ນາຍົກຣັຖມົນຕຣີ ຮຽກຮ້ອງໃຫ້ກວດກາ ການໃຊ້ທີ່ດິນຣັຖ ຢ່າງເຂັ້ມງວດ

ຈຳປາທອງ
2024.01.24
ນາຍົກຣັຖມົນຕຣີ ຮຽກຮ້ອງໃຫ້ກວດກາ ການໃຊ້ທີ່ດິນຣັຖ ຢ່າງເຂັ້ມງວດ ກົມທີ່ດິນ ກະຊວງຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ. ນະຄອນຫຼວງວຽງຈັນ ເດືອນມີນາ ປີ 2023.
ນັກຂ່າວ ພົລເມືອງ

ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ແນະນໍາໃຫ້ເຈົ້າໜ້າທີ່ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ກວດກາການນໍາໃຊ້ທີ່ດິນ ຢ່າງເຂັ້ມງວດ; ສະເພາະໂຄງການສັມປະທານທີ່ດິນຂອງຣັຖທີ່ບໍ່ເກີດຜົລ ຕ້ອງໃຫ້ຢຸດ ຫລື ຍົກເລີກ. ທ່ານກ່າວຕໍ່ກອງປະຊຸມ ສລຸບການຈັດຕັ້ງປະຕິບັດ ວຽກງານຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ປະຈໍາປີ 2023 ໃນມື້ວັນທີ 17 ມົກກະຣານີ້. 

ກ່ຽວກັບເຣື່ອງດັ່ງກ່າວ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທີ່ໄດ້ເຂົ້າຮ່ວມກອງປະຊຸມນັ້ນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ມົກກະຣານີ້ວ່າ ທຸກໂຄງການລົງທຶນ ຕ້ອງໄດ້ກວດກາຄືນໝົດ; ໂຄງການໃດເຮັດຖືກຕ້ອງ, ໂຄງການໃດເຮັດບໍ່ຖືກຕ້ອງ ກໍຕ້ອງໄດ້ກວດກາ.

ຄັນວ່າແມ່ນທຸກໂຄງການທີ່ລົງທຶນ ຕ້ອງໄດ້ກວດໝົດ ອີງໃສ່ຂແນງການຂອງໃຜຂອງມັນເນາະ. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຫັ້ນແຫລະ ເພາະວ່າ ທຸກໂຄງການເຮົາຈະໄດ້ກວດກາຄືນ. ແມ່ນທີມງານຂອງການນໍາ ຂອງແຂວງ. 2 ມາ ກໍໄດ້ເບິ່ງຄືນບັນດານິຕິກັມ ທີ່ໄດ້ອະນຸຍາດ ໂຕໄດມັນໝົດ. ໂຕໃດບໍ່ທັນໄດ້ເຮັດ ໂຕຢ່າງຈັ່ງຊີ້ ໃຫ້ປະກອບຄືນໄປຕາມກົດໝາຍ ຂອງສົ່ງເສີມການລົງທຶນ ແຕ່ວ່າຄັນລັກ ໃຊ້ຄືນຣັຖດໍາເນີນທຸຣະກິຈ ນີ້ກໍ. ກໍບໍ່ຄ່ອຍໄດ້ຍິນດອກ ມີແຕ່ວ່າເບື້ອງຣັຖອະນຸຍາດ ແລ້ວ ການເສັຽພັນທະ ຊິບໍ່ຕໍ່ເນື່ອງຫັ້ນນ່າ.

ທ່ານກ່າວຕື່ມວ່າ ສໍາລັບບໍຣິສັດໃດ ຫລືໂຄງການໃດ ທີ່ໄດ້ລົງທຶນໄປແລ້ວ ແຕ່ບໍ່ເສັຍພັນທະໃຫ້ ຣັຖບານນັ້ນ ຈະຕ້ອງໄດ້ຈ່າຍຄືນ ຕາມລະບຽບການ, ຖ້າບໍ່ຈ່າຍ ກໍຈະຖືກຍົກເລີກ ໃຫ້ຜູ້ອື່ນສໍາປະທານຕໍ່.

