ນັກລົງທຶນຈີນ ຂໍປູກກ້ວຍ ຢູ່ເມືອງຊະນະສົມບູນ ຂ. ຈຳປາສັກ
2023.04.20
ໃນໄລຍະບໍ່ດົນມານີ້, ອຳນາດການປົກຄອງ ເມືອງຊະນະສົມບູນ ແຂວງຈຳປາສັກ ມີແຜນຈະໃຫ້ສັມປະທານທີ່ດິນ ແກ່ນັກລົງທຶນຈີນ ເພື່ອປູກກ້ວຍ ໃນເຂດບ້ານວັງເວີນ, ເມືອງຊະນະສົມບູນ ແຂວງຈຳປາສັກ, ເຊິ່ງກວມເອົາດິນ ທີ່ປະຊາຊົນໃຊ້ ໃນການເຮັດການກະເສຕ. ເຖິງວ່າປະຊາຊົນ ໃນເຂດດັ່ງກ່າວ ຮູ້ສຶກບໍ່ພໍໃຈ, ແຕ່ພັດບໍ່ສາມາດຂັດຄຳສັ່ງ ຂອງອຳນາດການປົກຄອງ ຂັ້ນທ້ອງຖິ່ນໄດ້. ດັ່ງຊາວບ້ານ ຢູ່ບ້ານວັງເວີນໃຫຍ່, ເມືອງຊະນະສົມບູນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ເມສາ 2023 ນີ້ວ່າ:
“ໝົດເລີຍ ປະມານເກືອບ 500 ເຮັກຕ້າຣ໌. ເປັນດິນ ຂອງປະຊາຊົນ ມີແຕ່ໃບເສັຽພາສີທັມມະດາ, ໃບຕາດິນບໍ່ທັນມີ. ມັນມີ 2 ບໍໍຣິສັດ ມາປະມູລ, ຫັ້ນນ່າ. ບໍຣິສັດນຶ່ງ ຄືຊິແມ່ນເອົາຊື່ໆ ເອົາທີ່ດິນຊື່ໆ, ບໍຣິສັດທີສອງ ຄືຊິຈ່າຍຄ່າຊົດເຊີຍໃຫ້ ເຮັກຕ້າຣ໌ລະ 25,000,000 ກີບ. ເພິ່ນຍັງບໍ່ທັນແຈ້ງໃຫ້ເຮົາຮູ້, ຫັ້ນນ່າ. ສຽງຄັດຄ້ານຫຼາຍຫັ້ນແຫຼະ, ແຕ່ວ່າ ຝືນກົດເຂົາບໍ່ໄດ້ ວ່າຊັ້ນສາ. ພວກທີ່ປູກມັນ ກໍຕ້ອງໄດ້ຢຸດປູກໄປກ່ອນ.”
ທ່ານກ່າວຕື່ມວ່າ ມາຮອດປັດຈຸບັນ, ຊາວບ້ານທີ່ອາສັຍ ຢູ່ພາຍໃນບ້ານວັງເວີນໃຫຍ່ ແລະ ບ້ານວັງເວີນນ້ອຍ ສ່ວນໃຫຍ່ ພັດຮູ້ແຕ່ພຽງວ່າ ອຳນາດການປົກຄອງຂັ້ນທ້ອງຖິ່ນ ມີແຜນຈະໃຫ້ສັມປະທານດິນ ແກ່ໂຄງການປູກກ້ວຍ ຂອງນັກລົງທຶນຈີນ ເທົ່ານັ້ນ. ສ່ວນຣາຍລະອຽດອື່ນໆ ເປັນຕົ້ນວ່າ ໂຄງການດັ່ງກ່າວນີ້ ຈະກວມເອົາດິນຈັກເຮັກຕ້າຣ໌, ຈະກວມເອົາດິນ ຂອງປະຊາຊົນ ຈັກຄອບຄົວ ແລະ ດິນບ່ອນໃດ ຈະຖືກໂຄງການແດ່ ນັ້ນ, ພໍ່ແມ່ປະຊາຊົນ ໃນເຂດດັ່ງກ່າວ ກໍຍັງບໍ່ທັນຮູ້ເທື່ອ ແລະ ຈະຕ້ອງລໍຖ້າ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຈ້ງໃຫ້ຮັບຮູ້ ໃນລຳດັບຕໍ່ໄປ.
