ກອງປະຊຸມສຸດຍອດ MRC, ຜູ້ນຳປະເທດລຸ່ມແມ່ນ້ຳຂອງ ຮ່ວມຫາທາງແກ້ບັນຫາ
2023.04.12

ຄະນະກັມມາທິການແມ່ນ້ຳຂອງສາກົລ ຫຼື MRC ໄດ້ຈັດກອງປະຊຸມສຸດຍອດ ຄະນະກັມມາທິການແມ່ນ້ຳຂອງສາກົລ ຄັ້ງທີ 4 ຫຼື 4th, MRC Summit ທີ່ຈັດຂຶ້ນໃນລະວ່າງວັນທີ 2 ຫາ 5 ເມສາ ທີ່ຜ່ານມາ ທີ່ຫໍປະຊຸມແຫ່ງຊາຕ ໃນນະຄອນຫຼວງວຽງຈັນ ສຳເຣັດລົງໄປເປັນທີ່ຮຽບຮ້ອຍແລ້ວ ພາຍໃຕ້ຫົວຂໍ້ “ນະວັດຕະກັມ ແລະ ການຮ່ວມມື ເພື່ອຄໍ້າປະກັນຄວາມຍືນຍົງ ຂອງແມ່ນໍ້າຂອງ” ອັນເປັນເວທີແລກປ່ຽນຄວາມຮູ້ ດ້ານນະວັຕກັມ ແລະ ການເສີມຂຍາຍການຮ່ວມມື ເພື່ອປະກອບສ່ວນຢ່າງສ້າງສັນ ເຂົ້າໃນການຄຸ້ມຄອງ ແລະ ພັທນາອ່າງແມ່ນ້ຳຂອງ ໃຫ້ມີຄວາມຍືນຍົງ.
ຄະນະກັມມາທິການແມ່ນ້ຳຂອງສາກົລ ຣາຍງານວ່າ ມີຜູ້ລົງທະບຽນເຂົ້າຮ່ວມປະຊຸມ ເຖິງ 800 ຄົນ ທີ່ປະກອບໄປດ້ວຍ ບັນດາເຈົ້າໜ້າທີ່ລະດັບສູງ ຂອງຣັຖບານລາວ ແລະ ຕ່າງປະເທດ ພ້ອມທັງຜູ້ຕາງໜ້າ ຈາກໜ່ວຍງານພາກຣັຖ, ອົງການຈັດຕັ້ງສາກົລ NGOs, ອົງການຈັດຕັ້ງພາກປະຊາສັງຄົມ CSOs, ນັກຊ່ຽວຊານໃນຂແນງການຕ່າງໆ ແລະ ສື່ມວນຊົນ ຈາກພາຍໃນ ແລະ ຕ່າງປະເທດ ກໍເຂົ້າຮ່ວມເປັນຈຳນວນຫຼາຍ.
