ມ.ນອງ 2 ບ້ານບໍ່ໄດ້ເຮັດນາ

ຈໍາປາທອງ
2019.04.24
ເຂື່ອນເຊລະນອງ 1 ເປັນເຂື່ອນຂນາດ 70 ເມກາວັດ, ຂອງຣັຖວິສາຫະກິຈ ໄຟຟ້າລາວ, ບໍຣິສັດຈີນ ເປັນຜູ້ສັມປະທານ ການກໍ່ສ້າງ.
ຮູບພາບຈາກ: ນັກຂ່າວພົລເມືອງ

ປະຊາຊົນ ບ້ານລະເບົານໍ້າ ແລະ ບ້ານລ່ອຍນໍ້າ ທີ່ມີທັງໝົດ 88 ຄອບຄົວ ຢູ່ເມືອງນອງ ແຂວງສະຫວັນນະເຂດ ທີ່ຖືກຜົລກະທົບ ຈາກ ໂຄງການສ້າງເຂື່ອນ ເຊລະນອງ 1 ຂອງ ບໍຣິສັດຈີນ ນັ້ນຈະບໍ່ໄດ້ເຮັດນາ ໃນປີນີ້ ຍ້ອນທາງໂຄງການ ບໍ່ສາມາດຈັດສັນທີ່ດິນກະສິກັມ ແລະປຸກເຮືອນ ຈັດສັນໃຫ້ໄດ້ ຕາມກໍານົດເວລາ, ຄືໃນເດືອນພຶສພາ ທີ່ຈະມາເຖິງນີ້; ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກພລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ເມສາ ນີ້:

"ປຸກເຮືອນຍັງບໍ່ແລ້ວຊໍ້າ ຍັງຫລາຍບໍ່ທັນເຄິ່ງ ບໍ່ທັນດອກ ເພາະວ່າມັນດ່ວນຫຼາຍເຮັດເຮືອນ 80 ປາຍຫລັງມັນກໍໃຊ້ເວລາພຽງ 3 ເດືອນ ມັນບໍ່ທັນດອກ ມີການຊົດເຊີຍຢູ່ ແຕ່ວ່ານະອາດສິບໍ່ໄດ້ ມັນເປັນສວນ ເປັນຫຍັງໄປນ່າ ມັນຫາຍາກແລ້ວນໍ ມັນກໍບໍ່ງ່າຍໄດ໋ ເຮັດນາ ພື້ນທີ່ມັນຈໍາກັດ ແຖວນີ້ມັນເປັນພູ ບໍ່ແມ່ນເປັນທົ່ງພຽງ."

ທ່ານເວົ້າວ່າ ປະຊາຊົນທັງ 2 ບ້ານດັ່ງກ່າວ ທີ່ມີດິນກະສິກັມ ແລະເຄີຍເຮັດນາເຮັດສວນມາແຕ່ກ່ອນນັ້ນ ກໍາລັງລໍຖ້າການໂຍກຍ້າຍອອກໄປ ຈາກບ້ານເດີມ ຍ້ອນວ່າທີ່ດິນຂອງພວກເຂົາເຈົ້າ ຖືກທາງໂຄງການສ້າງເຂື່ອນ ສໍາປະທານກວມເອົາ ຊຶ່ງທາງໂຄງການ ແລະທາງການລາວ ບອກວ່າ ຈະຈັດສັນທີ່ດິນກະສິກັມ ໃຫ້ພວກເຂົາເຈົ້າ ແລ້ວກ່ອນລະດູຝົນປີນີ້ ເພື່ອໃຫ້ທັນເຮັດນາ. ແຕ່ແລ້ວກໍຈັດໃຫ້ ບໍ່ທັນ.

ສາເຫດທີ່ພາໃຫ້ທາງໂຄງການ ແລະທາງການລາວ ຈັດສັນເນື້ອທີ່ກະສິກັມໃຫ້ ປະຊາຊົນບໍ່ທັນຕາມກໍານົດເວລາ ທີ່ໄດ້ເວົ້າໄວ້ນັ້ນແມ່ນຍັງ ຊອກຫາພື້ນທີ່ທີ່ມີລັກສນະເປັນທົ່ງພຽງ ໃກ້ແຫຼ່ງນໍ້າ ເໝາະກັບການປູກເຂົ້າ ແລະ ປູກພືດບໍ່ທັນໄດ້ເທື່ອ ເພາະເນື້ອທີ່ດິນ ຢູ່ເມືອງນອງ ສ່ວນຫລາຍຈະມີລັກສນະເປັນພູສູງ.