ບໍຣິສັດໃດທີ່ໄດ້ລົງທຶນແລ້ວເນາະ ບໍ່ໄດ້ຈ່າຍຫລືວ່າບໍ່ໄດ້ເສັຽພັນທະຕ່າງໆ ຫັ້ນແຫລະເນາະ. ມັນຕ້ອງໄດ້ຈ່າຍຄືນ ຕາມລະບຽບການຫລືວ່າ ໂຄງການໃດບໍ່ເຮັດເຂົາກໍຍົກເລີກຫັ້ນແຫລະ. ສົ່ງໃຫ້ຣັຖຄືນ ດິນຫັ້ນກໍເພື່ອໃຫ້ຜູ້ອື່ນເຊົ່າຕໍ່ ໃຫ້ເຂົາສັມປະທານຕໍ່.

ທີ່ດິນຂອງຣັຖ ທີ່ຖືກບຸກຄົນ ຫລື ນິຕິບຸກຄົນ ນໍາໃຊ້ເພື່ອຜົລປໂຍດສ່ວນໂຕ ໂດຍສະເພາະ ການລັກຂຸດຄົ້ນແຮ່ທາດ ໃນທີ່ດິນຂອງຣັຖ ຊຶ່ງຢູ່ນອກເຂດ ທີ່ໄດ້ຮັບອະນຸຍາດນັ້ນ ເປັນບັນຫາທີ່ຍັງເກີດຂື້ນຢູ່ຫລາຍ ແຕ່ພາກສ່ວນທີ່ກ່ຽວຂ້ອງໄດ້ຫັນດິນນັ້ນ ເປັນດິນ 3 ປະເພດປ່າ ຄືປ່າສງວນ, ປ່າປ້ອງກັນ ແລະປ່າຜລິດ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:

ມີການຂຸດຄົ້ນແຮ່ທາດ ເບື້ອງຣັຖບານອະນຸຍາດ ທົດລອງອີ່ຫຍັງຕ່າງໆຫັ້ນ ຈໍານວນໜ້ອຍ ມີ 2-3 ໂຄງການນ່າໂດຍສະເພາະ ຫັນເຂົ້າສູ່ລະບົບເຣື່ອງ 3 ປະເພດປ່າຫັ້ນ. ເນັ້ນໜັກອັນນີ້ ເຮົາກໍໄດ້ເອກພາບກັບພາກສ່ວນທີ່ກ່ຽວຂ້ອງ ແລ້ວກໍສະພາປະຊາຊົນ ຖືກຜົລກະທົບປາສະຈາກບໍ່ໄດ້ແລ້ວ. ເຣື່ອງໂຄງການ ບໍ່ຖືກຫລາຍ ກໍຖືກໜ້ອຍ. ຈໍານວນນຶ່ງໄທເຮົາກໍໄດ້ມີມາຕການຄຸ້ມຄອງເນາະ. ປະຈໍາຢູ່ສນາມຫັ້ນ ໄດ້ຕິດຕາມກວດກາ ຖ້າຫາກວ່າ ໄດ້ອະນຸຍາດໄປແລ້ວ ຖ້າຫາກດໍາເນີນກິຈການ ໄປຫັ້ນນ່າ ບໍຣິສັດກໍໄດ້ປະສານກັບໄທເຮົາ ຫລືຈະເປັນເສຖກິຈບໍ່ ຫລືບໍ່ ເປັນເສຖກິຈ ມັນກໍຂໍປັບປຸງ ຫລືວ່າ ຂໍຂຍາຍຕື່ມອັນນັ້ນການກວດກາ ເປັນລະບົບ ບໍ່ແມ່ນເຮັດໄປທົ່ວທີບເດ້.

