ຢູ່ ສປປ ລາວ ຍັງມີໄຟໄໝ້ປ່າ ຢູ່ບາງແຂວງ

ພອນ ພູມມີທອນ
2023.04.24
ຢູ່ ສປປ ລາວ ຍັງມີໄຟໄໝ້ປ່າ ຢູ່ບາງແຂວງ ຊາວບ້ານກຳລັງໃຊ້ໄມ້ ທີ່ຫາໄດ້ຈາກທັມມະຊາຕ ເປັນອຸປະກອນ ເພື່ອສ້າງແນວກັນໄຟ (ຮູບຊ້າຍມື) ແລະ ໃຊ້ນ້ຳທີ່ບັນຈຸໃສ່ ກະຕຸກນ້ຳດື່ມ (ຮູບຂວາມື) ເພື່ອດັບໄຟໄໝ້ປ່າ ໃນແຂວງນຶ່ງ ທາງພາກເໜືອ. ເດືອນເມສາ 2023.
ນັກຂ່າວ ພົລເມືອງ

ຕັ້ງແຕ່ເດືອນ ມົກຣາ ປີ 2023 ທີ່ຜ່ານມາ ປະເທດລາວ ກໍໄດ້ເຣິ່ມມີບັນຫາຫມອກຄວັນ ຄ່າຝຸ່ນລະອອງ ຂນາດນ້ອຍ ຫລື ຝຸ່ນ PM 2.5 ສະສົມມາຕໍ່ເນື່ອງ ໂດຍສະເພາະ ໃນເຂດພາກເໜືອ ຂອງປະເທດລາວ ເປັນຕົ້ນ ແຂວງຫລວງນ້ໍາທາ, ແຂວງອຸດົມໄຊ,ແຂວງຫລວງພຣະບາງ, ແຂວງບໍ່ແກ້ວ ແລະນະຄອນຫຼວງວຽງຈັນ ແຕ່ໄລຍະນັ້ນ ຍັງບໍ່ໄດ້ມີຄວາມຮຸນແຮງ ຈົນມາຮອດເດືອນ ມີນາ ຫາຕົ້ນເດືອນ ເມສາ ນີ້ ບັນຫາໝອກຄວັນ ແລະ ຝຸ່ນ PM 2.5 ໃນເຂດພາກເໜືອ ແລະ ນະຄອນຫລວງວຽງຈັນ ກໍໄດ້ເພີ່ມຂຶ້ນສູງຢ່າງໜັກຫນ່ວງ ເຖິງຂັ້ນລະດັບສີແດງ ເຊິ່ງສົ່ງຜົລຕໍ່ສຸຂພາບ ຂອງປະຊາຊົນ ຢ່າງຮ້າຍແຮງ.  

ສາເຫດຫລັກ ແມ່ນເກີດຈາກຊາວບ້ານ ຖາງປ່າຈູດໄຮ່ ເພື່ອຕຽມທໍາການຜລິຕ ແຕ່ບໍ່ສາມາດຄວບຄຸມ ທິດທາງຂອງລົມໄດ້ ກໍເຮັດໃຫ້ເກີດໄຟລາມໄຫມ້ປ່າ ມີໝອກຄວັນຢ່າງຮຸນແຮງ ແລະ ກະຈາຍໄປເປັນວົງກວ້າງ ຕາມທິດທາງຂອງລົມ. ບັນຫາດັ່ງກ່າວນີ້ ຣັຖບານ ກໍຍັງບໍ່ທັນໄດ້ມີແນວທາງແກ້ໄຂ ເປັນໄລຍະຍາວເທື່ອ ມີພຽງແຕ່ແກ້ໄຂໃນໄລຍະສັ້ນ ເທົ່ານັ້ນ ໂດຍການອອກແຈ້ງການ ໃຫ້ຊາວລາວ ຫ້າມຈູດປ່າ ຫລື ຖ້າຫາກຈະມີການຈູດໄຮ່ຈູດສວນ ເພື່ອທໍາການຜລິຕການກະເສດ ກໍຄວນຈູດ ໃນຂອບເຂດທີ່ສາມາດສະກັດກັ້ນໄຟໄດ້ ແລະ ເມື່ອເກີດໄຟໄຫມ້ປ່າ ໃນເຂດບ້ານໃດກໍໃຫ້ບ້ານນັ້ນ ເປັນເຈົ້າການ ໃນການລະດົມຄົນໄປດັບໄຟ.

