ເຂື່ອນວຽດນາມເຮັດໃຫ້ 10 ບ້ານ ລໍາບາກ

ອຸ່ນແກ້ວ ສຸກສະຫວັນ
2019.09.19
F-Vietnam-dam ວຽດນາມ ປ່ອຍນໍ້າ ອອກຈາກເຂື່ອນ ສົ່ງຜົລກະທົບ ຕໍ່ ປະຊາຊົນ ກວ່າ 20 ບ້ານ ຢູ່ເມືອງເຊໂປນ ແຂວງສວັນນະເຂດ ຣາຍລະອຽດ ເຊີນຕິດຕາມ ຮັບຟັງຂ່າວ ວິທຍຸເອເຊັຽເສຣີ.
RFA

ປະຊາຊົນ 10 ບ້ານ ຢູ່ເມືອງ ເຊໂປນ ແຂວງສະຫວັນນະເຂດ ທີ່ຖືກນ້ຳຖ້ວມບ້ານເຮືອນ ແລະ ເນື້ອທີ່ນາ ໄດ້ຮັບຄວາມເສັຍຫາຍ ຍ້ອນ ເຂື່ອນວຽດນາມ ປ່ອຍນ້ຳລົງມາ ກຳລັງລໍຖ້າການຊ່ວຍເຫລືອ ເລື້ອງສະບຽງອາຫານ. ປະຊາຊົນຜູ້ທີ່ໄດ້ຮັບ ຜົນກະທົບ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ກັນຍາ ວ່າ:

"ມັນຖ້ວມເພິ່ນກໍບໍ່ມີແນວທາງແກ້ໄຂນະ ຢ່າງໜ້ອຍກໍມາຊ່ວຍຢຽວຢາເລັກນ້ອຍ ເວົ້າຈັ່ງໃດມັນກໍບໍ່ມີການແກ້ໄຂ ມີແຕ່ເພິ່ນເວົ້າວ່າ ບໍ່ມີງົບ ບໍ່ມີງົບ ພວກຢູ່ຕາມແມ່ນ້ຳໃຫຍ່ນະ ມັນໄດ້ຮັບຜົນກະທົບ."

ອຸທຸກກະພັຍນ້ຳຖ້ວມ ຢູ່ເຂດດັ່ງກ່າວ ເກີດຂຶ້ນໃນວັນທີ 4 ກັນຍາ ຫລັງຈາກເຂື່ອນວຽດນາມ ຢູ່ເຂດລາວບາວ ເມືອງກະເຊັນ ປ່ອຍນ້ຳລົງມາ ສົ່ງຜົນເຮັດໃຫ້ລະດັບນ້ຳ ໃນແມ່ນ້ຳເຊໂປນສູງຂຶ້ນເພີ້ມເປັນ 2 ແມັດ ເຮັດໃຫ້ຖ້ວມບ້ານເຮືອນ ແລະ ເນື້ອທີ່ນາຂອງ ປະຊາຊົນ 10 ບ້ານ. ເຈົ້າໜ້າທີ່ທາງການແຂວງສະຫວັນນະເຂດ ຕ້ອງໄດ້ອົພຍົບ ປະຊາຊົນໄປຢູ່ພື້ນທີ່ສູງ ຈົນຮອດ ວັນທີ 12 ກັນຍາ ຣະດັບນ້ຳຈຶ່ງລົດລົງ.

ເຈົ້າໜ້າທີ່ປົກຄອງເມືອງເຊໂປນ ໄດ້ກ່າວວ່າ ຕອນນີ້ວ່າ ກຳລັງມີການລົງເກັບກຳຂໍ້ມູນ ເພື່ອສົ່ງໃຫ້ທາງການແຂວງ ອະນຸມັດງົບປະມານ ຊ່ວຍເຫລືອ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ.

"ປະເມີນກັນໄປເບື້ອງຕົ້ນນີ້ ຊຸມເຮົາຍັງເວົ້າກັນບໍ່ໄດ້ ທຳມະດາເກັບກຳຂໍ້ມູນ ຂັ້ນເມືອງ ຂັ້ນແຂວງ ກໍຍັງສະຫລຸບບໍ່ໄດ້ ຜົນເສັຍຫາຍ ມີແຕ່ວ່າ ຖືກນ້ຳຖ້ວມໄປຊື່ໆ ສ່ວນຜົລປູກສວຍກ້ວຍ ສວນມັນ ເປັນສັດລ້ຽງ ໜອງປາ ໄປແນວນັ້ນນະຫລາຍເຕີບແຫລະ."

ໃນວັນທີ 3 ກັນຍາ ທີ່ຜ່ານມາ ທາງການເມືອງກະເຊັນ ປະເທດວຽດນາມ ໄດ້ອອກແຈ້ງການດ່ວນເຖິງ ທາງການປົກຄອງເມືອງເຊໂປນ ວ່າ ຈະມີການປ່ອຍນ້ຳ ອອກຈາກເຂື່ອນ ເມືອງກະເຊັນ ລົງມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.