ການກວດກາ ການນໍາໃຊ້ທີ່ດິນ ຂອງຣັຖ ບໍ່ໄດ້ເວົ້າເຖິງແຕ່ເຣື່ອງໂຄງການສັມປະທານທີ່ດິນ ຂອງຣັຖເທົ່ານັ້ນ ແຕ່ກວມເອົາທັງການກວດກາ ສິດນໍາໃຊ້ທີ່ດິນຂອງຣັຖ ຂອງປະຊາຊົນນໍາດ້ວຍ.

ໃນກອງປະຊຸມດັ່ງກ່າວ ນາຍົກຣັຖມົນຕຣີ ຍັງໄດ້ກ່າວເຖິງ ການຂຶ້ນທະບຽນອອກໃບຕາດິນ ໃນຂອບເຂດທົ່ວປະເທດ ທີ່ຍັງບໍ່ທັນແລ້ວນັ້ນນໍາດ້ວຍ.

ການຂຶ້ນທະບຽນ ໃບຕາດິນ ຊັກຊ້າ ກໍຍ້ອນວ່າ ຢູ່ນະຄອນຫລວງວຽງຈັນ ມີບາງເມືອງ ທີ່ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ໃຊ້ອໍານາດ, ໜ້າທີ່ ເຊັນຊື້-ຂາຍ ທີ່ດິນຂອງຣັຖ ໃຫ້ປະຊາຊົນຕ່າງແຂວງ ຈົນເຮັດໃຫ້ຜູ້ທີ່ຊື້ດິນຂອງຣັຖ ອັບປໂຍດ ຍ້ອນບໍ່ສາມາດ ເປັນເຈົ້າຂອງທີ່ດິນ ຢ່າງຖາວອນໄດ້, ພຽງແຕ່ໄດ້ເປັນຜູ້ຖືກັມມະສິດທີ່ດິນຊົ່ວຄາວ ເທົ່ານັ້ນ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ນະຄອນຫລວງວຽງຈັນ ກ່າວໃນມື້ວັນທີ 23 ມົກກະຣານີ້ວ່າ:

ເຂົາເຈົ້າແບບຊື້ຂາຍກັນແບບ ພາກຣັຖເຮົາອອກແຈ້ງການໄວ້ແລ້ວ ແຕ່ການຈັດຕັ້ງບ້ານກໍໄປເຊັນຊື້ເຊັນຂາຍໃຫ້ເຂົາຢູ່ ເປັນຕົ້ນໄປຂາຍໃຫ້ປະຊາຊົນແຫລະ. ປະຊາຊົນເຂົາໄປຊື້ກັນເນາະ. ຊື້ກັນໃນນາມເຂົາເຂົ້າໄປຈັບຈອງດິນຣັຖ. ດິນຫລວງ ຊື້ກັນໃນນາມ ເຂົາເຂົ້າໄປຈັບຈອງດິນຣັຖດິນຫລວງ ແລ້ວກໍໂດຍຍຶດຖືວ່າເປັນກັມສິດ ຈັ່ງຊີ້ນ່າ ສວຍໃຊ້ສິດຂອງໂຕເອງກໍໄປຫລອກລວງຂາຍໃຫ້ຄົນອື່ນ ລົງໂຊຊຽລ ຄົນຢູ່ຕ່າງແຂວງມາຊື້ແລ້ວກໍອັບປໂຍດ ຈັ່ງຊີ້ແຫລະ. ອ້າງລາຄາຖືກໆ ບຸກຄົນຢູ່ຕ່າງແຂວງ ເຂົາເຈົ້າກໍຢາກມາຢູ່ນະຄອນຫລວງເນາະ. ເຫັນລາຄາຖືກກໍເອົາເງິນໄປຈໍາ ຈໍາແລ້ວກໍຊ່ວຍກັນບໍ່ໄດ້. ເຂົາຮ້ອງວ່າຕົກນໍ້າແລ້ວກະຂຶ້ນຍາກ ກໍໄດ້ກວດກາເປັນປົກກະຕິລະເນາະ. ເຮົາກໍອີງໃສ່ແຈ້ງການຕ່າງໆ ທີ່ຜ່ານມາ.