ສຳລັບກອງປະຊຸມໃນວັນທີ 5 ເມສາ ນັ້ນ, ກໍມີບັນດາຜູ້ນຳປະເທດລຸ່ມແມ່ນ້ຳຂອງ ມາຮ່ວມໃນກອງປະຊຸມ, ໂດຍໂຕແທນຈາກປະເທດລາວ ແມ່ນທ່ານ ດຣ. ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີ ໃນນາມເປັນປະທານກອງປະຊຸມ, ທ່ານ ສົມເດັດ ຮຸນ ແຊນ, ນາຍົກຣັຖມົນຕຣີ ປະເທດກັມພູຊາ ພ້ອມດ້ວຍຄະນະ, ທ່ານ ຟ້າມ ມິ່ງ ຈິນ, ນາຍົກຣັຖມົນຕຣີ ປະເທດວຽດນາມ ພ້ອມດ້ວຍຄະນະ, ທ່ານ ຫຼີ ກົ້ວຢິງ, ຣັຖມົນຕຣີກະຊວງຊັພຍາກອນນ້ຳ ປະເທດຈີນ ພ້ອມດ້ວຍຄະນະ ແລະ ທ່ານ ດຣ. ສຸຣະສຣີ ກິດຕິມົນທົນ, ເລຂາທິການ ສຳນັກງານຊັພຍາກອນນ້ຳແຫ່ງຊາຕ ປະເທດໄທຍ, ທີ່ເປັນຫົວໜ້າຄະນະຜູ້ແທນ ຕາງໜ້າໃຫ້ແກ່ຣັຖບານໄທຍ ພ້ອມດ້ວຍຄະນະ ກໍໄດ້ເດີນທາງເຂົ້າມາຮ່ວມ. ຄຽງຄູ່ກັນນີ້, ກໍມີບັນດາເອກອັຄຣັຖທູຕ ຈາກປະເທດຕ່າງໆ ປະຈຳຢູ່ປະເທດລາວ ກໍໄດ້ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ອັນປະກອບໄປດ້ວຍສະຖານທູຕສະຫະຣັຖອາເມຣິກາ, ສະຖານທູຕບັນດາປະເທດ ໃນສະຫະພາບຢຸໂຣປ, ສະຖານທູຕອັອສເຕຣເລັຽ, ສະຖານທູຕຍີ່ປຸ່ນ ແລະ ອີກຫຼາຍປະເທດ ລວມເຖິງຜູ້ຕາງໜ້າ ຈາກຄູ່ຮ່ວມເຈຣະຈາ ແລະ ຄູ່ຮ່ວມພັທນາ ເພື່ອພ້ອມກັນປຶກສາຫາລື ກ່ຽວກັບສະພາບການພັທນາ, ສິ່ງທ້າທາຍ ແລະ ກາລະໂອກາດຕ່າງໆ ໃນອ່າງແມ່ນ້ຳຂອງ.
ກອງປະຊຸມດັ່ງກ່າວນີ້, ມີວາຣະປຶກສາຫາລື ໃນຫຼາຍບັນຫາ, ແຕ່ຫຼັກໆແລ້ວ ກໍຈະມີການປຶກສາຫາລື ກ່ຽວກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ເນື່ອງຈາກການປ່ຽນແປງ ຂອງດິນຟ້າອາກາດ ທີ່ບໍ່ພຽງແຕ່ເປັນພັຍຂົ່ມຂູ່ ໃນຂອບເຂດແມ່ນ້ຳຂອງຕອນລຸ່ມເທົ່ານັ້ນ, ແຕ່ປັດຈຸບັນ ມັນຍັງໄດ້ສ້າງຜົລກະທົບ ຕໍ່ການດຳຣົງຊີວິຕ ຂອງປະຊາຊົນຫຼາຍລ້ານຄົນ ທີ່ນຳໃຊ້ຊັພຍາກອນທັມມະຊາດ ຂອງແມ່ນ້ຳຂອງ ໃນຂົງເຂດປະເທດກັມພູຊາ, ວຽດນາມ, ໄທຍ ແລະ ລາວ.
ທ່ານ ດຣ. ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີລາວ ກ່າວໃນລະວ່າງເປີດກອງປະຊຸມ ຕອນນຶ່ງວ່າ ແມ່ນ້ຳຂອງ ຖືເປັນແມ່ນ້ຳຂນາດໃຫຍ່ ທີ່ມີຄວາມອຸດົມສົມບູນ ໄປດ້ວຍລະບົບນິເວດ ແລະ ຊີວະນາໆພັນ ທີ່ຕິດພັນກັບຊີວິຕ ການເປັນຢູ່ຂອງປະຊາຊົນ ເປັນຈຳນວນຫຼາຍກວ່າ 60 ລ້ານຄົນ ທີ່ອາສັຍຢູ່ໃນອ່າງແມ່ນ້ຳຂອງ ແຫ່ງນີ້ ແລະ ໄດ້ນຳໃຊ້ຊັພຍາກອນ ທັມມະຊາຕ ດັ່ງກ່າວນີ້ ໃນການດຳຣົງຊີວິຕ ແລະ ທ່ານຍອມຮັບວ່າ ຕົກມາຮອດປັດຈຸບັນ, ແມ່ນ້ຳຂອງ ຕົກຢູ່ໃນສະພາບທີ່ມີການປ່ຽນແປງສູງ ອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ.