ດັ່ງເຈົ້າໜ້າທີ່ຂັ້ນເມືອງ ທີ່ກ່ຽວຂ້ອງ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວ ໃນວັນທີ 19 ເມສາ ນີ້ວ່າ:

“ເຣື່ອງ PM ເນາະສູນກາງເພິ່ນກໍອາສັຍ ແຈ້ງການໃຫ້ມີການເຂັ້ມງວດ ໃນການສະກັດກັ້ນ ບັນຫາ ປາກົດການ ເພື່ອບໍ່ໃຫ້ມີການໄຟໄຫມ້ລາມປ່າ ແມ່ນພວກເຮົາໄດ້ເຮັດແນວນັ້ນທຸກປີ ຫລັກໆ ລະແມ່ນໃຫ້ເຂົາເຈົ້າຈູດໃນຂອບເຂດ ຕາມຄວາມຮັບຜິດຊອບຂອງເຂົາເຈົ້າ ເຮົາອາສັຍຂອງປະຊາຊົນຢູ່ໃນເຂດນັ້ນ ໃນການມອດ ເກີດຢູ່ບ້ານໃດ ແມ່ນໃຫ້ບ້ານນັ້ນເປັນເຈົ້າການ.”

ຂະນະທີ່ ເຈົ້າໜ້າທີ່ຂັ້ນບ້ານ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ ໃນທຸກໆປີ ໄລຍະເດືອນ ມີນາ ຣັຖບານກໍມີພຽງແຈ້ງການເທົ່ານັ້ນ ໂດຍຫ້າມປະຊາຊົນຈູດປ່າ ຖ້າຫາກມີການຈູດໄຮ່ ຈູດສວນ ກໍໃຫ້ເຮັດແນວກັ້ນໄຟ ບໍ່ໃຫ້ລາມເຂົ້າໄປໃນເຂດປ່າ ເຊິ່ງສ່ວນໃຫຍ່ ຊາວບ້ານທີ່ເຮັດໃຫ້ເກີດໄຟໄຫມ້ປ່ານັ້ນ ຈະບໍ່ໄດ້ມີເຈດຈະນາ ສ່ວນນຶ່ງກໍຍ້ອນວ່າ ບໍ່ໄດ້ມີຄວາມຮູ້ ຫລື ວິທີ ຈະສະກັດກັ້ນໄຟ ເຊິ່ງເຂົາເຈົ້າເຮັດຕາມຣະດູການ ຕາມຄວາມເຄີຍຊິນທີ່ເຄີຍເຮັດມາເທົ່ານັ້ນ ບໍ່ໄດ້ນຶກເຖິງຜົລເສັຍທີ່ຈະຕາມມາ ຈຶ່ງເປັນສາເຫດທີ່ເຮັດໃຫ້ເກີດໄຟໄຫມ້ປ່າ ເກີດຫມອກຄວັນ ຝຸ່ນສະສົມຈໍານວນຫລາຍ.

“ໂອ້ຍ ມີການແຈ້ງການແນວໃດຕ່າງໆ ກໍໄດ້ອ່ານອອກໂທລະໂຂ່ງ ປະກາດໃຫ້ປະຊາຊົນຫ້າມຈູດປ່າ ຈູດດິນໄຮ່ ດິນນາ ຕ້ອງໄດ້ຮັກສາ ເພື່ອບໍ່ໃຫ້ໄຟລາມ ສ່ວນນຶ່ງມັນກໍບໍ່ເຈດຕະນາ ລະແມ່ນດິນໄຮ່ ດິນນາ ຜູ້ເຮັດຮົ້ວ ເຮັດສວນ ຫັ້ນນ່າ ກັບປ່າຫັ້ນແລ້ວ ມັນຕິດເຂົ້າໄປບາດນີ້ ໂຕນີ້ແຫລະ ໂຕເປັນບັນຫາຕົ້ນຕໍ່ ຜູ້ຂຶ້ນເມືອຊອກຢູ່ຫາກິນກໍແມ່ນ.”

