ປີນີ້, ຊາວນາ ເມືອງຈຳພອນ ຂ. ສວັນນະເຂດ ຂາດນ້ຳເຮັດນາແຊງ

ພູວົງສ໌
2023.04.25
ປີນີ້, ຊາວນາ ເມືອງຈຳພອນ ຂ. ສວັນນະເຂດ ຂາດນ້ຳເຮັດນາແຊງ ຮູບໂຕຢ່າງ: ລະບົບຊົນລະປະທານ ໃນເຂດເຊສາລາລອງເມືອງທ່າປາງທອງ ແຂວງສວັນນະເຂດ ເພື່ອການປູກເຂົ້ານາແຊງ ແລະພືດຣະດູແລ້ງ.
ຮູບພາບຈາກ: Lao National Radio

ທ່ານ ພູລຳພອນ ສີຫາວົງ, ເຈົ້າເມືອງ ເມືອງຈຳພອນ ແຂວງສວັນນະເຂດ ໄດ້ຣາຍງານ ຕໍ່ສື່ມວນຊົນລາວ ເມື່ອວັນທີ 20 ເມສາ 2023 ທີ່ຜ່ານມາວ່າ ຢູ່ບ້ານກະດານ ແລະ ບ້ານພະແລງ ມີຊາວນາຈຳນວນຫຼາຍຄອບຄົວ ຂາດນ້ຳໃຊ້ ໃນການເຮັດນາແຊງ ເປັນຈຳນວນຫຼາຍເຮັກຕ້າຣ໌.

ສະເພາະຢູ່ບ້ານພະແລງ ນັ້ນ, ປີ 2023 ຊາວນາ ຢູ່ບ້ານພະແລງນຶ່ງ ແລະ ບ້ານພະແລງສອງ ພາກັນເຮັດນາແຊງເພີ່ມຂຶ້ນ ເປັນ 50 ຫາ 60 ເຮັກຕ້າຣ໌ ຈາກເດີມ ປີ 2022 ທີ່ຜ່ານມາ ມີພຽງຊາວນາ ບ້ານພະແລງສອງ ບ້ານດຽວ ທີ່ເຮັດນາແຊງ ພຽງ 20 ເຮັກຕ້າຣ໌ ຈຶ່ງເຮັດໃຫ້ປີນີ້ ນ້ຳຄອງ ປະຈຳບ້ານ ທີ່ກັກເກັບນ້ຳຝົນ ເພື່ອໄວ້ເຮັດນາແຊງ ບໍ່ພຽງພໍ ຍ້ອນຊາວນາ ຫັນມາເຮັດນາແຊງຫຼາຍຂຶ້ນ ເນື່ອງຈາກເຂົ້າຂາຍໄດ້ລາຄາສູງ, ຕາມຄວາມເວົ້າ ຂອງຊາວບ້ານ ຢູ່ບ້ານພະແລງສອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ເມສາ ນີ້ວ່າ:

“ປີແລ້ວນີ້ ໄດ້, ປີແລ້ວນີ້. ປີນີ້ແຫຼະ ຂາດ, ຂາດຫຼາຍປີນີ້. ເອີ, ພະແລງນຶ່ງ ບໍ່ໄດ້ເຮັດ ຫຼາຍປີແລ້ວ ເຂົາກໍເຮັດປີນີ້ແຫຼະ, ພະແລງນຶ່ງ. ແລ້ວຄອງມັນພັດຕື້ນ ຄືຄອງພະແລງສອງ ນີ້, ມັນດິນເຈື່ອນລົງເດ້. ກະຄືນ້ຳແຫຼະ ເຂົາເຈົ້າໃຊ້ຫຼາຍນີ້ແຫຼະ ມັນຈັ່ງບໍ່ພຽງພໍ, ຫັ້ນນ່າ.”