“ບັນດາທ່ານແຂກທີ່ມີກຽດ ທີ່ນັບຖື ແລະ ຮັກແພງ. ພວກເຮົາຮັບຮູ້ນຳກັນແລ້ວວ່າ ສະພາບການປ່ຽນແປງ ຂອງດິນຟ້າອາກາດ ແມ່ນນັບມື້ ນັບຮຸນແຮງຂຶ້ນ ເຮັດໃຫ້ສະພາບໂລກ ແລະ ພາກພື້ນ ມີການປ່ຽນແປງ. ກໍ່ໃຫ້ເກີດມີພັຍນ້ຳຖ້ວມ, ພັຍແຫ້ງແລ້ງ ແລະ ສະພາບອາກາດຜັນແປຮຸນແຮງ, ເຊິ່ງໄດ້ສົ່ງຜົລກະທົບ ຕໍ່ກັບຊີວິດ ແລະ ຊັພສິນ ຂອງປະຊາຊົນ ລວມທັງພື້ນຖານໂຄງຮ່າງຕ່າງໆ.”
ທ່ານ ດຣ. ສອນໄຊ ຍັງຮຽກຮ້ອງໃຫ້ບັນດາປະເທດ ທີ່ຢູ່ໃນເຂດອ່າງແມ່ນ້ຳຂອງທັງໝົດ ຮີບດ່ວນຫາທາງແກ້ໄຂ ຕໍ່ສິ່ງທ້າທາຍ ແລະ ພັຍຂົ່ມຂູ່ເຫຼົ່ານັ້ນ ແລະ ຈົ່ງຮ່ວມກັນ ໃນການຄຸ້ມຄອງ ອ່າງແມ່ນ້ຳຂອງ ຕາມຫຼັກການເຄົາຣົບອະທິປະໄຕ ຂອງກັນ ແລະ ກັນ ເພື່ອຜົລປໂຍດຮ່ວມກັນ ດັ່ງຄຳຂວັນທີ່ວ່າ “ນຶ່ງແມ່ນ້ຳຂອງ ນຶ່ງອຸດົມການ.”
ທ່ານ ດຣ. ສຸຣະສຣີ ກິດຕິມົນທົນ, ເລຂາທິການ ສຳນັກງານຊັພຍາກອນນ້ຳ ແຫ່ງຊາຕ ປະເທດໄທຍ ໃນຖານະໂຕແທນຣັຖບານໄທຍ ທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ກ່າວເນັ້ນຢ້ຳວ່າ ເພື່ອຕອບໂຕ້ພັຍຂົ່ມຂູ່ ແລະ ຮັບມືກັບສິ່ງທ້າທາຍ ທີ່ເກີດຂຶ້ນໃນລຸ່ມແມ່ນ້ຳຂອງ ນັ້ນ, ການຮ່ວມມືກັບພາກສ່ວນຕ່າງໆ ເປັນສິ່ງທີ່ຈຳເປັນ ແລະ ທັງເປັນປັດຈັຍຕັດສິນ ເພື່ອໃຫ້ການນຳໃຊ້ ແລະ ປົກປ້ອງແມ່ນ້ຳຂອງ ເປັນໄປໂດຍດີ ແລະ ຍືນຍົງ.