ສໍາລັບການຫ້າມ ບໍ່ໃຫ້ຊາວບ້ານ ຈູດປ່າຖາງໄຮ່ ຍັງເປັນເຣື່ອງຍາກ ຍ້ອນວ່າ  ເຂົາເຈົ້າ ຍັງຕ້ອງອາສັຍຢູ່ກັບທັມມະຊາຕ ມີອາຊີພຫລັກ ໂດຍການ ເຮັດໄຮ່ ເຮັດສວນ ເພື່ອໄວ້ທໍາມາຫາກິນລ້ຽງຄອບຄົວ ເຂົາເຈົ້າບໍ່ໄດ້ມີອາຊີພອື່ນ ທີ່ຈະສ້າງຣາຍໄດ້ ເນື່ອງຈາກ ມີຄວາມເປັນຢູ່ທີ່ທຸກຍາກ ຖ້າຈະໃຫ້ຊາວບ້ານຢຸດຈູດໄຮ່ຖາງປ່າ. ທາງຣັຖບານ ຕ້ອງຫາທາງແກ້ໄຂໃນໄລຍະຍາວ ໃຫ້ເຂົາເຈົ້າ ຫລື ລົງໃຫ້ຄວາມຮູ້ເຂົາເຈົ້າຢ່າງຕໍ່ເນື່ອງ ໃນການເຮັດກະສິກັມ ທີ່ຫລຸດການຈູດໄຮ່, ຖ້າບໍ່ແກ້ໄຂ ກໍຈະເປັນແບບນີ້ທຸກປີ.

ດັ່ງ ເຈົ້າໜ້າທີ່ຂັ້ນເມືອງ ໃນແຂວງອຸດົມໄຊ ທ່ານນຶ່ງກ່າວວ່າ:

“ສ່ວນຫລາຍນີ້ ມັນຫ້າມບໍ່ຄ່ອຍໄດ້ດອກ ຈໍານວນນຶ່ງປະຊາຊົນ ທີ່ຢູ່ເຂດຫ່າງໄກຊອກຫລີກ ເຂົາເຈົ້າບໍ່ມີອາຊີບອື່ນເນາະ ເວົ້າເຣື່ອງຕົ້ນທຶນ ມັນບໍ່ມີຫັ້ນແລ້ວ ເຂົາເຈົ້າຢູ່ພູດອຍ ເຮັດໄຮ່ເລື່ອນລອຍ ໂອ້ ໂຕນີ້ຢາກໃຫ້ແກ້ໄຂ ຄວນຈະລົງໄປເຜີຍແຜ່ ໃຫ້ເຂົາເຈົ້າເຂົ້າໃຈ ຄວາມຮູ້ຍັງບໍ່ມີເທື່ອເນາະ ກ່ຽວກັບການຈູດປ່າ ການເຮັດກະສິກັມນີ້ ເວົ້າເຣື່ອງເທັກນິກເນາະ ຖ້າວ່າເຮົາເຮັດຄົງທີ່ ການຈູດປ່າອາຈຫລຸດລົງ.”