ຕາມແຜນການ ທາງໂຄງການເຂື່ອນໄຟຟ້າເຊລະນອງ 1 ຈະປຸກເຮືອນຈັດສັນ ໃຫ້ປະຊາຊົນທັງໝົດ 88 ຫຼັງ, ສ້າງໂຄງຮ່າງພື້ນຖານຕ່າງໆ ໃຫ້ ແລະໂຍກຍ້າຍປະຊາຊົນທັງ 2 ບ້ານ ນັ້ນໃຫ້ສໍາເຣັດ ພາຍໃນເດືອນພຶສພາ ປີນີ້, ແຕ່ມາເຖິງປັດຈຸບັນ ການກໍ່ສ້າງເຮືອນຈັດສັນໄດ້ພຽງ 36 ຫລັງເທົ່ານັ້ນ ຍັງອີກ 52 ຫລັງບໍ່ທັນແລ້ວ.

ເພື່ອແກ້ໄຂບັນຫາການສ້າງເຮືອນຈັດສັນລ້າຊ້າ ແລະປະຊາຊົນ ບໍ່ໄດ້ເຮັດນາປີນີ້ ທາງໂຄງການສ້າງເຂື່ອນ ໄດ້ຊົດເຊີຍເງິນໃຫ້ທັງໝົດ 88 ຄອບຄົວແລ້ວ ໂດຍອີງໃສ່ການຊົດເຊີຍ ທີ່ທາງໂຄງການ ເຂື່ອນໄຟຟ້ານໍ້າເທີນ ຢູ່ແຂວງຄໍາມ່ວນໃຫ້.

ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ໄປຫາ ປະຊາຊົນທັງ 2 ບ້ານ ທີ່ີຖືກຜົລກະທົບຫລາຍເທື່ອ ເພື່ອຖາມເຖິງຄວາມ ກັງວົນຂອງພວກເຂົ້າເຈົ້າ ທີ່ຈະບໍ່ໄດ້ເຮັດນາ ໃນປີນີ້ ແລະ ຕ້ອງໄດ້ໂຍກຍ້າຍອອກໄປ ຈາກບ້ານເດີມລ້າຊ້າ, ແຕ່ບໍ່ສາມາດຕິດຕໍ່ໄດ້ ຍ້ອນເປັນບ້ານທີ່ຢູ່ຫ່າງໄກສອກຫລີກ ບໍ່ມີສັນຍານສື່ສານ ທີ່ຈະຕິດຕໍ່ຫາພວກເຂົາເຈົ້າໄດ້.

ໂຄງການເຂື່ອນໄຟຟ້າເຊລະນອງ 1 ໃຫ້ຊື່ວ່າ ບໍຣິສັດເຂື່ອນໄຟຟ້າເຊລະນອງ 1, ຂນາດ 70 MW, ມູນຄ່າການກໍ່ສ້າງ 150 ລ້ານໂດລາ ສະຫະຣັຖ, ໄດ້ເລີ້ມກໍ່ສ້າງມາແຕ່ຕົ້ນປີ 2017 ແລະຄາດວ່າ ຈະສ້າງສໍາເຣັດໃນປີ 2022, ໂດຍມີ 4 ບໍຣິສັດຖືຫຸ້ນ ຄື; ບໍຣິສັດພັທນາ ພລັງງານສາກົນ YEIG (YEIG Inter-national Energy Development) ຖືຫຸ້ນ 70%, ບໍຣິສັດດາວສະຫວັນ 15%, ບໍຣິສັດ ຣັຖວິສາຫະກິດໄຟຟ້າລາວ 10% ແລະບໍຣິສັດ Sunpaper Holding Lao 5%. ກະແສໄຟຟ້າທີ່ຜລິດໄດ້ ຈະຂາຍຢູ່ພາຍໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.