“ເພື່ອກ້າວຜ່ານ ຄວາມທ້າທາຍທີ່ຕ້ອງປະເຊີນ ຮ່ວມກັນນີ້ ປະເທດໄທຍ ເຊື່ອວ່າ ດ້ວຍຄວາມຮ່ວມມື ຈາກທຸກທ່ານ ທັງປະເທດສະມາຊິກ, ປະເທດຄູ່ເຈຣະຈາ, ຫຸ້ນສ່ວນການພັທນາ ແລະ ຊຸມຊົນທ້ອງຖິ່ນ ລວມເຖິງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ຂອງປະເທດສະມາຊິກ ຈະເປັນກຸນແຈສຳຄັນ ທີ່ຈະເຮັດໃຫ້ເກີດການຮ່ວມມື ໃນການບໍຣິຫານຈັດການຊັພຍາກອນນ້ຳ ຮ່ວມກັນ ເທິງຫຼັກການເຈຣະຈາ ແລະ ຄວາມກ່ຽວຂ້ອງ-ສັມພັນ ຂອງທັງລຸ່ມນ້ຳ ທີ່ຄຳນຶງເຖິງການອະນຸຮັກ ແລະ ໃຊ້ປໂຍດ ຈາກຄວາມຫຼາກຫຼາຍ ທາງຊີວະພາບ ຢ່າງຍືນຍົງ.”
ທ່ານ ອານຸລັກ ກິດຕິຄຸນ, ຫົວໜ້າກອງເລຂາ ຄະນະກັມມາທິການແມ່ນ້ຳຂອງສາກົລ ກໍໄດ້ໃຫ້ສັມພາດ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນລະວ່າງກອງປະຊຸມ ໃນວັນທີ 2 ເມສາ ວ່າ ອີງຕາມຂໍ້ມູນທາງວິທຍາສາຕ ທີ່ໄດ້ມີການຮິບໂຮມຮ່ວມກັນ ຈາກການສຳຣວດໂຕຈິງ ໃນບັນດາປະເທດລຸ່ມແມ່ນ້ຳຂອງ ນັ້ນ, ສະພາບແມ່ນ້ຳຂອງ ມີການປ່ຽນແປງຫຼາຍ ແລະ ເຫັນໄດ້ຢ່າງຈະແຈ້ງ ໃນຮອບ 20 ປີມານີ້ ອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ແລະ ການສ້າງເຂື່ອນໄຟຟ້າ ຕາມລຳແມ່ນ້ຳຂອງ ທັງໃນປະເທດຈີນ ແລະ ໃນປະເທດເຂດລຸ່ມແມ່ນ້ຳຂອງ.
“ແມ່ນ້ຳຂອງອັນນີ້ ມັນກະມີການປ່ຽນແປງເນາະ, ທີ່ວ່າ 10-20 ປີກ່ອນ ເຮົາບໍ່ເຄີຍເຫັນ. ອັນປ່ຽນແປງຈະແຈ້ງນີ້, ກະແມ່ນການໄຫຼຂອງນ້ຳ. ການໄຫຼຂອງນ້ຳນີ້, ເວົ້າລວມເນາະ, ແຕ່ວ່າບາງບ່ອນ ກະຊິມີເຫດ ຂອງມັນ. ແຕ່ວ່າເວົ້າລວມ ແມ່ນຣະດູຝົນ ຈະແຫ້ງແລ້ງລົງ ແລ້ວຣະດູແລ້ງ ຈະມີນ້ຳຫຼາຍຂຶ້ນ. ອັນນີ້ກະເປັນປັດຈັຍ ທີ່ວ່າມັນມີການປ່ຽນແປງ. ມີ 2 ປັດຈັຍເນາະ, ປັດຈັຍນຶ່ງ ກະແມ່ນ ເຣື່ອງປ່ຽນແປງດິນຟ້າອາກາດ, ປັດຈັຍສອງ ກະແມ່ນ ເຣື່ອງການສ້າງເຂື່ອນ ນັບແຕ່ຈີນມາ ແລ້ວລົງມາປະເທດສະມາຊິກ MRC ເນາະ.”