ນອກຈາກນີ້ ການຖາງປ່າ ຈູດໄຮ່ນີ້ ກໍຍັງສົ່ງຜົລກະທົບ ໃຫ້ມີບັນຫາໝອກຄວັນ ສະສົມເປັນຝຸ່ນລະອອງ ຂນາດນ້ອຍ ຫລື ຝຸ່ນ PM 2.5 ຈໍານວນຫລາຍ ແຕ່ລະປີ ກໍຖືວ່າຮຸ່ນແຮງຂຶ້ນເລື້ອຍໆ ເຊິ່ງໃນໄລຍະ ເດືອນມີນາ ທີ່ຜ່ານມາຖືວ່າ ສພາບອາກາດເປັນມົລພິດຮ້າຍແຮງຫລາຍ ຈົນສົ່ງຜົລກະທົບໃຫ້ກັບຖ້ຽວບິນ ພາຍໃນປະເທດ ໂດຍສະເພາະເຂດພາກເໜືອ ເສັ້ນທາງການບິນ ບໍ່ສາມາດບິນໄດ້ຫລາຍມື້. ເຈົ້າໜ້າທີ່ສາຍການບິນ ຕ້ອງປະເມີນ ສະພາບອາກາດ ໃນແຕ່ລະມື້ ເນື່ອງຈາກທັສນະວິສັຍ ເບິ່ງບໍ່ເຫັນເສັ້ນທາງການບິນ, ທັງຍັງ ໄດ້ສົ່ງຜົລກະທົບ ຕໍ່ສຸຂພາບ ໂດຍສະເພາະເດັກນ້ອຍ ແລະ ຜູ້ເຖົ້າ ແລະ ຄົນທີ່ມີພະຍາດປະຈໍາໂຕນໍາດ້ວຍ ບາງຄົນ ກໍເປັນຫວັດ ເປັນໄອ ເຈັບຄໍ ແສບດັງ ແລະ ມີບັນຫາທາງລະບົບຫາຍໃຈລໍາບາກ ເຈົ້າໜ້າທີ່ ກໍບໍ່ໄດ້ມີມາຕການຈະຊ່ວຍປ້ອງກັນ ຫລື ມີວິທີຫລຸດຜ່ອນ ສະພາບອາກາດ ທີ່ເປັນມົລພິດນີ້ໄດ້ ຊາວລາວຫລາຍຄົນ ກໍຕ້ອງປົກປ້ອງກັບຕົວເອງ.

ດັ່ງ ເຈົ້າໜ້າທີ່ທ້ອງຖິ່ນ ໃນແຂວງບໍ່ແກ້ວ ທ່ານນຶ່ງກ່າວວ່າ:

“ເອ່ອ ກໍພົບຂໍ້ຫຍຸ້ງຍາກຫັ້ນແລ້ວນີ້ ມົລພິດ ມັນເນາະ ມັນເປັນຫວັດເປັນໄອນີ້ແຫລະ ກະຮັບຜົລກະທົບຫັ້ນແລ້ວ ສ່ວນຫລາຍແມ່ນເດັກນ້ອຍແມ່ນຜູ້ເຖົ້າ ຜູ້ແກ່ ຫັ້ນນ່າເນາະ ມັນຄວາມຕ້ານທານບໍ່ຄ່ອຍຢາກມີ ເພິ່ນກໍບໍ່ເຫັນວ່າແນວໃດ ມີແຕ່ປ່ອຍໄປແບບຊັ້ນໄປ ກໍຕ້ອງໄດ້ຮັກສາໃຜ ຮັກສາລາວ ຫັ້ນແຫລະ.”

ບໍ່ແມ່ນແຕ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ສັດປ່າຕ່າງໆ ຕົ້ນໄມ້ນາໆພັນ ກໍໄດ້ຮັບຜົລກະທົບເຊັ່ນກັນ ເມື່ອເກີດໄຟໄຫມ້ປ່າ ແນ່ນອນວ່າ ຕົ້ນໄມ້ກໍຕ້ອງຕາຍ ສັດປ່າກໍຕາຍ ເຣື່ອງນີ້ ກໍຖືວ່າໜ້າເປັນຫວ່ງຫລາຍ ຣັຖບານຕ້ອງແກ້ໄຂໃຫ້ໄດ້ ຖ້າແກ້ໄຂບໍ່ໄດ້ ເຊື່ອວ່າ ຈະໜັກຂຶ້ນເລື້ອຍໆທຸກປີ ແລະ ໃນປັດຈຸບັນນີ້ ໃນເມືອງຫລວງພຣະບາງ ສະພາບອາກາດກໍຍັງມົວໆຢູ່ ແຕ່ກໍດີຂຶ້ນກວ່າກາງ ເດືອນ ມີນາ ທີ່ຜ່ານມາ.

