ຄື້ນຄວາມຮ້ອນ ພັດເຂົ້າປະເທດລາວ ແບບບໍ່ເຄີຍມີມາກ່ອນ

ອຸ່ນແກ້ວ
2023.04.25
ຄື້ນຄວາມຮ້ອນ ພັດເຂົ້າປະເທດລາວ ແບບບໍ່ເຄີຍມີມາກ່ອນ ສະພາບແວດລ້ອມ ນະຄອນຫຼວງພຣະບາງ, ເດືອນມີນາ 2023.
ນັກຂ່າວ ພົລເມືອງ

ປະເທດລາວ ໄດ້ຮັບຜົລກະທົບຈາກຄື້ນ ຄວາມຮ້ອນ ແລະ ເຮັດໃຫ້ອາກາດຮ້ອນ ຜິດປົກກະຕິ ໂດຍ ແຂວງທີ່ໄດ້ຮັບຜົລກະທົບ ຫຼາຍທີ່ສຸດ ແມ່ນແຂວງຫລວງພຣະບາງ. ພາຍໃນເດືອນເມສານີ້ ອາກາດຮ້ອນທີ່ສຸດ. ຊາວແຂວງຫລວງພຣະບາງ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ຊາວແຂວງຫລວງພຣະບາງ ທ່ານນຶ່ງ ໄດ້ກ່າວວ່າ: ອາກາດຢູ່ຫລວງ ພຣະບາງກະຂ້ອນຂ້າງຮ້ອນຫຼາຍເນາະ ສອງສາມອາທິດທີ່ຜ່ານມາ ແຕ່ວ່າ ເຣີ່ມແຕ່ມື້ວານນີ້ມາ -2-3 ມື້ ອາກາດເຣີ່ມບໍ່ຮ້ອນຫຼາຍປານໃດ ເນາະກະຢູ່ລາວລາວ 38-39 ອົງສາ ນີ້ແຫຼະ ກ່ອນໜ້ານັ້ນ ມັນຂຶ້ນຮອດ 40-41 ອົງສາ.”

ສ່ວນວ່າ ຢູ່ແຂວງສວັນນະເຂດ ໃນວັນທີ 22 ເມສາ ອາກາດກໍເຣີ່ມເຢັນຂຶ້ນ ຫຼັງຈາກທີ່ມີຝົນຕົກ ແລະ ມິີໝາກເຫັບລົງ.

ຊາວແຂວງສວັນນະເຂດ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ອາກາດຢູ່ບ້ານເຮົາກະພໍຢູ່ ເພາະວ່າ ມື້ວານນີ້ ມິີຝົນຕົກ ແລະ ກະມີໝາກເຫັບຕົກ ເນາະ ຫາກຂ້ອຍໄປເຊໂນ ຕອນທີ່ໝາກເຫັບຕົກຫັ້ນນະ ກະເລີຍບໍ່ເຫັນ ຫາກພໍແຕ່ກັບມາ ກະໄດ້ເຫັນ ທີ່ວ່າອາກາດດີ ອາກາດກະເຢັນ ຂຶ້ນຫຼາຍເນາະ ຈາກທີ່ວ່າແຫ້ມຮ້ອນ ຈົນວ່າ ບໍ່ເປັນຕາຢູ່ຫັ້ນນ່າ.”

ສະເພາະຢູ່ ເຂດພາກໃຕ້ ຂອງປະເທດລາວ ອາກາດກໍຍັງຮ້ອນຫຼາຍ ປະຊາຊົນບາງຄົນຕ້ອງໄດ້ອານໍ້າມື້ນຶ່ງ 3 ຄັ້ງ ສໍາລັບ ຜູ້ທີ່ເຮືອນບໍ່ໄດ້ຕິດແອຣ໌.

ຊາວແຂວງຈໍາປາສັກ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ມັນກະຕ່າງເກົ່າ ຮ້ອນເອົ້າ ຈັກເອົ້າແບບໃດເວີຍ ບອກບໍ່ຖືກ ຄວາມຊື່ນກະຄືວ່າ ບໍ່ຫຼາຍ ມັນຫາກເອົ້າ ດຽວນີ້ ມັນຮ້ອນໃໝ້ໆ ແຫ້ງໆ​ ແຕ່ກ່ອນມັນຮ້ອນໜຽວໆ ເນາະ.”

ຢູ່ນະຄອນຫລວງວຽງຈັນ ກໍເຊັ່ນດຽວກັນ, ອາກາດກໍຮ້ອນເອົ້າ ປະຊາຊົນຫຼາຍທ່ານ ຕ້ອງໄດ້ໄປອາບນໍ້າເພື່ອລົດຄວາມຮ້ອນລົງ ແລະ ບາງຄົນກໍຕ້ອງໄດ້ອາບນໍ້າ ຮອດ 4 ຄັ້ງຕໍ່ມື້.

ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ແຕ່ເດືອນ 4 ມານີ້ ບ່າຍ 2 ໂມງ ຈຶ່ງເຫັນແສງຕາເວັນ ແຕ່ວ່າ ຮ້ອນເອົ້າ ຖ້າປຽບໃສ່ 5 ປີ ເທື່ອແລ້ວ ຢືນຢູ່ກາງແຈ້ງກະບໍ່ໄດ້ລະເນາະ ຮ້ອນອີ່ຫຼື 42 ອົງສາ ຢູ່ນະຄອນຫລວງ ເວົ້າງ່າຍໆ​ ອາບນໍ້າ ກະບໍ່ຕໍ່າກວ່າ ມື້ນຶ່ງ 4 ເທື່ອພຸ້ນແຫຼວ.”

ອາກາດຮ້ອນ ສົ່ງຜົລກະທົບ ຕໍ່ຜູ້ທີ່ມີໂຣກປະຈໍາໂຕ ໂດຍສະເພາະຜູ້ທີ່ມັກເປັນວິນ. ທ່ານໝໍ ຄົນນຶ່ງ ຢູ່ໂຮງໝໍມະໂຫສົດ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ພວກທີ່ມັກເປັນວິນ ເປັນລົມ ອາກາດຮ້ອນແບບນີ້ ເສັຽຊີວິດກະທັນເຫັນກະມີ.”

ນອກຈາກນີ້ ກົມອຸຕຸນິຍົມ ແລະ ອຸທຸກກະສາດ ໄດ້ອອກແຈ້ງການໃນວັນທີ 23 ເມສາ ວ່າ ຄວາມກົດດັນຕ່ຳຂອງອາກາດຮ້ອນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມ. ຊື່ງຈະເຮັດໃຫ້ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າ, ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ. ນອກຈາກນີ້, ສໍານັກຂ່າວ USA Today ໄດ້ຣາຍງານໃນວັນທີ 19 ເມສາ ທີ່ຜ່ານມາ ວ່າ ປະເທດເອເຊັຽໃຕ້ ແລະ ເອັຍເຊັຽຕາເວັນອອກ ສ່ຽງໃຕ້ ໃນນັ້ນ ມີປະເທດໄທຍ ແລະ ລາວ ໄດ້ຮັບຜົລກະທົບຈາກ ຄື້ນຄວາມຮ້ອນດັ່ງກ່າວ ທີ່ບໍ່ເຄີຍມີມາກ່ອນ.​ ເຊິ່ງມີຊື່ເປັນພາສາອັງກິດວ່າ Monster Asian Heat Wave.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.