ທ່ານກ່າວຕື່ມວ່າ ບັນດາຜູ້ມີອຳນາດ ໃນການສັດສິນໃຈ ແລະ ນັກຍຸທສາຕ ຂອງບັນດາປະເທດລຸ່ມແມ່ນ້ຳຂອງ ໄດ້ຮັບຮູ້ເຖິງຜົລສະທ້ອນ ຂອງການປ່ຽນແປງດິນຟ້າອາກາດ ແລະ ການສ້າງເຂື່ອນໄຟຟ້າ, ເຊິ່ງປັດຈຸບັນ ກຳລັງສັງລວມບັນຫາດັ່ງກ່າວ ເຂົ້າໃນແຜນງານແຫ່ງຊາຕ. ຄຽງຄູ່ກັນນີ້ MRC ກໍຈະສນັບສນູນບັນດາ ປະເທດສະມາຊິກ ຂອງຕົນ ຢ່າງຈິງຈັງ ດ້ວຍທຸກວິທີ ໃນການຮັບມື ກັບການປ່ຽນແປງດິນຟ້າອາກາດ ແລະ ສິ່ງທ້າທາຍຕ່າງໆ ບໍ່ວ່າຈະເປັນການໃຫ້ຄຳແນະນຳດ້ານວິຊາການ, ຈັດເວທີປຶກສາຫາລື ເພື່ອສົ່ງເສີມການແລກປ່ຽນຄວາມຮູ້ ແລະ ສົ່ງເສີມຄວາມເຂົ້າໃຈ ກ່ຽວກັບການປ່ຽນແປງດິນຟ້າອາກາດ ໃນສະພາບການຂ້າມຊາຍແດນ.

ດັ່ງນັ້ນແລ້ວ, MRC ພະຍາຍາມທີ່ຈະຊອກຫາວິທີການຊ່ອຍເຫຼືອ ບັນດາປະເທດສະມາຊິກລຸ່ມແມ່ນ້ຳຂອງ ເພື່ອໃຫ້ສາມາດຮັບປະກັນການປັບໂຕ ຕໍ່ກັບການປ່ຽນແປງດິນຟ້າອາກາດ, ເຊິ່ງມີຄວາມສອດຄ່ອງກັບຍຸທສາຕ ແລະ ແຜນການ ຢ່າງມີປະສິດທິຜົລ ໃນລະດັບຕ່າງໆ ດ້ວຍການພັທນາລະບົບເຕັກໂນໂລຢີທັນສໄມ ແລະ ນະວັດຕະກັມ ເພື່ອສນັບສນູນການວາງແຜນ ແລະ ການຕັດສິນໃຈ ຂອງຣັຖບານ ບັນດາປະເທດສະມາຊິກລຸ່ມແມ່ນ້ຳຂອງ.
ຍານາງ ຊິນນະພອນ ມີໄຊຍາ, ນັກອຸທົກກະສາດ ເຣື່ອງນ້ຳ ແລະ ພັຍພິບັດ ປະຈຳ ສູນຕຣຽມຄວາມພ້ອມ ຮັບມືພັຍພິບັດ ແຫ່ງເອເຊັຽ ຫຼື Asian Disaster Preparedness Center (ADPC) ກໍໄດ້ໃຫ້ສັມພາດ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນລະວ່າງກອງປະຊຸມ ໃນວັນທີ 2 ເມສາ ວ່າ ເນື່ອງຈາກເລັງເຫັນເຖິງຜົລກະທົບ ແລະ ສິ່ງທ້າທາຍ ທີ່ເກີດຂຶ້ນໃນເຂດລຸ່ມແມ່ນ້ຳຂອງ ນີ້, ອົງກອນ ທີ່ຍານາງເຮັດວຽກຢູ່ ພ້ອມສນັບສນູນ ບັນດາປະເທດສະມາຊິກແມ່ນ້ຳຂອງ ແລະ ຜູ້ມີສ່ວນໄດ້ ສ່ວນເສັຽທັງໝົດ ໃນການຄົ້ນຄວ້າ-ວິຈັຍ ເຣື່ອງການພະຍາກອນ ໃຫ້ເກີດຄວາມຖືກຕ້ອງທີ່ສຸດ ໃນເຣື່ອງພັຍນ້ຳຖ້ວມ, ພັຍແຫ້ງແລ້ງ ຫຼື ພັຍພິບັດອື່ນໆ ທີ່ອາຈສົ່ງຜົລຕໍ່ແມ່ນ້ຳຂອງ ເພື່ອຕຣຽມຄວາມພ້ອມ ຮັບມືໃຫ້ໄດ້ຢ່າງທັນການ ແລະ ມີປະສິດທິພາບສູງສຸດ.