ດັ່ງ ຊາວບ້ານ ໃນ ແຂວງຫລວງພຣະບາງ ກ່າວວ່າ:

“ຫລວງພຣະບາງນີ້ນ່າ ກໍດີຂຶ້ນໜ້ອຍນຶ່ງ ຄືຍັງມົວໆຢູ່ ຄັນວ່າບໍ່ມີຝົນ ປີໜ້າກໍຈະຄືເກົ່ານີ້ແຫລະ ເພິ່ນກໍລະດົມໃຫ້ໃສ່ຜ້າອັດປາກນ່າ ເປັນຫ່ວງຢູ່ ໄມ້ມັນກໍຕາຍໝົດ ສັດປ່າກໍຫນີໝົດເນາະ ຫນີບໍ່ທັນກໍມີ ແລ້ວມັນກໍຕາຍ ໄມ້ໃຫຍ່ລາມໄປໄວຫັ້ນນ່າ.”

ຣັຖບານລາວ ໄດ້ປະຊຸມກັບຣັຖບານໄທຍ ແລະ ຣັຖບານພະມ້າ ເພື່ອຫາວິທີແກ້ໄຂ ບັນຫາຫມອກຄວັນຂ້າມຊາຍແດນ ເຣື່ອງນີ້ ຣັຖບານລາວ ຄວນສຶກສາຂໍ້ມູນແລກປ່ຽນກັບຣັຖບານໄທຍ ກ່ຽວກັບການເຮັດຝົນທຽມ ກໍຈະຊ່ວຍໃຫ້ສະພາບອາກາດໃນເດືອນ ເມສາ ບໍ່ຮ້ອນ ແລະ ມີຫມອກ ຄວັນໄຟຫນາເກີນໄປ.

“ຢູ່ໄທຍເຂົາເຈົ້າຍັງມີຝົນທຽມ ຝົນຫຍັງສີດນີ້ເນາະ ເອ່ອ ຄັນເຮັດໄດ້ກໍຍາກໃຫ້ມີຢູ່ ມັນຈະໄປໄລ່ຫມອກຄວັນຫນີແດ່ ຝຸ່ນລະອອງຫມອກຄວັນ ກໍຈະເຫີຍໄປນໍາຝົນຫັ້ນ ອັນນີ້ ເພິ່ນມັນບໍ່ມີເລີຍ.”

ຊາວລາວໃນແຂວງ ໄຊຍະບູຣີ ທ່ານນຶ່ງກໍກ່າວວ່າ ສພາບອາກາດໃນປັດຈຸບັນນີ້ ໃນແຂວງໄຊຍະບູຣີ ກໍຍັງມົວໆ ຊາວບ້ານກໍຍັງມີການຈູດໄຮ່ ເພື່ອເຮັດການກະເສດກໍມີຢູ່ ຖ້າຣັຖບານລາວ ຢາກຈະໃຫ້ຊາວລາວ ຢຸດການຖາງປ່າ ຈູດໄຮ່ ກໍຕ້ອງມີ ມາຕການຊ່ວຍເຫລືອ ຫລື ມີວິທີການອື່ນ ທີ່ຈະຫລຸດຜ່ອນ ບໍ່ໃຫ້ຊາວລາວຖາງປ່າ ຈູດໄຮ່ ໃຫ້ໄດ້ ກໍຈະເປັນເຣື່ອງດີ.

“ກໍຍັງບໍ່ທັນດີນ່າ ມັນກໍຍັງເປັນຄືເກົ່າຢູ່ນ່າ ມົວຫັ້ນແຫລະ ອົບເອົ້າຂນາດແຫລະ ຖາງໄຮ່ ຖາງສວນຫັ້ນແຫລະ ມັນໄຟໄຫມ້ລາມປ່າ ແລະ ມັນເກີດເປັນຫມອກເປັນຄວັນຫັ້ນນ່າ ກໍຢາກໃຫ້ທາງຂັ້ນເທິງຫັ້ນແຫລະ ພາຫາດິນ ໃຫ້ພໍ່ແມ່ປະຊາຊົນ ຈໍານວນທີ່ ມັນເຮັດເລື່ອນລອຍຫັ້ນນ່າ ຈັດສັນໃຫ້ເຂົາເປັນຄົງທີ່ເລີຍ ໃຫ້ມັນຫລຸດຜ່ອນການຖາງປ່າ ເຮັດໄຮ່ຫັ້ນແຫລະ.”