ເຖິງແມ່ນວ່າ ອຳນາດການປົກຄອງເມືອງ ແລະ ບໍຣິສັດ ຂອງນັກລົງທຶນຈີນ ຍັງບໍ່ທັນໄດ້ແຈ້ງຣາຍລະອຽດ ຢ່າງເປັນທາງການວ່າ ຈະເຣີ່ມດຳເນີນໂຄງການ ສວນໝາກກ້ວຍ ໃນໄລຍະໃດ, ແຕ່ກຸ່ມນັກລົງທຶນ ພັດເຣີ່ມດຳເນີນການ ບຸກເບີກເນື້ອທີ່ ບາງສ່ວນແດ່ແລ້ວ. ດັ່ງຊາວບ້ານ ຢູ່ບ້ານວັງເວີນໃຫຍ່, ເມືອງຊະນະສົມບູນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ສວນກ້ວຍຈີນ ເພິ່ນຊິລົງມາ, ເພິ່ນກຳລັງຊິເຂົ້າມາປີນີ້. ໄດ້ຍິນຂ່າວວ່າ 200 ເຮັກຕ້າຣ໌ບໍ່ ປະມານນີ້. ເພິ່ນຍຶດເອົາແລ້ວນ່າ ແບບເພິ່ນເວົ້າວ່າ ດິນຫັ້ນ ມັນຖືກປ່າຜລິດ. ແມ່ນ, ບອກວ່າ ປະຊາຊົນຫຼາຍຄົນ ເຂົາບໍ່ມີໝ້ອງເຮັດ ກໍຄືຢູ່ຊື່ໆ ຄັນເພິ່ນມາເອົາແລ້ວ. ມີແຕ່ເຮັດສວນ, ດິນໂຕເພິ່ນເອົາ ຫັ້ນແຫຼະ ເຮັດສວນມັນຕົ້ນຢູ່ ເກືອບໝົດບ້ານເລີຍ, 200 ປາຍຄອບຄົວ ເກືອບ 300 ນີ້ແຫຼະ. ມີບ້ານນ້ອຍ ບ້ານໃຫຍ່, ແຕ່ວ່າ ຕອນນີ້ຫັ້ນ ເພິ່ນເຂົ້າວັງເວີນໃຫຍ່.”
ກ່ອນໜ້ານີ້, ອຳນາດການປົກຄອງຂັ້ນທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້້ລົງພື້ນທີ່ ໄປໂອ້ລົມນຳພໍ່ແມ່ປະຊາຊົນ ໃນເຂດດັ່ງກ່າວ ກ່ຽວກັບການຕັດເສັ້ນທາງສັນຈອນ, ເຊິ່ງມີຄວາມກວ້າງປະມານ 7 ຫາ 8 ແມັຕ ຜ່ານດິນປະຊາຊົນ ເພື່ອໃຊ້ເປັນນທາງເຂົ້າ-ອອກ ສວນກ້ວຍ, ແຕ່ພໍ່ແມ່ປະຊາຊົນ ຮູ້ສຶກບໍ່ພໍໃຈ ຈຶ່ງເຮັດໃຫ້ເກີດມີການຜິດຖຽງກັນຂຶ້ນ. ດັ່ງຜູ້ເຫັນເຫດການ ໄດ້ເຜີຍແຜ່ຄລິປວີດິໂອ ໃນສື່ສັງຄົມອອນລາຍນ໌ ໃນມື້ວັນທີ 18 ເມສາ 2023 ທີ່ຜ່ານມາ ນີ້ວ່າ:
“ຊາວບ້ານເວົ້າ: ເອົາຈັ່ງຊີ້ເນາະ ຄືດິນນາເຮົານີ້, ຄັນບໍ່ມີຄ່າຊົດເຊີຍ ລະເຮົາບໍ່ໃຫ້. ດິນນາ 2 ເຮັກຕ້າຣ໌.
ເຈົ້າໜ້າທີ່ທ້ອງຖິ່ນເວົ້າ: ເຮັດໂລດ ຄັນວ່າໃຫ້ເຮັດ ລະເຮັດໂລດ. ເຮົາລົມກັນ ແລ້ວໝົດແລ້ວ ກັບຂັ້ນເທິງ.
ຊາວບ້ານເວົ້າ: ບໍ່ໆ ບໍ່ໄດ້ໆ, ແນວນັ້ນບໍ່ໄດ້ ເຮັດຈັ່ງຊັ້ນບໍ່ໄດ້. ເຂົ້າໃຈໄດ໋ ດິນປະຊາຊົນ ເຂົາທຳມາຫາກິນ. ເຈົ້າເອົາແບບບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງດິນ.”
