ທ່ານ ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີ ໄດ້ຊີ້ນໍາ ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຕິດຕາມ ກວດກາໂຄງການ ຂຸດຄົ້ນແຮ່ທາດ ໃນທົ່ວປະເທດ ແລະ ຫ້າມອະນຸຍາດ ຂົນຍ້າຍແຮ່ດິບ ອອກນອກປະເທດ. ນາຍົກຣັຖມົນຕຣີ ຕ້ອງການໃຫ້ມີການແປຮູບແຮ່ທາດ ກ່ອນທີ່ຈະສົ່ງອອກນອກປະເທດ ຍ້ອນວ່າ ການສົ່ງແຮ່ດິບອອກນອກປະເທດ ເຮັດໃຫ້ລາວເສັຽຜົນປະໂຫຍດ ແລະ ສົ່ງຜົນກະທົບຕໍ່ເສັ້ນທາງ.
ເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
" ແມ່ນ ເອົາໂຮງງານປຸງແຕ່ງ ສໍາເລັດຮູບ ພາຍໃນ ແລ້ວຈັ່ງອອກໄດ້ , ແຕ່ວ່າ ນອກປະເທດລະບໍ່ໄດ້. ຈີນຫັ້ນດຽວນີ້ ມັນແຫ່ງຮ້າຍ. ບາດນີ້ທາງພາກຣັຖ, ທາງຣັຖບານເພິ່ນຢາກໃຫ້ເຮັດໄວໆ ເລັ່ງດ່ວນ. ມັນກະບໍ່ໄດ້. ໂຄງການເປັນຂອງກະຊວງໝົດເດ້ ດຽວນີ້ ຍາກຄືກັນແຫຼະ."
ທ່ານ ກ່າວອີກວ່າ ການຊີ້ນໍາກ່ຽວກັບເລື່ອງນີ້ ຂອງນາຍົກຣັຖມົນຕຣີ ຈະມີຄວາມຫຍຸ້ງຍາກ ໃນຫຼາຍດ້ານ ເພາະການອະນຸຍາດ ໃຫ້ບໍຣິສັດຕ່າງປະເທດ ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ສ່ວນໃຫຍ່ ແມ່ນຣັຖບານ ແລະ ກະຊວງພະລັງການ ແລະ ບໍ່ແຮ່ ເປັນຜູ້ອະນຸຍາດໂດຍກົງ ຖ້າໃຫ້ເຈົ້າໜ້າທີ່ ຂັ້ນແຂວງ ແລະ ເມືອງ ເປັນຜູ້ຕິດຕາມກວດກາ, ແກ້ໄຂບັນຫາບໍ່ໄດ້ປະສິດທິພາບ.
ທິີ່ຜ່ານມາ ເກີດມີກໍລະນີ ບໍຣິສັດຈີນ ຂຸດຄົ້ນແຮ່ທາດ ຢູ່ປະເທດລາວ ແລະ ສົ່ງໄປປຸງແຕ່ງ ຢູ່ປະເທດຈີນ.
ເຈົ້າຂອງບໍຣິສັດ ກໍ່ສ້າງທີ່ເຄີຍເຮັດວຽກ ກັບບໍຣິສັດຈີນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
" ຄົນຈີນນີ້ມັນອອກໄປເທດໄດ໋ເຈົ້າ . ເລື່ອງຂຸດຄົ້ນຊັບພະຍາກອນທໍາມະຊາດນີ້ ຂະເຈົ້ານໍາອອກໄປໝົດເລີຍ ຕອນຂຸດ ມາຂຸດຄົ້ນ ປີ 2014 -2015. ຂ້ອຍໄປກັບຄົນຈີນຫັ້ນນ່າ. ຄົນຈີນເຮັດແບບນັ້ນລະ ກໍຣັຖບານກະເລີຍວ່າ ສັ່ງໂຈະທຸກຢ່າງເລີຍ."
ທ່ານ ກ່າວຕື່ມວ່າ ປັດຈຸບັນ ການຂຸດຄົ້ນ ແລະ ຂົນຍ້າຍແຮ່ດິບ ອອກໄປນອກປະເທດ ຍັງພົບເຫັນຢູ່ເປັນຈໍານວນຫຼາຍ ແຕ່ບໍ່ຮູ້ວ່າ ບໍຣິສັດເຫຼົ່ານັ້ນ ມີການຂົນຍ້າຍແຮ່ດິບ ຖືກກົດໝາຍ ຫຼືບໍ່.
ເຖິງວ່າ ທາງການລາວ ຈະສັ່ງຫ້າມຂົນແຮ່ດິບ ກໍຕາມ, ແຕ່ຍັງປະກົດມີຢູ່ແຂວງທີ່ຕິດກັບຊາຍແດນປະເທດຈີນ ຄື ແຂວງຜົ້ງສາລີ ເຮັດໃຫ້ເສັ້ນທາງຫຼວງ ແລະ ທາງຊົນນະບົດເປ່ເພ.