“ໃນການຕຣຽມຄວາມພ້ອມ ຕອນນີ້ ອັນແທ້ຈິງແລ້ວ ຢາກຈະບອກວ່າ ຂໍ້ມູນ ເທັກໂນໂລຍີ ໃນປະເທດລຸ່ມແມ່ນ້ຳຂອງນີ້ ກໍມີການພັທນາ ໄປຫຼາຍສົມຄວນ, ແຕ່ບັນຫາກະຄືວ່າ ການທີ່ຈະສົ່ງ-ຖ່າຍທອດຂໍ້ມູນເຫຼົ່ານັ້ນ ໄປໃຫ້ເຖິງຊຸມຊົນ ນີ້, ຍັງມີຄວາມທ້າທາຍຫຼາຍຢູ່. ແລ້ວກະໃນເຣື່ອງ ຂອງຄວາມຖືກຕ້ອງ ຂອງຂໍ້ມູນຕ່າງໆ ໃນຄວາມຮູ້ເຣື່ອງນີ້ ທີ່ເຮົາຕ້ອງສຶກສາເພີ່ມຕື່ມ.”
ຍານາງ ອ້ອມບຸນ ທິບສຸນາ, ຕາງໜ້າເຄື່ອຂ່າຍ ສະພາອົງການຊຸມຊົນ ລຸ່ມແມ່ນ້ຳຂອງ 7 ແຂວງ ພາກອີສານ ຂອງໄທຍ ກໍໄດ້ໃຫ້ສັມພາດ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນລະວ່າງກອງປະຊຸມ ໃນວັນທີ 2 ເມສາ ວ່າ ໃນທັສນະ ຂອງອົງການ ທີ່ຍານາງເຮັດວຽກຢູ່ນີ້ແລ້ວແມ່ນວ່າ ການປ່ຽນແປງ ຂອງສະພາບດິນຟ້າອາກາດ ອາຈສົ່ງຜົລກະທົບ ຕໍ່ລະບົບນິເວດ ແມ່ນ້ຳຂອງ ພຽງສ່ວນນ້ອຍ, ແຕ່ສິ່ງທີ່ເຮັດໃຫ້ລະບົບນິເວດ ໃນແມ່ນ້ຳຂອງ ເກີດການປ່ຽນແປງ ທີ່ຮ້າຍແຮງລົງ ໃນປັດຈຸບັນນີ້, ພວກເພິ່ນກໍຍັງຢືນຢັນວ່າ ເກີດມາຈາກໂຄງການເຂື່ອນໄຟຟ້າ ໃນແມ່ນ້ຳຂອງ ແລະ ຢາກໃຫ້ມີການຢຸດການສ້າງເຂື່ອນ ແລ້ວມີການສຶກສາໃຫ້ລະອຽດກ່ອນ.
“ກະຂໍຮຽກຮ້ອງໃຫ້ (ເຂື່ອນ) ທີ່ສ້າງມານີ້ ແລ້ວກໍຢຸດ, ສຶກສາຮ່ວມກັນກ່ອນ ແລ້ວກະເຂົາຈະຕ້ອງຢັ້ງຢືນ ຈະແຈ້ງ ແລ້ວກະມີການຕົກລົງ ຮ່ວມໄມ້, ຮ່ວມມື, ຮ່ວມໃຈກັນ ກັບພີ່ນ້ອງຊາວບ້ານ ຜູ້ທີ່ໄດ້ຮັບຄວາມເສັຽຫາຍ ນີ້ ວ່າເຂົາມີຄວາມເຫັນແນວໃດ, ແລ້ວຖ້າຈະສ້າງຕໍ່ໄປ ຖ້າເສັຽຫາຍແລ້ວ ໃຜຈະຮັບຜິດຊອບ ມັນບໍ່ແມ່ນແຕ່ເຣື່ອງເງິນ.”
