ບາງແຂວງ ຂອງລາວ ຍັງປະສົບກັບ ລົມພະຍຸເຂດຮ້ອນ
2023.04.26
ໃນໄລຍະ ເຂົ້າສູ່ທ້າຍເດືອນເມສາປີນີ້ ບາງເຂດໃນບາງແຂວງຂອງລາວ ມີລົມພະຍຸພັດເຂົ້າ ເຮັດໃຫ້ປະຊາຊົນ ຈໍານວນນຶ່ງໄດ້ຮັບຜົລກະທົບ ເປັນຕົ້ນແຕ່ມື້ວັນທີ 20 ຫາ 23 ເມສາ ລົມພະຍຸໄດ້ພັດເຂົ້າບາງບ້ານຂອງເມືອງ ແກ່ນທ້າວ ແຂວງໄຊຍະບູຣີ 3 ເທື່ອ ເຮັດໃຫ້ເຮືອນປະຊາຊົນ 24 ຄອບຄົວຢູ່ບ້ານເມືອງໝໍ ແລະບ້ານຈອມເພັດເສັຍຫາຍ, ມາຮອດປັດຈຸບັນ ຜູ້ໄດ້ຮັບຜົລກະທົບນັ້ນ ກໍຍັງລໍຖ້າການຊ່ອຍເຫລືອ ຈາກທາງການຢູ່.
ດັ່ງຊາວບ້ານ ທີ່ໄດ້ຮັບຜົລກະທົບ ນາງນຶ່ງເວົ້າຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 26 ເມສານີ້ວ່າ:
“ເອີ ເຮືອນກະເສັຍຫາຍຢູ່ ມັນກະລົ້ມຫລັງນຶ່ງ ກະຍັງບໍ່ທັນໄດ້ແປງ ບໍ່ທັນໄດ້ສ້ອມແຊມ ພະຍຸລູກຫວ່າງກີ້ນີ້ແຫລະ 293 ມື້ ແມ່ນຫລາຍຄອບຄົວຢູ່ ກະເພິ່ນກະເວົ້າຢູ່ ແຕ່ວ່າຍັງບໍ່ເຫັນເພິ່ນ ມາຊ່ອຍເຫລືອ ນໍາເທື່ອ ກະເຫັນແຕ່ເພິ່ນຊິຄິດເຫັນ ຊ່ອຍລະກະຊ່ອຍ ເພິ່ນບໍ່ຊ່ອຍເຮົາ ກະສ້ອມແຊມເອົາ.”
ຊາວບ້ານ ຢູ່ເມືອງແກ່ນທ້າວ ອີກນາງນຶ່ງ ທີ່ໄດ້ຮັບຜົລກະທົບ ຄືກັນນັ້ນກໍເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໃນເບື້ອງຕົ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍໄດ້ມາສໍາຣວດ ແລະເອົາຂໍ້ມູນຈາກຄອບ ຄົວຊາວບ້ານຜູ້ໄດ້ຮັບຜົລກະທົບ ເພື່ອນໍາໄປຄິດໄລ່ມູນຄ່າຄວາມເສັຍຫາຍ ແຕ່ມາຮອດມື້ນີ້ຍັງບໍ່ທັນໄດ້ໃຫ້ການຊ່ອຍເຫລືອເທື່ອ.
“ຍັງບໍ່ມີພາກສ່ວນໃດລົງມາເທື່ອ ຂະເຈົ້າມາຈົດໄປ ຂະເຈົ້າມາເອົາຂໍ້ມູນໄປແລ້ວ ແຕ່ຍັງບໍ່ໄດ້ມາເບິ່ງ ມາຄິດໄລ່ຫຍັງໄປຊື່ໆ ແຕ່ວ່າບໍ່ໄດ້ອັນນັ້ນເທື່ອ ບໍ່ໄດ້ປະເມີນນະ ເຂົ້າເປັນບາງບ້ານ.”
ຄວາມເສັຍຫາຍ ຈາກຜົລກະທົບ ຂອງພະຍຸພັດເຂົ້າ ເມືອງແກ່ນທ້າວ ເທື່ອນີ້ ເປັນມູນຄ່າທັງໝົດປະມານ 200 ປາຍລ້ານກີບ, ແຕ່ທາງການເມືອງ ມີແຜນທີ່ຈະຊ່ອຍເຫລືອ ເປັນເງິນພຽງ 20 ລ້ານກີບ ຊຶ່ງຄາດວ່າຈະມອບໃຫ້ ຜູ້ປະສົບພັຍໃນມື້ວັນທີ 28 ເມສານີ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 26 ເມສານີ້ວ່າ:
“ສເນີແລ້ວ ກະເພິ່ນເຊັນແລ້ວ ມີແຕ່ວ່າໄປປະກອບເອກກະສານ ແລ້ວກະໄປເອົາເງິນຢູ່ທະນາຄານ ຄາດວ່າ ຖ້າທັນນໍ ມື້ວັນສຸກແລ້ວ ຈະນໍາເງິນດັ່ງກ່າວນີ້ໄປຈັດພິທີມອບ ຢູ່ຫໍປະຊຸມບ້ານເມືອງໝໍ ມູນຄ່າເສັຍຫາຍຕົກຢູ່ 200 ປາຍລ້ານ ການຊ່ອຍເຫລືອ ຂອງເມືອງລະມິີແຕ່ວ່າ ປະມານໝ້ອງ 20 ລ້ານ.”
