວຍງານທີ່ກ່ຽວຂ້ອງ ດໍາເນີນການສະກັດກັ້ນແລະປາບປາມບັັນຫາດັ່ງກ່າວນີ້ໄດ້ຍາກ ແລະສ້າງຜົນເສັຽຫາຍດ້ານການເງິນ ໃຫ້ແກ່ໜ່ວຍງານຣັຖຫຼາຍທີ່ສຸດ.

ອີງຕາມບົດຣາຍງານ ຂອງກະຊວງກະສິກັມແລະປ່າໄມ້ ໃນໄລຍະປີທີ່ຜ່ານມາ ຣະບຸວ່າ ສາມາດຈັບໂຕຜູ້ຄ້າໄມ້ເຖື່ອນໄດ້ 1,119 ຄົນ ໂດຍໃນຈໍານວນນີ້ ເປັນພະນັກງານ ຣັຖ 127 ຄົນ, ຜູ້ປະກອບການກິຈການຄ້າໄມ້ 246 ຄົນ, ປະຊາຊົນຮັບຈ້າງຕັດໄມ້ 746 ຄົນ ແລະຍຶດໄມ້ທີ່ລັກລອບຕັດໄດ້ເຖິງ 2 ແສນປາຍແມັດກ້ອນ ແຕ່ຢ່າງໃດກໍຕາມ ທາງການລາວ ກໍຍັງບໍ່ທັນໄດ້ອອກບົດຣາຍງານຢ່າງຊັດເຈນວ່າ ມີເນື້ອທີ່ປ່າເສັຽຫາຍເປັນຈໍານວນເທົ່າໃດ ຈາກການລັກລອບຕັດໄມ້ເຖື່ອນ ທີ່ເກີດຂຶ້ນພາຍໃນປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.