ຖ້າຫາກທາງການລາວ ກໍຄືອຳນາດການປົກຄອງທ້ອງຖິ່ນ ໃຫ້ສັມປະທານທີ່ດິນ ແກ່ບໍຣິສັດຈີນ ໃນການປູກກ້ວຍ ເພື່ອສົ່ງອອກ ໄປຍັງປະເທດຈີນ ແທ້, ກໍຈະເຮັດໃຫ້ພໍ່ແມ່ປະຊາຊົນ ໃນທ້ອງຖິ່ນ ຈຳເປັນຕ້ອງປ່ຽນອາຊີບ ຍ້ອນຊາວບ້ານສ່ວນຫຼາຍ ໃນເຂດບ້ານວັງເວີນ, ເມືອງຊະນະສົມບູນ ແມ່ນຫາຢູ່ຫາກິນ ດ້ວຍການເຮັດນາ ແລະ ປູກມັນຕົ້ນ ເປັນສິນຄ້າ ມາເປັນໄລຍະເວລາ ຢ່າງໜ້ອຍ 10 ປາຍປີແລ້ວ. ດັ່ງຊາວບ້ານ ຢູ່ບ້ານວັງເວີນນ້ອຍ, ເມືອງຊະນະສົມບູນ ກ່າວວ່າ:
“ບ້ານວັງເວີນ ສ່ວນໃຫຍ່ ເພິ່ນເຮັດໄຮ່-ເຮັດນາ, ເຮັດໄຮ່ ປູກມັນ. ເພິ່ນກໍເຂົ້າວັງເວີນໃຫຍ່, ວັງເວີນນ້ອຍ ຍັງບໍ່ທັນໄປ. ມັນເປັນດິນ ຂອງປະຊາຊົນນີ້ແຫຼະ ມາເຊົ່າປູກ.”
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ໄປຍັງພາກສ່ວນທີ່ກ່ຽວຂ້ອງ ຢູ່ເມືອງຊະນະສົມບູນ ເພື່ອສອບຖາມຣາຍລະອຽດ ກ່ຽວກັບໂຄງການດັ່ງກ່າວນີ້ ເພີ່ມຕື່ມ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ຢືນຢັນວ່າ ໃນເບື້ອງຕົ້ນ ຮັບຮູ້ພຽງແຕ່ວ່າ: “ນັກທຸຣະກິຈຊາວຈີນ ຕ້ອງການຂໍສັມປະທານທີ່ດິນ ເພື່ອດຳເນີນການປູກກ້ວຍ ເປັນເນື້ອທີ່ຫຼາຍຮ້ອຍເຮັກຕ້າຣ໌, ເຊິ່ງກວມເອົາດິນປ່າຜລິດ ແລະ ເນື້ອທີ່ດິນ ທີ່ປະຊາຊົນໃຊ້ ໃນການຫາຢູ່ຫາກິນ, ແຕ່ພາກສ່ວນທີ່ກ່ຽວຂ້ອງ ບໍ່ໃຫ້ສັມປະທານ ເນື້ອທີ່ດິນ ທີ່ເປັນປ່າຜລິດ. ສ່ວນເນື້ອທີ່ດິນ ທີ່ພໍ່ແມ່ປະຊາຊົນ ໃຊ້ຫາຢູ່ຫາກິນນັ້ນ, ຢູ່ລະວ່າງການເຈຣະຈາກັນ.”
ອີງຕາມບົດຣາຍງານ ຂອງສູນຂໍ້ມູນຂ່າວສານ ທາງການຄ້າ ຂອງປະເທດລາວ ລະບຸວ່າ ມູນຄ່າການສົ່ງອອກສິນຄ້າ ຂອງປະເທດລາວ ໄປຍັງຕ່າງປະເທດ ໃນເດືອນກຸມພາ ປີ 2023 ມີມູລຄ່າ 505 ລ້ານໂດ່ລ້າຣສະຫະຣັຖ. ໃນນີ້, ແມ່ນເປັນໝາກກ້ວຍ ປະມານ 21 ລ້ານໂດ່ລ້າຣສະຫະຣັຖ, ເຊິ່ງຖືເປັນສິນຄ້າ ດ້ານການກະເສຕ ສົ່ງໄປຍັງຕ່າງປະເທດ ເປັນຕົ້ນ ຈີນ, ໄທຍ ແລະ ວຽດນາມ ຮອງຈາກມັນຕົ້ນ ທີ່ມີມູລຄ່າການສົ່ງອອກ ປະມານ 85 ລ້ານໂດ່ລ້າຣສະຫະຣັຖ.