ຢູ່ເມືອງຊານໄຊ ແຂວງອັດຕະປື ລົມພະຍຸກໍພັດເຂົ້າບ້ານຫີນດໍາ ເຮັດໃຫ້ບ້ານເຮືອນປະຊາຊົນ ຈໍານວນນຶ່ງເສັຍຫາຍຫລາຍພໍສົມຄວນ ແຕ່ຍັງບໍ່ມີຣາຍງານ ເຖິງຈໍານວນຄອບຄົວ ແລະມູນຄ່າຄວາມເສັຍຫາຍ ທັງໝົດນັ້ນເທື່ອ.
ດັ່ງເຈົ້າໜ້າທີ່ ແຂວງອັດຕະປືທ່ານນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ຈັກເດີຂໍ້ມູນໂຕນີ້ ຄືບໍ່ເຫັນເພິ່ນສົ່ງມາ ເລີຍບໍ່ທັນຮູ້ເດີຂໍ້ມູນ ຂໍ້ມູນນີ້ເບິ່ງລອງລົມກັບ ຫົວໜ້າເພິ່ນ.”
ໃນມື້ວັນທີ 25 ເມສາ ນີ້ ລົມພະຍຸກໍພັດເຂົ້າແຫລ່ງທ່ອງທ່ຽວ ຢູ່ເມືອງວັງວຽງ ແຂວງວຽງຈັນ, ແຕ່ບໍ່ແຮງປານໃດ, ຮ້ານຄ້າ ແລະຮ້ານອາຫານ ຢູ່ບໍຣິເວນຖໍ້າລົມ ແລະຂົວຂ້າມນໍ້າຊອງ ເສັຍຫາຍເປັນບາງສ່ວນ.
ດັ່ງເຈົ້າຂອງຮ້ານອາຫານ ແຫ່ງນຶ່ງເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 26 ເມສານີ້ວ່າ:
“ແມ່ນແຫລະພະຍຸເຂົ້າ ກະທໍາມະດາ ແຕ່ວ່າພວກຂົວ ທີ່ພວກເຂົາໃຊ້ ເຊື່ອມຊົ່ວຄາວມັນຫັກ ແຕ່ວ່າເຂົາແປງແລ້ວໆມື້ນີ້ ແຕ່ລະຮ້ານກະບໍ່ຫລາຍ ມີແຕ່ພວກຜ້າກັ້ງແມ່ນຫຍັງ ມັນຂາດ ກະຖືວ່າເປັນນໍາລົມ ເຂົາກະແປງໝົດແລ້ວ ປົກກະຕິແລ້ວ.”
ໃນຂະນະດຽວກັນ ຢູ່ບາງແຂວງຂອງລາວ ທີ່ເມື່ອກ່ອນໜ້ານີ້ມີອາກາດຮ້ອນແຮງ ເປັນຕົ້ນຢູ່ແຂວງຫລວງພຣະບາງ ຊຶ່ງປັດຈຸບັນກໍຮ້ອນຢູ່ບາງມື້ ກໍເຣີ່ມມີຝົນຕົກ ແລະລົມພັດບາງເວລາ ແຕ່ບໍ່ເຖິງຂັ້ນເປັນລົມພະຍຸ.
ດັ່ງຊາວບ້ານ ຢູ່ແຂວງນີ້ເວົ້າໃນມື້ດຽວກັນນີ້ວ່າ:
“ກໍຢາກຮ້ອນຢູ່ຫັ້ນແຫລະ ເປັນບາງມື້ ມື້ນີ້ອ່າວແຄນແລ້ວ ຝົນກະຕົກແດ່ແລ້ວ ຫາກໍ່ຕົກ ກະແມ່ນຍາມມັນຕົກຫັ້ນແຫລະ ລົມທັມມະດາ ຢູ່ຫລວງພຣະບາງ.”
ກ່ຽວກັບເຣື່ອງທີ່ວ່ານີ້ ກົມອຸຕຸນິຍົມວິທຍາ ແລະອຸທົກກະສາດ ໄດ້ແຈ້ງເຕືອນແຂວງຕ່າງໆ ເປັນຕົ້ນແຂວງຫົວພັນ ແລະແຂວງຊຽງຂວາງ ໃຫ້ເຝົ້າລະວັງພະຍຸແຕ່ມື້ວັນທີ 25 ຫາ 26 ເມສານີ້ ຊຶ່ງອາຈມີລົມພັດແຮງ, ຟ້າຮ້ອງເຫລື້ອມ ແລະໝາກເຫັບຕົກ ຢູ່ຫລາຍເຂດ ແລະແຕ່ມື້ວັນທີ 27 ຫາ 30 ເມສານີ້ ສະພາບອາກາດ ໃນບາງແຂວງ ຈະມີອຸນນະພູມຕໍ່າສຸດ 20 ອົງສາ ແລະຢູ່ບາງແຂວງສູງສຸດ 40 ອົງ ສາ, ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນທາມສ໌ ວັນທີ 26 ເມສານີ້.