ສ່ວນຢູ່ບ້ານກະດານ ນັ້ນ, ປີ 2023 ນີ້, ຊາວບ້ານເກືອບໝົດບ້ານ ພາກັນເຮັດນາແຊງ ເນື່ອງຈາກພວກເຂົາເຈົ້າ ບໍ່ສາມາດເຮັດນາປີໄດ້ ຍ້ອນມີຄວາມສ່ຽງນ້ຳຖ້ວມສູງ ຈຶ່ງເຮັດໃຫ້ປີນີ້ ທົ່ວບ້ານກະດານ ມີເນື້ອທີ່ນາແຊງ ທັງໝົດ ປະມານ 200 ເຮັກຕ້າຣ. ໃນນັ້ນ, ຂາດນ້ຳເຮັດນາແຊງ ໃນປີນີ້ ປະມານ 100 ເຮັກຕ້າຣ໌ ຍ້ອນຝົນບໍ່ຕົກ ຕາມທັມມະຊາດ. ເຖິງແມ່ນວ່າ ບາງຄອບຄົວ ທີ່ມີເງື່ອນໄຂ ມີໜອງ ຫຼືມີນາໃກ້ຄອງ ເປັນຂອງໂຕເອງ, ເຣີ່ມຕົກກ້າ ເພື່ອເຮັດນາແຊງໄວ ແຕ່ທ້າຍເດືອນຕຸລາ ແລ້ວກໍຕາມ, ກໍຍັງຂາດນ້ຳ ເພື່ອເຮັດນາແຊງ ໃນປີນີ້ຄືກັນ.

ດັ່ງຊາວນາ ຢູ່ບ້ານກະດານ ຜູ້ທີ 1 ກ່າວໃນມື້ດຽວກັນນີ້ວ່າ:

“ຮວ້າຍ, ຂາດນ້ຳນີ້ ເຮົາສເລັ່ຽ ເຮົາຈັບຫັ້ນໃສ່ນີ້ ຈັບຫັ້ນໃສ່ນີ້ ກໍຊິປະມານຢູ່ ເກືອບເຂົ້າ 100 (ເຮັກຕ້າຣ໌). ປີນີ້, ພວກເຮົາເວົ້າແລ້ວ ອັດນ້ຳບໍ່ໄດ້ ເພາະວ່າ ທ້າຍຣະດູການ ມັນນ້ຳມັນບໍ່ມີ, ແລ້ວພວກເຮົາກັກຂັງນ້ຳບໍ່ໄດ້ຫຼາຍ. ກ່ອນເຮົາສຳເຣັດນາປີແລ້ວ ເຮົາຈະລົງນາແຊງ ຫຼືວ່າ ປະມານທ້າຍຝົນ, ຫັ້ນນ່າ ແລ້ວຝົນກໍບໍ່ສົ່ງໃຫ້ພວກເຮົາແດ່ ກະປານນັ້ນ.”

ເມື່ອເວົ້າເຖິງນ້ຳ ຈາກຊົນລະປະມານ ທີ່ທາງການຈັດຕັ້ງ ໄດ້ສ້າງໄວ້ ເພື່ອໃຫ້ປະຊາຊົນ ມີນ້ຳໄວ້ປູກຝັງ-ລ້ຽງສັດ 2 ຣະດູນັ້ນ, ຢູ່ບ້ານກະດານ ມີເນື້ອທີ່ນາແຊງ ປະມານ 30 ຫາ 40 ເຮັກຕ້າຣ໌ ທີ່ຊາວນາ ສາມາດນຳໃຊ້ຊົນລະປະທານ ສູບນ້ຳໃສ່ທົ່ງນາ ໄດ້, ແຕ່ເນື້ອທີ່ນາແຊງ ອີກປະມານ 150 ເຮັກຕ້າຣ໌ ບໍ່ສາມາດນຳໃຊ້ນ້ຳ ຈາກຊົນລະປະທານໄດ້.