ກ່ອນໜ້ານີ້ ໃນວັນທີ 19 ກຸມພາ 2023 ເວລາປະມານບ່າຍໂມງ ໄດ້ເກີດເຫດໄຟໄຫມ້ປ່າສງວນແຫ່ງຊາຕ ພູທ້າວ ພູນາງ ຕິດກັບບ້ານຊຽງແມນ ເມືອງຈອມເພັດ ແຂວງຫລວງພຣະບາງ ເປັນວົງກວ້າງ ເຈົ້າໜ້າທີ່ບໍ່ສາມາດເຂົ້າໄປດັບໄຟໄດ້ ຕ້ອງໄດ້ລະດົມຊາວບ້ານ ແລະ ເດັກນັກຮຽນໄປຊ່ວຍດັບໄຟ. ເຈົ້າເມືອງສັງທອງ ນະຄອນຫລວງວຽງຈັນ ໄດ້ຣາຍງານຄວາມເສັຍຫາຍ ຂອງປ່າສງວນແຫ່ງຊາຕ ພູພະນັງ ທີ່ເກີດຈາກໄຟໄຫມ້ປ່າ ມີຄວາມເສັຍຫາຍປະມານ 220 ເຮັກຕ້າ

ຂະນະທີ່ ປັດຈຸບັນນີ້ ແຂວງອຸດົມໄຊ ກໍມີໄຟໄຫມ້ປ່າ ຢູ່ປ່າສງວນແຫ່ງຊາຕ ພູຫີຜີ-ນໍ້າກັດ ເຊິ່ງໄຟໄດ້ໄຫມ້ປ່າມາໄດ້ 2-3 ສັບປະດາແລ້ວ ເບື້ອງຕົ້ນ ເຈົ້າໜ້າທີ່ ກໍສາມາດສະກັດກັ້ນໄຟປ່າໄດ້ ແຕ່ຍັງບໍ່ສາມາດ ດັບມອດໄດ້ໝົດ 100% ຍ້ອນວ່າ ຍັງມີຄວາມຫຍຸ້ງຍາກ ໃນການເຂົ້າໄປດັບໄຟ ເພາະມີພູຜາຫລາຍ ບາງເທື່ອໄມ້ໃຫຍ່ທີ່ຖືກໄຟໄຫມ້ ກໍຕົກລົງຜາ ໄດ້ລາມໄປໄຫມ້ປ່າໄປຕໍ່.

ດັ່ງ ເຈົ້າໜ້າທີ່ປ່າໄມ້ ໃນແຂວງອຸດົມໄຊ ທ່ານນຶ່ງ ກ່າວວ່າ:

“ກໍບໍ່ສາມາດທີ່ວ່າ ຈະດັບມອດໄດ້ຮອດ 100% ເນື່ອງຈາກວ່າ ອັນໂຄ່ນໄມ້ໃຫຍ່ມັນສະໄລລົງບ່ອນໜ້າຜາ ບ່ອນຫຍັງນ່າ ກະຈາຍໄປຕື່ມ ໃຊ້ກໍາລັງແຮງງານເຮົານີ້ແຫລະ ທຸກກຳລັງ ທຸກພາກສ່ວນ ທັງທະຫານຕຳຣວດ ພໍ່ແມ່ປະຊາຊົນ ອຸປະກອນ ໃຊ້ໄມ້ຟາດເອົານ່າ ສອງມາ ກໍຖາງເພື່ອສະກັດກັ້ນ ບໍ່ໃຫ້ມັນໄຫມ້ຕໍ່ເນາະ ນ້ໍາກໍບໍ່ສາມາດເອົາໄປໄດ້ ເຮຣິຄ້ອບເຕີ ມັນບໍ່ມີເນາະ ໂຕນີ້ເນາະຍາກຫລາຍ”

ດ້ານເຈົ້າໜ້າທີ່ ຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກໍໄດ້ກ່າວວ່າ:

