ພະຍຸພັດເຂົ້າ ນະຄອນໄກສອນ ພົມວິຫານ ເສັຍຫາຍຫຼາຍຢ່າງ
2023.04.24
ເມື່ອເວລາປະມານ 5-6 ໂມງແລງ ຂອງວັນທີ 23 ເມສາ 2023 ທີ່ຜ່ານມາໄດ້ເກີດມີ ພະຍຸລົມແຮງ ພັດຜ່ານ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ຈົນເຮັດໃຫ້ເຮືອນຊານ ແລະ ຮ້ານອາຫານຂອງປະຊາຊົນ ຈຳນວນນຶ່ງໄດ້ຮັບຄວາມເສັຍຫາຍ. ເຈົ້າຂອງຮ້ານ ອາຫານເຮືອນແພ ເມືອງຟ້າ ທີ່ຕັ້ງຢູ່ແຄມແມ່ນໍ້າຂອງ ກ່າວວ່າລົມພະຍຸມາແຮງ ບາດດຽວ ຈົນເຮັດໃຫ້ຮ້ານອາຫານ ເຮືອນແພ ພ້ອມກັບລູກຄ້າຈຳນວນ 8 ຄົນພັດຂ້າມໄປ ແຂວງມຸກດາຫານ ຂອງປະເທດໄທຍ ແຕ່ບໍ່ມີໃຜໄດ້ຮັບບາດເຈັບ ແລະເຮືອນແພ ບໍ່ໄດ້ຮັບຄວາມເສັຍຫາຍ ໜັກປານໃດ.
ດັ່ງເຈົ້າຂອງຮ້ານອາຫານ ເຮືອນແພ ເມືອງຟ້າ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ເມສາ ນີ້ວ່າ:
“ມື້ວານນີ້ ມີແຕ່ເຮົາເອົາແພລ່ອງ ອອກແຫຼະມັນພັດໄປ ພະຍຸມັນບາດດຽວບໍ່ໆເສັຍຫາຍຫຍັງເບິດ ມັນພັດໄປແລ້ວ ມັນໄປຄ້າງຢູ່ມຸກດາຫານ ເລີຍທາງໄທຍເພິ່ນຊ່ອຍດຶງໄວ້ໃຫ້ ມຸ່ນໝົດເຮືອນຊານ ບ້ານຊ່ອງຫຼາຍຫຼັງເຕີບ.”
ຍານາງກ່າວຕື່ມວ່າ ມີເຮືອນຂອງປະຊາຊົນ ຈຳນວນນຶ່ງຫຼັງຄາເປີດ ຍ້ອນລົມພະຍຸມາແຮງ ແຕ່ກໍບໍ່ໄດ້ເປ່ເພໜັກປານໃດ ຍັງສາມາດສ້ອມແປງຄືນໄດ້, ສ່ວນຮ້ານອາຫານ ກາງແຈ້ງເປັນຕົ້ນ ຮ້ານອາຫານຈຸ່ມເພັ້ຍ-ຊີ້ນດາດ ຈະມີໂຕະ ຕັ່ງ ຖືກລົ້ມເປເພ່ ໄດ້ຮັບຄວາມເສັຍຫາຍ ບາງສ່ວນ.
ສ່ວນເຮືອນຊານ ແລະ ຮ້ານອາຫານ ບາງແຫ່ງທີ່ໄດ້ຮັບຄວາມເສັຍຫາຍນັ້ນ ຫາກບໍ່ໄດ້ຮັບຄວາມເສັຍຢ່າງໜັກໜ່ວງ ແທ້ກໍຈະບໍ່ໄດ້ຮັບການຊ່ອຍເຫຼືອ ຈາກທາງການ ສະນັ້ນແລ້ວປະຊາຊົນ ແລະ ເຈົ້າຂອງຮ້ານກໍຈະພາກັນສ້ອມແປງ ດ້ວຍເງິນຂອງໂຕເອງ.