ຍານາງກ່າວຕື່ມວ່າ ບັນຫາທີ່ສາມາດເຫັນໄດ້ ຢ່າງຈະແຈ້ງ ແລະ ເປັນສິ່ງທີ່ສ້າງຜົລກະທົບ ໃຫ້ແກ່ພວກຊາວບ້ານ ທີ່ອາສັຍຢູ່ຕາມແຄມແມ່ນ້ຳຂອງ ກໍແມ່ນເຣື່ອງການຂຶ້ນ-ລົງ ຂອງລະດັບນ້ຳ ທີ່ຢູ່ທ້າຍເຂື່ອນ, ການໄຫຼຂອງນ້ຳ ທີ່ບໍ່ປົກກະຕິ, ພັນປາສ່ຽງຕໍ່ການສູນພັນ, ການເຮັດສວນກະເສດພື້ນບ້ານ ຕາມແຄມຂອງບໍ່ໄດ້, ເຊິ່ງຊາວບ້ານ ທີ່ຢູ່ຕາມແຄມແມ່ນ້ຳຂອງ ຕ້ອງປະເຊີນ ກັບຄວາມສ່ຽງເຫຼົ່ານີ້ ແລະ ຢາກໃຫ້ບັນດາຜູ້ນຳປະເທດລຸ່ມແມ່ນ້ຳຂອງ ຮ່ວມຄຳນຶງເຖິງສິ່ງດັ່ງກ່າວໃຫ້ຫຼາຍທີ່ສຸດ.
ສຳລັບກອງປະຊຸມສຸດຍອດ ຂອງຄະນະກັມມາທິການ ແມ່ນ້ຳຂອງສາກົລ ຄັ້ງທີ 4, ຫົວໜ້າຣັຖບານ ແລະ ຜູ້ຕາງໜ້າຣັຖບານ ຈາກປະເທດສະມາຊິກລຸ່ມແມ່ນ້ຳຂອງ ໄດ້ຢັ້ງຢືນຄືນ ເຖິງຄຳໝັ້ນສັນຍາ ທາງການເມືອງ ອັນມີຄວາມຮັບຜິດຊອບສູງ ຂອງຕົນ ທີ່ມີຕໍ່ສັນຍາແມ່ນ້ຳຂອງ ປີ 1995 ກໍຄື ບົດບາດໜ້າທີ່ຫຼັກ ຂອງການຮ່ວມມື ເພື່ອການພັທນາ ແລະ ນຳໃຊ້ຊັພຍາກອນ ທີ່ກ່ຽວຂ້ອງກັບນ້ຳ ໃນອ່າງແມ່ນ້ຳຂອງ ຢ່າງຍືນຍົງ ໂດຍໄດ້ມີການຮັບຮອງຖແລງການວຽງຈັນ.
ຖແລງການວຽງຈັນ ປີ 2023 ນີ້, ໄດ້ກຳນົດຄວາມຄາດຫວັງ ໃນການສົ່ງເສີມແຜນດຳເນີນງານ ການຮ່ວມມືກັນ ເພື່ອສ້າງປໂຍດສູງສຸດ ຈາກການໝູນໃຊ້ນະວັດຕະກັມໃໝ່ ເຂົ້າໃນການພັທນາເຄື່ອງມື ແລະ ນະໂຍບາຍ ເພື່ອຮັບມືກັບສິ່ງທ້າທາຍ ແລະ ຄວາມສ່ຽງຕ່າງໆ ທີ່ອາຈເກີດຂຶ້ນ ຢູ່ໃນອ່າງແມ່ນ້ຳຂອງ. ສບາຍດີ.