ເຈົ້າໜ້າທີ່ນາງໜຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 6 ມີນາ ວ່າ:
" ທາງຜົ້ງສາລີ ຄືວ່າ ບໍ່ເຫັນຫຼາຍແລ້ວໄດ໋ ກະຢາກມີຢູ່ . ທາງເມືອງບຸນເໜືອ ພຸ້ນແມະ. ທາງບຸນເໜືອ ຂະເຈົ້າກໍາລັງກໍ່ສ້າງແນ່. ຂະເຈົ້າສໍາຣວດໄປແຕ່ລະຈຸດ, ແຕ່ລະບ່ອນ ອິຫຍັງຫັ້ນນ່າ. ຂະເຈົ້າມັກໄປທາງເມືອງຍອດອູ ພຸ້ນເດ້."
ປັດຈຸບັນ ມີຄົນເຫັນຣົຖແກ່ແຮ່ ຈາກປະເທດລາວ ໄປປະເທດຈີນ ໂດຍຜ່ານດ່ານສາກົນ ບໍ່ເຕັນ ແຂວງຫລວງນໍ້າທາ.
ຊາວເມືອງສິງ ແຂວງຫລວງນໍ້າທາ ນາງນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 6 ມີນາ ວ່າ:
" ເຫັນ ຍັງເຫັນຫຼາຍຢູ່ ດຽວນີ້ກະຍັງຫຼາຍຢູ່ . ສ່ວນຫຼາຍແລ້ວຈະແມ່ນຣົຖຈີນ ຣົຖອັນຍາວໆ ຫັ້ນເດ້. ຣົຖພ້ວງ [ເສັ້ນທາງ] ພັງບາງຈຸດ. ບາງຈຸດເຂົາເຈົ້າ ກະກໍາລັງສ້ອມແປງຢູ່."
ເຈົ້າໜ້າທີ່ ທາງການລາວ ເຫັນວ່າ ຄວນມີການປຸງແຕ່ງແຮ່ທາດ ຢູ່ປະເທດລາວ ກ່ອນທີ່ຈະສົ່ງອອກໄປປະເທດຈີນ.
ເຈົ້າໜ້າທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 6 ມີນາ ວ່າ:
" ເວົ້າກັນເບື້ອງຕົ້ນ ກະວ່າ ມາຂຸດຄົ້ນ ມາຜະລິດຢູ່ນີ້ ແຕ່ມັນບໍ່ໄປແນວນັ້ນ ເພາະວ່າ ມັນສົ່ງອອກໄປແຍກຢູ່ຈີນ . ຣັຖບານລາວ ເຮັດເອງກໍຈະມີຜົນດີກວ່າ."
ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ໄດ້ກ່າວຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 7 ພຶສຈິກາ 2023 ຕອນນຶ່ງວ່າ “ສ່ວນຫຼາຍໂຄງການຂຸດຄົ້ນແຮ່ທາດ ທີ່ໄດ້ຮັບອະນຸຍາດ ໃຫ້ຂຸດຄົ້ນ ບໍ່ມີການປະເມີນຜົນກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ, ບົດສຶກສາ ຄວາມເປັນໄປໄດ້ ທາງດ້ານເສຖກິຈ-ເທັກນິກ, ແຜນປິດ-ເປີດບໍ່ ແລະ ອື່ນໆ ຈຶ່ງເຮັດໃຫ້ລະບົບການຄຸ້ມຄອງ ແລະ ຄວາມຮັບຜິດຊອບ ຕໍ່ຜົນໄດ້, ຜົນເສັຽ ຂອງແຕ່ລະໂຄງການ ເກືອບວ່າ ບໍ່ສາມາດກວດສອບໄດ້ ຕາມກົດໝາຍ”.
ປັດຈຸບັນ ຣັຖບານລາວ ໄດ້ອະນຸຍາດໃຫ້ບໍຣິສັດ ເອກກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຂຸດຄົ້ນແຮ່ທາດ ແລະ ກິຈການ ໂຮງງານປຸງແຕ່ງແຮ່ທາດ ປະມານ 1,000 ບໍຣິສັດ ມີປະມານ 1,300 ໂຄງການ ກວມເອົາ 30% ຂອງເນື້ອທີ່ ທົ່ວປະເທດ, ອີງຕາມການລາຍງານ ຂອງກະຊວງພະລັງງານ ແລະບໍ່ແຮ່ ໃນປີ 2023.
ແຮ່ທາດ ທີ່ມີການຂຸດຄົ້ນ ລວມມີ ຄໍາ, ທອງ, ເງິນ, ກົ່ວ, ຖ່ານຫີນ, ຫີນກາວ, ເຫຼັກ, ແກ້ວປະເສີດ, ເກືອກາລີ, ສັງກະສີ, ຫີນປູນ ແລະ ອື່ນໆ.