“ກ່ຽວກັບແຜນຍຸດທະສາດ ໄລຍະຍາວຫັ້ນ ຣັຖບານກໍຈະເວົ້າເຣື່ອງການຫລຸດຜ່ອນ ອັນໄຟ ເນ້ນກ້າດບ້ອນ ເຂົ້າມາຊ່ວຍຫັ້ນແຫລະ ຈະຫລຸດຜ່ອນກ່ຽວກັບ ບັນຫາການຈູດ ການເຜົາ ຢູ່ໃນພື້ນທີ່ ການກະເສດເຮົາເນາະ ເພາະວ່າ ນະໂຍບາຍກ່ຽວກັບການປ່ຽນແປງ ດິນຟ້າອາກາດ ຫາກວ່າຮັບຮອງນີ້ເນາະ ກໍຊິແມ່ນນັ້ນກໍເວົ້າເຣື່ອງປ່າໄມ້ ເວົ້າເຣື່ອງ ກ້າດບ້ອນ ການປ້ອງກັນໄຟປ່ານີ້ແຫລະ.”

ອີງຕາມການຣາຍງານ ຂອງສໍານັກງານພັທນາເທັກໂນໂລຈີ ອາວະກາດ ແລະ ພູມມີ ສາຣະສົນເທດ ຂອງໄທຍ ຫລື GISTDA ຣາຍງານວ່າ ຢູ່ປະເທດລາວຍັງມີໄຟໄຫມ້ປ່າ 3,061 ແຫ່ງ ແລະ ຍັງມີຂອງປະເທດເພື່ອນບ້ານໃນພະມ້າ 6,916 ແຫ່ງ ແລະ ຢູ່ໃນໄທຍມີ 1,176 ແຫ່ງ.

ຫລ້າສຸດນີ້ ໃນວັນທີ 7 ເມສາ 2023 ທີ່ຜ່ານມາ ຣັຖບານລາວ ຣັຖບານໄທຍ ແລະ ຣັຖບານພະມ້າ ກໍໄດ້ມີການປະຊຸມ ປຶກສາລື ໂດຍຜ່ານລະບົບທາງໄກ ກ່ຽວກັບ ການແກ້ໄຂບັນຫາ ມົລພິດ ຫມອກຄວັນ ຂ້າມຊາຍແດນຮ່ວມກັນ ເຊິ່ງການປະຊຸມໃນຄັ້ງນີ້ ເປັນການແລກປ່ຽນຂໍ້ມູນກັນເທົ່ານັ້ນ ເຊິ່ງທາງຣັຖບານລາວ ກໍພ້ອມໃຫ້ຄວາມຮ່ວມມື ໃນການແກ້ໄຂ ມົລພິດຂ້າມຊາຍແດນ ພ້ອມວາງແຜນແນວທາງ ຈະແກ້ໄຂຮ່ວມກັບ ທັງ 2 ປະເທດ ໂດຍຣັຖບານລາວ ຈະສືບຕໍ່ຈັດຕັ້ງປະຕິບັດ ສັນຍາອາຊຽນ ວ່າດ້ວຍ ມົລພິດ ຫມອກຄວັນຂ້າມຜ່ານຊາຍແດນ ພ້ອມຈະສ້າງແຜນ ປະຕິບັດ ຮ່ວມຂອງ 3 ປະເທດ, ຈະສ້າງໜ່ວຍປະສານງານ ແລະ ຄົ້ນຄົ້ວ ສ້າງໂຄງການຮ່ວມມືເພື່ອສນັບສນູນ ເຊິ່ງກັນແລະກັນ ນອກຈາກນີ້ ຈະສ້າງກົນໄກຮ່ວມມື ກັບນັກວິຊາການແລກປ່ຽນ ແລະ ຖອດຖອນບົດຮຽນ ແລະ ໃຫ້ແຕ່ລະປະທດ ເອົາໃສ່ສ້າງຄວາມເຂົ້າໃຈ ແລະ ມີສ່ວນຮ່ວມໃນສັງຄົມ ໃນການປ້ອງກັນ ແລະ ແກ້ໄຂບັນຫາ ມົລພິດຫມອກຄວັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.