ເຈົ້າຂອງຮ້ານອາຫານ ແລະ ເຮືອນພັກແຫ່ງນຶ່ງ ໃນນະຄອນໄກສອນ ພົມວິຫານ ກ່າວວ່າ ໄລຍະເວລາທີ່ພະຍຸພັດຜ່ານນັ້ນ ເປັນຕາຢ້ານ ຫຼາຍເພາະລົມພັດແຮງ ແຕ່ໂຊກດີທີ່ຮ້ານອາຫານ ແລະ ເຮືອນພັກບໍ່ໄດ້ຮັບຄວາມເສັຍຫາຍໜັກ ປານໃດ ມີແຕ່ຫຼັງຄາເຮືອນຄົວຮົ່ວຊືມ ເທົ່ານັ້ນ.
ດັ່ງຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບໍ່ໄດ້ເສັຍຫາຍຫຼາຍປານໃດ ເພາະວ່າມີແຕ່ທາງອື່ນ ເສັຍຫາຍຫັ້ນນ່າ ທາງຮ້ານເຮົາປົກກະຕິ ປີນີ້ບໍ່ໄດ້ເສັຍຫາຍປານໃດ ແຕ່ວ່າມີແຕ່ຫຼັງຄາເຮືອນຄົວຫັ້ນແຫຼະ ມັນຮົ່ວໜ້ອຍນຶ່ງ ກາມີແຕ່ແປງແລ້ວ.”
ເຈົ້າຂອງເຮືອນພັກແຫ່ງນຶ່ງ ໃນນະຄອນໄກສອນພົມວິຫານ ກ່າວວ່າ ບໍ່ໄດ້ຮັບຄວາມເສັຍຫາຍໜັກ ມີແຕ່ນໍ້າຮົ່ວຊືມ ຜ່ານທາງໜ້າຕ່າງເທົ່ານັ້ນ.
ດັ່ງຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂດຍບໍ່ເປັນຫຍັງ ນໍ້າອັ່ງໜ້ອຍນຶ່ງ ບໍ່ມີອີ່ຫຍັງເສັຍຫາຍມີແຕ່ນໍ້າຊືມ ເຂົ້າຫ້ອງສື່ໆ ນໍ້າເຮົາໄຫຼບໍ່ທັນແລ້ວມັນຊືມເຂົ້າຕາມໜ້າຕ່າງ ແມ່ນຫຍັງດອກເຮົາ ກາເຊັດອະນາໄມຮຽບຮ້ອຍແລ້ວ.”
ຊາວບ້ານ ໃນນະຄອນໄກ ສອນພົມວິຫານ ອີກຜູ້ນຶ່ງກ່າວວ່າ ລົມພະຍຸມາແຮງຫຼາຍ ຈົນເຮັດໃຫ້ຕົ້ນໄມ້ຕາມແຄມທາງ ຈຳນວນນຶ່ງຫັກລົ້ມ ຢູ່ຕາມຖນົນຫົນທາງ ແຕ່ບໍ່ມີຊັບສີນທີ່ມີຄ່າເສັຍຫາຍ ແລະບໍ່ມີຊາວບ້ານໄດ້ຮັບບາດເຈັບ ແຕ່ຢ່າງໃດພາຍຫຼັງພະຍຸໝົດໄປ ຊາວບ້ານໃນພື້ນທີ່ ກໍຊ່ອຍກັນອະນາໄມເກັບມ້ຽນຂີ້ເຫຍື້ອ ແລະຕົ້ນໄມ້ທີ່ຫັກລົ້ມອອກໄປຈົນໝົດ. ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄືມື້ວານນີ້ພະຍຸເຂົາມາແດ່ ກາຝົນຕົກບັກແຮງໆ ເຕີບມັນກາຖືວ່າມີແຕ່ກົກໝອກ ກົກໄມ້ ຫັກລົ້ມບໍ່ຫຼາຍປານໃດມັນຫັກບາງບ່ອນສື່ໆ.”
ທາງດ້ານເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ແຂວງສວັນນະເຂດ ກ່າວວ່າເກີດລົມພະຍຸພັດຜ່ານນະຄອນໄກສອນ ພົມວິຫານ ຂ້ອງຂ້າງແຮງຫຼາຍແຕ່ ບໍ່ໄດ້ຮັບຣາຍງານຄວາມເສັຍຫາຍ ຈາກປະຊາຊົນແລະຜູ້ປະກອບການ ເພື່ອຮ້ອງຂໍຄວາມຊ່ອຍເຫຼືອ ຈາກທາງການແຂວງເທື່ອ.