ນອກຈາກນີ້, ເນື້ອທີ່ເຮັດນາແຊງ ຢູ່ບ້ານກະດານ ແມ່ນອາສັຍນ້ຳ ຈາກນ້ຳເຊຈຳພອນ, ເຊິ່ງເປັນລຳນ້ຳເຊ ທີ່ມີຂນາດນ້ອຍ ເພື່ອປູກຝັງ ໃນຣະດູແລ້ງ. ແຕ່ຕົກມາປີນີ້, ນ້ຳເຊຈຳພອນ ແມ່ນບົກແຫ້ງໄວ, ແຕ່ເດືອນມີນາ ທີ່ເຂົ້າກຳລັງມານພໍດີ ອີກທັງຊາວນາ ເມືອງສອງຄອນ, ເມືອງຊົນນະບູຣີ ກໍພາກັນໃຊ້ນ້ຳ ຈາກນ້ຳເຊຈຳພອນ ເພື່ອເຮັດນາແຊງຄືກັນ ຈຶ່ງເຮັດໃຫ້ນ້ຳ ບໍ່ພຽງພໍນັ້ນເອງ.

ດັ່ງຊາວນາ ຢູ່ບ້ານກະດານ ຜູ້ທີ 2 ກ່າວໃນມື້ດຽວກັນນີ້ວ່າ:

“ຄວາມຈິງແລ້ວ, ເນື້ອທີ່ນາແຊງພວກເຮົາ ລະມັນເຮັດນາປີບໍ່ໄດ້ ຈຳເປັນຕ້ອງລຸຍ ເຮັດນາແຊງ ເພາະວ່າ ເຮົາເຮັດນາປີ ມັນນ້ຳຖ້ວມ ມັນສ່ຽງ. ບາດຮອດຍາມນາແຊງມາ ພວກເຮົາພັດເຮັດຫຼາຍ, ເບື້ອງນຶ່ງ, ກໍອາສັຍການດຳຣົງຊີວິຕ. ເພາະວ່າ ພາກສ່ວນທີ່ຢູ່ເບື້ອງເຊ-ເບື້ອງທາມ ນີ້, ຢູ່ບ້ານພວກເຮົານີ້ ກວມເອົາ 60% ຂອງປະຊາກອນ ຢູ່ໃນບ້ານນີ້ ແມ່ນອາສັຍນາແຊງຢ່າງດຽວ.”

ຊາວນາທັງ 3 ຄົນ ຂ້າງເທິງນັ້ນ, ກ່າວຕຣົງກັນວ່າ ໃນມື້ວັນທີ 24 ເມສາ ເວລາປະມານ 16:45 ຫາ 18:45 ໂມງ, ມີຝົນຕົກຫ່າໃຫຍ່ ເຮັດໃຫ້ມີນ້ຳຫຼໍ່ລ້ຽງ ເຂົ້ານາແຊງ ໄດ້ໜ້ອຍນຶ່ງ, ແຕ່ມັນອາຈສວາຍເກີນໄປ ເນື່ອງຈາກໄລຍະນີ້ ເປັນໄລຍະກ່ຽວເຂົ້ານາແຊງແລ້ວ. ເຖິງຝົນຈະຕົກ ຫຼືບໍ່ຕົກ, ມັນກໍໄດ້ຜົລຜລິດບໍ່ເຕັມເມັດເຕັມໜ່ວຍ ເປັນຕົ້ນ ຈະໄດ້ເຂົ້າເມັດລີບ ເນື່ອງຈາກເຂົ້າຂາດນ້ຳຫຼໍ່ລ້ຽງ ໃຫ້ໄດ້ຜົລຜລິດບໍ່ງາມ ເຮັດໃຫ້ປີນີ້ ຄາດວ່າ ຊາວນາ ຢູ່ບ້ານກະດານ ແລະ ບ້ານພະແລງ ຈະບໍ່ໄດ້ຣາຍໄດ້ ຈາກການຂາຍເຂົ້າປານໃດ.

ຂະນະດຽວກັນ, ຊາວນາ ກໍຈະພະເຊີນກັບຕົ້ນທຶນການຜລິດ ທີ່ສູງຂຶ້ນ ເປັນຕົ້ນ ຄ່າໄຟໂປ້ມນ້ຳເຂົ້ານາ, ຄ່ານ້ຳມັນເຕີມຈັກໂປ້ມນ້ຳ ແລະ ຄ່າແຮງງານ ຊ່ອຍໄຖນາ, ຕົກກ້າ ແລະ ກ່ຽວເຂົ້າ.

ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຈຳພອນ ກ່າວວ່າ ບໍ່ພຽງແຕ່ບ້ານພະແລງ ແລະ ບ້ານກະດານ ທີ່ຂາດນ້ຳ ໃນການເຮັດນາແຊງ ເທົ່ານັ້ນ, ແຕ່ພາຍໃນເມືອງຈຳພອນ ກໍມີຫຼາຍບ້ານ ທີ່ປະສົບບັນຫາດັ່ງກ່າວ ຍ້ອນທົ່ວເມືອງຈຳພອນ ມີເນື້ອທີ່ເຮັດນາແຊງ ເຖິງ 13 ພັນປາຍເຮັກຕ້າຣ໌ ແລະ ຄາດວ່າ ຣະດູເຮັດນາແຊງ ຢູ່ບ້ານພະແລງ ແລະ ບ້ານກະດານ ໃນປີໜ້າ ອາຈມີໂຄງການ ເຂົ້າມາຊ່ອຍປະຊາຊົນ ໃຫ້ມີນ້ຳໃນການເຮັດນາ ໃຫ້ໄດ້ຕາມແຜນ ທີ່ເມືອງໄດ້ວາງໄວ້.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຈຳພອນ ກ່າວໃນມື້ດຽວກັນນີ້ວ່າ:

“ອັນທາງໂຄງການ ຜລິດກະສິກັມແບບຕ່ອງໂສ້ນີ້ນ່າ ເປັນມິຕຕໍ່ສິ່ງແວດລ້ອມ ນີ້, ເພິ່ນກໍມີແຜນວ່າ ຊິຂຸດໜອງນ້ຳ ລະກະຊິລ່ວງຄອງເໝືອງ ຢູ່ພະແລງເນາະ. ສ່ວນກະດານ, ກະພາກຣັຖນີ້ແຫຼະ ຊິໄດ້ສຳຣວດ-ກວດກາ. ແຕ່ປັດຈຸບັນນີ້, ກະທາງກຸ່ມຊາວນາກະດານ ເຂົາເຈົ້າກະໄດ້ຈ້າງ ຣົຖຈົກເນາະ ລ່ວງຄອງສົ່ງນ້ຳ ມາແຕ່ອ່າງເນາະ. ປີນີ້, ມັນຜລິດຫຼາຍເກີນກຳນົດ, ຫັ້ນນ່າ ເພາະວ່າ ເຂົ້າເປັນລາຄາ ແລ້ວພວກເຮົາ ພາກຣັຖນີ້ ຫ້າມ, ເຂົາເຈົ້າກໍບໍ່ຟັງ.”

ເມື່ອບໍ່ດົນທີ່ຜ່ານມາ, ກໍເກີດມີພັຍແຫ້ງແລ້ງ ຢູ່ເມືອງຊົນນະບູຣີ ແຂວງສວັນນະເຂດ ຈົນເຮັດໃຫ້ເຂົ້ານາແຊງ ທີ່ກຳລັງມານ ແລະ ອອກຮວງ ໃນ 6 ບ້ານ ຂອງຊາວນາ ຈຳນວນ 223 ຄອບຄົວ ຄື ບ້ານນາໜອງຜຳ, ທ່າຄຳເຫຼື່ອມ, ໂນນຄູ້, ຕຸ່ມແຍ, ກອງປະທຸມວັນ ແລະ ບ້ານໂນນສະຫວ່າງ ເສັຽຫາຍທັງໝົດ 200 ປາຍເຮັກຕ້າຣ໌ ຍ້ອນນ້ຳບໍ່ພຽງພໍ ໃນການເຮັດນາແຊງ, ອີງຕາມການຣາຍງານ ຂອງທ່ານ ສີຫວ່າງ ວົງສະຫວັດ  ເຈົ້າໜ້າທີ່ຂແນງປູກຝັງ, ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງຊົນນນະບູຣີ ໃຫ້ສັມພາດຕໍ່ຜູ້ສື່ຂ່າວ ວິທຍຸກະຈາຍສຽງ ແຂວງສວັນນະເຂດ ໃນວັນທີ 30 ມີນາ 2023 ທີ່ຜ່ານມານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.