ຣະດັບນໍ້າ ຍັງສູງຂຶ້ນ ບາງເມືອງ ໃນແຂວງສວັນນະເຂດ

ວິ​ທ​ຍຸ ເອ​ເຊັຽ ​ເສ​ຣີ
2019.09.08
f-lahanam-flood ປະຊາຊົນ ບ້ານລະຫານໍ້າ ່ອົພຍົບ ອອກຈາກບ້ານເຮືອນ ໃນຂະນະທີ່ ຣະດັບນໍ້າສູງຂຶ້ນເລື້ອຍໆ (ວັນທີ 8 ກັນຍາ 2019)
RFA

ໃນຕອນເຊົ້າ ຂອງວັນທີ 8 ເດືອນກັນຍານີ້ ຣະດັບນໍ້າ ໃນເຂດບ້ານລະຫານໍ້າ, ທ່າຄໍາລຽນ ແລະ ດົງບັງ ສູງຂຶ້ນ ແລະ ຖ້ວມບ້ານເຮືອນ ຂອງປະຊາຊົນ ເຮັດໃຫ້ຫລາຍຮ້ອຍຄອບຄົວ ຕ້ອງໄດ້ອົພຍົບ ພ້ອມກັບຂົນເຄື່ອງຂອງຈໍາເປັນ ຮວມທັງ ເສື້ອຜ້າ ແລະ ເຄື່ອງນອນ ໃສ່ເຮືອໄປຢູ່ ພື້ນທີ່ສູງ. ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມນີ້ ຕ້ອງການ ການຊ່ອຍເຫຼືອ ຢ່າງຮີບດ່ວນ.

ສ່ວນເຂດບ້ານນາຄູ ເມືອງຈໍາພອນ ຣະດັບນໍ້າ ໃນຕອນເຊົ້າ ຂອງວັນທີ 8 ເດືອນກັນຍາ ໄດ້ເຣີ່ມສູງຂຶ້ນ ແລະ ຖ້ວມໄຮ່ນາ ໃນເຂດດັ່ງກ່າວ ຢ່າງກ້ວາງຂວາງ, ແລະ ຫົນທາງບາງແຫ່ງ ກໍຖືກນໍ້າຖ້ວມ ສ້າງຄວາມຫຍຸ້ງຍາກ ໃນການສັນຈອນ ໄປ-ມາ. ສໍາລັບເຂດເທສບານເມືອງຈໍາພອນ ຣະດັບນໍ້າ ຍັງເພີ່ມສູງຂຶ້ນ ແລະ ທາງເຈົ້າໜ້າທີ່ ແລະ ທະຫານ ຍັງສືບຕໍ່ ອົພຍົບ ປະຊາຊົນ ໄປໄວ້ບ່ອນທີ່ປອດພັຍ ພ້ອມທັງ ຣະດົມ ຫຼາຍພາກສ່ວນ ເປັນຕົ້ນແມ່ນ ນັກທຸຣະກິດ, ຫ້າງຮ້ານຕ່າງໆ ແລະ ສ່ວນບຸກຄົນ ນໍາເອົາເຄື່ອງຊ່ອຍເຫຼືອ ປະເພດເຄື່ອງແຫ້ງ ແລະ ນໍ້າດື່ມ ໄປມອບໃຫ້ຜູ່ປະພົບພັຍນໍ້າຖ້ວມ.

ສ່ວນສະພາບນໍ້າຖ້ວມ ໃນເມືອງຕ່າງໆ ຂອງແຂວງສວັນນະເຂດນັ້ນ, ຣະດັບນໍ້າຫລຸດລົງແດ່ແລ້ວ. ເສັ້ນທາງເລກທີ 13 ໃຕ້ ແຕ່ເມືອງໄຊບູຣີ ຫາເມືອງສອງຄອນ ກໍສາມາດສັນຈອນ ໄປ-ມາໄດ້. ພ້ອມດຽວກັນນັ້ນ ຣະບົບໄຟຟ້າ ທີ່ຖືກຕັດຂາດ ຕັ້ງແຕ່ວັນທີ 2 ກັນຍານັ້ນ ມາເຖິງວັນທີ 6 ກໍສາມາດໃຊ້ໄດ້ແລ້ວ, ຍັງເຫຼືອແຕ່ ບາງບ້ານ ໃນເມືອງໄຊບູຣີ ຊຶ່ງປັດຈຸບັນ ເຈົ້າໜ້າທີ່ ຍັງພວມສ້ອແປງຢູ່.

ສະພາບນໍ້າຖ້ວມ ໃນແຂວງສວັນນະເຂດຄັ້ງນີ້ ກວມເອົາ 10 ເມືອງ,​ ໃນນັ້ນ ມີ 270 ບ້ານ ແລະ ປະຊາຊົນ ເກືອບ 30,000 ຄອບຄົວ ໄດ້ຮັບຜົລກະທົບ. ພ້ອມກັນນັ້ນ ນໍ້າຍັງຖ້ວມໄຮ່ນາ 36,000 ປາຍເຮັກຕາຣ໌, ໜອງປາ 80 ໜອງ,​ ຫົນທາງ 40 ເສັ້ນ, ໂຮງຮຽນ 10 ແຫ່ງ ແລະ ຂົວ 3 ແຫ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.