ຊາວບ້ານ ຢູ່ເມືອງສອງຄອນ ຖືກພະຍຸຣະດູຮ້ອນພັດເຂົ້າ ເສັຍຫາຍໜັກ

ຈຳປາທອງ
2023.04.18
ຊາວບ້ານ ຢູ່ເມືອງສອງຄອນ ຖືກພະຍຸຣະດູຮ້ອນພັດເຂົ້າ ເສັຍຫາຍໜັກ ສະພາບເຮືອນ ຂອງປະຊາຊົນ ທີ່ຖືກພະຍຸພັດເປ່ເພ ເສັຍຫາຍ.
ຮູບພາບ: ເມືອງສອງຄອນ

ພະຍຸຣະດູຮ້ອນ ພັດເຂົ້າບ້ານຫີນຄອກ ເມືອງສອງຄອນ ແຂວງສວັນນະເຂດ ໃນມື້ວັນທີ 15 ເມສານີ້ ເຮັດໃຫ້ເຮືອນຂອງປະຊາຊົນ ຫລາຍກວ່າ 25 ຫລັງ, ສັດລ້ຽງ,ຖຽງນາຂອງປະຊາຊົນ  ແລະກຸຕິວັດເສັຍຫາຍໜັກສົມຄວນ.

ດັ່ງຊາວບ້ານ ຢູ່ບ້ານນີ້ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 17 ເມສານີ້ວ່າ:

ເຮືອງເສັຽຫາຍ ແບບໜັກແບໜັກໆຫັ້ນ ໄປເປັນຫລັງ 2 ຫລັງ ທີ່ເປັນບໍ່ເບິດຫລັງ ອອກແຕ່ຫລັງຄາ 25 ຫລັງ ແລ້ວຂະເຈົ້າ ກໍແຊມແບບວ່າ ບາງຫລັງຄາກໍເບິດ 6 ພັນບາທ 7 ພັນ 8 ພັນ ແຫລະຫັ້ນນ່າ ບາງຫລັງຄາກໍເບິດຫລາຍ ບາງຫລັງຄາກໍບໍ່ເບິດຫລາຍ 2-3 ພັນ ເວົ້າປະເພດຖຽງນາ ລົງເປັນຖຽງໆ ລົງຫລາຍຫລັງ.

ຊາວບ້ານດຽວກັນນີ້ ອີກຜູ້ນຶ່ງເວົ້າວ່າ ພະຍຸໄດ້ພັດເຂົ້າມາບ້ານນີ້ ບໍ່ເຖິງຊົ່ວໂມງ ໃນຕອນບ່າຍ 3 ໂມງຂອງມື້ວັນທີ 15 ເມສາ, ມີທັງລົມ, ຝົນ ແລະໝາກເຫັບ, ເຮັດໃຫ້ມີຄວາມເສັຍຫາຍຫລາຍສົມຄວນ, ແຕ່ໂຊກດີທີ່ບໍ່ມີຊາວບ້ານເສັຍຊີວິດ.

“ຫລາຍເຕີບ ເຮືອນມຸ່ນສນັ່ນຢູ່ ມັນເສັຽຫາຍແຮງຢູ່ ບໍ່ໆບໍ່ມີຄົນເສັຽຊີວິດ ມີແຕ່ຕົ້ນໄມ້ລົ້ມທັບງົວຕາຍເທົ່ານັ້ນແຫລະ ຄົນບໍ່ເປັນຫຍັງດອກ ເຮືອນຊານໝູ່ນຫລາຍຫລັງເຕີບຢູ່.”

ຊາວບ້ານນີ້ອີກຜູ້ນຶ່ງກໍເວົ້າວ່າ ມີເຮືອນຫລັງນຶ່ງທີ່ຍັງສ້າງບໍ່ທັນແລ້ວ, ຫາກໍໄດ້ຕັ້ງເສົາ ແລະມຸງສັງກະສີນັ້ນ ຖືກພະຍຸພັດເພພັງໝົດ ແລະເຮືອນຫລັງອື່ນໆ ຖໍຖືກພະຍຸພັດສັງກະສີມຸງຫລັງຄາໄປ ເຮືອນລະແຜ່ນ, ສອງແຜ່ນ, ສາມແຜ່ນ ກໍມີ ແລະເສົາໄຟຟ້າ ເຂົ້າເຮືອນກໍຫັກນໍາດ້ວຍ.

ກໍຫລາຍເຕີບຢູ່ ກັບເຮືອນຫລັງນຶ່ງ ເຂົາເຮັດບໍ່ທັນແລ້ວ ກໍລົງເລີຍຫັ້ນນ່າ ກໍໄດ້ຕັ້ງເສົາຂຶ້ນກັບມຸງສັງກະສີຫັ້ນ ກໍລົມເບິດຫລັງ ສັງກະສີຍັງຄ້າງກັບກົກໄມ້ຢູ່ ຕົວຫລັງຄົນຢູ່ຫັ້ນມັນກໍມີ ແຕ່ສັງກະສີໄປ ເຮືອນລະແຜ່ນ 2 ແຜ່ນ 3 ແຜ່ນຫັ້ນແຫລະ ຖເາວ່າບໍ່ເຄີຍເຫັນຈັກເທື່ອ ກໍາລັງເຄີຍເຫັນກໍເປັນຕາຢ້ານຢູ່ ຫລັກໄຟຟ້າໃໝ່ ເຂົາເຈົ້າຕໍ່ໄປນີ້ຫລັກບໍ່ດີ ກໍຫັກລະເນ ລະນາດ.

ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ນອກຈາກເຮືອນປະຊາຊົນ ແລ້ວ, ຄ້າຍທະຫານທີ່ຢູ່ໃນເຂດບ້ານນີ້ ກໍໄດ້ຮັບຄວາມເສັຍຫາຍ ແລະວ່າ ມາເຖິງປັດຈຸບັນ ກໍເຫັນແຕ່ເຈົ້າໜ້າທີ່ ການໄຟຟ້າເພິ່ນມາກວດເບິ່ງ ຄວາມເສັຍຫາຍຂອງເສົາໄຟ ໃນເຂດບ້ານເທົ່ານັ້ນ.

ຕັ້ງແຕ່ມື້ວານກໍເຫັນຕັ້ງແຕ່ພວກໄຟຟ້າ ເຂົາເຈົ້າມາຫາ ກວດເບິ່ງຄວາມເສັຽຫາຍ ຂອງໄຟຟ້າ ແຕ່ວ່າໜ່ວຍງານອື່ນ ຂ້ອຍກໍບໍ່ຈັກ ເພາະວ່າມັນຊ່ວງສົງການ ແນ່ ເຂົາກໍໄປ ຫລີ້ນຫັ້ນນ່າ.

ພະຍຸຣະດູຮ້ອນ ພັດເຂົ້າມາບ້ານຫີນຄອກຄັ້ງນີ້ ເປັນຄັ້ງທໍາອິດ, ກ່ອນພະຍຸຈະພັດເຂົ້າມາ ຊາວບ້ານບໍ່ໄດ້ຮັບການແຈ້ງເຕືອນ ຈາກທາງການໃຫ້ຮູ້ລ່ວງໜ້າ ແຕ່ຢ່າງໃດ, ຮູ້ແຕ່ວ່າ ຢູ່ແຂວງອຸບົນຂອງໄທຍ ທີ່ຢູ່ໃກ້ ມີການແຈ້ງເຕືອນ ປະຊາຊົນເພິ່ນວ່າ ຈະມີພະຍຸຣະດູຮ້ອນ ພັດເຂົ້າມາ, ແຕ່ຊາວບ້ານຢູ່ບ້ານຫີນຄອກ ນີ້ ກໍບໍ່ຄິດວ່າ ມັນຈະພັດເຂົ້າມາ ແລະສ້າງຄວາມເສັຍຫາຍ ໃຫ້ແກ່ບ້ານນີ້.

ກ່ຽວກັບຄວາມເສັຍຫາຍ ທີ່ເກີດຈາກພະຍຸນີ້ ອໍານາດການປົກຄອງບ້ານ ຫີນຄອກ ກໍໄດ້ເກັບກໍາ ແລະສົ່ງຮູບພາບ ໃຫ້ກຸ່ມບ້ານທີ 8 ເມືອງສອງຄອນໄປແລ້ວ, ແຕ່ຍັງບໍ່ທັນມີເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ໄປກວດກາ ເທື່ອ ຍ້ອນຍັງຢູ່ໃນໄລຍະບຸນປີໃໝ່ລາວ.

ດັ່ງເຈົ້າໜ້າທີ່ ບ້ານທີ່ກ່ຽວຂ້ອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ເມ ສານີ້ວ່າ:

ບໍ່. ມີຕັ້ງແຕ່ວ່າຂ່າວວັນທີ 15 ນີ້ ມີພະຍຸ ລູກເຫັບຕົກ ແຕ່ມັນຊິເຂົ້າໄທຍຫັ້ນນ່າ. ຍັງໆ, ເຈົ້າ ແລ້ວປີໃໝ່ພຸ້ນແຫລະ ເຈົ້າ, ເພິ່ນຊິລົງມາກວດອີກເທື່ອນຶ່ງ. ເອີ ກໍເຮັດໜັງສືໄປກຸ່ມແລ້ວເດ໋ ເຮັດແບບສຸກເສີນສ່ວນນຶ່ງຫັ້ນນ່າ.

ທີ່ຜ່ານມາ ຫລາຍບ້ານ ຢູ່ແຂວງຕ່າງໆຂອງລາວ ກໍເຄີຍໄດ້ຮັບຜົລກະທົບ ຈາກພະຍຸຣະດູຮ້ອນ ມາແລ້ວ ເປັນຕົ້ນໃນປີ 2022 ທີ່ຜ່ານມາ ຢູ່ເມືອງໂຂງ ແຂວງຈໍາປາສັກ ມີ 5 ບ້ານ ຫລັງຄາເຮືອນເພພັງ ແລະເຄື່ອງໃຊ້ໃນຄອບຄົວ ເສັຍຫາຍ ແລະໃນປີ 2021 ເຮືອນປະຊາຊົນ ຢູ່ບ້ານຫ້ວຍໄຮ ເມືອງໂຂງ ກໍໄດ້ຮັບຄວາມເສັຍຫາຍ ຍ້ອນ ແລະໃນປີດຽວກັນນີ້ ຢູ່ບ້ານແມດ ເມືອງອຸທຸມພອນ ແຂວງ ສວັນນະເຂດ ເຮືຶອນປະຊາຊົນ 50 ປາຍຫລັງ ກໍໄດ້ຮັບຄວາມເສັຍຫາຍ, ລວມມູນຄ່າ ເສັຍຫາຍທັງໝົດ 100 ປາຍລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.