ຢູ່ເມືອງທ່າແຕງ ແຂວງເຊກອງ ຍ້ອນຊາວບ້ານ ຕ້ອງການພື້ນທີ່ທໍາກິນ ຈຶ່ງໄດ້ປູກກາເຟ ໃນທີ່ດິນຂອງຣັຖ ເຂດປ່າສງວນ ຈໍານວນຫລາຍຄອບຄົວ. ໃນນັ້ນ ຈໍານວນນຶ່ງ ກໍໄດ້ຖືກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປັບໄໝ,​ ສຶກສາອົບຮົມ ໃຫ້ເຂົ້າໃຈ ບໍ່ໃຫ້ບຸກລຸກທີ່ດິນຕື່ມອີກ ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ຢູ່ເມືອງທ່າແຕງ.

ມີເທື່ອນຶ່ງກໍປັບໄໝຢູ່ປະມານ 10 ປາຍຄອບຄົວ ແຕ່ວ່າເຂົາກໍບໍ່ເຊົ່າ ຄົນອື່ນຍັງບໍ່ເຊົ່າ ເຂົາກໍເຮັດຕໍ່ອີກຫັ້ນນ່າ. ເອີ ບໍ່ມີບ່ອນເຮັດເພິ່ນອ້າງອີງ ເງື່ອນຢູ່ບ່ອນດຽວຫັ້ນ. ບໍ່ມີບ່ອນເຮັດມັນບໍ່ແມ່ນ ເຂົາກໍມີພື້ນຖານແລ້ວ ມີທົ່ງນາແລ້ວກໍມີດິນຫລາຍບ່ອນອື່ນ ຫລາຍຕອນແລ້ວ. ມີທົ່ງໄຮ່ນາເປັນພື້ນຖານແລ້ວ ທົ່ງໄຮ່ທົ່ງນາຫັ້ນນ່າ ຄັນບໍ່ມີສິບໍ່ວ່າ.

ເວົ້າເຖິງການຂຶ້ນທະບຽນ ອອກໃບຕາດິນ ຍານາງ ບຸນຄໍາ ວໍລະຈິດ ຣັຖມົນຕຣີ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ກ່າວຕໍ່ກອງດັ່ງກ່າວວ່າ ການຈັດຕັ້ງປະຕິບັດໂຕຈິງ ແຕ່ປີ 2021​ເຖິງປີ 2023 ສາມາດຂຶ້ນທະບຽນ ອອກໃບຕາດິນ ໃນຂອບເຂດທົ່ວປະເທດໄດ້ທັງໝົດ 395,350 ຕອນ ເທົ່າກັບ 24.70% ຂອງແຜນການ 5 ປີ (2021-2025).

ຂະນະທີ່ແຜນການ 5 ປີ ທີ່ວາງຄາດໝາຍສູ້ຊົນນັ້ນ ລະບຸວ່າ ຈະອອກໃບຕາ ດິນ ໃຫ້ສໍາເຣັດເພີ່ມຕື່ມອີກ 1.6 ລ້ານຕອນ ຈາກສໍາມະໂນຕອນດິນ ທີ່ເກັບກໍາໄດ້ທັງໝົດ ໃນທົ່ວປະເທດ 3 ລ້ານປາຍຕອນ. ສ່ວນທີ່ເຫລືອອີກ 1.5 ລ້ານປາຍຕອນ ແມ່ນຂຶ້ນທະບຽນ ອອກໃບຕາດິນສໍາເຣັດແລ້ວ, ອີງຕາມຄໍາເວົ້າຂອງຍານາງ ບຸນຄໍາ ວໍລະຈິດ ຕໍ່ກອງປະຊຸມສະພາແຫ່ງຊາຕ ເມື່ອວັນທີ 6 ພຶສຈິກາ 2023 ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.