ສ່ວນໂຄງຮ່າງພື້ນຖານຕ່າງໆ ເປັນຕົ້ນຖນົນຫົນທາງ ລະບົບໄຟຟ້າ ແລະ ນໍ້າປະປາແມ່ນບໍ່ໄດ້ຮັບຄວາມເສັຍຫາຍຈາກເຫດການ ດັ່ງກ່າວແຕ່ຫາກມີພື້ນໃດ ທີ່ໄດ້ຮັບຄວາມເສັຍຫາຍໜັກ ກໍຂໍໃຫ້ແຈ້ງໄປຍັງພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ການຊ່ອຍເຫຼືອຕາມລຳດັບ.
ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄືບໍ່ເຫັນມີໃຜແຈ້ງຫຍັງຄື ຊິບໍ່ມີເສັຍຫາຍຫຍັງເພາະ ບໍ່ໄດ້ຍິນນອ້າຍນ້ອງເພິ່ນລົງໄປເບິ່ງນ່າ ມື້ເຊົ້ານີ້ກາແຕ່ສະພາບເສັ້ນທາງ ບໍ່ເຫັນມີຫຍັງ ເພາະອ້າຍນ້ອງ ຍັງຢູ່ຫ້ອງການຍັງບໍ່ໄດ້ລົງໄປເບິ່ງຫຍັງຊໍ້າ.”
ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງສວັນນະເຂດ ກ່າວວ່າ ຍັງບໍ່ມີການຣາຍງານ ເຣື່ອງໂຕເລຂຄວາມເສັຍຫາຍ ແຕ່ຢ່າງໃດ.
ທາງການເມືອງ ສອງຄອນ ແຂວງສວັນນະເຂດ ກໍໄດ້ຣາຍງານໃຫ້ຮູ້ວ່າ ລະຫວ່າງວັນທີ 22-23 ເມສາ 2023 ນີ້ມີບ້ານເຮືອນຂອງປະຊາຊົນ ໄດ້ຮັບຄວາມເສັຍຫາຍ ຈາກພະຍຸທັງໝົດ 6 ບ້ານ ມີເຮືອນເປ່ເພ 14 ຫຼັງ ແຕ່ຍັງບໍ່ມີຣາຍງານມູນ ຄ່າຄວາມເສັຍຫາຍ ເນື່ອງຈາກກໍາລັງ ຢູ່ລະຫວ່າງການຮີບໂຮມຂໍ້ມູນ.
ໃນວັນທີ 24 ເມສາ 2023 ນີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງ ຊັບພະຍາກອນທັມມະຊາຕແລະສິ່ງແວດລ້ອມ ໄດ້ພະຍາກອນອາກາດ ໃນໄລຍະນີ້ໂດຍລະບຸວ່າ ປະເທດລາວຍັງມີອາກາດຮ້ອນ ຫາ ຮ້ອນເອົ້າຢູ່ຕື່ມອີກ, ພ້ອມມີໝອກແຫ້ງປົກຫຸ້ມ ຢູ່ທົ່ວໄປໃນຕອນກາງເວັນ ແລະ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖີ່ນໃນແຕ່ລະພາກ.
ສ່ວນພື້ນທີ່ປົກຫຸ້ມ ຂອງປະຣິມານຝົນຕົກ ແຕ່ລະພາກປະກອບມີ ນະຄອນຫຼວງວຽງຈັນ ມີປະຣິມານຝົນກວມ 60% ຂອງພື້ນທີ່, ພາກເໜືອດ້ານຕາເວນອອກ ມີປະຣິມານຝົນກວມ 50% ຂອງພື້ນທີ່, ພາກເໜືອດ້ານຕາເວັນຕົກ ມີປະຣິມານຝົນກວມ 30% ຂອງພື້ນທີ່, ພາກກາງ ມີປະຣິມານຝົນກວມ 60% ຂອງພື້ນທີ່ ແລະ ພາກໃຕ້ປະຣິມານຝົນກວມ 70% ຂອງພື້ນທີ່.